ດາວພະຫັດ ນັກກິລາຟຸດຊໍດາວຮຸ່ງ

03/04/2024

                 ສະກຸບພິເສດອາທິດນີ້ ເຊິ່ງເປັນຄໍລໍາທຳອິດ, ຜູ້ຂຽນຂໍນຳສະເຫນີ ນັກກິລາດາວຮຸ່ງ ຟຸດຊໍ ດາວພະຫັດ ກໍ່າກາຊົມພູ ຫຼື ໂທນີ້ ອາຍຸ 16 ປີ ຫລິ້ນໃຫ້ກັບ ສະໂມສອນ ຟຸດຊໍ ເຄເອັມທີ, ປະຫວັດກ່ອນມາຫລີ້ນກິລາບານເຕະ ຫລື ຟຸດຊໍ ດາວພະຫັດໄດ້ກ່າວວ່າ: ‘’ ຂ້າພະເຈົ້າມີໃຈຮັກໃນການຫລີ້ນກິລາບານເຕະມາແຕ່ນ້ອຍ,ເລີ່ມຈຳຄວາມໄດ້ ໂດຍມີພໍ່ແມ່ແລະຄອບຄົວເປັນກຳລັງໃຈໃຫ້ການສະໜັບສະໜູນ ແລະ ເປັນແຮງບັນດານໃຈໃຫ້ ຈື່ງເລີ່ມເຂົ້າຝືກຊ້ອມກິລາບານ ເຕະ ອາຄາເດີມີ ມາສເຕີ້ ເຊເວັ້ນ ຕອນອາຍຸໄດ້ 7 ປີ ແລະ ມີໃຈຮັກມັກຈົນຮອດທຸກມື້ນີ້. ການມາຫລີ້ນກິລາຟຸດຊໍ ນ້ອງເອງຄິດວ່າ ມັນເປັນສິ່ງທ້າທາຍ ແລະ ເປັນລາຍການໃໝ່ສຳຫລັບນ້ອງທີ່ຈະໄດ້ນຳໃຊ້ ທັກສະ ຄວາມສາມາດໃນການຫລີ້ນກິລາ ເຊັ່ນ: ການເອົາຕົວຫລອດຈາກຄູ່ຕໍ່ສູ້ ການລ້ຽງບານ, ລອກບານ,ການຍິງບານໃຫ້ເຂົ້າປະຕູ(ການຈົບສະກໍ) ລວມທັງພາລະກໍາລັງຕ້ອງດີ ທຸກຢ່າງຕ້ອງຄິດໄວເຮັດໄວ ຍ້ອນແນວນີ້ນ້ອງເອງຈື່ງມີໃຈຢາກສະແຫວງຫາຄວາມທ້າທາຍໃໝ່ຈາກການເຕະຟຸດຊໍ.

                 ດາວພະຫັດ ແມ່ນເຄີຍຫລິ້ນໃຫ້ກັບ ສະໂມສອນ ມາສເຕີ້ ເຊເວັ້ນ ໃນຮຸ່ນອາຍຸບໍ່ເກີນ 15 ປີ ໃນປີ 2022 – 2023 ໂດຍປີ 2023 ຍິງໄດ້ 6 ປະຕູ, ພ້ອມທັງຫລິ້ນໃຫ້ກັບ ສະໂມສອນ ເຄເອັມທີ ເຂົ້າຮ່ວມ ລາວລີກ 2 ນະຄອນຫຼວງວຽງຈັນ ໃນປີ 2023 ໂດຍໄດ້ຮັບລາງວັນນັກກິລາດີເດັ່ນ ແລະ ຍິງໄດ້ທັງຫມົດ 13 ປະຕູ.

                  ດາວພະຫັດກ່າວວ່າ:ຄວາມໄຝ່ຝັນແມ່ນຢາກເປັນນັກກິລາ ແລະ ຮັບໃຊ້ທີມຊາດເຕະບານເດີ່ນໃຫຍ່ ເພາະວ່າເປັນຄວາມໄຝ່ຝັນມາແຕ່ນ້ອຍ ແລະ ເຮັດຜົນງານໃຫ້ດີທີ່ສຸດ ນ້ອງເອງຄິດວ່າ ການມາຫລີ້ນກິລາຟຸດຊໍ ເປັນ 1 ໃນອົງປະກອບທີ່ໃຫ້ໄດ້ຮຽນຮູ້ທັກສະການເອົາຕົວຫລອດຫລາຍຂື້ນ ແລະ ຖ້າມີໂອກາດນ້ອງກໍຢາກຫຼີ້ນໃນນາມທີມຊາດບານເຕະ ແລະ ຟຸດຊໍ.


