ປະກາດຮັບສະຫມັກ ຄູຝຶກບານເຕະລະດັບ AFC '' B '' DIPLOMA COACHING COURSE

28/09/2023

ສະຫະພັນບານເຕະແຫ່ງຊາດລາວ ຈະໄດ້ຈັດການຝຶກອົບຮົມຄູຝຶກບານເຕະລະດັບ AFC “ B“ Coaching Certificate Course ເຊິ່ງຈະໄດ້ຈັດຂື້ນຢູ່ທີ່ ຫ້ອງການ ສະຫະພັນບານເຕະແຫ່ງຊາດລາວ(ບ້ານ ຫ້ວຍຫົງ)ນະຄອນຫຼວງວຽງຈັນ, ສປປ ລາວ,ດັ່ງລາຍລະອຽດ ແລະ ເງື່ອນໄຂດັ່ງລຸ່ມນີ້:

+ ກຳນົດການ:

ການຝຶກອົບຮົມແມ່ນຈະຈັດຂຶ້ນ 2 ໄລ​ຍະ​ຄື: 

ໃນໄລ​ຍະ​ທີ 1 ຈັດ​ຂຶ້ນ ລະຫວ່າງວັນທີ 1-10 / 11 / 2023 

ໄລ​ຍະ​ທີ 2 ໃນ​ລະ​ຫວ່າງ ວັນ​ທີ 19-28/ 02 /2024 

(ປິດຮັບສະໝັກ ວັນທີ 25/10/2023 , ຍ້ອນວ່າ ຕ້ອງສົ່ງລົງທະບຽນ ແລະ ຕາມກົດລະບຽບ ຂອງ ສະຫະພັນບານເຕະອາຊີ AFC).


+ ເງື່ອນໄຂຜູ້ເຂົ້າຮ່ວມຝຶກອົບຮົມ:

1. ບັນດາສະຫະພັນບານເຕະແຂວງ/ສະໂມສອນບານເຕະ/ມະຫາວິທະຍາໄລ/ວິທະຍາໄລ/ໂຮງຮຽນ ຫຼື ອົງການຈັດຕັ້ງຕ່າງໆສາມາດເຂົ້າ​ຮ່ວມ​ໄດ້

2. ຕ້ອງມີໃບປະກາດ AFC “ C” Certificate Coaching Course ມາກ່ອນ ຢ່າງໜ້ອຍ 1 ປີຂື້ນໄປ.

3. ປະກອບເອກະສານເຂົ້າຝຶກອົບຮົມຕາມແບບຟອມທີ່ ສຕລ, ສົ່ງໃຫ້ບໍ່ໃຫ້ກາຍ ວັນທີ 23 ຕຸລາ 2023.

4. ການຍື່ນໃບສະໝັກຕ້ອງມີ: ຟອມສະໝັກຂອງ ສຕລ, ກ໋ອບປີ້ສີ ໃບປະ

ກາດສະນີຍະບັດ ‘ຊີ’ ຄັດຕິດມາພ້ອມ.

5. ຜູ້ມີສິດເຂົ້າຝຶກອົບຮົມຕ້ອງຜ່ານການພິລະນາ, ຮັບຮອງຈາກ ສະຫະພັນບານເຕະ ອາຊີ ແລະ ສຕລ ກ່ອນ.

6. ຕ້ອງຮັບປະກັນຄວາມພ້ອມຂອງຮ່າງກາຍຕະຫຼອດການຝຶກອົບຮົມ.

7. ຕ້ອງປະຕິບັດຕາມກົດລະບຽບການຝຶກອົບຮົມຂອງ ສະຫະພັນບານເຕະ ອາຊີ ວາງອອກຢ່າງເຂັ້ມງວດ.

8. ຟັງ,ຂຽນ,ອ່ານ ພາສາອັງກິດໄດ້ຍິ່ງເປັນການດີ.


+ ຄວາມຮັບຜິດຊອບຂອງ ສຕລ:

1. ສະຖານທີ່ການຝຶກອົບຮົມ (ຫ້ອງຮຽນ ແລະ ສະໜາມຝຶກແອບ).

2. ເຄື່ອງນຸ່ງສຳລັບການຝຶກອົບຮົມຈຳນວນ 2 ຊຸດ.

3. ອາຫານຫວ່າງ, ນ້ຳດື່ມ ແລະ ນໍ້າກ້ອນ ຮັບໃຊ້ໃນການຝຶກອົບຮົມ.

4. ອາຫານທ່ຽງ ສຳລັບ ນັກສຳມະນາກອນຜູ້ທີ່ເຂົ້າຮ່ວມຝຶກອົບຮົມ.

+ ຄວາມຮັບຜິດຊອບຂອງ ຜູ້ເຂົ້າຮ່ວມຝຶກອົບຮົມ:

1. ການເດີນທາງໄປ-ກັບ ສຳລັບຜູ້ເຂົ້າຮ່ວມການຝຶກອົບຮົມ.

2. ເສຍຄ່າສະໝັກເປັນຈຳນວນເງີນ 1,500,000 ກີບ (ສຳລັບຄົນລາວ) ແລະ 1000 $ ( ສຳ​ລັ​ບ​ຄົນ​ຕ່າງ​ປະ​ເທດ ) ພາຍຫຼັງໄດ້ຖືກຄັດເລືອກໃຫ້ເຂົ້າຮ່ວມ.

3. ເກີບສຳລັບເຕະບານ,ເກີບຜ້າໃບ ແລະ ອຸປະກອນຮັບໃຊ້ສ່ວນຕົວ ເວລາເຂົ້າຮ່ວມການຝຶກອົບຮົມ.

ໝາຍເຫດ:

+ ກະລຸນາສົ່ງລາຍຊື່ ແລະ ແບບຟອມສະໝັກເຂົ້າຮ່ວມການຝຶກອົບຮົມໃຫ້ ສະຫະພັນບານເຕະແຫ່ງຊາດລາວ ກ່ອນວັນປິດຮັບສະໝັກ, ເພື່ອລົງທະບຽນ ກັບ ສະຫະພັນບານເຕະ ອາຊີ (AFC).

+ ຜູ້ສະໝັກທີ່ສົ່ງແບບຟອມເຂົ້າຮ່ວມຫຼັງຈາກວັນປິດຮັບແລ້ວແມ່ນຈະບໍ່ມີການພິຈາລະນາຢ່າງເດັດຂາດ.

+ ສົ່ງກ່ອນມີສິດກ່ອນ.

ລິ​້ງ​ດາ​ວ​ໂຫລດ​ແບບ​ຟອມ : https://drive.google.com/drive/folders/197Mr4EsEPtQSgxBXMnMHKtJV9tZzvb2F?usp=share_link    


ຕິດຕໍ່ສອບຖາມຂໍ້ມູນໄດ້ທີ່ ເບີໂທ: 

+8562097744940 ທ່ານ ສຸດທານີ ລຸນສິລິ

                                    

E mail: [email protected]


#LaoFootballFederation

#coachingCourse

#LFFTechnical