ປກສ ແຂວງ ຄວ້າແຊ້ມຫລວງນໍ້າທາ ລາວລີກ 2 ຊີງຂັນທ່ານເຈົ້າແຂວງຫລວງນໍ້າທາ ປະຈໍາປີ 2023

02/10/2023

    ການແຂ່ງຂັນບານເຕະ ລາວລີກ 2 ແຂວງຫຼວງນ້ຳທາ ແມ່ນໄດ້ເລີ່ມການແຂ່ງຂັນນັບຕັ້ງແຕ່ ວັນທີ 16 ມິຖຸນາ 2023 ເປັນຕົ້ນມາ, ມີ 6 ທີມເຂົ້າຮ່ວມແຂ່ງຂັນຄື: ທະຫານແຂວງ, ປກສ ແຂວງ, ນ້ຳທາ ເອັຟຊີ, ເອັຟຊີ ເມືອງສິງ THE KING EVO ແລະ ສະໂມສອນ MS SPORT CITY. ໂດຍໆທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາແຂວງຫຼວງນໍ້າທາ.

    ນັດສຸດທ້າຍຂອງການແຂ່ງຂັນໃນວັນທີ 28 ກັນຍາ 2023: ປກສ ແຂວງ ທີມນຳ ເອົາຊະນະ ນ້ຳທາ ທີມອັນດັບ 2 ດວ້ຍປະຕູ.4-2.

    ສະຫລຸບຕາຕະລາງຄະແນນ ອັນດັບ 1 ປກສ ແຂວງ ລົງສະຫນາມ 10 ນັດ ຊະນະ 9 ນັດ ສະເຫມີ 1 ນັດ ມີ 28 ຄະແນນ ຄວ້າແຊ້ມ ຮັບຂັນແຊ້ມ ພ້ອມເງິນລາງວັນ 10,000,000 ກີບ, ອັນດັບ 2 ນ້ຳທາ ລົງສະຫນາມ 10 ນັດ ຊະນະ 5 ນັດ ສະເຫມີ 3 ນັດ ເສຍ 2 ນັດ ມີ 18 ຄະແນນ, ອັນດັບ 3 ທະຫານແຂວງ ລົງສະຫນາມ 10 ນັດ ຊະນະ 3 ນັດ ສະເຫມີ 4 ນັດເສຍ 3 ນັດ ມີ 13 ຄະແນນ, ອັນດັບ 4 ເອັມເອັສສະປອດຊິຕີ້ ລົງສະຫນາມ 10 ນັດ ຊະນະ 2 ນັດ ສະເຫມີ 3 ນັດ ເສຍ 5 ນັດ ມີ 9 ຄະແນນ, ອັນດັບ 5 ເດີຄິງ ອີໂວ ລົງສະຫນາມ 10 ນັດ ຊະນະ 2 ນັດ ສະເຫມີ 3 ນັດ ເສຍ 5 ນັດ ມີ 9 ຄະແນນ ແລະ ອັນດັບສຸດທ້າຍ ເອັຟຊີ ເມືອງສິງ ລົງສະຫນາມ 10 ນັດ ຊະນະ 1 ນັດ ສະເຫມີ 2 ນັດ ເສຍ 7 ນັດ ມີ 5 ຄະແນນ,

     ສ່ວນລາງວັນຜູ້ຍິງປະຕູສູງສຸດ ບຸນຄຳ ອຸ່ນລະສິດ ຈາກ ນ້ຳທາ ເອັຟຊີ ຍິງໄດ້ 16 ປະຕູ, ລາງວັນນັກເຕະດີເດັ່ນ ຫນໍ່ຄໍາ ປະທຸມມາ ຈາກ ປກສ ແຂວງ ແລະ ຄູຝືກດີເດັ່ນ ທ່ານ ບຸນທັນ ຈາກ ນໍ້າທາ ເອັຟຊີ.