ສຳເລັດກອງ​ປະ​ຊຸມ​ໃຫຍ່ສະ​ຫະ​ພັນ​ບານ​ເຕະ​ແຫ່ງ​ຊາດ​ລາວ ປະ​ຈຳ​ປີ 2024 ທ່ານ ວີເພັດ ສີຫາຈັກຣ ຖືກຄັດເລືອກເປັນປະທານ ສຕລ ອີກຄັ້ງໃໝ່

24/02/2024

             ກອງປະຊຸມໃຫຍ່ ສະຫະພັນບານເຕະແຫ່ງຊາດລາວ ປະຈຳປີ 2024 ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 24 ກຸມພາ 2024 ທີ່ ໂຮງແຮມລາວພລາຊາແລະອັດລົງໃນວັນດຽວກັນດວ້ຍຜົນສຳເລັດ,ໂດຍໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ສົມສະຫວາດ ເລັ່ງສະຫວັດ ປະທານກິຕິມະສັກ ສຕລ, ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ວີເພັດ ສີຫາຈັກຣ ປະທານ ສຕລ ພ້ອມດ້ວຍຄະນະບໍລີຫານງານສຕລ, ຕົວແທນຈາກ ສະຫະພັນບານເຕະນາໆຊາດFIFA, ຕົວແທນຈາກສະຫະພັນບານເຕະອາຊີAFC, ຕົວແທນ ສະຫະພັນບານເຕະອາຊຽນAFF ພ້ອມດ້ວຍຜູ້ຕາງໜ້າສະຫະພັນບານເຕະແຂວງຈາກ17 ແຂວງແລະສະໂມສອນ ລາວລີກ1ເຂົ້າຮ່ວມ.

             ໃນກອງປະຊຸມ,ຜູ້ແທນໄດ້ຮັບຮອງເອົາບົດບັນທຶກກອງປະຊຸມສະໄໝສາມັນ ສຕລປະຈຳປີ2023ແລະເລືອກຕັ້ງເອົາຄະນະບໍລິຫານງານສຕລຊຸດໃໝ່,ວາລະ4ປີ(2024-2028).ໃນນັ້ນ,ທ່ານ ວີເພັດ ສີຫາຈັກຣ ຖືກຄັດເລືອກໃຫ້ເປັນປະທານ ສຕລ ອີກຄັ້ງໃໝ່ແລະປະກອບມີຮອງປະທານ4ທ່ານຄືທ່ານ ປະສາດໄຊ ພິລາພັນເດດ, ທ່ານ ຄໍາໄພ ປະເສີດ, ທ່ານ ຄໍາແພງ ວົງຂັນຕີ ແລະ ທ່ານ ນາງ ກັນຍາ ແກ້ວມະນີ(ຜູ້ໃໝ່) ແລະຄະນະກໍາມະການບໍລິຫານງານ ສຕລ ປະກອບມີ 6 ທ່ານຄື: ທ່ານ ດຣ.ໄຊຊະນະ ທອງຄໍາຈັນ, ທ່ານ ປອ. ບຸນຍູ້ ສີສານ, ທ່ານ ນາງ ພູໄຊ ແພງພົງ, ທ່ານ ພັນໂທ ຖາວອນ ຫຼວງຈັນດາວົງ, ທ່ານ ແກ້ວລັດຕະນະ ສີຫາວົງ (ຜູ້ໃໝ່)ແລະ ທ່ານ ຄໍລະເດດ ພອນພະຈັນ(ຜູ້ໃໝ່).


