ເຊີນເຂົ້າຮ່ວມແຂ່ງຂັນປະມູນ ໂຄງການສ້ອມແປງສະໜາມກິລາແຫ່ງຊາດ ຫຼັກ 16 (ສະໜາມໃຫຍ່)

15/03/2024

              ສະຫະພັນບານເຕະແຫ່ງຊາດລາວ ມີແຜນການໃນການປັບປຸງ ແລະ ຍົກລະດັບພື້ນຖານໂຄງລ່າງກິລາບານເຕະ ເພື່ອຮອງຮັບໃນການປະຕິບັດວຽກງານຕົວຈິງໃຫ້ມີປະສິດທິພາບ ໂດຍມີຈຸດປະສົງໃນການປະຕິບັດ ການຈັດຊື້-ຈັດຈ້າງ ທີ່ເຫມາະສົມພາຍໃຕ້ສັນຍາ ຕາມເອກະສານປະມູນທີ່ໄດ້ກໍານົດອອກມານີ້.


               ສະຫະພັນບານເຕະແຫ່ງຊາດລາວ (ເຈົ້າຂອງໂຄງການ) ຂໍຖືເປັນກຽດເຊີນບໍລິສັດ ທີ່ມີຄວາມສົນໃຈ ແລະ ມີເງື່ອນໄຂ ທີ່ເໝາະສົມ ເຂົ້າຮ່ວມຍື່ນ ເອກະສານຂໍ້ມູນບໍລິສັດ (Company Profile) ເຊິ່ງຕ້ອງມີຄັດຕິດປະຫວັດໂຄງກາ່ນທີ່ໄດ້ເຮັດຜ່ານມາ (List of Clients) ແລະ ໃບຈົດທະບຽນທຸລະກິດ (Certificate of Business Registration), ແລະ ໜັງສືສະແດງເຈດຈໍານົງເຂົ້າຮ່ວມການປະມູນ ສໍາລັບລາຍການໃນໂຄງການດັ່ງຕໍ່ໄປນີ້:


“ໂຄງການສ້ອມແປງສະໜາມກິລາແຫ່ງຊາດ ຫຼັກ 16 (ສະໜາມໃຫຍ່)”

1. ບໍລິສັດທີ່ຕ້ອງການເຂົ້າຮ່ວມການປະມູນ ຈະເຂົ້າຮ່ວມປະມູນໄດ້ ຕາມເງື່ອນໄຂທີ່ໄດ້ລະບຸໄວ້ໃນເອກະສານປະມູນ.

2. ການປະມູນ ແມ່ນເປີດກວ້າງສໍາລັບບໍລິສັດເຂົ້າແຂ່ງຂັນປະມູນທັງຫມົດ ທີ່ມີຄຸນນະວຸດທິເຫມາະສົມ ແລະ ເງື່ອນໄຂ ພຽງພໍຕາມມາດຖານຂ້າງລຸ່ມນີ້:

- ລາຍການ - ເງື່ອນໄຂຕ່າງໆ ຂໍ້ຮຽກຮ້ອງ

- ລາຍການຮ່ວມທຸລະກິດ ບໍລິສັດເຂົ້າຮ່ວມຫຸ່ນສ່ວນກັນ ສາມາດເຂົ້າປະມູນໄດ້ ຖ້າວ່າຖືກຕ້ອງ ຕາມຂໍ້ຮຽກຮ້ອງທີ່ລະບຸໄວ້ໃນເອກະສານປະມູນ.

- ໃບອະນຸຍາດດໍາເນີນທຸລະກິດ ບໍລິສັດເຂົ້າຮ່ວມປະມູນຕ້ອງເປັນບໍລິສັດກໍ່ສ້າງທີ່ມີໃບອະນຸຍາດດໍາເນີນ ທຸລະກິດ ແລະ ໃບທະບຽນອາກອນທີ່ໃຊ້ໄດ້ ລ່າສຸດຕາມລະບຽບ ກົດຫມາຍ ສປປ ລາວ (ປີ 2022)

- ບໍລິສັດທີສ້າງຕັ້ງ - ກໍາເນີດ ບໍລິສັດທີ່ເຂົ້າຮ່ວມປະມູນຈະຕ້ອງເປັນບໍລິສັດທີ່ສ້າງຕັ້ງຂື້ນໃນ ສປປ ລາວ. ຄໍາສັບທີ່ວ່າ “ບໍລິສັດທີ່ສ້າງຕັ້ງ-ກໍາເນີດ” ໃນທີ່ນີ້ຫມາຍຄວາມວ່າ ເປັນບໍລິສັດລາວ ຫຼື ນິຕິບຸກຄົນທີ່ກໍ່ຕັ້ງບໍລິສັດຖືກຕ້ອງຕາມກົດຫມາຍ ແລະ ຂື້ນທະບຽນໃນ ສປປ ລາວ, ທີ່ມີບ່ອນຜະລິດສິນຄ້າ ຫຼື ສະຫນອງ ສິນຄ້າ ແລະ/ຫຼື ການບໍລິການໃນ ສປປ ລາວ ແລະ ໃນຕົວຈິງແລ້ວ ຕ້ອງດໍາເນີນທຸລະກິດພາຍໃນປະເທດນີ້.

