ຝຶກອົບຮົມກຳມະການຕັດສິນຂັ້ນພື້ນຖານທີ່ເມືອງຄຳເກີດ

19/02/2024

               ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ຮ່ວມກັບ ສະຫະພັນບານເຕະແຂວງ ບໍລິຄໍາໄຊ ໄດ້ມີພິທີເປີດຝຶກອົບຮົມກຳມະການຕັດສິນຂັ້ນພື້ນຖານຂື້ນໃນຕອນເຊົ້າ ຂອງວັນທີ 19 ກຸມພາ 2024 ຢູ່ທີ່ຫ້ອງປະຊຸມ ຫ້ອງການສຶກສາທິການ ແລະ ກິລາ ເມືອງ ຄໍາເກີດ,ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ແສງທອງ ລໍມະນີ ຮອງຫົວຫນ້າຫ້ອງການສຶກສາ ແລະ ກິລາ ເມືອງຄໍາເກີດ.



              ໃນພິທີ ທ່ານ ໄຊປະເສີດ ພົງຊະນິດ ຫົວຫນ້າພະແນກກໍາມະການຕັດສິນ ສຕລໄດ້ ຂຶ້ນລາຍງານໃຫ້ຮູ້ວ່າ: ການຝຶກອົບຮົມໃນຄັ້ງນີ້ແມ່ນໂຄງການປະຈຳປີຂອງ ສະຫະພັນບານເຕະແຫ່ງຊາດລາວ, ເພື່ອເປັນການພັດທະນາທັກສະຄວາມຮູ້ຄວາມສາມາດທາງດ້ານທິດສະດີ ແລະ ການປະຕິບັດຕົວຈິງໃຫ້ແກ່ກຳມະການຕັດສິນ, ພ້ອມດຽວກັນນັ້ນ ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ກະຕິກາ ກິລາບານເຕະທີ່ມີການປັບປຸງໃໝ່ ປະຈຳປີ 2023 / 2024, ການຂຽນບົດລາຍງານຂອງກໍາມະການຕັດສິນໃຫ້ຖືກຕ້ອງຕາມຫລັກການຂອງ FIFA.


               ໃນໂອກາດກ່າວເປີດພິທີ, ທ່ານ ແສງທອງ ລໍມະນີ ໄດ້ກ່າວວ່າ: ການຝຶກອົບຮົມຄັ້ງນີ້ແມ່ນມີຄວາມສຳຄັນຕໍ່ການພັດທະນາກຳມະການຕັດສິນຢູ່ທີ່ເມືອງ ຄໍາເກີດ ເພື່ອຕອບສະໜອງໃນການແຂ່ງຂັນກິລາບານເຕະໃນຂອບເຂດຕົວເມືອງທີ່ນັບມື້ມີການຂະຫຍາຍຕົວແລະຟົດຟື້ນຂຶ້ນເລື້ອຍໆ.ແຕ່ຍ້ອນເວລາໃນການຝຶກອົບຮົມສັ້ນ,ດັ່ງນັ້ນ,ຈິ່ງຮຽກ ຮ້ອງໃຫ້ທຸກຄົນຈົ່ງເອົາໃຈໃສ່ຕັ້ງໜ້າຮຽນ,ຈົດຈຳເອົາຄວາມຮູ້ທາງທິດສະດີ ແລະ ພາກປະຕິບັດຕົວຈິງ ເພື່ອໄປຍົກລະດັບຕົນເອງໃຫ້ສູງເທົ່າທີ່ຈະສູງໄດ້.ການຝຶກອົບຮົມຄັ້ງນີ້ແມ່ນໃຊ້ເວລາ 5 ມື້ ເຊິ່ງເລີ່ມແຕ່ວັນທີ 19-23 ກຸມພາ 2024.


               ເຂົ້າຮວ່ມກອງປະຊຸມນີ້,ຍັງມີທ່ານ ຄໍາປະສົງ ໄຊຍະວົງສີ ວິຊາການພະແນກກຳມະການຕັດສິນ ສຕລ, ທ່ານ ກິຫຼ້າ ລາດຊະວົງ ວິຊາການພະແນກກຳມະການຕັດສິນ ສຕລ, ພ້ອມດວ້ຍນັກສຳມະນາກອນທັງຫມົດ 25 ທ່ານ, ຍິງ 2 ທ່ານທີ່ ມາຈາກຂອບເຂດຕົວເມືອງ ຄໍາເກີດ.