ວັນນະແສງ ຄວ້າແຊ້ມ ການແຂ່ງຂັນລາວລີກ 2 ແຂວງບໍລີຄໍາໄຊ

08/09/2023

ການແຂ່ງຂັນບານເຕະ ລາວລີກ 2 ແຂວງບໍລິຄຳໄຊ ມີ 6 ທີມເຂົ້າຮ່ວມປະກອບມີບໍລິສັດວັນນະແສງ, ທະຫານແຂວງບໍລິຄຳໄຊ, ໂຈ-ໂຈຟາມ, ບໍລິຄຳໄຊ, ສະມາຄົມເຂີຍຫລັກ 4 ແລະ ເມືອງບໍລິຄັນ,ພາຍຫຼັງໄດ້ດຳເນີນການແຂ່ງຂັນມາຕັ້ງແຕ່ວັນທີ 09 ມິຖຸູນາ 2023 ແລະໄດ້ມີພິທີປິດການແຂ່ງຂັນຢ່າງເປັນທາງການໃນວັນທີ 08 ກັນຍາ 2023.

   ຜ່ານການແຂ່ງຂັນຜົນປະກົດວ່າທິມບານເຕະບໍລິສັດວັນນະແສງຊະນະເລີດໄດ້ເປັນແຊັມພ້ອມຮັບຂັນ,ຫລຽນ ແລະ ເງິນຈຳນວນ 20 ລ້ານກີບ,ສວ່ນຮອງຊະນະເລີດແມ່ນທີມທະຫານແຂວງບໍລິຄຳໄຊໄດ້ຮັບຫລຽນ ແລະ ເງິນ ຈຳນວນ 10 ລ້ານກີບ ແລະ ຮອງຊະນະເລີດອັນດັບ 2ແມ່ນ ໂຈ-ເຈ ຟາມ ໄດ້ຮັບຫລຽນ ແລະ ເງິນຈຳນວນ 5 ລ້ານກີບ.

  ໃນການຈັດການແຂ່ງຂັນລາວລີກ2ຂອງແຕ່ລະແຂວງ ແລະ ນະຄອນຫຼວງວຽງຈັນ ຄັ້ງນີ້,ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ໃຫ້ການ ສະຫນັບສະຫນູນງົບປະມານໃຫ້ແຕ່ລະແຂວງທີ່ຈັດການແຂ່ງຂັນລາວລີກ2ເປັນຈຳນວນເງິນ 60 ລ້ານກີບ,ສວ່ນແຂ່ງຂັນລະດັບມັດທະຍົມຕົ້ນ(ຊາຍ-ຍິງ)30ລ້ານກີບແລະລະດັບມັດທະຍົມປາຍ(ຊາຍ-ຍິງ)30ລ້ານກີບລວມໄດ້ຮັບເງິນອຸປະຖໍາຈາກສຕລໃນການແຂ່ງຂັນທັງ3ລາຍການເປັນເງິນທັງໝົດ 120 ລ້ານກີບ.