ມາຮູ້ກັບ ວິໄລພອນ ສີນວນຄຳ ກອງຫນ້າດາວຍິງປະຕູດີເດັ່ນ ຈາກ ສະ​ໂມ​ສອນ ຟຸດ​ຊໍ ຈັນ​ສີ

10/04/2024

ຄໍລຳທີ2ຂອງສະກຸບພິເສດອາທິດນີ້ ຜູ້ຂຽນຂໍນຳສະເຫນີ ‘’ ວີໄລພອນ ສີນວນຄຳ ຫລື ວີ ກອງໜ້າດາວຍິງປະຕູດີເດັ່ນຂອງ‘’ສະໂມສອນ ຟຸດຊໍ ຈັນສີ.

             ວິໄລພອນ ສີນວນຄຳ ເກີດເມື່ອວັນທີ 12 ຕຸລາ 2002 ຢູ່ທີ່ບ້ານຊ້າງ ເມືອງຄູນ ແຂວງຊຽງຂວາງ, ລວງສູງ 167 ຊັງຕີແມັດ, ນ້ຳໜັກ 60 ກິໂລກຣາມ, ເລີ້ມຫລິ້ນກິລາບານເຕະຕັ້ງແຕ່ອາຍຸ 13 ປີ, ຜົນງານດ້ານກິລາບານເຕະແມ່ນເຄີຍຫລິ້ນໃຫ້ກັບ ສະໂມສອນຊ້າງແກ້ວ ( ລາວລີກ 2 ແຂວງຊຽງຂວາງ ) ໃນປີ2022 ແລະ ກໍຕິດທີມແຂວງ ຊຽງຂວາງໃນປີ 2022 ແລະ ຈົບດ້ວຍການເປັນຮອງແຊັມ ( ໃນລາຍການ ຊິງຂັນ ກິລາບານເຕະແຫ່ງຊາດປະຈຳປີ 2022) ແລະ ໃນປີ2023 ໄດ້ມາຫຼິ້ນໃຫ້ກັບສະໂມສອນ ຈັນສີ ເອັຟຊີ (ລາຍການ ນະຄອນຫຼວງລີກ2) ໂດຍໄດ້ຮັບລາງວັນ ນັກກິລາດີເດັ່ນ 2 ນັດ.

             ເມື່ອຖືກຖາມເຖິງຄວາມທ້າທາຍໃໝ່ໃນການຫລິ້ນກິລາຟຸດຊໍ ວິໄລພອນ ໄດ້ກ່າວວ່າ:ການມາຫຼິ້ນກິລາຟຸດຊໍຄັ້ງນີ້ນ້ອງເອງຄິດວ່າມັນເປັນສິ່ງທ້າທາຍ ແລະ ເປັນຄັ້ງທຳອິດຂ້ອງນ້ອງທີ່ໄດ້ມາຮ່ວມລາຍການນີ້ ຮູ້ສຶກຕື່ນເຕັ້ນຫຼາຍ ແຕ່ເຮັດໃຫ້ນ້ອງໄດ້ຮຽນຮູ້ໃນການຫຼີ້ນແບບລວມໝູ່ຫຼືເປັນທີມເວີກຫຼາຍຂຶ້ນ,ການເອົາຕົວລອດໃນພື້ນທີ່ແຄບ, ການຈົບສະກໍ,ຕ້ອງຄິດໄວເຮັດໄວ ແລະ ພາລະກຳລັງຕ້ອງດີ.ກ່ອນທີ່ຈະມາຫຼິ້ນກິລາບານເຕະ ຫຼື ຟຸດຊໍ ນ້ອງໄດ້ມີຄວາມຮັກ ແລະ ມັກໃນກິລາບານເຕະມາແຕ່ນ້ອຍແລ້ວ ໂດຍມີຄອບຄົວສະໜັບສະໜູນ ແຕ່ບໍ່ໄດ້ເຂົ້າຝຶຶກຊ້ອມຢູ່ສະໂມສອນຫຼືອາຄາເດມີໃດໆ ເພາະວ່າຢູ່ ພາຍໃນແຂວງຕອນນັ້ນຍັງບໍ່ທັນມີອາຄາເດມີເທື່ອ,

           ວິໄລພອນ ສີນວນຄຳ ຍັງກ່າວຕື່ມວ່າ: ຄວາມໄຝ່ຝັນ ຂອງນ້ອງແມ່ນຢາກເປັນນັກກິລາອາຊີບ, ນ້ອງເອງຄິດວ່າ ການທີ່ໄດ້ມາຫຼີ້ນກິລາຟຸດຊໍ ໃນຄັ້ງນີ້ ເປັນ1ໃນການຮຽນຮູ້ແລະໄດ້ໃຊ້ທັກສະຂອງຕົນເອງຫຼາຍຂຶ້ນ, ຜົນງານສ່ວນໂຕແມ່ນ ລົງທັງໝົດ 6 ນັດ ຍິງ 12 ປະຕູ.

