ເລຂາທິການ ສຕລ ຮ່ວມບັນລະຍາຍໃນກອງປະຊູມ AFC Member Associations & Regional Associations Presidents’ and General Secretaries Conference 2023 ທີ່ປະເທດອຸດສະເບກິດສະຖານ

09/10/2023

ສະຫະພັນບານເຕະອາຊີ (AFC) ໄດ້ຈັດກອງປະຊຸມປະທານ ແລະ ເລຂາທິການ ສະຫະພັນບານເຕະ ຄັ້ງທໍາອິດ ໃນວັນທີ 7-8 ຕຸລາ 2023 ທີ່ນະຄອນຫຼວງທັດສະເກັ້ນ, ປະເທດອຸດສະເບກິດສະຖານ ໂດຍມີບັນດາປະທານ ແລະ ເລຂາທິການ ສະຫະພັນບານເຕະປະເທດສະມາຊິກ ແລະ 5 ສະຫະພັນບານເຕະພາກພື້ນ ຂອງ AFC ເຂົ້າຮ່ວມ ເຊິ່ງໄດ້ມີການບັນລະຍາຍໃນຫຼາຍຫົວຂໍ້ກ່ຽວກັບການບໍລິຫານອົງກອນກິລາບານເຕະຢ່າງມີປະສິດທິພາບ ແລະ ປະສິດທິຜົນ ຈາກຜູ້ບັນລະຍາຍທີ່ມີຄວາມສາມາດ ແລະ ປະສົບການໃນວົງການກິລາບານເຕະທົ່ວໂລກ. ໃນກອງປະຊຸມຄັ້ງນີ້ ທ່ານ ນາງ ກັນຍາ ແກ້ວມະນີ, ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ ທັງເປັນຄະນະບໍລິຫານງານ FIFA ແລະ AFC ໄດ້ຖືກຮັບເຊີນໃຫ້ເປັນໜຶ່ງໃນຜູ້ບັນລະຍາຍ ໃນຫົວຂໍ້ Shattering Barriers: Redefining Success in Women’s Football Leadership. 


ທ່ານສາມາດ ເຂົ້າເບິ່ງວີດີໂອກອງປະຊຸມຍ້ອນຫຼັງໄດ້ທີ່ລິ້ງລຸ່ມນີ້:

https://www.youtube.com/live/1M_xMBhZcyg?si=qQqo1BuQWveBqhtM