ຜົນປະໂຫຍດຊ້ອນທັບ ຜູ້ເຂົ້າຮ່ວມແຂ່ງຂັນປະມູນ ຕ້ອງບໍ່ມີຜົນປະໂຫຍດຊ້ອນທັບ.

- ຜູ້ທີ່ບໍ່ມີຄວາມເຫມາະສົມໂດຍ ສະຫະພັນ ບານເຕະລາວ (LFF) ຕັດສິນ ຜູ້ທີ່ຈະເຂົ້າຮ່ວມແຂ່ງຂັນປະມູນ ຕ້ອງບໍ່ແມ່ນຜູ້ທີ່ໄດ້ຖືກປະກາດວ່າ ເປັນຜູ້ທີ່ບໍ່ມີຄວາມເຫມາະສົມໂດຍ ສະຫະພັນບານເຕະແຫ່ງຊາດລາວ.

- ປະຫວັດການບໍ່ປະຕິບັດສັນຍາ ຕ້ອງເປັນບໍລິສັດທີ່ບໍ່ມີປະຫວັດການບໍ່ປະຕິບັດຕາມສັນຍາທີ່ເປັນຜົນມາຈາກການລະເລີຍຂອງຜູ້ຮັບເຫມົາສັນຍາເອງ ພາຍໃນ (2) ປີຫຼັງ.

- ການຮ້ອງຟ້ອງທີ່ຍັງຄ້າງຄາ ຄະດີທີ່ຍັງຄ້າງຄາ ຄວນມີມູນຄ່າບໍ່ເກີນ ຫ້າສິບສ່ວນຮ້ອຍ (50%) ຂອງມູນຄ່າຊັບສິນສຸດທິ ແລະ ບັນຫາດັ່ງກ່າວຈະເປັນທີ່ຕົກລົງກັນໄດ້ ຕໍ່ກັບບໍລິສັດທີ່ຈະເຂົ້າຮ່ວມປະມູນ.

- ປະຫວັດການຮ້ອງຟ້ອງ ຕ້ອງບໍ່ມີປະຫວັດການຮ້ອງຟ້ອງ/ຄະດີຄວາມໃນສານ ໃນໄລຍະຜ່ານມາ ຕໍ່ກັບບໍລິສັດທີ່ຈະເຂົ້າຮ່ວມແຂ່ງຂັນການປະມູນ ພາຍໃນ (5) ປີຫຼັງ.

- ຄວາມສາມາດທາງດ້ານການເງີນ ເປັນຂໍ້ຮຽກຮ້ອງຕໍ່າສຸດ, ໂດຍມູນຄ່າຊັບສິນສຸດທິຂອງບໍລິສັດຜູ້ຈະເຂົ້າ ແຂ່ງຂັນປະມູນ ທີ່ຄິດໄລ່ຜົນລົບລະຫວ່າງ ຊັບສິນລວມ ແລະ ຫນີ້ລວມ ຕ້ອງອອກມາເປັນບວກ.

- ລາຍຮັບສະເລ່ຍປະຈໍາປີທີ່ໄດ້ຮັບຈາກການກໍ່ສ້າງ ຮັບເຫມົາຕ່າງໆ ມູນຄ່າຕໍ່າສຸດຂອງລາຍຮັບປະຈໍາປີສະເລ່ຍຈາກວຽກງານກໍ່ສ້າງ ຮັບເຫມົາ ຕ່າງໆ ສະເລ່ຍບໍ່ຫຼຸດ 500,000 ໂດລາ, ໂດຍຄິດໄລ່ຈາກໃບຢັ້ງຍືນການ ສໍາລະເງີນທີ່ບໍລິສັດໄດ້ຮັບຈາກວຽກສັນຍາ ທີ່ສໍາເລັດໄປແລ້ວ ຫຼື/ແລະ ຍັງດໍາເດີນຢູ່ ພາຍໃນ ສາມ (3) ປີຫຼັງແຕ່ປີ 2021 – 2023 ໂດຍການສະເລ່ຍ ແມ່ນທັງຫມົດມາຫານໃຫ້ສາມ (3) ປີ.

