ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 17 ປີ ຜ່ານເຂົ້າຮອບສຸດທ້າຍ

10/10/2022

ທີມຊາດລາວຊາຍ ຮຸ່ນອາຍຸບໍ່ເກີນ 17 ປີ (U17) ໄດ້ສິດເຂົ້າຮອບສຸດທ້າຍ U17 ປີ ຊີງແຊ້ມອາຊີ 2023ເປັນທີ່ຮຽບຮ້ອຍແລ້ວ ພາຍຫລັງ ລົງສະຫນາມ 3 ນັດ ຊະນະ 2 ນັດຄື ຊະນະ ຮົງກົງ 5-0, ຊະນະ ກຽກກີດສະຖານ 2-1ແລະເສຍ 1 ນັດໃຫ້ ອີຣານ 0-3 ມີ 6 ຄະແນນ ເປັນອັນດັບ 2ຂອງກຸ່ມໄອ.​

ທີມຊາດລາວU17 ເປັນທິມອັນດັບສອງດີສຸດທີມທີ 6ຈາກ10ກຸ່ມ, ຮອງຈາກ ສາທາລະນະລັດເກົາຫລີ (ເກົາຫລີໃຕ້), ສປ ຈີນ, ອັຟການິສຖານ, ອິນເດຍ ແລະ ໄທ ແຕ່ຍັງບໍ່ມີເຈົ້າພາບຮອບສຸດທ້າຍ ຄາດວ່າ: AFC ຈະເລືອກໃນມໍ່ໆນີ້ ແລະ ອາດເປັນ 1 ໃນ 16 ທີມ ທີ່ຜ່ານການຄັດເລືອກຄັ້ງນີ້ ເນື່ອງຈາກ ປະເທດບາເຣນ ຖອນຕົວເປັນເຈົ້າພາບ.

ສຳລັບ ທີມທີ່ຜ່ານເຂົ້າຮອບສຸດທ້າຍ 16 ທີມປະກອບມີດັ່ງນີ້: ກຸ່ມ A : ຢີ່ປຸ່ນ, ກຸ່ມ B : ມາເລເຊຍ ,ກຸ່ມ C : ກາຕ້າ, ກຸ່ມ D : ຊາອຸດີອາຫຼັບບີ, ກຸ່ມ E : ເຢເມນ,ກຸ່ມ F :ຫວຽດນາມ, ກຸ່ມ G :ອອສະເຕເລຍ,ກຸ່ມ H : ທາຈິກິດສະຖານ,ກຸ່ມ I : ອິຣານ, ກຸ່ມ J : ອຸດເບກິສສະຖານ, ທິມຮອງແຊັ້ມ ກຸ່ມ: ສປ ຈີນ, ສ.ເກົາຫລີ,ອັຟການິສຖານ, ອິນເດຍ, ໄທ ແລະ ລາວ.​

ຮອບສຸດທ້າຍ ການແຂ່ງຂັນບານເຕະ ຊີງແຊ້ມອາຊີ 2023 ແມ່ນຈະແຂ່ງຂັນໃນລະຫວ່າງວັນທີ 3-20 ພຶດສະພາ 2023 ແຕ່ຍັງບໍ່ທັນໄດ້ລະບຸເຈົ້າພາບ ເນື່ອງຈາກປະເທດບາເຣນຖອນຕົວເປັນເຈົ້າພາບ, ທີມທີ່ໄດ້ອັນດັບ 1- 4 ແມ່ນຈະໄດ້ສິດເຂົ້າຮ່ວມ ການແຂ່ງຂັນບານເຕະໂລກU17 ຢູ່ທີ່ປະເທດເປຣູ.