HBT 941 ຄວ້າແຊ້ມ ລາວລີກ 2 ນະຄອນຫຼວງວຽງຈັນ

06/11/2023

ຜົນການແຂ່ງຂັນເຕະບານລາວລີກ 2 ນະຄອນຫລວງວຽງຈັນ ປະຈຳປີ 2023 ນັດສຸດທ້າຍເປັນການພົບກັນລະຫວ່າງທິມHBT 941 ພົບທິມຈັນທະບູລີເມື່ອວັນທີ4ພະຈິກ2023ທີ່ສະໜາມເຈົ້າອະນຸວົງແລະຜ່ານການແຂ່ງຂັນຜົນປະກົດວ່າ ຈັນທະບູລີ ເອົາຊະນະ HBT 941 2-1,ແຕ່ຍ້ອນຄະແນນສະສົມຂອງຂອງທິມHBT 941 ດີກວ່າຈິ່ງເຮັດໃຫ້ HBT 941ຄວ້າແຊ້ມ ລາວລີກ 2 ນະຄອນຫຼວງວຽງຈັນ.ຫລັງຈາກຈົບການແຂ່ງຂັນໄດ້ມີພິທີປິດການແຂ່ງຂັນແລະມອບລາງວັນ,ໃຫ້ກຽດມອບລາງວັນໂດຍ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ແລະ ທ່ານ ເດດສົງຄາມ ທຳມະວົງ ເຈົ້າເມືອງສີສັດຕະນາກ ທັງເປັນປະທານສະຫະພັນບານເຕະນະຄອນຫຼວງວຽງຈັນ, ມີຜູ້ຕາງໜ້າບໍລິສັດ ລາວໂຕໂຢຕ້າ ບໍລິການຈຳກັດ ພ້ອມດ້ວຍຄະນະນຳ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມຢ່າງພ້ອມພຽງ.

ສຳລັບຜົນງານຂອງ HBT 941 ລົງສະໜາມ 22 ນັດ ຊະນະ 17 ນັດ, ສະເໝີ 3 ນັດ ແລະ ເສຍ 2 ນັດ ມີ 54 ຄະແນນ, ອັນດັບ 2ແມ່ນ ຈັນທະບູລີ ລົງສະໜາມ 22 ນັດ ຊະນະ 15 ນັດ, ສະເໝີ 5 ນັດ ແລະ ເສຍ 2 ນັດລວມມິ 50 ຄະແນນ,ສ່ວນທີ 3 ຄິງດອມ, ທີ 4 ເມືອງຫາດ, ທີ 5 ເຄເອັມທີ ເອັບຊີ ແລະ ທີ 6 ໄອສະປອດ ສ່ວນທີ 7 ເອັດທີທີ, ທີ 8 ມຊ, ທີ 9 ເອັດອີຊີ, ທີ 10 ຈັນສີ, ທີ 11 ທີນິຕີ ແລະ ທີ 12 ເຄພີເອັດ.

  ລາຍການນີ້ ທິມຊະນະເລີດ ໄດ້ຮັບຂັນແຊ໋ມເປັນຂັນເງິນ 1 ໜ່ວຍພ້ອມເງິນສົດ 50.000.000 ກີບ ນອກຈາກນັ້ນ ກໍຍັງມີລາງວັນຕ່າງໆ ເປັນຕົ້ນລາງວັນສຳລັບບຸກຄົນ ແລະ ທີມດີເດັ່ນອີກດ້ວຍ ໂດຍສະເພາະລາງວັນດາວຍິງສູງສຸດແມ່ນຕົກເປັນຂອງ ນິລິນ ຫຼວງສີສົມບັດ ກອງໜ້າຈາກສະໂມສອນ ໄອສະປອດ ຍິງຄົນດຽວເກືອບ 30 ປະຕູ ໄດ້ຮັບເກີບຄຳ ແລະ ເງິນສົດ 1,5 ລ້ານກີບ, ດາວພະຫັດ ກ່ຳກາຊົມພູ ຈາກ ເຄເອັມທີ ໄດ້ຮັບລາງວັນນັກກິລາດີເດັ່ນ ໄດ້ຮັບເງິນສົດ 1,5 ລ້ານກີບ.ການແຂ່ງຂັນເຕະບານລາວລີກ 2 ນະຄອນຫລວງວຽງຈັນ ປະຈຳປີ 2023ໄດ້ເລີ່ມຕັ້ງແຕ່ວັນທີ 27 ພືດສະພາ 2023 ແລະມາຮອດວັນທີ 04 ພະຈິກ 2023ໄດ້ປິດພິທີການແຂ່ງຂັນຢ່າງເປັນທາງການດວ້ຍຜົນສຳເລັດ.

ໃນການຈັດການແຂ່ງຂັນລາວລີກ2ຂອງແຕ່ລະແຂວງ ແລະ ນະຄອນຫຼວງວຽງຈັນຄັ້ງນີ້,ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ໃຫ້ການສະຫນັບສະຫນູນງົບປະມານໃຫ້ແຕ່ລະແຂວງທີ່ຈັດການແຂ່ງຂັນລາວລີກ2ເປັນຈຳນວນເງິນ 60 ລ້ານກີບ,ສວ່ນການແຂ່ງຂັນລະດັບມັດທະຍົມຕົ້ນ(ຊາຍ-ຍິງ)30ລ້ານກີບແລະລະດັບມັດທະຍົມປາຍ(ຊາຍ-ຍິງ)30ລ້ານກີບລວມໄດ້ຮັບເງິນອຸປະຖໍາຈາກສຕລໃນການແຂ່ງຂັນທັງ3ລາຍການເປັນເງິນທັງໝົດ120ລ້ານກີບຕໍ່ແຂວງ.