- ແຫຼ່ງສະໜອງທາງດ້ານການເງີນ ບໍລິສັດທີ່ຈະເຂົ້າຮ່ວມປະມູນ ຕ້ອງສະແດງເອກະສານໃຫ້ເຫັນວ່າຕົນ ສາມາດເຂົ້າເຖິງ ຫຼື ມີທຶນພຽງພໍເຊັ່ນ: ທຶນຫມູນວຽນ, ທຶນຄົງທີ່, ການ ຢັ້ງຍືນສະຫນອງສິນເຊື່ອຈາກທະນາຄານ ແລະ ຮູບການຢັ້ງຍືນການ ເງີນອື່ນໆ (ໂດຍບໍ່ໄດ້ລວມມູນຄ່າການຈ່າຍກ່ອນລ່ວງຫນ້າຂອງສັນຍາທີ່ກໍາລັງຈັດຕັ້ງປະຕິບັດຢູ່) ເຊິ່ງທຶນດັ່ງກ່າວຕ້ອງສາມາດໃຊ້ໄດ້ພຽງພໍກັບ ການກໍ່ສ້າງ ແລະ ປະຕິບັດວຽກງານໃຫ້ສໍາເລັດຄິດໄລ່ສະເລ່ຍບໍ່ຫຼຸດ 200,000 ໂດລາ ຕໍ່ສັນຍາ ລວມທັ່ງຂໍ້ຜູກມັດອື່ນໆນໍາ.

- ປະສົບການກໍ່ສ້າງວຽກທົ່ວໄປ ພາຍໃນ (5) ປີຫຼັງ ຕ້ອງມີປະສົບການຢ່າງຫນ້ອຍໃນວຽກງານການກໍ່ສ້າງ ສາມ (3) ສັນຍາທີ່ເປັນຜູ້ຮັບເຫມົາຫລັກ (ເປັນຜູ້ຮັບເຫມົາດ່ຽວ ຫຼື ຮ່ວມທຸລະກິດ) ຫຼື ເປັນຜູ້ຮັບເຫມົາຕໍ່ ຫຼື ເປັນຜູ້ບໍລິຫານວຽກງານສັນຍານັ້ນກໍໄດ້ ນັບຈາກປີ 2019 ຫາ 2023

ປະສົບການວຽກງານກໍ່ສ້າງສະເພາະ ພາຍໃນຫ້າ (5) ປີຫຼັງ ຕ້ອງມີປະສົບການຢ່າງຫນ້ອຍ ຫນຶ່ງ (1) ສັນຍາ ທີ່ ຄືກັນກັບວຽກງານແຕ່ລະວຽກງານຂ້າງລຸ່ມນີ້ ທີ່ໄດ້ເຮັດສໍາເລັດຮຽບຮ້ອຍແລ້ວ ໂດຍເປັນຜູ້ຮັບເຫມົາຫຼັກ (ເປັນຜູ້ຮັບເຫມົາດຽວ ຫຼື ຮ່ວມ ທຸລະກິດ) ນັບຈາກປີ 2019 ຫາ 2023 ຄື:

- ສັນຍາວຽກງານປຸກສ້າງຕຶກອາຄານການກິລາ ໂດຍມີເນື້ອທີ່ 300 ຕມ ສໍາລັບຮັບໃຊ້ສາທາລະນະ ຫຼື ທຸລະກິດ

- ສັນຍາວຽກງານປຸກສ້າງຕຶກອາຄານການກິລາ

3. ເອກະສານຂໍ້ມູນບໍລິສັດ (Company Profile) ຄົບຊຸດທັງຫມົດແມ່ນເປັນພາສາລາວ ຫຼື ອັງກິດ ເຊິ່ງບໍລິສັດທີ່ສົນໃຈເຂົ້າແຂ່ງຂັນປະມູນ ສາມາດຍື່ນໄດ້ຕາມທີ່ຢູ່ທີ່ລະບຸໄວ້ດ້ານລຸ່ມ.


             ການຍືນເອກະສານ ວັນທີ 15 ມີນາ ເຖິງ 20 ມີນາ 2024 (ວັນລັດຖະການເທົ່ານັ້ນ)

ເວລາ: 08:30 – 12:00 ແລະ 13:30 – 17:00


ສົ່ງເຖິງ ຜູ້ບໍລິຫານໂຄງການ ທ່ານ ຈັນທະວົງ ສີລິມະໂນທໍາ, ຮັກສາການເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ.

ສະຖານທີ່ ຫ້ອງການຄະນະຫນ່ວຍງານຄຸ້ມຄອງໂຄງການ ທີ່ສະຫະພັນບານເຕະແຫ່ງຊາດລາວ

ບ້ານຫ້ວຍຫົງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ

ເບີໂທ ໂທ: 021 560 821

ອີເມວ [email protected]

ໝາຍເຫດ: ສະຫະພັນບານເຕະແຫ່ງຊາດລາວ ຈະຕິດຕໍ່ຫາບັນດາບໍລິສັດທີ່ຖືກຄັດເລືອກ ເຂົ້າສູ່ຮອບຍື່ນຊອງປະມູນພາຍໃນວັນທີ 20 ມີນາ 2024 ພ້ອມທັງເຊີນບັນດາບໍລິສັດ ເຂົ້າສໍາຫຼວດສະຖານທີ່ໂຄງການດັ່ງກ່າວ (Site Visit) ໃນວັນທີ 25 ມີນາ 2024.