ສຕລ ຝຶກອົບຮົມກຳມະການຕັດສິນຮຸ່ນສືບທອດ ( LFF Referee Academy) ຄັ້ງທໍາອິດ

12/03/2024

           ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ຈັດພິທີເປີດຝຶກອົບຮົມກໍາມະການຕັດສິນ ຮຸ່ນສືບທອດ( LFF Referee Academy )ເປັນຄັ້ງທຳອິດຂື້ນໃນຕອນເຊົ້າ ຂອງວັນທີ 12 ມີນາ 2024 ຢູ່ທີ່ຫ້ອງປະຊຸມຂອງສຕລ,ໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳແພງ ວົງຂັນຕີ ຮອງປະທານ ສຕລ, ຫົວໜ້າອະນຸກໍາມະການຕັດສິນ ສຕລ, ທ່ານ ໂມຮາແມັດ ໂຣຊາຣີ ບິນຢາຄອບ (MOHAMAD RODZALI BIN YACOB) ຫົວໜ້າອະນຸກຳມະການພັດທະນາກໍາມະການຕັດສິນສະຫະພັນບານເຕະນາໆຊາດ(FIFA).

          ໃນພິທີ ທ່ານ ໄຊປະເສີດ ພົງສະນິດ ຫົວໜ້າພະແນກກໍາມະການຕັດສິນ ສຕລ ໄດ້ລາຍງານການຝຶກອົບຮົມວ່າ: ອີງໃສ່ແຜນຍຸດທະສາດພັດທະນາກໍາມະການຕັດສິນ ໂຄງການ LFF Referee Academy ແມ່ນເພື່ອພັດທະນາ ແລະຍົກລະດັບກໍາມະການຕັດສິນຂອງ ສຕລ ໃຫ້ກ້າວໄປສູ່ລະດັບສາກົນ, ເພື່ອພັດທະນາກໍາມະການຕັດສິນຮຸ່ນສືບທອດໃຫ້ໄດ້ປະສິດທິພາບ ແລະປະສິດທິຜົນຢ່າງເປັນລະບົບຕໍ່ເນື່ອງກ້າວໄປສູ່ລະດັບມາດຖານຂອງ AFC ແລະ FIFA.ຊຶ່ງໂຄງການຈະໃຊ້ເວລາ 4 ປີ ຄື: ປີ 2024-2027, ທຸກໆປີຈະໄດ້ມີການສອບເສັງຄັດເລືອກຜູ້ທີ່ມີເງື່ອນໄຂຄົບຖ້ວນ ເພື່ອສົ່ງເຂົ້າໂຄງການ AFC Acedemy.ຄາດໝາຍຂອງໂຄງການ LFF Referee Academy ແມ່ນເພື່ອພັດທະນາບຸກຄະລາກອນຜູ້ທີ່ມີພອນສະຫວັນ ແລະໃຈມັກທີ່ຈະເປັນກໍາມະການຕັດສິນ, ສ້າງກໍາມະການຕັດສິນທີ່ມີຄຸນນະພາບຮັບໃຊ້ການແຂ່ງຂັນລາຍການຕ່າງໆ ໂດຍສະເພາະການແຂ່ງຂັນລາວລີກ 1, ຄາດໝາຍວ່າຈະມີກໍາມະການຈາກ ສປປ ລາວ ມີລາຍຊື່ເປັນກໍາມະການຕັດສິນ AFC Elite  1 ທ່ານ.

            ໃນໂອກາດກ່າວເປີດພິທີ, ທ່ານ ຄໍາແພງ ວົງຂັນຕີໄດ້ກ່າວເນັ້ນຕໍ່ກັບການຝຶກອົບຮົມຄັ້ງນີ້ແມ່ນຢາກໃຫ້ມີກໍາມະການຕັດສິນຮຸ່ນສືບທອດ,ພ້ອມໄດ້ຮຽກຮ້ອງໃຫ້ສໍາມະນາກອນທຸກຄົນຈົ່ງຕັ້ງໃຈຮຽນຮູ້ພັດທະນາຕົນເອງໃຫ້ປະສົບຜົນສໍາເລັດ, ຊຶ່ງເປັນໂອກາດທີ່ດີໃນການພັດທະນາກ້າວໄປສູ່ລະດັບສາກົນ.

             ການຝຶກອົບຮົມຄັ້ງນີ້ຈະນໍາໃຊ້ເວລາ 5 ວັນ ເລີ່ມວັນທີ 12-16 ມີນາ 2024 ຊຶ່ງຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ພາກທິດສະດີ ແລະ ພາກປະຕິບັດຕົວຈິງ, ນອກນັ້ນຈະໄດ້ມີການທົດສອບພາລະກໍາລັງ ພ້ອມດ້ວຍທົດສອບກະຕິກາບານເຕະ.ເຂົ້າຮວ່ມກອງປະຊຸມນີ້,ຍັງມີທ່ານ Subkhiddin BIN MOHD SALLEH ຄູຝຶກ FIFA (FIFA Instructror), ທ່ານ Ganesan S/O Maniam ຄູຝຶກພາລະກໍາລັງ FIFA (FIFA Fitness Instructrur ) ແລະ ທ່ານ ສົມສະນຸກ ລຽນສະຫວັນ ຮອງເລຂາທິການ ສຕລ ພ້ອມດວ້ຍວິຊາການກໍາມະການຕັດສິນ ສຕລ ແລະນັກສຳມະນາກອນທັງຫມົດ 25 ທ່ານ ເປັນຍິງ 4 ທ່ານ.