ຄະນະນັກກິລາທີມຊາດລາວເດີນທາງເຖິງປະເທດ ອິນໂດເນເຊຍ

19/06/2024

ໃນຕອນແລງວັນທີ 19 ມີຖຸນາ 2024 ຄະນະນໍາ, ຄະນະຄູຝຶກ ແລະ ນັກກິລາ ທີມຊາດລາວ U16 ເດີນທາງເຖິງເມືອງ Surakarta ປະເທດອິນໂດເນເຊຍ ເປັນທີ່ຮຽບຮ້ອຍແລ້ວ. ພ້ອມດຽວກັນນັ້ນກໍ່ໄດ້ເຂົ້າຮ່ວມຮັບຟັງການບັນຍາຍກ່ຽວກັບການສະກັດກັ້ນການລົ້ມບານຈາກ ສະຫະພັນບານເຕະອິນໂດເນເຊຍ.

ການແຂ່ງຂັນບານເຕະຊິງແຊັມອາຊຽນ ຮຸ່ນບໍ່ເກີນ 16 ປີ  ASEAN U16 Boy's Championship 2024 ໃນລະຫວ່າງວັນທີ 21 ມີຖຸນາ ຫາ 4 ກໍລະກົດ 2024 ທີ່ ປະເທດ ອິນໂດເນເຊຍ.

ການແຂ່ງຂັນລາຍການດັ່ງກ່າວມີ 12 ປະເທດເຂົ້າຮ່ວມແລະແບ່ງອອກເປັນ 3 ກຸ່ມ, ກຸ່ມລະ 4 ທີມ ຄັດເອົາອັນດັບ 1 ຂອງແຕ່ລະກຸ່ມ ຜ່ານເຂົ້າສູ່ຮອບຮອງຊະນະເລີດ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດ 1 ທີມຜ່ານເຂົ້າຮອບຮອງຊະນະເລີດ. ຜົນການຈັບສະຫລາກມີດັ່ງນີ້:

- ກຸ່ມ A : ອິນໂດເນເຊຍ ເຈົ້າພາບ, ລາວ, ຟີລິບປິນ, ສິງກະໂປ

- ກຸ່ມ B: ຫວຽດນາມ, ມຽນມາ, ກຳປູເຈຍ, ບຣູໄນ

- ກຸ່ມ C: ໄທ, ມາເລເຊຍ, ຕີມໍ ເລສເຕ ແລະ ອົສຕຣາລີ.

ຕາຕະລາງແຂ່ງຂັນທີມຊາດລາວມີດັ່ງນີ້:

- ວັນທີ 21/6/2024 ເວລາ 15:00 ລາວ ພົບ ຟີລິບປິນ

- ວັນທີ 24/6/2024 ເວລາ 15:00 ສິງກະໂປ ພົບ ລາວ

- ວັນທີ 27/6/2024 ເວລາ 19:30 ອິນໂດເນເຊຍ ເຈົ້າພາບ ພົບ ລາວ

ທັງ 3 ນັດແຂ່ງຂັນຢູ່ທີ່ສະໜາມ Manahan Stadium

#LAOFOOTBALLFEDERATION

#LAOSU16

#LAONATIONALTEAM

#ASEANU16BOYSCHAMPIONSHIP2024