           ສຸດທ້າຍນີ້ນ້ອງຂໍ ເຊີນຊວນແຟນບານ ແລະ ກອງເຊຍ ທີ່ມາໃຫ້ກຳລັງໃຈທີມຂອງພວກເຮົາ ແລະກໍຂໍຂອບໃຈ ກອງເຊຍຂອງສະໂມສອນ ຈັນສີເອັບຊີ ທີ່ໃຫ້ກຳລັງໃຈທີມຂອງພວກເຮົາ.

           ສຳລັບການແຂ່ງຂັນ ລາວ ຟຸດຊໍ ລີກ 2024 ແມ່ນໄດ້ດຳເນີນການແຂ່ງຂັນມາໄດ້ 6 ອາທິດແລ້ວ ເຊິ່ງມີ 12 ທີມເຂົ້າຮ່ວມການແຂ່ງຂັນ ປະກອບມີ: ເບ ສະຫວັນ ( ແຊ້ມເກົ່າ ), ລະຊະຕະ , ມາສະດາ ຈີບີ, ເຫນືອ - ໃຕ້, ຊີທີເອ ພາວເວີ້ , ນະຄອນຫຼວງ, ວີເຊີນ, ອາສາ ພາວເວີ້, ເຄເອັມທີ, ເອັສທີທີ, ຈັນສີ ແລະ ຊີໄອທີ. ໂດຍໄດ້ເລີ່ມແຂ່ງຂັນມາແຕ່ ວັນທີ 02 ມີນາ 2024 ຫາ 02 ມິຖຸນາ 2024.

        ຮູບແບບການແຂ່ງຂັນຄັ້ງນີ້ແມ່ນແຂ່ງຂັນແບບລີກພົບກັນຫມົດ 1 ຮອບ ສະສົມຄະແນນ,ແລ້ວຄັດເລືອກເອົາສະໂມສອນ ອັນດັບ 1 ແລະ 2 ເຂົ້າຮອບ 4 ທີມໂດຍອັດຕະໂນມັດ. ສ່ວນອັນດັບ 3-6 ແມ່ນປະຄົບຄູ່ແຂ່ງຂັນຮອບຕົກແລ້ວຄັດອອກ( Play-off) ນັດດຽວ.ສວ່ນສະໂມສອນ ທີ່ຊະນະຈະໄດ້ຜ່ານເຂົ້າສູ່ຮອບ 4 ທີມ ໂດຍຈະພົບກັບທີມອັນດັບ 1 ແລະ ອັນດັບ 2 ທີ່ເປັນທີມຢືນ, ຮອບ 4 ທີມ ແລະ ຮອບຊີງຊະນະເລີດ ຕາມລຳດັບ, ສ່ວນເງິນລາງວັນຊະນະເລີດ ແມ່ນຈະໄດ້ຮັບເງິນ 50 ລ້ານກີບ, ຮອງຊະນະເລີດ ອັນດັບ 1 ໄດ້ຮັບເງິນ 25 ລ້ານກີບ ແລະ ຮອງຊະນະເລີດອັນດັບ 2 ໄດ້ຮັບເງິນ 10 ລ້ານກີບ ຂະນະທີ່ລາງວັນປະເພດບຸກຄົນ ມີລາງວັນຜູ້ຮັກສາປະຕູດີເດັ່ນ, ລາງວັນນັກກິລາດີເດັ່ນ, ລາງວັນຄູຝຶກດີເດັ່ນ ແລະ ລາງວັນຜູ້ຍິງປະຕູສູງສຸດ.

ພາບ: ຈອນ​ນີ້

ກ​ຣາ​ຟ​ຟິກ: ບິນ

ຂຽນ: ຫມີ ອາ​ເຊ​ເນ​ລ

#LAOFOOTBALLFEDERATION

#LAOFUTSALLEAGUE2024

#LAOFORDCITY

#LAOTELECOM

#CAVALAOS