ບຸກຄະລາກອນ ສຕລ ສຳເລັດການເຂົ້າຮ່ວມຈັດການແຂ່ງຂັນ ບານເຕະຊີງແຊ້ມອາຊີ 2023

13/02/2024

ການແຂ່ງຂັນບານເຕະ ຊີງແຊ້ມອາຊີ 2023 ຢູ່ທີ່ປະເທດກາຕ້າ ໄດ້ສຳເລັດລົງຢ່າງຈົບງາມ ທີມຊະນະເລີດເປັນຂອງ ທີມຊາດກາຕ້າ ສ້າງປະຫວັດສາດເປັນທີມທີ 5 ຂອງທະວີບ ສາມາດປ້ອງກັນແຊ້ມ ເອຊຽນຄັບ ຕໍ່ຈາກ ສາທາລະນະລັດເກົາຫລີ, ອີຣານ, ຊາອຸດິອາຣາເບຍ ແລະ ຍີ່ປຸ່ນ.

ສຳລັບ ການແຂ່ງຂັນບານເຕະ ຊີງແຊ້ມອາຊີ 2023 ຢູ່ທີ່ປະເທດກາຕ້າ ມີບຸກຄະລາກອນ ຈາກ ສະຫະພັນບານເຕະແຫ່ງຊາດລາວ ເຂົ້າຮ່ວມ 1 ທ່ານ ກໍ່ຄືທ່ານ ສັນຕິກອນ ແສງດາລາ ຫົວໜ້າພະແນກຈັດການແຂ່ງຂັນ ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ຖືກຄັດເລືອກຈາກ ສະຫະພັນບານເຕະອາຊີ ເຂົ້າຮ່ວມເຮັດວຽກຈັດການແຂ່ງຂັນເປັນເວລາ 1 ເດືອນ ດວ້ຍຜົນສຳເລັດຢ່າງຈົບງາມ.

ພາຍຫຼັງສຳເລັດພາລະກິດໃນການເຂົ້າຮວ່ມຈັດການແຂ່ງຂັນ ທ່ານ ສັນຕິກອນ ແສງດາລາ ໄດ້ໃຫ້ສຳພາດວ່າ: ໃນການເຂົ້າຮ່ວມເຮັດໜ້າທີ່ຜູ້ຊ່ວຍຝ່າຍດຳເນີນການຈັດການແຂ່ງຂັນ (Tournament Delivery Assistant) ບານເຕະຊີງແຊ້ມອາຊີ 2023 ທີ່ປະເທດກາຕ້າຄັ້ງນີ້, ຕົນເອງໄດ້ຮຽນຮູ້ ແລະ ໄດ້ຮັບປະສົບການທີ່ເປັນປະໂຫຍດຫຼາຍຢ່າງເຊັ່ນການຮຽນຮູ້ລະບົບການກະກຽມແຜນຈັດການແຂ່ງຂັນໃນພາບລວມທີ່ມີຫຼາຍໆໜ້າທີ່ກ່ຽວພັນກັບການຈັດການແຂ່ງຂັນໃນແຕ່ລະສະໜາມແຂ່ງຂັນ, ລວມທັງທີ່ພັກ, ການເດີນທາງ, ການຝຶກຊ້ອມ, ເຄື່ອນໄຫວກິດຈະກຳສື່ມວນຊົນ, ການຕະຫຼາດ ແລະ ກິດຈະກຳອື່ນໆທີ່ກ່ຽວພັນກັບການແຂ່ງຂັນຂອງພາກສ່ວນຕ່າງໆທີ່ເຂົ້າຮ່ວມການແຂ່ງຂັນ. ນອກ ຈາກນັ້ນ ຍັງໄດ້ຮັບປະສົບການໃນການເຮັດວຽກຮ່ວມກັບບຸກຄະລາກອນປະເທດເຈົ້າພາບທີ່ມີຄວາມເປັນມືອາຊີບ ແລະ ມີຄຸນນະພາບ. ຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ເປັນຕົວແທນຈາກປະເທດລາວ ປະກອບສ່ວນຄວາມຮູ້ຄວາມສາມາດຂອງຕົນເຂົ້າໃນການຈັດການແຂ່ງຂັນລາຍການທີ່ໃຫຍ່ ແລະ ມີຄວາມສຳຄັນທີ່ສຸດໃນທະວີບອາຊີກໍ່ຄືການແຂ່ງຂັນບານເຕະ ຊີງແຊ້ມອາຊີ 2023 ທີ່ປະເທດກາຕ້າໃນຄັ້ງນີ້.

ທ່ານ ສັນຕິກອນ ແສງດາລາ ຍັງໄດ້ສະແດງຄວາມຂອບໃຈມາຍັງການນຳ ສຕລ ທີ່ເປີດໃຫ້ໂອກາດໃຫ້ຕົນເອງໄດ້ເຂົ້າຮ່ວມຈັດການແຂ່ງຂັນຄັ້ງນີ້ ແລະ ພ້ອມຈະນຳເອົາຄວາມຮູ້ໃນການຮຽນ ເພື່ອພັດທະນາວຽກງານບານເຕະພາຍໃນລາວໃຫ້ມີການພັດທະນາຢ່າງເປັນຮູບປະທຳຂື້ນໄປເລື້ອຍໆ. ຫວັງຢ່າງຍິ່ງວ່າໃນອະນາຄົດຈະມີບຸກຄະລາກອນຈາກ ສປປ ລາວ ຖືກຄັດເລືອກໃຫ້ເຂົ້າຮ່ວມປະຕິບັດໜ້າທີ່ໃນແຕ່ລະໜ້າວຽກຂອງການຈັດການແຂ່ງຂັນຂອງລາຍການແຂ່ງຂັນຕ່າງໆຂອງທະວີບອາຊີເພີ່ມຂື້ນໃນອະນາຄົດ.

ປະຫວັດຂອງທ່ານ ສັນຕິກອນ ໃນການກ້າວເຂົ້າມາສູ່ວົງການບານເຕະ ແລະ ເຮັດວຽກຢູ່ ສຕລ ມີດັ່ງນີ້:
2014: ອາສາສະໝັກຮັບໃຊ້ການຈັດການແຂ່ງຂັນບານເຕະ ຊູຊູກິ ຄັບ ຮອບຄັດເລືອກ ທີ່ ສປປລາວ
2015: ອາສາສະໝັກຮັບໃຊ້ການຈັດການແຂ່ງຂັນບານເຕະ U19 ຊີງແຊ້ມອາຊີຮອບຄັດເລືອກ, ບານໂລກຮອບຄັດເລືອກ, ບານເຕະ AFC CUP ແລະ ເຂົ້າວຽກເປັນພະນັກງານສົມບູນໃນທ້າຍປີ 2015.
2016-2018: ສັງກັດຢູ່ຝ່າຍພົວພັນຕ່າງປະເທດຂອງ ສຕລ ແລະ ຜູ້ຈັດການທີມຊາດລຸ້ນ U23 ແລະ ຊຸດໃຫຍ່
2018-2022: ຮັບໜ້າທີ່ເປັນຮອງຫົວໜ້າພະແນກຈັດການແຂ່ງຂັນ
2022-ປັດຈຸບັນ: ຮັບໜ້າທີ່ຫົວໜ້າພະແນກຈັດການແຂ່ງຂັນ