ຝຶກອົບຮົມກໍາມະການຕັດສິນຟຸດຊໍ ກຽມພ້ອມຮັບໃຊ້ການແຂ່ງຂັນ ລາວ ຟຸດຊໍລີກ 2024

28/02/2024

        ສະຫະພັນບານເຕະແຫ່ງຊາດລາວ( ສຕລ) ໄດ້ຈັດພິທີເປີດການຝຶກອົບຮົມຍົກລະດັບກຳມະການຕັດສິນ ຟຸດຊໍ ໃນຕອນເຊົ້າ ວັນທີ 28 ກຸມພາ 2024 ທີ່ຫ້ອງປະຊຸມ ສຕລ,ໂດຍໃຫ້ກຽດເຂົ້າຮ່ວມພິທີເປິດຂອງ ທ່ານ ຈັນທະວົງ ສິລິມະໂນທຳ ຮັກສາການເລຂາທິການສະຫະພັນບານເຕະແຫ່ງຊາດລາວ.

       ທ່ານ ຄຳປະສົງ ໄຊຍະວົງສີ ໄດ້ລາຍງານໃຫ້ຮູ້ວ່າ: ການຝຶກອົບຮົມໃນຄັ້ງນີ້ແມ່ນເພື່ອຈຸດປະສົງກຽມຄວາມພ້ອມໃຫ້ແກ່ການແຂ່ງຂັນລາວ ຟຸດຊໍ ລີກ 2024 ທີ່ຈະເປີດຂື້ນຢ່າງເປັນທາງການໃນວັນທີ 02 ມີນາ 2024 ນີ້. ໄລຍະການຝຶກອົບຮົມເປັນເວລາ 3 ມື້ (28 ກຸມພາ ຫາ 01 ມີນາ 2024) ຜູ້ເຂົ້າຮ່ວມ ແມ່ນຈະໄດ້ຮຽນຮູ້ທາງດ້ານກົດລະບຽບກະຕິກາໃໝ່ຂອງກິລາບານເຕະຟຸດຊໍ ທີ່ FIFAສະບັບປັບປຸງ ແລະ ມີການທົດສອບພາລະກຳລັງພ້ອມດ້ວຍ ມີການ ສອບເສັງຄວາມຮູ້ດ້ານທິດສະດີ.

       ກ່າວມີຄຳເຫັນໃນກອງປະຊຸມ,ທ່ານຈັນທະວົງ ສິລິມະໂນທຳໄດ້ຍົກໃຫ້ເຫັນຄວາມໝາຍແລະຄວາມສຳຄັນຂອງການຝຶກອົບຮົມແລະເນັ້ນໃຫ້ຜູ້ເຂົ້າຮວ່ມຕັ້ງໃຈໃນການຮຽນ,ພ້ອມປະຕິບັດລະບຽບຂອງການຮຽນໃຫ້ເຄ່ງຄັດ,ປາສຈາກຂໍ້ຜິດພາດທີ່ອາດຈະເກີດຂຶ້ນ ເພື່ອກຽມຄວາມພ້ອມຕັດສິນ ການແຂ່ງຂັນ ລາວ ຟຸດຊໍ ລີກ 2024 ທີ່ຈະເປີດຂຶ້ນໃນອາທິດນີ້ດວ້ຍຜົນສຳເລັດ.

       ເຂົ້າຮວ່ມໃນກອງປະຊຸມຍັງມີທ່ານ ໄຊປະເສີດ ພົງຊະນິດ ຫົວຫນ້າພະແນກກຳມະການຕັດສິນ ສຕລ, ທ່ານ ຄຳປະສົງ ໄຊຍະວິງ ຜູ້ຮັບຜິດຊອບກໍາມະການຕັດສິນຟຸດຊໍ ທັງເປັນຜູ້ຝຶກສອນ ພ້ອມດ້ວຍຜູ້ປະເມີນກໍາມະການຕັດສິນ ແລະ ສໍາມະນາກອນ 25 ທ່ານ.