ທະຫານແຂວງຈຳປາສັກຊະນະລະບຽງພູ1-0ຂຶ້ນເປັນທີມນຳລີກ 2

10/07/2023

ຜົນການແຂ່ງຂັນບານເຕະລາວລີກ 2 ແຂວງຈຳປາສັກ ອາທິດທີ 12ແຂ່ງຂັນວັນທີ 07 ກໍລະກົດ 2023 ທີ່ຜ່ານມາ,ຄູ່ສຸດທ້າຍ ທະຫານແຂວງຈຳປາສັກບຽດເອົາຊະນະລະບຽງພູ 1-0ແບບວຸດວິດ ໂດຍໄດ້ປະຕູຈາກກັງສິນ ຈັນທະວົງ ໃນນາທີ 41.ສວ່ນຫົວແຊ ເສຍໃຫ້ ບາຈຽງ 0-1, ສີອຳພອນ ຊະນະ ນ້ຳດື່ມ ນາດາ 5-1, ວັນທີ 08 ກໍລະກົດ 2023 ປກສ ແຂວງຈຳປາສັກ ຊະນະ ສີລາເພັດ 3-1.

ສະຫລຸບຕາຕະລາງຄະແນນການແຂ່ງຂັນ ອັນດັບ 1 ທະຫານແຂວງຈຳປາສັກ ລົງສະຫນາມ 12 ນັດ ຊະນະ 8 ນັດ ສະເຫມີ 3 ນັດ ເສຍ 1 ນັດ ມີ 27 ແນນ, ອັນດັບ 2 ລະບຽງພູ ລົງສະຫນາມ 12 ນັດ ຊະນະ 8 ນັດ ສະເຫມີ 1 ນັດ ເສຍ 3 ນັດ ມີ 25 ຄະແນນ, ອັນດັບ 3 ບາຈຽງ ລົງສະຫນາມ 12 ນັດ ຊະນະ 7 ນັດ ສະເຫມີ 2 ນັດ ເສຍ 3 ນັດ ມີ 23 ຄະແນນ, ອັນດັບ 4 ປກສ ແຂວງຈຳປາສັກ ລົງສະຫນາມ 12 ນັດ ຊະນະ 6 ນັດ ສະເຫມີ 3 ນັດ ເສຍ 3 ນັດ ມີ 21 ຄະແນນ, ອັນດັບ 5 ສີອຳພອນ ລົງສະຫນາມ 12 ນັດ ຊະນະ 4 ນັດ ສະເຫມີ 3 ນັດ ເສຍ 5 ນັດ ມີ 15 ຄະແນນ, ອັນດັບ 6 ສີລາເພັດ ລົງສະຫນາມ 12 ນັດ ຊະນະ 3 ນັດ ສະເຫມີ 1 ນັດ ເສຍ 8 ນັດ ມີ 10 ຄະແນນ, ອັນດັບ 7 ຫົວແຊ ລົງສະຫນາມ 12 ນັດ ຊະນະ 3 ນັດ ສະເຫມີ 1 ນັດ ເສຍ 8 ນັດ ມີ 10 ຄະແນນ ແລະ ອັນດັບ ສຸທ້າຍ ນ້ຳດື່ມ ນາດາ ລົງສະຫນາມ 12 ນັດ ຊະນະ 2 ນັດ ເສຍ 10 ນັດ ມີ 6 ຄະແນນ.

ສຳລັບຕາຕະລາງການແຂ່ງຂັນນັດຕໍ່ໄປ ອາທິດ 13 ຈະມີຂຶ້ນ ວັນທີ 15 ກໍລະກົດ 2023 ເວລາ 13:30 ຫົວແຊ ພົບ ລະບຽງພູ, ເວ15:30 ສີລາເພັດ ພົບ ບາຈຽງ ແລະ ວັນທີ 16 ກໍລະກົດ 2023 ເວລາ 13:30 ປກແຂວງຈຳປາສັກ ພົບ ສີອຳພອນ, ເວ15:30 ທະຫານແຂວງຈຳປາສັກ ພົບ ນ້ຳດື່ມນາດາ ທຸກໆຄູ່ແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາແຂວງຈຳປາສັກ.

ໃນການຈັດການແຂ່ງຂັນລາວລີກ2ຂອງແຕ່ລະແຂວງ ແລະ ນະຄອນຫຼວງວຽງຈັນ ຄັ້ງນີ້,ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ໃຫ້ການສະຫນັບສະຫນູນງົບປະມານໃຫ້ແຕ່ລະແຂວງທີ່ຈັດການແຂ່ງຂັນລາວລີກ2ເປັນຈຳນວນເງິນ 60 ລ້ານກີບ,ສວ່ນແຂ່ງຂັນລະດັບມັດທະຍົມຕົ້ນ(ຊາຍ-ຍິງ)30ລ້ານກີບແລະລະດັບມັດທະຍົມປາຍ(ຊາຍ-ຍິງ)30ລ້ານກີບລວມໄດ້ຮັບເງິນອຸປະຖໍາຈາກສຕລໃນການແຂ່ງຂັນທັງ3ລາຍການເປັນເງິນທັງໝົດ120ລ້ານກີບຕໍ່ແຂວງ.