ຊ້າງນ້ອຍ:ໜຶ່ງດຽວຂອງສປປລາວເຂົ້າຮວ່ມແຂ່ງຂັນບານເຕະຊີງແຊ້ມສະໂມສອນອາຊຽນ ລະດູການ 2024/2025 SHOPEE CUP 2024-2025 ຮອບ Play Off

09/05/2024

ວັນທີ 09 ພຶດສະພາ 2024 ຢູ່ທີ່ນະຄອນຫຼວງ ໂຮຈີມິນ ປະເທດຫວຽດນາມ ໄດ້ມີການຈັບສະຫລາກການແຂ່ງຂັນບານເຕະຊີງແຊ້ມສະໂມສອນ ອາຊຽນ ລະດູການ 2024-2025,ໃນນັ້ນຊ້າງນ້ອຍທີມກິລາບານເຕະໜຶ່ງດຽວຂອງສປປລາວໄດ້ສິດເຂົ້າຮ່ວມການແຂ່ງຂັນໃນຖານະ ແຊ້ມເປບຊີ ລາວລີກ1 ປີ2023.

ຜົນການຈັບສະຫລາກ(Play Off) ສະໂມສອນ ຊ້າງນ້ອຍຈະພົບກັບ ສະໂມສອນ ສະວາຍຣຽງ ຈາກປະເທດກຳປູເຈຍ ຂະນະທີ່ອີກຄູ່ຄື ຊານ ຢູໄນເຕັດ ຈາກ ປະເທດມຽນມາ ພົບກັບ ກາສູກາ ເອັຟຊີ ຈາກປະເທດບຣູໄນ 

ຫາກທີມໃດຊະນະ ແມ່ນຈະໄດ້ຜ່ານເຂົ້າສູ່ຮອບແບ່ງກຸ່ມໂດຍ ມີ 12 ທີມເຂົ້າຮ່ວມການແຂ່ງຂັນ.

 ຂະນະທີ່ຜົນຈັບສະຫລາກຮອບແບ່ງກຸ່ມມີ 12 ທີມ ໂດຍແບ່ງອອກເປັນ 2 ກຸ່ມ , ກຸ່ມລະ 6 ທີມປະກອບມີ:

- ກຸ່ມA: ບີຈີ ປະທຸມ ຢູໄນເຕັດ ເອັຟຊີ ຈາກ ໄທ, ຕຣັງການູ ເອັຟຊີ ຈາກ ມາເລເຊຍ, ພີເອັສເອັມ ມາຄັດຊາ ຈາກ ອິນໂດເນເຊຍ, ດົງເອ ທັນຫົວ ຈາກ ຫວຽດນາມ, ທີມຊະນະຈາກ ຮອບເພລອອຟ 1 ແລະ ທີມຊະນະຈາກຮອບເພລອອຟ 2.

- ກຸ່ມB: ບູຣິຣຳ ຢູໄນເຕັດ , ກົວລຳເປີ ຊິດຕີ້ ເອັຟຊີ, ກົງອັນ ຮ່າໂນ້ຍ, ບອສນຽວ ຊາມຣິນດາ ຈາກ ອິນໂດເນເຊຍ, ຄາຢາ ເອັຟຊິ ຈາກ ຟີລິບປິນ, ໄລອອນ ຊິດຕີ້ ເຊເລີ້ ຈາກ ສິງປະໂປ.

   ນັດ​ທີ 1 (Play Off) ວັນ​ທີ 17/07/2024 ຊ້າງ​ນ້ອຍ ພົບ ສະວາຍ​ຣຽງ ແຂ່ງ​ຂັນ​ຢູ່​ທີ່​ສະ​ຫນ​າ​ມ​ກິ​ລາ​ແຫ່ງ​ຊາດ​ຫຼັກ 16 ແລະ ນ​ັດ​ທີ 2 ວັນ​ທີ 24/07/2024 ສວາຍ​ຣຽງ ພົບ ຊ້າງ​ນ້ອຍ ແຂ່ງ​ຂັນ​ຢູ່​ທີ່​ປະ​ເທດ​ກຳ​ປູ​ເຈຍ. 

 

#ShopeeCup

#ASEANUtdFC

#LaoLeague1