ທີມຊາດລາວ U17

05/10/2022

ທີມຊາດລາວ U17 ນໍາໂດຍທ່ານ ຄຳແພງ ວົງຂັນຕີ ຮອງປະທານສະຫະພັນບານເຕະແຫ່ງຊາດລາວ(ສຕລ)ຫົວໜ້າຄະນະນໍາ, ຄະນະຄູຝຶກ ແລະ ນັກກິລາທັງໝົດ 36 ຄົນ ໄດ້ອອກເດີນທາງຈາກ ສະໜາມບິນສາກົນວັດໄຕນະຄອນ ຫຼວງວຽງຈັນເມື່ອຕອນບ່າຍຂອງວັນທີ 29 ກັນຍາ 2022 ມຸ່ງໜ້າສູ່ ປະເທດ ກຽກກີສະຖານ, ໂດຍຜ່ານສະໜາມບິນສຸວັນນະພູມ ບາງກອກ ປະເທດໄທ, ສະໜາມບິນດູໄບແລະເດີນທາງຮອດ ສະໜາມບິນສາກົນມານັດ( Manas international airport) ແຫ່ງປະເທດກຽກກີສະຖານເປັນທີ່ຮຽບຮ້ອຍແລ້ວດວ້ຍຄວາມສະຫວັດດີພາບ.

ທີ່ປະເທດ ກຽກກີສະຖານ,ທີມຊາດລາວ U17ຈະໄດ້ເຂົ້າຮ່ວມການແຂ່ງຂັນ AFC U17 Asian Cup 2023 Qualifiers ( group I ) ທີ່ຈະຈັດຂື້ນໃນລະຫວ່າງ ວັນທີ 5 ຫາ 9 ຕຸລາ 2022 ນີ້ ເຊິ່ງ ທິມຊາດລາວ U17 ຢູ່ກຸ່ມ I ຊື່ງປະກອບມີ: ISLAMIC REPUBLIC OF ILAN, HONG KONG, KYRGYZ REPUBLIC, LAOS.

ຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ

- ວັນທີ 5 ຕຸລາ 2022 ເວລາ 15:00 ອີຣານ ພົບ ລາວ

- ວັນທີ 7 ຕຸລາ 2022 ເວລາ 15:00 ລາວ ພົບ ຮົງກົງ

- ວັນທີ 9 ຕຸລາ 2022 ເວລາ 17:30 ກຽກກີສະຖານ ພົບ ລາວ

ໂດຍທຸກໆນັດແຂ່ງຂັນທີ່ສະໜາມກິລາ Dolon Omurzakov Stadium, Bishkek

#Laosusu #LaoFootballFederation

#LaoNationalTeam

#LFF