ສຕລ ຈັດຝຶກອົບຮົມຜູ້ປະເມີນກໍາມະການຕັດສິນ( LFF REFEREE ASSESSOR COURSE )

22/01/2024

ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ຈັດພິທີເປີດຝຶກອົບຮົມຜູ້ປະເມີນກໍາມະການຕັດສິນ( LFF REFEREE ASSESSOR COURSE )ຂື້ນໃນຕອນເຊົ້າ ຂອງວັນທີ 22 ມັງກອນ 2024 ຢູ່ທີ່ຫ້ອງປະຊຸມຂອງສຕລ,ເຊິ່ງໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິີການ ສຕລ , ທ່ານ ໂມຮາແມັດ ໂຣຊາຣີ ບິນຢາຄອບ (MOHAMAD RODZALI BIN YACOB) ຫົວໜ້າອະນຸກຳມະການພັດທະນາກໍາມະການຕັດສິນສະຫະພັນບານເຕະນາໆຊາດ(FIFA).
  ໃນພິທີ ທ່ານ ໄຊປະເສີດ ພົງສະນິດ ຫົວໜ້າພະແນກກໍາມະການຕັດສິນ ສຕລ ໄດ້ຂຶ້ນລາຍງານວ່າ:ການຝຶກອົບຮົມໃນຄັ້ງນີ້ແມ່ນມີຈຸດປະສົງເພື່ອພັດທະນາ ແລະ ຍົກລະດັບຜູ້ປະເມີນກໍາມະການຕັດສິນຂອງ ສຕລ ໃຫ້ກ້າວໄປສູ່ລະດັບສາກົນ, ເພື່ອຮຽນຮູ້ພາລະບົດບາດການປະຕິບັດໜ້າທີ່ຂອງຜູ້ປະເມີນກໍາມະການຕັດສິນ,ທັງເປັນການຄັດເລືອກຜູ້ທີ່ມີເງື່ອນໄຂຄົບຖ້ວນ ເພື່ອເປັນຜູ້ປະເມີນຂອງ ສຕລປະຈຳປີ 2024.
  ໃນໂອກາດກ່າວເປີດພິທີ, ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການ ສຕລ ໄດ້ກ່າວວ່າ: ການຝຶກອົບຮົມຄັ້ງນີ້ ເປັນຄັ້ງທີ່ສໍາຄັນ ຊຶ່ງວຽກງານການພັດທະນາຍົກລະດັບກຳມະການຕັດສິນເປັນວຽກທີ່ມີຄວາມທ້າທາຍ ແລະສໍາຄັນຫຼາຍ, ດັ່ງນັ້ນ ຈຶ່ງຮຽກຮ້ອງໃຫ້ທຸກທ່ານຈົ່ງເອົາໃຈໃສ່ຕັ້ງໜ້າຮຽນຮູ້ຜ່ານການຝຶກອົບຮົມຄັ້ງນີ້ ເພື່ອພັດທະນາຍົກລະດັບຕົນເອງໃຫ້ກ້າວໄປເປັນຜູ້ປະເມີນກໍາມະການຕັດສິນໃນລະດັບສາກົນ.
  ການຝຶກອົບຮົມຄັ້ງນີ້ຈະນໍາໃຊ້ເວລາ 5 ວັນ ເລີ່ມວັນທີ 22-26 ມັງກອນ 2024ຈຶ່ງຈະສິ້ນສຸດ, ເຂົ້າຮວ່ມກອງປະຊຸມນີ້,ຍັງມີທ່ານ ສົມສະນຸກ ລຽນສະຫວັນ ຮອງເລຂາທິການ ສຕລ,ທ່ານ ທອງປະເສີດ ພອນສິຣິຍະວົງ ຫົວຫ້ອງການນິຕິກຳ ສຕລ ພ້ອມດວ້ຍນັກສຳມະນາກອນທັງຫມົດ 25 ທ່ານ ເປັນຍິງ 3 ທ່ານ, ຜູ້ປະເມີນ 8 ທ່ານແລະມາຈາກຕ່າງແຂວງ 12 ທ່ານ ທີ່ມາຈາກ ສະຫະພັນບານເຕະແຫ່ງຊາດລາວ, ມະຫາວິທະຍາໄລແຫ່ງຊາດລາວ, ສະຖາບັນວິຈິດສິນແຫ່ງຊາດ, ວິທະຍາໄລເຕັກນິກປາກປາສັກ, ກົມກິລາລະດັບສູງ, ຄະນະວີທະຍາສາດການກິລາ-ກາຍະກຳ, ວິທະຍາໄລສິນລະປະສຶກສາ, ແຂວງບໍ່ແກ້ວ, ແຂວງຫຼວງນ້ຳທາ, ແຂວງອຸດົມໄຊ, ແຂວງຊຽງຂວາງ, ແຂວງຄຳມ່ວນ, ແຂວງສະຫວັນນະເຂດ, ແຂວງສາລະວັນ, ແຂວງເຊກອງ, ແຂວງຈຳປາສັກ, ແຂວງໄຊຍະບູລີ, ແຂວງຜົ້ງສາລີ ແລະ ແຂວງວຽງຈັນ.