ໃນວັນທີ 24 ເມສາ 2023 ນັກກິລາທີມຊາດຍິງລາວ ຊຸດໃຫຍ່ ໄດ້ເດີນທາງມາຮອດແຂວງ ຊົນບູຣີ ປະເທດໄທ ໄດ້ຝຶກຊ້ອມຢູ່ທີ່ສະໜາມກິລາ ມະຫາວິທະຍາໄລ ພະລະສຶກສາ ຊົນບູຣີ

24/04/2023

ເພື່ອກຽມເຂົ້າຮ່ວມງານມະຫະກຳກິລາຊີເກມ ຄັ້ງທີ 32 ຢູ່ທີ່ປະເທດ ກຳປູເຈຍ, ທີມຊາດລາວ ຢູ່ຮ່ວມກຸ່ມບີ ປະກອບມີ: ກຳປູເຈຍ, ໄທ, ສິງກະໂປ.

ຕາຕະລາງ ການແຂ່ງຂັນ ບານເຕະຍິງ ຊີເກມ ຄັ້ງທີ 32

- 03/05/2023 ເວລາ 20:00 ກຳປູເຈຍ ພົບ ລາວ   ແຂ່ງຂັນຢູ່ທີ່ສະຫນາມ Smart RSN Stadium

- 06/05/2023 ເວລາ 16:00  ລາວ ພົບ ໄທ ແຂ່ງຂັນຢູ່ທີ່ສະຫນາມ Smart RSN Stadium

- 09/05/2023 ເວລາ 20:00 ສິງກະໂປ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມ ARMY Stadium