ຄອນສະຫວັນ ແກ້ວຫນູຈັນ ຖືກຄັດເລືອກເປັນນັກກິລາດີເດັ່ນ ສະຖາບັນ ROME CITY INSTITUTE ປະເທດອີຕາລີ

24/11/2023

ຄອນສະຫວັນ ແກ້ວຫນູຈັນ ( ແຈັກກີ້ ) ກອງກາງທີມຊາດລາວU23 ໄດ້ຖືກຄັດເລືອກເປັນນັກກິລາດີເດັ່ນ ຂອງສະຖາບັນ ROME CITY INSTITUTE ປະເທດອີຕາລີ ເຊິ່ງພາທີມຄວ້າແຊ້ມ ການແຂ່ງຂັນ 2023 ECL MEN’S SOCCER ເຊິ່ງນັດຊີງຊະນະເລີດ ຄອນສະຫວັນ ຍິງໄດ້ 1 ປະຕູ, ພ້ອມດຽວກັນນັ້ນຍັງຜ່ານການຄັດເລືອກ ແລະ ເຊັນສັນຍາ ເປັນນັກກິລາ U19 ແລະເປັນນັກກິລາທິມ ຊຸດໃຫຍ່ ຂອງ ສະໂມສອນ Tor di Quintoຢູ່ອີຕາລີ ເປັນທີ່ຮຽບຮ້ອຍ.

  ກ່ອນຫນ້ານັ້ນ ຄອນສະຫວັນ (ແຈັກກີ້) ໄດ້ເຄີຍໄປຝຶກຊ້ອມຢູ່ສູນຝຶກກິລາບານເຕະ ຢູ່ປະເທດຝຣັ່ງ ແຕ່ປີ 2018 ຫາປີ 2020 ໂດຍສັງກັດ ທີມ U15 ແລະ U16 ຂອງສະໂມສອນ AS Cannes ແລະ ສະໂມສອນ AS Monaco ແຂ່ງຂັນໃນລາຍການ Regional French Championship, ປີ 2022 - 2023 ຫລິ້ນໃຫ້ກັບ (ສະໂມສອນ ໂຣມ ຊີຕີ້ ເອັສຊີ Rome City SC) ແລະ ໄລຍະພັກແລ້ງປີ 2023 ແມ່ນຫລິ້ນໃຫ້ກັບ ສະໂມສອນ ຊ້າງນ້ອຍ, ສ່ວນການຕິດທີມຊາດລາວ ແມ່ນໄດ້ເລີ້ມມາຕັ້ງແຕ່ຊຸດເຍົາວະຊົນ U15 (2018), U16 (2019), U19 ປີ (2020), U23 ( 2022) ແລະ U19 ປີ ( 2022 ) ຊຸດໄດ້ອັນດັບ 2 ຊີງແຊ້ມອາຊຽນ, U20 ( 2022 ) ແລະ ທີມຊາດລາວU23 (2023 ).