ສະຫະພັນບານເຕະແຫ່ງຊາດລາວກຽມຈັດການແຂ່ງຂັນຟຸດຊໍ ລີກປະຈຳປີ 2023 ເລີ່ມ09 ກັນຍາ 2023 ເປັນຕົ້ນໄປ

07/09/2023

    ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ກຽມຈັດການແຂ່ງຂັນຟຸດຊໍ ລີກປະຈຳປີ 2023 (FUTSAL LAO LEAGUE 2023) ,ເຊິ່ງຈະເລີ່ມແຂ່ງຂັນ ໃນວັນທີ 09 ກັນຍາ ຫາ 19 ພະຈິກ 2023 ໂດຍຈະໃຊ້ສະຫນາມກິລາຟຸດຊໍ ສຕລ ເປັນສະຫນາມແຂ່ງຂັນແລະກຳນົດເອົາ 12 ທີມເຂົ້າຮ່ວມການແຂ່ງຂັນ ປະກອບມີ: ເບ ສະຫວັນ, ທີເອັມ , ມາສະດາ ຈີບີ, ບຸນມີ ເຟີນີເຈີ, ເຫນືອ - ໃຕ້, ຄິງດອມ, ຊີທີເອ ພາວເວີ້ , ເອຟເອຈເອວ, ນະຄອນຫຼວງ, ເລີບ ສະປາ, ວີເຊີນ ແລະ ອາສາ ພາວເວີ.

   ສຳລັບຮູບແບບການແຂ່ງຂັນຄັ້ງນີ້ແມ່ນແຂ່ງຂັນແບບພົບກັນຫມົດ 1 ຮອບ ເກັບຄະແນນ ລວມທັງຫມົດມີ 66 ນັດ ສະເລ່ຍ 11 ນັດ / ທີມ.

  ການແຂ່ງຂັນຟຸດຊໍ ລີກ ແມ່ນຈັດການແຂ່ງຂັນລ້າສຸດໃນປີ 2017 ໂດຍມີທັງຫມົດ 10 ທີມ ເຊິ່ງຄັ້ງດັ່ງກ່າວ ອັນດັບ 1 ແມ່ນ ສົມສະນຸກຟາມ ລົງສະຫນາມ 9 ນັດ ຊະນະ 9 ນັດ ມີ 27 ຄະແນນ ຂະນະທີ່ລາງວັນປະເພດຕ່າງໆປະກອບມີ: ລາງວັນທີມມາລະຍາດດີເດັ່ນ ແມ່ນທີມມະຫາວິທະຍາໄລວິທະຍາສຸຂະພາບ ແລະ ນັກເຕະຍິງປະຕູສູງສຸດແມ່ນ ໂຕນ້າ ບຸນມະໄລ ຈາກ ທີມ ເອັສ ທີ ທີ ເອຟຊີ ຍິງໄດ້ 54 ປະຕູ.

  ຕາຕະລາງ ການແຂ່ງຂັນໃນອາທິດທີ 1

+ ວັນເສົາ 09/09/2023

- ເວລາ 14:00 ເບ ສະຫວັນ ພົບ ທີເອັມ

- ເວລາ 16:00 ມາສະດາ ຈີບີ ພົບ ບຸນມີ ເຟີນີເຈີ

- ເວລາ 18:00 ເຫນືອ - ໃຕ້ ພົບ ຄິງດອມ

+ ວັນອາທິດ 10/09/2023

- ເວລາ 14:00 ຊີທີເອ ພາວເວີ້ ພົບ ເອຟເອຈເອວ

- ເວລາ 16:00 ນະຄອນຫຼວງ ພົບ ເລີບ ສະປາ

- ເວລາ 18:00 ວີເຊີນ ພົບ ອາສາ ພາວເວີ່.

 ແຂ່ງຂັນຢູ່ທີ່ສະຫນາມກິລາຟຸດຊໍ ສະຫະພັນບານເຕະແຫ່ງຊາດລາວ.ແຟນບານຟຸດຊໍຫ້າມພາດເລີ່ມການແຂ່ງຂັນນັບຕັ້ງແຕ່ວັນທີ 09 ກັນຍາ 2023 ເປັນຕົ້ນໄປ ເຂົ້າຊົມບໍ່ເສຍຄ່າ(Free)

 ແລະ ສາມາດຮັບຊົມ ການຖ່າຍທອດສົດໄດ້ທີ່ ເພສເຟສບຸກ LAOSFUTSALLEAGUE ,Youtube LAOFF TV

#LAOFOOTBALLFEDERATION

#LAOFUTSALLEAGUE2023