                   ສ່ວນຜົນງານໃນການຫລີ້ນຟຸດຊໍ ເຖິງຈະເປັນປີທຳອິດທີ່ດາວພະຫັດໄດ້ລົງຫລີ້ນລາຍການນີ້,ແຕ່ຜ່ານການຝຶກຝົນຫລໍ່ຫລອມ,ປະຕິບັດຕາມການແນະນຳຂອງຄູຝຶກສອນແລະອ້າຍໆເພື່ອນຮ່ວມທີມໃຫ້ການສະໜັບສະໜູນ,ເຮັດໃຫ້ການຫຼີ້ນຂອງດາວພະຫັດກໍຄືທຸກຄົນຮູ້ສືກວ່າມີຄວາມສຸກ ແລະ ເປັນຄອບຄົວດຽວກັນ.ດາວພະຫັດ ລົງສະຫນາມໃຫ້ກັບ ເຄເອັມທີ ທັງຫມົດ 4 ນັດ ຍິງໄດ້ 4 ປະຕູ.

ສຸດທ້າຍ ດາວພະຫັດ ຍັງກ່າວຕື່ມ ຂໍເຊີນຊວນແຟນບານ ແລະ ກອງເຊຍ ມາໃຫ້ກໍາລັງໃຈພວກເຮົາ ແລະ ຂອບໃຈສຳລັບກຳລັງໃຈຈາກກອງເຊຍສະໂມສອນ ເຄເອັມທີ ທີ່ເຂົ້າມາໃຫ້ກຳລັງໃຈພວກເຮົາ ຢູຂ້າງສະໜາມ ແລະ ທາງໄລ້ສົດ ຫວັງຢ່າງຍິ່ງວ່າພວກທ່ານຄືກຳລັງໃຈທີ່ດີ ແລະ ເປັນຫນຶ່ງໃນອົງປະກອບຂອງພວກເຮົາ.


                    ສຳລັບການແຂ່ງຂັນ ລາວ ຟຸດຊໍ ລີກ 2024 ແມ່ນໄດ້ດຳເນີນການແຂ່ງຂັນມາໄດ້ 5 ອາທິດແລ້ວ ເຊິ່ງມີ 12 ທີມເຂົ້າຮ່ວມການແຂ່ງຂັນ ປະກອບມີ: ເບ ສະຫວັນ ( ແຊ້ມເກົ່າ ), ລະຊະຕະ , ມາສະດາ ຈີບີ, ເຫນືອ - ໃຕ້, ຊີທີເອ ພາວເວີ້ , ນະຄອນຫຼວງ, ວີເຊີນ, ອາສາ ພາວເວີ້, ເຄເອັມທີ, ເອັສທີທີ, ຈັນສີ ແລະ ຊີໄອທີ. ໂດຍໄດ້ເລີ່ມແຂ່ງຂັນມາແຕ່ ວັນທີ 02 ມີນາ 2024 ຫາ 02 ມິຖຸນາ 2024.

                  ຮູບແບບການແຂ່ງຂັນຄັ້ງນີ້ແມ່ນແຂ່ງຂັນແບບລີກພົບກັນຫມົດ 1 ຮອບ ສະສົມຄະແນນ,ແລ້ວຄັດເລືອກເອົາສະໂມສອນ ອັນດັບ 1 ແລະ 2 ເຂົ້າຮອບ 4 ທີມໂດຍອັດຕະໂນມັດ. ສ່ວນອັນດັບ 3-6 ແມ່ນປະຄົບຄູ່ແຂ່ງຂັນຮອບຕົກແລ້ວຄັດອອກ( Play-off) ນັດດຽວ.ສວ່ນສະໂມສອນ ທີ່ຊະນະຈະໄດ້ຜ່ານເຂົ້າສູ່ຮອບ 4 ທີມ ໂດຍຈະພົບກັບທີມອັນດັບ 1 ແລະ ອັນດັບ 2 ທີ່ເປັນທີມຢືນ, ຮອບ 4 ທີມ ແລະ ຮອບຊີງຊະນະເລີດ ຕາມລຳດັບ, ສ່ວນເງິນລາງວັນຊະນະເລີດ ແມ່ນຈະໄດ້ຮັບເງິນ 50 ລ້ານກີບ, ຮອງຊະນະເລີດ ອັນດັບ 1 ໄດ້ຮັບເງິນ 25 ລ້ານກີບ ແລະ ຮອງຊະນະເລີດອັນດັບ 2 ໄດ້ຮັບເງິນ 10 ລ້ານກີບ ຂະນະທີ່ລາງວັນປະເພດບຸກຄົນ ມີລາງວັນຜູ້ຮັກສາປະຕູດີເດັ່ນ, ລາງວັນນັກກິລາດີເດັ່ນ, ລາງວັນຄູຝຶກດີເດັ່ນ ແລະ ລາງວັນຜູ້ຍິງປະຕູສູງສຸດ.

ໂດຍ: MEE ARSENAL PHAKASY