ສະໂມສອນ ກິລາບານເຕະ ຊ້າງນ້ອຍ

29/08/2022

ສະແດງຄວາມຍິນດີ ສະໂມສອນ ກິລາບານເຕະ ຊ້າງນ້ອຍ ຄວ້າແຊ້ມ ການແຂ່ງຂັນບານເຕະຊິງຂັນ ສຕລ ລາວຟອດ 2022 ໄດ້ຮັບຂັນ, ຫລຽນ ແລະ ເງິນລາງວັນ 50 ລ້ານກີບ, ອັນດັບ 2 ສະໂມສອນ ກິລາບານເຕະ ມາສເຕີ້ ເຊເວັ້ນ ໄດ້ຫລຽນ ແລະ ເງິນລາງວັນ 20 ລ້ານກີບ.
ຜູ້ຮັກສາປະຕູດີເດັ່ນ: ສໍລະສັກ ທິລະວົງ ຜູ້ຮັກສາປະຕູ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ.
ນັກກິລາດີເດັ່ນ ແລະ ຜູ້ຍິງປະຕູສູງສຸດ : ກີ້ດາວອນ ສຸວັນນີ ຈາກ ສະໂມສອນ ກິລາບານເຕະ ຊ້າງນ້ອຍ ຍິງໄດ້ 3 ປະຕູ.
ຄູຝຶກດີເດັ່ນ : ທ່ານ SATYASAGARA ສັນຊາດສິງກະໂປ ຄູຝຶກຈາກ ສະໂມສອນ ບານເຕະ ຊ້າງນ້ອຍ