ປກສແຂວງຫຼວງນ້ຳທາພົບນ້ຳທານັດສຸດທ້າຍລາວລີກ2ແຂວງຫຼວງນ້ຳທາ

26/09/2023

ການແຂ່ງຂັນບານເຕະ ລາວລີກ 2 ແຂວງຫຼວງນ້ຳທາ ແມ່ນໄດ້ເລີ້ມການແຂ່ງຂັນນັບຕັ້ງແຕ່ ວັນທີ 16 ມິຖຸນາ 2023 ເປັນຕົ້ນມາ ມີ 6 ສະໂມສອນແຂ່ງຂັນຄື : ສະໂມສອນ THE KING EVO, ສະໂມສອນ FC ເມືອງສິງ, ສະໂມສອນ MS SPORT CITY, ສະໂມສອນ ນ້ຳທາ ເອັຟຊີ, ສະໂມສອນ ທະຫານແຂວງ ແລະ ສະໂມສອນ ປກສແຂວງ ໂດຍໆທຸກໆນັດແມ່ນຈະແຂ່ງຂັນຢູ່ທີ່ສະຫນາມກິລາແຂວງຫຼວງນໍ້າທາ.

ສຳລັບມື້ສຸດທ້າຍຂອງການແຂ່ງຂັນໃນວັນທີ 28 ກັນຍາ 2023 ເວລາ 14:00 ທີ່ສະຫນາມກິລາແຂວງຫຼວງ ນໍ້າທາເປັນການພົບກັນລະຫວ່າງ ປກສ ແຂວງ ທີມນຳຕາຕະລາງຄະແນນ ພົບກັບ ທີມອັນດັບ 2ຄືນ້ຳທາ,ຫລັງຈາກຈົບການແຂ່ງຂັນຄູ່ດັ່ງກ່າວແມ່ນຈະມີພິທີມອບຂັນລາງວັນ.

  ສະຫລຸບຕາຕະລາງຄະແນນໃນປັດຈຸບັນ ອັນດັບ 1 ປກສ ແຂວງ ລົງສະຫນາມ 9 ນັດ ຊະນະ 8 ນັດ ສະເຫມີ 1 ນັດ ມີ 25 ຄະແນນ, ອັນດັບ 2 ນ້ຳທາ ລົງສະຫນາມ 9 ນັດ ຊະນະ 5 ນັດ ສະເຫມີ 3 ນັດ ເສຍ 1 ນັດ ມີ 18 ຄະແນນ, ອັນດັບ 3 ທະຫານແຂວງ ລົງສະຫນາມ 10 ນັດ ຊະນະ 3 ນັດ ສະເຫມີ 4 ນັດເສຍ 3 ນັດ ມີ 13 ຄະແນນ, ອັນດັບ 4 ເອັມເອັສສະປອດຊິຕີ້ ລົງສະຫນາມ 10 ນັດ ຊະນະ 2 ນັດ ສະເຫມີ 3 ນັດ ເສຍ 5 ນັດ ມີ 9 ຄະແນນ, ອັນດັບ 5 ເດີຄິງ ອີໂວ ລົງສະຫນາມ 10 ນັດ ຊະນະ 2 ນັດ ສະເຫມີ 3 ນັດ ເສຍ 5 ນັດ ມີ 9 ຄະແນນ ແລະ ອັນດັບສຸດທ້າຍ ເອັຟຊີ ເມືອງສິງ ລົງສະຫນາມ 10 ນັດ ຊະນະ 1 ນັດ ສະເຫມີ 2 ນັດ ເສຍ 7 ນັດ ມີ 5 ຄະແນນ, ຂະນະ ທີ່ຜູ້ຍິງປະຕູສູງສຸດ ເບີ 10 ບຸນຄຳ ອຸ່ນລະສິດ ຈາກ ສະໂມສອນ ນ້ຳທາ ເອັຟຊີ ຍິງໄດ້ 15 ປະຕູ.

ໃນການຈັດການແຂ່ງຂັນລາວລີກ2ຂອງແຕ່ລະແຂວງ ແລະ ນະຄອນຫຼວງວຽງຈັນຄັ້ງນີ້,ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ໃຫ້ການ ສະຫນັບສະຫນູນງົບປະມານໃຫ້ແຕ່ລະແຂວງທີ່ຈັດການແຂ່ງຂັນລາວລີກ2ເປັນຈຳນວນເງິນ 60 ລ້ານກີບ,ສວ່ນແຂ່ງຂັນລະດັບມັດທະຍົມຕົ້ນ(ຊາຍ-ຍິງ)30ລ້ານກີບແລະລະດັບມັດທະຍົມປາຍ(ຊາຍ-ຍິງ)30ລ້ານກີບລວມໄດ້ຮັບເງິນອຸປະຖໍາຈາກສຕລໃນການແຂ່ງຂັນທັງ3ລາຍການເປັນເງິນທັງໝົດ120ລ້ານກີບຕໍ່ແຂວງ.