ສຸດມັນ ເບ ສະຫວັນ ສະເໝີ ເໜືອ-ໃຕ້ 2-2 ສົ່ງຜົນໃຫ້ ເບສະຫວັນ ມີ 28 ຄະແນນ ຈາກ 10 ນັດ ໄດ້ເປັນແຊັມ ລາວ ຟຸດຊໍ ລີກ 2023 ເປັນທີ່ແນ່ນອນແລ້ວ

13/11/2023

   ວັນທີ 12 ພະຈິກ 2023 ການແຂ່ງຂັນ ລາວ ຟຸດຊໍ ລີກ 2023 ຢູ່ທີ່ສະຫນາມຟຸດຊໍ ສະຫະພັນບານເຕະແຫ່ງຊາດລາວ, ຄູ່ສຸດທ້າຍຂອງການແຂ່ງຂັນ ທີມຫົວແຖວຕາຕະລາງອັນດັບທີ 3 ເໜືອ-ໃຕ້ ພົບ ທີມຈ່າຝູງ ເບສະຫວັນ ເອັບຊີ ມີກອງເຊຍເຂົ້າຮ່ວມຊົມ-ເຊຍ ຢ່າງຄັບຄາໜາແໜ້ນຜ່ານການແຂ່ງຂັນຜົນປະກົດວ່າ ເຫນືອ - ໃຕ້ ສະເຫມີ ເບສະຫວັນ 2-2 ໂດຍ ເຫນືອ - ໃຕ້ ໄດ້ປະຕູຂຶ້ນນຳກ່ອນ 2-0 ຈາກ ເບີ 4 ກະຕ່າຍ ອິນຊີລິ ນາທີ 14’, 33’ ແລະ ເບສະຫວັນ ມາຕີສະເຫມີ 2-2 ຈາກ ເບີ 7 ຄຳຜາ ພິພັກຂະວົງ ນາທີ 32’, ເບີ 9 ສຸລິຈັນ ພະສະແຫວງ ນາທີ 33’.

  ສຳລັບຜົນງານຂອງ ເບ ສະຫວັນ ລົງສະໜາມນັດທີ 10 ຊະນະ 9 ນັດ ແລະ ສະເໝີ 1 ນັດ ລວມມີ 28 ຄະແນນ ເປັນທີມດຽວທີ່ສ້າງສະຖິຕິບໍ່ເສຍໃຫ້ທີມໃດຈັກນັດ ໄດ້ຍົກຂັນແຊັມລາຍການນີ້ເປັນທີ່ແນນອນແລ້ວ ເຖິງຈະຍັງເຫຼືອພຽງ 1 ນັດກໍຕາມ.

   ທີມເເຊ້ມປີນີ້ຈະໄດ້ຮັບຂັນແຊ້ມ 1 ໜ່ວຍ ພ້ອມຫຼຽນຊະນະເລີດ ເເລະ ເງິນລາງວັນ ຈຳນວນ 20.000.000ກີບ, ອັນດັບ 2 ໄດ້ຮັບເງິນລາງວັນ ຈຳນວນ 15.000.000ກີບ, ອັນດັບ 3 ໄດ້ຮັບເງິນລາງວັນ  ຈຳນວນ 10.000.000ກີບ.

ນອກຈາກນັ້ນ,ຍັງມີລາງວັນດາວຍິງສູງສຸດ,ຜູ້ຮັກສາປະຕູດີເດັ່ນ,ນັກກິລາດີເດັ່ນ ເເລະ ຄູຝຶກດີເດັ່ນ ລາຍການດັ່ງກ່າວມີ 12 ສະໂມສອນເຂົ້າຮ່ວມ ແຂ່ງຂັນລະບົບແບບລີກ ມີແຕ່ຮອບຂາໄປ ບໍ່ມີຮອບຂາກັບ, ແຟນບານຫ້າມພາດໃນອາທິດນີ້ ຟຸດຊໍ ລາວລີກ 2023 ຈະເປັນແຂ່ງຂັນໃນອາທິດສຸດທ້າຍ ວັນເສົາ 18/11/2023 ເວລາ 14:00 ເຫນືອ - ໃຕ້ ພົບ ທີເອັມ, ເວລາ 16:00 ວີເຊີນ ພົບ ເອັຟເອຈແອວ , ເວລາ 18:00 ອາສາ ພາວເວີ້ ພົບ ເລີບ - ສະປາ, ວັນອາທິດ 19/11/2023 ເວລາ 14:00 ຊີທີເອ ພາວເວີ້ ພົບ ບຸນມີ ເຟີນີເຈີ, ເວລາ 16:00 ນະຄອນຫຼວງ ພົບ ຄິງດອມ, ເວລາ 18:00 ເບສະຫວັນ ພົບ ມາສະດາ ຈີບີ.

ຫຼັງຈາກຈົບການແຂ່ງຂັນນັດສຸດທ້າຍຈະມີພິທີມອບຂັນຊະນະເລີດ ໃຫ້ກັບທີມຊະນະເລີດ ແລະ ລາງວັນຕ່າງໆ ເຊີນຊວນແຟນບານເຂົ້າຮ່ວມຮັບຊົມການແຂ່ງຂັນໃນນັດສຸດທ້າຍນີ້ດວ້ຍ.ເຂົ້າຊົມFREE