ກໍາມະການຕັດສິນກຽມພ້ອມຮັບໃຊ້ການແຂ່ງຂັນກິລາບານເຕະລາວລີກຍິງ 2023 ທີ່ຈະເປີດສາກ 21 ຕຸລານີ້

18/10/2023

ກໍາມະການຕັດສິນກຽມພ້ອມຮັບໃຊ້ການແຂ່ງຂັນກິລາບານເຕະລາວລີກຍິງ 2023 ທີ່ຈະເປີດສາກ 21 ຕຸລານີ້.

ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ສໍາເລັດການຝຶກອົບຮົມກໍາມະການຕັດສິນການແຂ່ງຂັນກິລາບານເຕະລາວລີກຍິງ 2023 ຕອນແລງວັນທີ 18 ສິງຫາ 2023 ທີ່ຫ້ອງປະຊຸມ ສຕລ,ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານກ່າວປິດພິທີຂອງທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການ ສຕລ.

ໃນໂອກາດນີ້ ທ່ານ ນາງ ກັນຍາ ແກ້ວມະນີ ໄດ້ສະແດງຄວາມຊົມເຊີຍມາຍັງຜົນສຳເລັດຂອງການຝຶກອົບຮົມຄັ້ງນີ້ ແລະ ຮຽກຮ້ອງໃຫ້ທຸກທ່ານທີ່ຜ່ານການຝຶກອົບຮົມໃຫ້ສຶບຕໍ່ພັດທະນາຝຶກຝົນຕົນເອງໃຫ້ປະສົບຜົນສໍາເລັດໃນການເຂົ້າຮ່ວມເປັນກໍາມະການຕັດສິນໃນການແຂ່ງຂັນ ລາວລີກຍິງ 2023 ຊຶ່ງເປັນຄັ້ງປະຫວັດສາດຂອງການຈັດການແຂ່ງຂັນກິລາບານເຕະລາວລີກຍິງຂອງສປປລາວ,ຂໍໃຫ້ທຸກທ່ານຈົ່ງຕັ້ງໃຈແລະ ມີຜົນສຳເລັດໃນການເປັນກໍາມະການຕັດສິນ.

ສໍາລັບການຝຶກອົບຮົມຄັ້ງນີ້ແມ່ນດຳເນີນເປັນເວລາ 3ວັນ ແຕ່ວັນທີ 16-18 ຕຸລາ 2023,ເຊິ່ງມີນັກຝຶກອົບຮົມເຂົ້າຮ່ວມທັງໝົດ26 ຄົນ.ເຂົ້າຮວ່ມກອງປະຊຸມນີ້ຍັງມີທ່ານ ໄຊປະເສີດ ພົງຊະນິດ ຫົວໜ້າພະແນກກຳມະການຕັດສິນທັງເປັນຜູ້ຝຶກສອນກຳມະການຕັດສິນ ສຕລ, ພ້ອມດວ້ຍຜູ້ຊ່ວຍຄູຝຶກສອນແລະວິຊາການພະແນກກໍາມະການຕັດສິນສຕລ.

 ການແຂ່ງຂັນບານເຕະ ລາວລີກຍິງ ປະຈຳປີ 2023 Lao Women's League 2023 ຈະເລີ່ມເປີດສາກຢ່າງເປັນທາງການໃນວັນເສົາ 21/10/2023 ເຊິ່ງໃຊ້ສະຫນາມຫຍ້າທຽມສະຫະພັນບານເຕະແຫ່ງຊາດລາວ ສະຫນາມ 1 ແລະ ສະຫນາມ 2 ເປັນສະຫນາມທີ່ແຂ່ງຂັນໂດຍມີທີມເຂົ້າຮ່ວມທັງຫມົດ 8 ທີມປະກອບມີ:

1. ຊ້າງນ້ອຍ

2. ມາສເຕີ້ ເຊເວັ້ນ

3. ເອສະຣາ

4. ກອງທັບ

5. ຫຼວງພະບາງ

6. ຈຳປາສັກ

7. ນໍ້າທາ

8. ວຽງຈັນ

ສາມາດໄປຊົມ ແລະ ເຊຍ ຕິດຂອບສະຫນາມທີມທີ່ຕົນເອງມັກໄດ້, ເຂົ້າຊົມບໍ່ເສຍຄ່າ(FREE) ແລະ ສາມາດຮັບຊົມ

ການຖ່າຍທອດສົດໄດ້ທີ່ ເພສເຟສບຸກ LAOWOMEN'SLEAGUE ລາວລີກຍິງ ,Youtube LAOFF TV ແລະ Application LTC PLAY.