           ໂອກາດກ່າວຮັບໜ້າທີ່ໃໝ່,ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວໄດ້ຮຽກຮ້ອງໃຫ້ ຄະນະບໍລິຫານງານ ສຕລ ຊຸດໃໝ່ຈົ່ງສາມັກຄີກັນແຫນ້ນ, ຈັດຕັ້ງປະຕິບັດບັນດາທິດທາງແຜນການທີ່ໄດ້ຮັບຮອງໄວ້ແລ້ວສຳລັບ 4 ປີ ຕໍ່ໜ້າ2024-2028 ໃຫ້ປະສົບຜົນສຳເລັດ,ຕາມຄາດຫມາຍ ຫລື ລື່ນຄາດຫມາຍທີ່ວາງໄວ້, ແນ ໃສ່ພັດທະນາວົງການກິລາບານເຕະລາວພາຍໃຕ້ການບໍລິຫານງານຂອງ ຄະນະບໍລິຫານງານຊຸດນີ້ ໃຫ້ມີຜົນງານໃໝ່ທີ່ດີຂຶ້ນກວ່າເກົ່າ.


            ກ່າວມີຄຳເຫັນຕໍ່ກອງປະຊຸມ,ທ່ານກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ເຊິ່ງເພິ່ນໄດ້ສະແດງຄວາມຊົມເຊີຍ ຕໍ່ຄະນະບໍລິຫານງານ ສຕລ ຊຸດເກົ່າທີ່ໄດ້ສ້າງຜົນງານເດັ່ນທັງພາຍໃນແລະຕ່າງປະ ເທດ,ເຮັດໃຫ້ສາກົນຮັບຮູ້ສປປລາວຫຼາຍຂື້ນແລະພ້ອມນັ້ນທ່ານກໍໄດ້ຮຽກຮ້ອງມາຍັງຄະນະບໍລິຫານງານຊຸດໃໝ່ສືບຕໍ່ເສີມຂະຫຍາຍຜົນງານໃຫ້ຫຼາຍຂື້ນກວ່າເກົ່າ,ພັດທະນາວົງການກິລາລາວແຕ່ລະລຸ້ນໃຫ້ມີຄຸນນະພາບນັບທັງຢູ່ສູນກາງແລະທ້ອງຖິ່ນ.


           ໃນ4ປີຜ່ານມາ,ສະຫະພັນບານເຕະແຫ່ງຊາດລາວສົກປີ2020-2024 ໄດ້ມີຫລາຍວຽກງານທີ່ພົ້ນເດັ່ນຫຼາຍດ້ານສຸມສະຕິປັນຍາ ແລະ ເຫື່ອແຮງ ເຂົ້າໃນການພັດທະນາກິລາບານເຕະໃນ ສປປ ລາວ ໃຫ້ກ້າວຂື້ນ ເຊິ່ງໄດ້ຮັບການສະໜັບສະໜູນຈາກອົງການຈັດຕັ້ງພັກ-ລັດ ກໍຄືກະຊວງສຶກສາທິການ ແລະ ກິລາ, ບັນດາສະມາຊິກ ສຕລ, FIFA, AFC, AFC ແລະ ບັນດາຜູ້ໃຫ້ການສະໜັບສະໜູນ.ເຖິງແມ່ນວ່າໃນໄລຍະທົ່ວໂລກ ກໍຄືປະເທດລາວ ໄດ້ປະສົບກັບການແຜ່ລະບາດຂອງພະຍາດ COVID-19 ທີ່ໄດ້ສົ່ງຜົນກະທົບອັນໃຫຍ່ຫຼວງຕໍ່ການພັດທະນາກິລາບານເຕະພາຍໃນປະເທດລາວ, ແຕ່ໃນໄລຍະເວລານັ້ນສຕລກໍໄດ້ສຸມໃສ່ປ້ອງກັນຕົນເອງ,ລວມທັງນັກກິລາບໍ່ໃຫ້ມີຜົນກະທົບຮ້າຍແຮງຈາກການແຜ່ລະບາດຂອງພຍາດໂຄວິດ-19.ພາຍຫຼັງທີ່ສະພາບການໄດ້ກັບມາເປັນປົກກະຕິ ສຕລ ກໍ່ໄດ້ສຸມໃສ່ເຄື່ອນໄຫວພັດທະນາວົງການກິລາບານເຕະຢ່າງຕັ້ງໜ້າ ໂດຍການຈັດການແຂ່ງຂັນບານເຕະເພື່ອຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 45 ປີ ໃນປີທ້າຍ 2020 ເຊິ່ງໄດ້ຮັບຄວາມນິຍົມຫຼາຍທີ່ສຸດພາຍໃນປວງຊົນລາວທົ່ວທັງປະເທດ.


