ລາວ ຟຸດຊໍ ລີກ 2024 ອາທິດທຳອິດ ມີປະຕູເກີດຂຶ້ນທັງຫມົດ 63 ປະຕູ

07/03/2024

              ການແຂ່ງຂັນ ລາວ ຟຸດ ລີກ 2024 ແມ່ນໄດ້ເລີ້ມເປີດເປັນທາງການ ອາທິດຜ່ານມາ ໂດຍໄດ້ເລີ່ມແຂ່ງຂັນ ວັນທີ 02 ມີນາ 2024 ຫາ 02 ມິຖຸນາ 2024 ແລະ ນໍາໃຊ້ສະຫນາມກິລາຟຸດຊໍຂອງ ສຕລ ເປັນສະຫນາມແຂ່ງຂັນ ກຳນົດເອົາ 12 ທີມເຂົ້າຮ່ວມການແຂ່ງຂັນ ປະກອບມີ: ເບ ສະຫວັນ ( ແຊ້ມເກົ່າ ), ລະຊະຕະ , ມາສະດາ ຈີບີ, ເຫນືອ - ໃຕ້, ຊີທີເອ ພາວເວີ້ , ນະຄອນຫຼວງ, ວີເຊີນ, ອາສາ ພາວເວີ້, ເຄເອັມທີ, ເອັສທີທີ, ຈັນສີ ແລະ ຊີໄອທີ.



                ການແຂ່ງຂັນໃນອາທິດທຳອິດ ມີປະຕູເກີດຂຶ້ນທັງຫມົດ 63 ປະຕູ ມີການແຂ່ງຂັນທັງຫມົດ 6 ຄູ່ ສາມາດ ສະຫລຸບໄດ້ດັ່ງນີ້:  ວັນເສົາ 02 ມີນາ 2024 ເບສະຫວັນ ຊະນະ ເຄເອັມທີ 8-4, ເອັສທີທີ ຊະນະ ຊີທີເອັ ພາວເວີ້ 10-0, ເຫນືອ-ໃຕ້ ຊະນະ ອາສາ ພາວເວີ້ 5-1 ແລະ ວັນອາທິດ 03 ມີນາ 2024 ຊີໄອທີ ຊະນະ ຈັນສີ 7-5, ມາສະດາ ຈີບີ ເສຍໃຫ້ ນະຄອນຫລວງ 4-8 ແລະ ລະຊະຕະ ເສຍໃຫ້ ວີເຊີນ 4-7.


                ສຳລັບຮູບແບບການແຂ່ງຂັນຄັ້ງນີ້ແມ່ນແຂ່ງຂັນແບບລີກພົບກັນຫມົດ 1 ຮອບ ສະສົມຄະແນນ,ແລ້ວຄັດເລືອກເອົາສະໂມສອນ ອັນດັບ 1 ແລະ 2 ເຂົ້າຮອບ 4 ທີມໂດຍອັດຕະໂນມັດ ສ່ວນອັນດັບ 3-6 ແມ່ນປະຄົບຄູ່ແຂ່ງຂັນຮອບຕົກແລ້ວຄັດອອກ( Play-off) ນັດດຽວ.ສວ່ນສະໂມສອນ ທີ່ຊະນະຈະໄດ້ຜ່ານເຂົ້າສູ່ຮອບ 4 ທີມ ໂດຍຈະພົບກັບທີມອັນດັບ 1 ແລະ ອັນດັບ 2 ທີ່ເປັນທີມຢືນ, ຮອບ 4 ທີມ ແລະ ຮອບຊີງຊະນະເລີດ ຕາມລຳດັບ .


               ສ່ວນເງິນລາງວັນຊະນະເລີດ ແມ່ນຈະໄດ້ຮັບເງິນ 50 ລ້ານກີບ, ຮອງຊະນະເລີດ ອັນດັບ 1 ໄດ້ຮັບເງິນ 25 ລ້ານກີບ ແລະ ຮອງຊະນະເລີດອັນດັບ 2 ໄດ້ຮັບເງິນ 10 ລ້ານກີບ ຂະນະທີ່ລາງວັນປະເພດບຸກຄົນ ມີລາງວັນຜູ້ຮັກສາປະຕູດີເດັ່ນ, ລາງວັນນັກກິລາດີເດັ່ນ, ລາງວັນຄູຝຶກດີເດັ່ນ ແລະ ລາງວັນຜູ້ຍິງປະຕູສູງສຸດ.


               ຕາຕະລາງ ການແຂ່ງຂັນ ລາວ ຟຸດຊໍ ລີກ 2024 LAO FUTSAL LEAGUE 2024 ອາທິດ ທີ 2


- ວັນເສົາ 09 ມີນາ 2024

ເວລາ 14:00 ຊີທີເອ ພາວເວີ້ ພົບ ເບສະຫວັນ

ເວລາ 16:00 ເຄເອັມທີ ພົບ ອາສາ ພາວເວີ

ເວລາ 18:00 ເອັສທີທີ ພົບ ຈັນສີ

- ວັນອາທິດ 10 ມີນາ 2024

ເວລາ 14:00 ເຫນືອ-ໃຕ້ ພົບ ນະຄອນຫຼວງ

ເວລາ 16:00 ຊີໄອທີ ພົບ ວີເຊີນ

ເວລາ 18:00 ມາສະດາ ຈີບີ ພົບ ລະຊະຕະ


                ທຸກໆຄູ່ແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາໃນຮົ່ມ ສູນຝຶກຫ້ວຍຫົງ ສຕລ, ສາມາດໄປຊົມ ແລະ ເຊຍ ຕິດຂອບສະຫນາມທີມທີ່ຕົນເອງມັກໄດ້, ເຂົ້າຊົມຟຣີ ແລະ ສາມາດຕິດຕາມຮັບຊົມ ການຖ່າຍທອດສົດໄດ້ຜ່ານທາງເພສ ເຟສບຸກ LAO FUTSAL LEAGUE, LAOFF TV ສະຫະພັນບານເຕະແຫ່ງຊາດລາວ ແລະ ເວບໄຊ ສະຫະພັນບານເຕະແຫ່ງຊາດລາວ www.laoff.org.la