ຝຶກອົບຮົມກໍາມະການຕັດສິນ ສໍາລັບການແຂ່ງຂັນບານເຕະເປບຊີລາວລີກ 1 ປີ 2022

01/03/2022

ສະຫະພັນບານເຕະແຫ່ງຊາດລາວໄດ້ ຈັດຝຶກອົບຮົມກຳມະການຕັດສິນ ເພື່ອກະກຽມຕັດສິນ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈຳປີ 2022 ທີ່ຈະເປີດສາກຂຶ້ນໃນໄວໆນີ້
ໃນຕອນເຊົ້າ ວັນອັງຄານ 01 ມີນາ 2022 ຢູ່ທີ່ຫ້ອງປະຊຸມ ສະຫະພັນບານເຕະແຫ່ງຊາດລາວ ໄດ້ຈັດຝຶກອົບຮົມກຳມະການຕັດສິນ ເພື່ອກຽມຄວາມພ້ອມຕັດສິນ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈຳປີ 2022, ເຂົ້າຮ່ວມໃນພິທີດັ່ງກ່າວໂດຍມີ ທ່ານ ໄຊປະເສີດ ພົງຊະນິດ ຫົວຫນ້າພະແນກກຳມະການຕັດສິນ ສຕລ ເປັນວິທະຍາກອນ, ທ່ານ ທອງປະເສີດ ພອນສິຣິຍະວົງ ຫົວຫນ້າຫ້ອງການນິຕິກຳ ສຕລ ເປັນວິທະຍາກອນ, ໂດຍມີຜູ້ປະເມີນກຳມະການຕັດສິນ ແລະ ນັກສຳມະກອນກຳມະການຕັດສິນ ເຂົ້າຮ່ວມທັງຫມົດ 42 ຄົນ ທີ່ມາຈາກຫລາຍພາກສ່ວນເຊັ່ນ: ສະຫະພັນບານເຕະແຫ່ງຊາດລາວ, ມະຫາວິທະຍາໄລແຫ່ງຊາດລາວ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ, ຫ້ອງການສຶກສາທິການ ແລະ ກິລາ ເມືອງ ໄຊເຊດຖາ, ມໍປາຍ ໂນນສະຫວ່າງ,ມສ ຈັນທະບູລີ, ມສ ປາດຖະໜາ, ມສ ອານຸ, ໂຄສະນາອົບຮົມສູນກາງພັກ, ມສ ຈັນທະບູລີ, ແຂວງສະຫວັນນະເຂດ, ແຂວງຫຼວງພະບາງ,ແຂວງຈຳປາສັກ, ແຂວງອຸດົມໄຊ, ແຂວງວຽງຈັນ ແລະ ແຂວງຄໍາມ່ວນ.
ທ່ານ ໄຊປະເສີດ ພົງຊະນິດ ຫົວຫນ້າພະແນກກຳມະການຕັດສິນ ສຕລ ໄດ້ກ່າວວ່າ: ‘’ການຝຶກອົບໃນຄັ້ງນີ້ກໍເພື່ອເປັນກະກຽມ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈຳປີ 2022 ຂໍໃຫ້ກຳມະການຕັດສິນ ໃຫ້ເອົາໃຈໃສ່ໃນການຝຶກອົບຮົມ ສຶກສາກົດລະບຽບທີ່ທາງຟີຟາ ປັປປຸງໃຫມ່ ໃຫ້ລະອຽດ ຮຽນຮູ້ກ່ຽວກັບກະຕິກາແຂ່ງຂັນ, ຮູ້ນໍາໃຊ້ກະຕິກາໃຫ້ຖືກຕ້ອງ ແລະ ເໝາະສົມກັບການແຂ່ງຂັນໃນແຕ່ລະນັດ’’.
ສຳລັບການຝຶກອົບກຳມະການຕັດສິນ ຈະໄດ້ດຳເນີນການຝຶກ 4 ມື້ ນັບຕັ້ງແຕ່ວັນທີ 01 - 04 ມີນາ 2022 ໂດຍນັກສຳມະກອນ ຈະໄດ້ຮຽນຮູ້ ທາງດ້ານທິດສະດີ ແລະ ການປະຕິບັດຕົວຈິງ, ແກ້ໄຂ້ປັບປຸງຂໍ້ຜິດພາດທີ່ຜ່ານມາ ພ້ອມດຽວກັນນັ້ນຈະໄດ້ມີການທົດສອບພະລະກຳລັງ ເພື່ອຄັດເລືອກກຳມະການຕັດສິນ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 2022 ໂດຍແຕ່ລະນັດຈະໃຊ້ກໍາມະການຕັດສິນທັງຫມົດ 6 ຄົນ.
ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈຳປີ 2022 ມີ ທີມເຂົ້າຮ່ວມທັງຫມົດ 7 ທີມ ປະກອບມີ :
1. ສະໂມສອນ ກິລາບານເຕະ ຊ້າງນ້ອຍ
2. ສະໂມສອນ ກິລາບານເຕະ ກອງທັບ
3. ສະໂມສອນ ກິລາບານເຕະ ວຽງຈັນ
4. ສະໂມສອນ ກິລາບານເຕະ ເອສະຣາ
5. ສະໂມສອນ ກິລາບານເຕະ ມາສເຕີ້ ເຊເວັ້ນ
6. ສະໂມສອນ ກິລາບານເຕະ ແຂວງຫຼວງພະບາງ
7. ສະໂມສອນ ກິລາບານເຕະ ແຂວງຈຳປາສັກ
#LAOLEAGUE1