ຈັດພິທີເປີດກິດຈະກໍາການຮັກສາສຸຂະພາບຕາສາກົນ ພ້ອມມອບແວ່ນຕາກັນແສງໃຫ້ເຍົາວະຊົນທີ່ສູນຝຶກຈຳປີ - ຈຳປາ

21/03/2024

                ວັນທີ 21 ມີນາ 2024 ຢູ່ທີ່ ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ(ທົ່ງປົ່ງ)ກະຊວງສາທາລະນະສຸກ ໄດ້ຈັດພິທີເປີດກິດຈະກໍາການຮັກສາສຸຂະພາບຕາສາກົນຂື້ນ,ໂດຍການເຂົ້າຮວ່ມເປັນກຽດຂອງທ່ານ ດຣ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ,ເຊິ່ງກິດຈະກຳນີ້ຈະດຳເນີນໄປລະຫວ່າງ ວັນທີ 18-22     ມີນາ2024.


               ໃນພິທີ,ທ່ານ ດຣ ໄພວັນ ແກ້ວປະເສີດໄດ້ລາຍງານໃຫ້ຮູ້ວ່າ:ການຮັກສາສຸຂະພາບຕາສາກົນຄັ້ງນີ້ແມ່ນສູນຮັກສາສຸຂະພາບຕາແຫ່ງຊາດສິງກະໂປໄດ້ນໍາທີມແພດຊ່ຽວຊານຕາລະດັບສາກົນລວມ22ທ່ານມາຜ່າຕັດປິ່ນປົວພະຍາດແກ່ນຕາຂຸ້ນໃຫ້ພໍ່ແມ່ປະຊາຊົນລາວໃນນະຄອນຫລວງວຽງຈັນ ແລະ ໃນຂອບເຂດທົ່ວປະເທດເປັນຄັ້ງທໍາອິດໂດຍບໍ່ໄດ້ເສຍຄ່າ.ກິດຈະກຳນີ້ຍັງເປັນການຮວ່ມມືກັນລະຫວ່າງທີມງານຜ່າຕັດແກ່ນຕາຂຸ້ນຈາກສິງກະໂປສົມທົບກັບສະພາການຄ້າອຸດສາຫະກໍານະຄອນຫຼວງວຽງຈັນ, ນັກທຸລະກິດສິງກະໂປ,ພະແນກສາທານະລະສຸກ ນະຄອນ ຫຼວງວຽງຈັນ ພ້ອມດ້ວຍໂຮງໝໍ9 ຕົວເມືອງຂອງນະຄອນຫຼວງວຽງຈັນ ແລະ ສູນປິ່ນປົວ ແລະຮັກສາສຸຂະພາບຕາ ເພື່ອດໍາເນີນການຜ່າຕັດແກ່ນຕາຂຸ້ນໃຫ້ຊາວນະຄອນຫຼວງວຽງຈັນ ແລະ ບັນດາແຂວງໃນຂອບເຂດທົ່ວປະເທດ.


                 ທ່ານ ດຣ ໄພວັນ ແກ້ວປະເສີດກ່າວຕື່ມວ່າ:ຜ່ານມາມີທີມງານມູນນິທິ ນິວວີເຊີນ ປະເທດສິງກະໂປໄດ້ດໍາເນີນການຜ່າຕັດແກ່ນຕາຂຸ້ນຢູ່ທີ່ສູນຕາແຫ່ງຊາດລາວໃນປີ 2019 ໄດ້ຈໍານວນທັງໝົດຫລາຍກວ່າ 200 ກໍລະນີ. ແຕ່ໃນຊຸດນີ້ແມ່ນທີມງານສູນຮັກສາສຸຂະພາບຕາແຫ່ງຊາດສິງກະໂປມາສ້າງກິດຈະກໍາຜ່າຕັດແກ່ນຕາຂຸ້ນໂດຍບໍ່ໄດ້ເສຍຄ່າເປັນຄັ້ງທີ 2.ສ່ວນປະຫວັດຄວາມເປັນມາຂອງສູນດັ່ງກ່າວແມ່ນເປັນໜຶ່ງໃນສູນທີ່ເດັ່ນທາງດ້ານວົງການແພດຕາຂອງສິງກະໂປກໍ່ຄືລະດັບສາກົນ.


