ທະຫານແຂວງບໍລິຄຳໄຊມີຄະແນນນຳໃນລາວລີກ 2

10/07/2023

ຜົນການແຂ່ງຂັນບານເຕະລາວລີກ 2 ແຂວງບໍລິຄຳໄຊ ອາ​ທິດ​ທີ 5 ໄດ້​ແຂ່ງ​ຂັນວັນ​ທີ 08 ກໍ​ລະ​ກົດ 2023 ທີ່​ຜ່ານ​ມາ ສະ​ມາ​ຄົມ​ເຂີຍ​ຫຼັກ 4 ເສຍ​ໃຫ້ ໂຈ-ເຈ ຟາມ 3-4, ເມືອງ​ບໍ​ລິ​ຄັນ ເສຍ​ໃຫ້ ບໍ​ລິ​ຄຳ​ໄຊ 0-2 ແລະ ຄູ່​ສຸດ​ທ້າຍ ທະ​ຫານ​ແຂວງ​ບໍ​ລິ​ຄຳ​ໄຊ ສະ​ເຫມີ ບໍ​ລິ​ສັດ​ວັນ​ນະ​ແສງ 1-1

​ສະ​ຫລຸບ​ຕາ​ຕະ​ລາງຄະ​ແນນ​ການແຂ່ງຂັນໃນຮອບຂາໄປອັນ​ດັບໜຶ່ງແມ່ນ ທະຫານແຂວງບໍລິຄຳໄຊ ລົງສະຫນາມ 5ນັດ ຊະນະ 4 ນັດ ສະ​ເຫມີ 1 ນັດ ມີ 13 ຄະແນນ, ອັນດັບ 2 ບໍລິສັດ ວັນນະແສງ ລົງສະຫນາມ 5 ນັດ ຊະນະ 4 ນັດ ສະ​ເຫມີ 1 ນັດ ມີ 13 ຄະແນນ, ອັນດັບ 3 ບໍລິຄຳໄຊ ລົງສະຫນາມ 5 ນັດ ຊະນະ 2 ນັດ ສະເຫມີ 1 ນັດ ເສຍ 2 ນັດ ມີ 7 ຄະແນນ, ອັນດັບ 4 ໂຈ-ເຈ ຟາມ ລົງສະຫນາມ 5 ນັດ ຊະນະ 2 ນັດ ສະເຫມີ 1 ນັດ ເສຍ 2 ນັດ ມີ 7 ຄະແນນ, ອັນດັບ 5 ສະມາຄົມ ເຂີຍຫຼັກ 4 ລົງສະຫນາມ 5 ນັດ ຊະນະ 1 ນັດ ເສຍ 4 ນັດ ມີ 3 ຄະແນນ ແລະ ອັນດັບສຸດທ້າຍ ເມືອງບໍລິຄັນ ລົງສະຫນາມ 5 ນັດ ເສຍ 5 ນັດ ມີ 0 ຄະແນນ.

ສຳລັບຕາຕະລາງການແຂ່ງຂັນນັດຕໍ່​ໄປຄືຮອບຂາກັບ​ຈະມີຂຶ້ນວັນທີ 22 ກໍລະກົດ 2023 ເວລາ 09:00 ເມືອງ​ບໍ​ລິ​ຄັນ​ ພົບ ທະ​ຫານ​ແຂວງ, ເວລາ 13:00 ບໍ​ລິ​ຄຳ​ໄຊ ພົບ ເຂີຍ​ຫລັກ 4 ແລະ ຄູ່ສຸດທ້າຍ ເວລາ 15:00 ໂຈ​-ເຈ ຟາມ ພົບ ບໍ​ລິ​ສັດ ວັນ​ນະ​ແສງ ທຸກໆຄູ່ແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາ ມສ ສີທ່ານາໄຊ.

ໃນການຈັດການແຂ່ງຂັນລາວລີກ2ຂອງແຕ່ລະແຂວງ ແລະ ນະຄອນຫຼວງວຽງຈັນ ຄັ້ງນີ້,ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ໃຫ້ການ ສະຫນັບສະຫນູນງົບປະມານໃຫ້ແຕ່ລະແຂວງທີ່ຈັດການແຂ່ງຂັນລາວລີກ2ເປັນຈຳນວນເງິນ 60 ລ້ານກີບ,ສວ່ນແຂ່ງຂັນລະດັບມັດທະຍົມຕົ້ນ(ຊາຍ-ຍິງ)30ລ້ານກີບແລະລະດັບມັດທະຍົມປາຍ(ຊາຍ-ຍິງ)30ລ້ານກີບລວມໄດ້ຮັບເງິນອຸປະຖໍາຈາກສຕລໃນການແຂ່ງຂັນທັງ3ລາຍການເປັນເງິນທັງໝົດ120ລ້ານກີບຕໍ່ແຂວງ.