ຄິງດອມ ເອົາຊະນະ ຈັນທະບູລີ 2-1 ສົ່ງຜົນໃຫ້ HBT 941 ຄວ້າແຊ້ມ ນະຄອນຫລວງລີກ 2( Vientiane Capital League 2)ຢ່າງແນ່ນອນ

06/10/2023

ການແຂ່ງຂັນບານເຕະ ລາວລີກ 2 ນະຄອນຫລວງວຽງຈັນ ປະຈໍາປີ 2023 ນັດຕົກຄ້າງວັນທີ 4 ຕຸລານີ້, ຄິງດ໋ອມ ຢູໄນເຕັດ ທີມອັນດັບ 2 ພົບກັບ ຈັນທະບູລີ ທີມອັນດັບ 6 ທີ່ຍັງບໍ່ເສຍໃຫ້ທີມໃດ, ນັດນີ້ ຄິງດ໋ອມ ເປັນຝ່າຍຂຶ້ນນຳກ່ອນຈາກ ນະລິນ ຫຼວງສີສົມບັດ ນາທີ 7', ຈັນທະບູລີ ໄດ້ປະຕູຕີສະເໝີຈາກ ທິບພະຈັນ ຄຳໃບອ່ອນ ນາທີ 51', ແຕ່ ຄິງດ໋ອມ ມາໄດ້ປະຕູໄຊ ຈາກ ອານຸລັກ ວັນນະລາດ ກອງຫຼັງຈັນທະບູລີ ສະກັດເຂົ້າປະຕູຕົວເອງ ນາທີ 90', ຈົບເກມ ຄິງດ໋ອມ ເອົາຊະນະ ຈັນທະບູລີ 2-1. ສົ່ງຜົນໃຫ້ ຄິງດ໋ອມ ແຂ່ງຄົບ 22 ນັດ ມີ 44 ຄະແນນ, ສ່ວນ ຈັນທະບູລີ ເສຍເປັນນັດທຳອິດ ໃນນະຄອນຫຼວງ ລີກ 2 ຈາກການລົງສະໜາມ 16 ນັດ ຊະນະ 10 ສະເໝີ 5 ເສຍ 1 ມີ 35 ຄະແນນ ໝົດສິດລຸ້ນແຊ້ມແນ່ນອນ ໂດຍຍັງເຫຼືອການແຂ່ງຂັນນັດຕົກຄ້າງອີກ 6 ນັດ (ຖ້າຊະນະລວດ ກໍ່ຈະມີ 53 ຄະແນນ), ເພາະວ່າ ເຮັສບີທີ 941 ທີມນຳ ທີ່ມີ 54 ຄະແນນ ຄວ້າແຊ້ມແນ່ນອນແລ້ວ, ໂດຍທັງ 2 ທີມຈະພົບກັນ ໃນວັນທີ 25 ຕຸລານີ້ ເວລາ 16:30 ໂມງ.

  ສຳລັບອີກ 6 ນັດທີເຫຼືອຂອງ ຈັນທະບູລີ ພົບກັບ ທຣີນີຕີ້ ວັນທີ 7 ຕຸລາ ເວລາ 16:30 ໂມງ, ຈັນທະບູລີ ພົບກັບ ເອັສທີທີ ວັນທີ 11 ຕຸລາ ເວລາ 16:30 ໂມງ, ຈັນທະບູລີ ພົບກັບ ເມືອງຫາດ ວັນທີ 14 ຕຸລາ ເວລາ 16:30 ໂມງ, ຈັນທະບູລີ ພົບກັບ ມຊ ວັນທີ 18 ຕຸລາ ເວລາ 16:30 ໂມງ, ຈັນທະບູລີ ພົບກັບ ເຄພີເອັສ ວັນທີ 21 ຕຸລາ ເວລາ 16:30 ໂມງ ແລະ ຈັນທະບູລີ ພົບກັບ ເຮັສບີທີ 941 ວັນທີ 25 ຕຸລານີ້ ເວລາ 16:30 ໂມງ. ທຸກໆນັດແຂ່ງຢູ່ສະໜາມກິລາ ເຈົ້າອະນຸວົງ.

ສຳລັບ ການແຂ່ງຂັນບານເຕະ ລາວລີກ 2 ນະຄອນຫລວງວຽງຈັນ ປີນີ້ ມີ 12 ທີມເຂົ້າຮ່ວມ, ຮູບແບບການແຂ່ງຂັນແມ່ນພົບກັນໝົດແບບໄປ-ກັບ ທີມທີ່ເປັນແຊ້ມ ຈະໄດ້ສິດເລື່ອນຊັ້ນສູ່ລີກສູງສຸດ ປີ 2024 ແຕ່ຕ້ອງມີເງື່ອນໄຂຄົບຖວ້ນຕາມສະຫະພັນບານເຕະແຫ່ງຊາດລາວກຳນົດໄວ້.

  ໃນການຈັດການແຂ່ງຂັນລາວລີກ2ຂອງແຕ່ລະແຂວງ ແລະ ນະຄອນຫຼວງວຽງຈັນຄັ້ງນີ້,ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ໃຫ້ການ ສະຫນັບສະຫນູນງົບປະມານໃຫ້ແຕ່ລະແຂວງທີ່ຈັດການແຂ່ງຂັນລາວລີກ2ເປັນຈຳນວນເງິນ 60 ລ້ານກີບ,ສວ່ນແຂ່ງຂັນລະດັບມັດທະຍົມຕົ້ນ(ຊາຍ-ຍິງ)30ລ້ານກີບແລະລະດັບມັດທະຍົມປາຍ(ຊາຍ-ຍິງ)30ລ້ານກີບລວມໄດ້ຮັບເງິນອຸປະຖໍາຈາກສຕລໃນການແຂ່ງຂັນທັງ3ລາຍການເປັນເງິນທັງໝົດ120ລ້ານກີບຕໍ່ແຂວງ.

#VientianeCapitalLeague2

#LaoFootballFederation