ສຸດມັນນັດສຸດທ້າຍ ເບ ສະຫວັນ ສະເຫມີ ມາສະດາ ຈີບີ 4-4, ເບສະຫວັນ ຄວ້າແຊ້ມ ລາວ ຟຸດຊໍ ລີກ 2023 ຢ່າງສົມກຽດບໍ່ເສຍໃຫ້ທີມໃດ

19/11/2023

ວັນທີ 19 ພະຈິກ 2023 ການແຂ່ງຂັນ ລາວ ຟຸດຊໍ ລີກ 2023 ຢູ່ທີ່ສະຫນາມຟຸດຊໍ ສະຫະພັນບານເຕະແຫ່ງຊາດລາວ, ຄູ່ສຸດທ້າຍຂອງການແຂ່ງຂັນ ເບສະຫວັນ ທີມນຳ ພົບກັບ ມາສະດາ ຈີບີ ທີມອັນດັບ 6 ເຊິ່ງນັດດັ່ງກ່າວມີ ກອງເຊຍເຂົ້າຮ່ວມຊົມ-ເຊຍ ຢ່າງຄັບຄາໜາແໜ້ນຜ່ານການແຂ່ງຂັນຜົນປະກົດວ່າ ເບສະຫວັນ  ສະເຫມີ ມາສະດາ ຈີບີ 4-4, ເບສະຫວັນ ໄດ້ປະຕູຈາກ: ເບີ 20 ວັນນະສອນ ລໍາໄຊ ນາທີ 15’,23’, ເບີ 9 ສຸລິຈັນ ພະສະແຫວງ ນາທີ 17’, 29’, ເບີ 7 ຄຳຜາ ພິພັກຂະວົງ ນາທີ 20’ ( OG ) ແລະ ມາສະດາ ຈີບີ ໄດ້ປະຕູຈາກ: ເບີ 6 ຄຸນສົມບັດ ພົມມະໄຊ ນາທີ 11’, ເບີ 13 ລັດສະຫມີ ບູລົມ ນາທີ 33’ ແລະ ເບີ 17 ຈັກກະວານ ມະນີວົງ ນາທີ 40’ ການແຂ່ງຂັນ ລາວ ຟຸດຊໍລີກ 2023 ແມ່ນໄດ້ດຳເນີນການແຂ່ງຂັນມານັບຕັ້ງແຕ່ ວັນທີ 09 ກັນຍາ 2023 ໂດຍມີທີມເຂົ້າຮ່ວມທັງຫມົດ 12 ທີມ ແຂ່ງຂັນລະບົບແບບລີກ ມີແຕ່ຮອບຂາໄປ ບໍ່ມີຮອບຂາກັບ.

