ຜົນການຈັບສະຫຼາກກິລາບານເຕະໃນງານກິລາ ຊີເກມ ຄັ້ງທີ 31

06/04/2022

ວັນທີ 06 ເມສາ 2022 ຢູ່ທີ່ໂຮງແຮມ HYATT REGENCY WEST HA NOI HOTEL ນະຄອນຫລວງ ຮ່າໂນຍ ສສ ຫວຽດນາມຄະນະບໍລິຫານຈັດງານກິລາ ຊີເກມ ຄັ້ງທີ 31 ຂອງ ສສ ຫວຽດນາມ ໄດ້ຈັດພິທີຈັບສະຫລາກ ການແຂ່ງຂັນບານເຕະຊາຍ - ຍິງ ແລະ ການແຂ່ງຂັນຟຸດຊໍ ຊາຍ - ຍິງຜົນການຈັບສະຫລາກມີດັ່ງນີ່້:
ການແຂ່ງຂັນບານເຕະຍິງ ມີ ປະເທດເຂົ້າຮ່ວມຄື: ຫວຽດນາມໄທອິນໂດເນເຊຍມາເລເຊຍມຽນມາສິງກະໂປຟີລິບປິນຕີມໍ ເລສເຕລາວ ແລະ ກຳປູເຈຍ.
ກຸ່ມເອ : ຫວຽດນາມຟີລິບປິນກຳປູເຈຍ ແລະ ອິນໂດເນເຊຍ.
ກຸ່ມບີ : ໄທມຽນມາລາວ ແລະ ສິງກະໂປ
ການແຂ່ງຂັນບານເຕະຊາຍ ມີ 10 ປະເທດ ເຂົ້າຮ່ວມຄື: ຫວຽດນາມໄທອິນໂດເນເຊຍມາເລເຊຍມຽນມາສິງກະໂປຟີລິບປິນຕີມໍ ເລສເຕລາວ ແລະ ກຳປູເຈຍ.
ກຸ່ມ ເອ: ຫວຽດນາມອິນໂດເນເຊຍມຽນມາຟີລິບປິນ ແລະ ຕີມໍ ເລສເຕ.
ກຸ່ມ ບີ: ໄທມາເລເຊຍກຳປູເຈຍສິງກະໂປ ແລະ ລາວ
ຕາຕະລາງ ການແຂ່ງຂັນບານເຕະຍິງ ທີມຊາດລາວ ມີດັ່ງນີ້:
ວັນທີ 10/05/2022 ມຽນມາ ພົບ ລາວ
ວັນທີ 13/05/2022 ລາວ ພົບ ສິງກະໂປ
ວັນທີ 15/05/2022 ລາວ ພົບ ໄທ
ຕາຕະລາງ ການແຂ່ງຂັນບານເຕະຊາຍ ທີມຊາດລາວ ມີດັ່ງນີ້:
ວັນທີ 07/05/2022 ສິງກະໂປ ພົບ ລາວ
ວັນທີ 09/05/2022 ລາວ ພົບ ກຳປູເຈຍ
ວັນທີ 11/05/2022 ມາເລເຊຍ ພົບ ລາວ
ວັນທີ 16/05/2022 ລາວ ພົບ ໄທ
#Seagames2022
#LaofootballFederation
#LAOSANTIONALTEAM