ຝຶກອົບຮົມກໍາມະການຕັດສິນຟຸດຊໍ ລາວ ຟຸດຊໍລີກ 2025

22/04/2025

        ສະຫະພັນບານເຕະແຫ່ງຊາດລາວ( ສຕລ) ໄດ້ຈັດພິທີເປີດການຝຶກອົບຮົມຍົກລະດັບກຳມະການຕັດສິນ ຟຸດຊໍລາວ ໃນຕອນເຊົ້າ ວັນທີ 22 ເມສາ 2025 ທີ່ຫ້ອງປະຊຸມ ສຕລ,ໂດຍໃຫ້ກຽດເຂົ້າຮ່ວມພິທີເປິດຂອງ ທ່ານ ຄຳແພງ ວົງຂັນຕີ ຮອງປະທານສຕລ,ທັງເປັນຫົວຫນ້າອະນຸກຳມະການຕັດສິນ ສຕລ. ການຝຶກອົບຮົມໃນຄັ້ງນີ້ແມ່ນເພື່ອຈຸດປະສົງກຽມຄວາມພ້ອມໃຫ້ແກ່ການແຂ່ງຂັນຟຸດຊໍລາວລີກ 2025 ທີ່ຈະເປີດຂື້ນຢ່າງເປັນທາງການໃນວັນທີ 26 ເມສາ 2025 ນີ້.
        ໄລຍະການຝຶກອົບຮົມເປັນເວລາ 3 ມື້ ( 22 – 24 ເມສາ 2025) ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ທາງດ້ານກົດລະບຽບກະຕິກກາໃໝ່ຂອງກິລາບານເຕະຟຸດຊໍສະບັບປັບປຸງຂອງFIFA ແລະ ມີການທົດສອບພາລະກຳລັງພ້ອມດ້ວຍການ ສອບເສັງຄວາມຮູ້ດ້ານທິດສະດີ.
         ທ່ານ ຄຳແພງ ວົງຂັນຕີ ໄດ້ຍົກໃຫ້ເຫັນຄວາມໝາຍແລະຄວາມສຳຄັນຂອງການຝຶກອົບຮົມແລະເນັ້ນໃຫ້ຜູ້ເຂົ້າຮວ່ມຕັ້ງໃຈໃນການຮຽນ,ພ້ອມປະຕິບັດລະບຽບຂອງການຮຽນໃຫ້ເຄັ່ງຄັດ,ປາສະຈາກຂໍ້ຜິດພາດທີ່ອາດຈະເກີດຂຶ້ນ ເພື່ອກຽມຄວາມພ້ອມຕັດສິນ ການແຂ່ງຂັນ ລາວ ຟຸດຊໍ ລີກ 2025 ທີ່ຈະເປີດຂຶ້ນໃນອາທິດນີ້ດວ້ຍຜົນສຳເລັດ.ເຂົ້າຮວ່ມໃນກອງປະຊຸມຍັງມີ ທ່ານ ຄຳປະສົງ ໄຊຍະວິງ ຜູ້ຮັບຜິດຊອບກໍາມະການຕັດສິນຟຸດຊໍ ທັງເປັນຜູ້ຝຶກສອນ ພ້ອມດ້ວຍຜູ້ປະເມີນກໍາມະການຕັດສິນ ແລະ ສໍາມະນາກອນ 18 ທ່ານ.