                   ສູນຕາແຫ່ງຊາດສິງກະໂປ ໄດ້ກໍ່ຕັ້ງຂຶ້ນໃນວັນທີ 3 ມີນາ 1989 ແລະ ເລີ່ມດໍາເນີນງານໃນເດືອນ ຕຸລາ 1990. ເປັນສູນຕາແຫ່ງຊາດທີ່ໄດ້ຮັບການມອບໝາຍພາຍໃຕ້ເຄືອຂ່າຍການປິ່ນປົວສຸຂະພາບຂອງພາກລັດ. ເປັນໜ່ວຍງານຫຼັກ ແລະ ປະສານງານການສະໜອງການບໍລິການດ້ານສາຍຕາໂດຍສະເພາະໂດຍເນັ້ນໃສ່ການສຶກສາ ແລະ ວິໄຈທີ່ມີຄຸນນະພາບ ໂດຍມີຄະນະຊ່ຽວຊານດ້ານສາຍຕາປະມານ 80 ທ່ານ.

ສູນຮັກສາສຸຂະພາບຕາແຫ່ງຊາດສິງກະໂປ ແມ່ນສ່ວນໜຶ່ງຂອງກຸ່ມວິຊາການບໍລິການສາທາລະນະສຸກ ສິງກະໂປ (SingHealth) ເຊິ່ງປະກອບດ້ວຍໂຮງໝໍ 4 ແຫ່ງ, ສູນສະເພາະທາງແຫ່ງຊາດ 5 ແຫ່ງ, ສຸກສາລາຂັ້ນຕົ້ນ 8 ແຫ່ງ ແລະໂຮງໝໍຊຸມຊົນ 3 ແຫ່ງ.ປັດຈຸບັນມີສາຂາສະເພາະທາງ10 ສາຂາເພື່ອສະໜອງການປິ່ນປົວຕາຢ່າງຄົບວົງຈອນຈາກລະດັບປະຖົມເຖິງຂັ້ນສາມສໍາລັບອາການທາງດວງຕາທັງໝົດ.


                ໃນວັນທີ 17 ພະຈິກ 2023, ອົງການ ອະນາໄມໂລກ (WHO) ໄດ້ກຳນົດໃຫ້ ສູນດັ່ງກ່າວ ເປັນສູນຮ່ວມມືຂອງ ອົງການ ອະນາໄມໂລກ ເພື່ອປ້ອງກັນຄົນຕາບອດ ແລະ ຄວາມບົກຜ່ອງທາງສາຍຕາໃນໄລຍະ 4 ປີຕໍ່ໜ້າ, ເຊີ່ງໂຄງການຜ່າຕັດແກ່ນຕາຂຸ້ນໂດຍບໍ່ໄດ້ເສຍຄ່າຂອງສູນຮັກສາສຸຂະພາບຕາແຫ່ງຊາດສິງກະໂປ ຈະຈັດຂຶ້ນທີ່ ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ, ກະຊວງສາທາລະນະສຸກ, ເປັນເວລາ 5 ວັນ ນັບແຕ່ວັນທີ 18-22/3/2024, ຄາດວ່າຈະບັນລຸຕົວເລກຜ່າຕັດແກ່ນຕາຂຸ້ນຫລາຍກ່ວາ 150 ກໍລະນີ.


                 ສຳລັບ ຕອນເຊົ້າ ວັນທີ 23 ມີນາ 2024 ສູນຕາແຫ່ງຊາດສິງກະໂປ ແມ່ນຈະໄດ້ມອບແວ່ນຕາກັນແສງໃຫ້ກັບເຍົາວະຊົນທີ່ຝຶກຊ້ອມຢູ່ສູນຝຶກ ຈຳປີ - ຈຳປາ ຫ້ວຍຫົງ .


                 ເຂົ້າຮ່ວມພິທີຍັງມີທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ຊູເດສ ມາເນັຍ ເອອັກຄະລັດຖະທູດ ສິງກະໂປ ປະຈໍາລາວ ພ້ອມທັງແຂກຖືກເຊີນ ແລະ ຜູ້ປິ່ນປົວຕາເຂົ້າຮ່ວມ.