 ສະຫລຸບ ຜົນການແຂ່ງຂັນສາມາດສະຫລຸບອັນດັບ ໄດ້ດັ່ງລຸ່ມນີ້໊: ຊະນະເລີດ ເບສະຫວັນ ລົງສະຫນາມ 11 ນັດ ຊະນະ 9 ນັດ ສະເຫມີ 2 ນັດ ມີ 31 ຄະແນນ ເປັນທີມດຽວທີ່ສ້າງສະຖິຕິບໍ່ເສຍໃຫ້ທີມໃດຈັກນັດ ໄດ້ຮັບຂັນແຊັມ 1 ໜ່ວຍ ພ້ອມຫຼຽນຊະນະເລີດ ເເລະ ເງິນລາງວັນ ຈຳນວນ 20.000.000ກີບ, ຮອງຊະນະເລີດ ຄິງດ້ອມ ໄດ້ຮັບເງິນລາງວັນ ຈຳນວນ 15.000.000 ກີບ ລົງສະຫນາມ 11 ນັດ ຊະນະ 9 ນັດ ສະເຫມີ 1 ນັດ ເສຍ 1 ນັດ ມີ 28 ຄະແນນ, ຮອງຊະນະເລີດ ອັນດັບ 2 ເຫນືອ - ໃຕ້ ໄດ້ຮັບເງິນລາງວັນ 10.000.000 ກີບ ລົງສະຫນາມ 11 ນັດ ຊະນະ 7 ນັດ ສະເຫມີ 2 ນັດ ເສຍ 2 ນັດ ມີ 23 ຄະແນນ,ອັນດັບ 4 ບຸນມີ ເຟີນີເຈີ ລົງສະຫນາມ 11 ນັດ ຊະນະ 6 ນັດ ສະເຫມີ 2 ນັດ ເສຍ 3 ນັດ ມີ 20 ຄະແນນ, ອັນດັບ 5 ມາສະດາ ຈີບີ ລົງສະຫນາມ 11 ນັດ ຊະນະ 5 ນັດ ສະເຫມີ 2 ນັດ ເສຍ 5 ນັດ ມີ 17 ຄະແນນ, ອັນດັບ 6 ທີເອັມ ລົງສະຫນາມ 11 ນັດ ຊະນະ 5 ນັດ ສະເຫມີ 1 ນັດ ເສຍ 5 ນັດ ມີ 16 ຄະແນນ, ອັນດັບ 7 ວີເຊີນ ລົງສະຫນາມ 11 ນັດ ຊະນະ 5 ນັດ ສະເຫມີ 1 ນັດ ເສຍ 5 ນັດ ມີ 16 ຄະແນນ, ອັນດັບ 8 ນະຄອນຫຼວງ ລົງສະຫນາມ 11 ນັດ ຊະນະ 5 ນັດ ເສຍ 6 ນັດ ມີ 15 ຄະແນນ, ອັນດັບ 9 ເລີບສະປາ ລົງສະຫນາມ 11 ນັດ ຊະນະ 4 ນັດ ສະເຫມີ 1 ນັດ ເສຍ 6 ນັດ ມີ 13 ຄະແນນ, ອັນດັບ 10 ອາສາ ພາວເວີ້ ລົງສະຫນາມ 11 ນັດ ຊະນະ 3 ນັດ ເສຍ 8 ນັດ ມີ 9 ຄະແນນ, ອັນດັບ 11 ຊີທີເອ ພາວເວີ້ ລົງສະຫນາມ 11 ນັດ ຊະນະ 2 ນັດ ເສຍ 9 ນັດ ມີ 6 ຄະແນນ, ອັນດັບ 12 ເອັຟເອຈເອວ ລົງສະຫນາມ 11 ນັດ ເສຍ 11 ນັດ ມີ 0 ຄະແນນ.

  ນອກຈາກນັ້ນ,ລາງວັນຜູ້ຍິງປະຕູສູງສຸດ ຕົກເປັນຂອງ ໂຕນ່າ ບຸນມາໄລ ຈາກ ຄິງດ້ອມ ລົງສະຫນາມ 11 ນັດ ຍິງໄດ້ 42 ປະຕູ,ຜູ້ຮັກສາປະຕູດີເດັ່ນ ລັດຕະກອນ ແກ້ວບົວ ຈາກ ເຫນືອ - ໃຕ້ ລົງສະຫນາມ 11 ນັດ ເສຍ 31 ປະຕູ ຍິງໄດ້ 3 ປະຕູ, ນັກກິລາດີເດັ່ນ ສະຫລັດ ວິໄລພັນ ຈາກ ເລີບ ສະປາ ລົງສະຫນາມ 11 ນັດ ຍິງໄດ້ 38 ປະຕູ ແລະ ຄູຝຶກດີເດັ່ນ ອຳໄພວັນ ຈັນທະລາວົງ ຈາກ ເບສະຫວັນ.

  ເຂົ້າຮ່ວມພິີທີມອບລາງວັນໂດຍມີທ່ານ ຄຳໄພ່ ປຣະເສີດ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ ທັງເປັນຫົວຫນ້າອະນຸກຳມະການຈັດການແຂ່ງຂັນ, ທ່ານ ປອ ບຸນຍູ້ ສີສານ ຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ຈັນທະວົງ ສິລິມະໂນທຳ ຮອງເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ສັນຕິກອນ ແສງດາລາ ຫົວຫນ້າພະແນກຈັດການແຂ່ງຂັນ ສຕລ ພ້ອມດ້ວຍແຂກຖືກເຊີນ, ແຟນບານຟຸດຊໍ ແລະ ສື່ມວນຊົນ ເຂົ້າຮ່ວມ.