           ນອກນັ້ນ,ໃນວຽກງານຈັດການແຂ່ງຂັນພາຍໃນ, ສຕລ ໄດ້ຈັດການແຂ່ງຂັນຕັ້ງແຕ່ລຸ້ນທົ່ວໄປຈົນຮອດລະດັບເຍົາວະຊົນ ທີ່ພົ້ນເດັ່ນ ກໍຄືການຂະຫຍາຍຕາໜ່າງທີມໃນການແຂ່ງຂັນ ລາວລີກ 1 ອອກໄປສູ່ຕ່າງແຂວງແລະ ຍັງໄດ້ຮ່ວມກັນຈັດການແຂ່ງຂັນ ລາວລີກ 2 ກັບບັນດາສະຫະພັນສະມາຊິກ ເພື່ອເຮັດໃຫ້ການແຂ່ງຂັນບານເຕະລະດັບສະໂມສອນ ເປັນລະບົບຫຼາຍຂື້ນ.ອັນທີ່ພົ້ນເດັ່ນກໍຄືການຈັດການແຂ່ງຂັນບານເຕະລາວລີກຍິງ ພາຍໃຕ້ການສະໜັບສະໜູນຈາກໂຄງການFIFA ຂື້ນເປັນຄັ້ງທໍາອິດໃນທ້າຍປີຜ່ານມາ, ໄດ້ກາຍເປັນບາດກ້າວອັນໃໝ່ສໍາລັບການພັດທະນາກິລາບານເຕະຍິງຢູ່ສປປລາວ.ໃນດ້ານການສ້າງຕັ້ງສູນພັດທະນາກິລາບານເຕະຈໍາປີ-ຈໍາປາ ກໍ່ເປັນອີກບາດກ້າວໜຶ່ງທີ່ສໍາຄັນໃນການພັດທະນານັກກິລາລຸ້ນສືບທອດ ຄຽງຄູ່ກັບການພັດທະນານັກກິລາ ການພັດທະນາຄູຝຶກກໍ່ເປັນບູລິມະສິດຂອງ ສຕລ ເຊິ່ງສາມາດເຂົ້າເປັນພາຄີຂອງ AFC ໃນລະດັບ A, B ແລະ C.


          ການພັດທະນາບຸກຄະລາກອນພາຍໃນ, ສຕລ ໄດ້ສົ່ງເສີມໃຫ້ບຸກຄະລາກອນໄດ້ຍົກລະດັບຄວາມຮູ້, ຄວາມສາມາດ ໃນວຽກງານວິຊາສະເພາະຂອງຕົນ ໂດຍການສົ່ງເຂົ້າຮ່ວມຮຽນຫຼັກສູດຕ່າງໆ ຂອງ FIFA ແລະ AFC. ນອກນັ້ນ ຍັງໄດ້ສົ່ງເສີມໃຫ້ບັນດາຄູຝຶກ ພັດທະນາຂີດຄວາມສາມາດໃຫ້ກາຍເປັນຜູ້ຝຶກສອນການອົບຮົມຄູຝຶກລະດັບ C ຂອງ AFC ແລະ ສົ່ງເສີມກໍາມະການຕັດສີນ ລົງຄັດເລືອກເປັນກໍາມະການຕັດສິນລະດັບສູງຂອງ AFCລວມທັງສົ່ງເສີມກຳມະການຕັດສິນແລະຜົນງານອື່ນໆ.