ຄະນະນໍາ ສະຫະພັນບານເຕະແຫ່ງຊາດລາວ ມອບເງິນ100 ລ້ານກີບໃຫ້ທິມຊາດລາວ U17

11/10/2022

ພາຍຫຼັງທີມຊາດລາວ U17 ສ້າງປະຫວັດສາດຜ່ານເຂົ້າຮອບ16ທີມສຸດທ້າຍເປັນຄັ້ງທີ 3ໃນຮອບຫຼາຍປີໃນລາຍການແຂ່ງຂັນ AFC U17,ຄະນະນໍາສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ເຫັນດີຕົກລົງມອບເງິນຈຳນວນ100 ລ້ານກີບໃຫ້ແກ່ທີມຊາດລາວ U17, ເຊິ່ງການຕົກລົງເຫັນດີດັ່ງກ່າວໄດ້ຈັດຂື້ນໃນກອງປະຊຸມພົບລະຫວ່າງການນໍາ ສຕລ ພົບປະໂອ້ລົມກັບນັກກິລາທິມຊາດລາວ U17 ເມື່ອວັນທີ 11 ຕຸລາ 2022 ທີ່ ປະເທດໄທ.

ທ່ານ ຄຳແພງ ວົງຂັນຕີ ຮອງປະທານ ສຕລ ໃນນາມຫົວໜ້າຄະນະໄດ້ກ່າວວ່າ: ພວກເຮົາປະສົບຜົນສໍາເລັດໃນການແຂ່ງຂັນທີ່ສາມາດຜ່ານເຂົ້າຮອບ 16 ທີມສຸດທ້າຍໃນລະດັບອາຊີໃນຮອບຫຼາຍປີ ແຕ່ຈະໃຫ້ດີກວ່ານັ້ນຕ້ອງຜ່ານເຂົ້າສູ່ຮອບ 8 ທີມໃຫ້ໄດ້,ໃຫ້ນັກກິລາໝັ່ນຝຶກຊ້ອມດວ້ຍຕົນເອງໃຫ້ພັດທະນາຂື້ນໄປເລື້ອຍໆ. ຄະນະນໍາ ສຕລ ເຫັນດີຕົກລົງມອບເງິນຈໍານວນ 100 ລ້ານກີບ ເພື່ອເປັນກໍາລັງໃຈໃຫ້ຄະນະນັກກິລາຊຸດນີ້. ໃນໂອກາດດັ່ງກ່າວ ທ່ານ ດຣ ໄຊຊະນະ ທອງຄຳຈັນ ຮອງຫົວໜ້າຄະນະ ທັງເປັນຄະນະບໍລິຫານງານ ສຕລ ກໍ່ໄດ້ແນະນໍາໃຫ້ນັກກິລາເມື່ອເວລາກັບຄືນສະໂມສອນແລ້ວ ໃຫ້ເຄັ່ງຄັດໃນລະບຽບແລະໝັ່ນຝຶກຊ້ອມດ້ວຍຕົນເອງຕື່ມອີກ.

ຕອນທ້າຍຂອງການພົບປະ,ທ່ານພັນໂທ ຖາວອນ ຫຼວງຈັນດາວົງ ຮອງຫົວໜ້າຄະນະ ທັງເປັນຄະນະບໍລິຫານງານ ສຕລ ກໍ່ໄດ້ມີຄໍາເຫັນຕື່ມອີກວ່າ: ພາລະກິດເຮົາຍັງສືບຕໍ່,ບໍ່ໄດ້ສິ້ນສຸດພຽງເທົ່ານີ້,ພາຍຫຼັງກັບຄືນສູ່ສະໂມສອນຂອງຕົນເອງແລ້ວ,ແຕ່ລະຄົນຕ້ອງດຸໝັ່ນຝຶກຊ້ອມໃຫ້ຫຼາຍໆ ແລະ ເຊື່ອໝັ່ນວ່າພວກລູກຫຼານອາຍຸຍັງໜຸ່ມນ້ອຍ ຕ້ອງພັດທະນາຕົນເອງໃຫ້ກ້າວໄປກ່ວານີ້, ຈຸດອ່ອນຢູ່ບ່ອນໃດຕ້ອງໄດ້ປັບປຸງແກ້ໄຂ, ຮຽກຮ້ອງສືບຕໍ່ພາລະກິດຮັກສາມູນເຊື້ອອັນດີງາມນີ້ໄວ້ ເພື່ອພັດທະນາວົງການບານເຕະລາວໃຫ້ກ້າວຂື້ນໄປເລື້ອຍໆໃນຕໍ່ໜ້າ...

#Laosusu #LaoFootballFederation

#AFCU17