ຄະນະນຳ ສຕລ ໂອ້ລົມນັກກິລາທີມຊາດລາວຊຸດໃຫຍ່ ກ່ອນອອກເດີນທາງເຂົ້າຮ່ວມແຂ່ງຂັນຢູ່ທີ່ປະເທດເນປານ

05/10/2023

ທ່ານ ຄຳໄພ່ ປຣະເສີດ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ທັງເປັນຄະນະນຳທີມຊາດລາວ ຊຸດໃຫຍ່ ໄດ້ໂອ້ລົມຕໍ່ຄະນະຄູຝຶກ,ນັກກິລາ ທີມຊາດລາວ ຊຸດໃຫຍ່ ໃນວັນທີ 05 ຕຸລາ 2023 ຢູ່ທີ່ຫ້ອງປະຊຸມສູນຝຶກ ສະຫນາມກິລາແຫ່ງຊາດຫຼັກ 16,ກ່ອນເດີນທາງໄປ ບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນອາຊີ (FIFA World Cup 2026 Preliminary Joint Qualification R1) ນັດທຳອິດ ຢູ່ທີ່ປະເທດເນປານ.

  ການໂອ້ລົມທ່ານ ຄຳໄພ່ ປຣະເສີດ ໄດ້ແນະນຳໃຫ້ນັກກິລາສຸມສະຕິປັນຍາ,ກຳລັງວັງຊາເຂົ້າໃນການຝຶກຊ້ອມຄັ້ງນີ້ໃຫ້ມີຄວາມກຽມພ້ອມທີ່ສຸດເຂົ້້າສູ່ການແຂ່ງຂັນ ຂໍໃຫ້ນັກກິລາຈົ່ງມີຄວາມສາມັກຄີ,ນັບຖືກົດລະບຽບໃນເວລາ ການຝຶກຊ້ອມ ແລະ ພ້ອມທັງຮຽກຮ້ອງໃຫ້ບັນດານັກກິລາໃຫ້ສູ້ສຸດຄວາມສາມາດ ພາ ທີມຊາດລາວ ຜ່ານເຂົ້າຮອບແບ່ງກຸ່ມໃຫ້ໄດ້.

  ບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນອາຊີ (FIFA World Cup 2026 Preliminary Joint Qualification R1) ມີທັງໝົດ 20 ທີມ ຈັບຄູ່ພົບກັນ 10 ຄູ່ ແຂ່ງຂັນແບບ 2 ນັດ ໄປ-ກັບ ທີມທີ່ຊະນະ ຜ່ານເຂົ້າສູ່ຮອບຄັດເລືອກ ຮອບທີ 2 ຕໍ່ໄປ.

  ທີມຊາດລາວ ພົບກັບ ທີມຊາດເນປານ ນັດທີ 1 ຈະແຂ່ງຂັນໃນວັນທີ 12 ຕຸລາ 2023 ເວລາ 18:15 ( ເວລາຢູ່ລາວ ) ຢູ່ທີ່ສະຫນາມ Dashrath Stadium, Kathmandu ປະເທດເນປານ ແລະ ວັນທີ 17 ຕຸລາ 2023 ເວລາ 19:00 ແມ່ນແຂ່ງຂັນຢູ່ສະໜາມກິລາແຫ່ງຊາດ ຫຼັກ 16 ນະຄອນຫຼວງວຽງຈັນ ສປປ ລາວ.

  ສຳລັບ 10 ທີມທີ່ຊະນະ ຮອບຄັດເລືອກ ຮອບທີ 1 ຈະເຂົ້າຄັດເລືອກ ຮອບທີ 2 ບວກກັບອີກ 26 ທີມທີ່ໄດ້ສິດລໍຖ້າອີງຕາມອັນດັບໂລກ ລວມເປັນ 36 ທີມ. ໂດຍການຄັດເລືອກຄັ້ງນີ້ ຈະມີຜົນຕໍ່ການຄັດເລືອກໄປ ເອຊຽນຄັບ ຊິງແຊ້ມອາຊີ 2027 ທີ່ຊາອຸດິອາຣາເບຍ, ທີມຊາດລາວ ຖ້າຊະນະ ທີມຊາດເນປານ ບານໂລກ 2026 ຮອບຄັດເລືອກ ຮອບທີ 1 ທະວີບອາຊີ, ໃນຮອບຄັດເລືອກ ຮອບທີ 2 ຈະຢູ່ກຸ່ມ H ຮ່ວມກັບ ສະຫະລັດ ອາຣັບ ເອມີເຣດ, ບາເຣນ ແລະ ທີມຊະນະລະຫວ່າງ ເຢເມັນ ຫລື ສຣີລັງກາ.

#FIFAWorldCup

#AsianCup2027

#LAOSNATIONALTEAM

#LAOFOOTBALLFEDERATION