ກອງປະຊຸມໃຫຍ່ສະໄໝສາມັນ ສະຫະພັນບານເຕະແຫ່ງຊາດລາວປະຈໍາປີ 2021

28/02/2022

ສະຫະພັນບານເຕະແຫ່ງຊາດລາວ ໄດ້ຈັດກອງປະຊຸມໃຫຍ່ ສະໄຫມສາມັນ ສະຫະພັນບານເຕະແຫ່ງຊາດລາວ ປະຈຳປີ 2021 ຂຶ້ນ ໂດຍຜ່ານລະບົບທາງໄກໃນວັນທີ 26 ກຸມພາ 2022 ພາຍໃຕ້ການເປັນປະທານຂອງ ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ ໂດຍການເຂົ້າຮ່ວມຂອງ ຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວຜູ້ແທນຈາກບັນດາສະຫະພັນບານເຕະແຂວງ ແລະ ນະຄອນຫລວງຕາງໜ້າຈາກສະໂມສອນກິລາບານເຕະລາວລີກ ປະຈໍາປີ 2021 ແລະ ບັນດາສື່ມວນຊົນ ພ້ອມດ້ວຍຜູ້ແທນ ຕາງໜ້າຈາກ FIFA ແລະ AFC.
ຈຸດປະສົງຂອງກອງປະຊຸມໃນມື້ນີ້ແມ່ນເພື່ອ ຮັບຮອງການສະຫຼຸບການເຄື່ອນໄຫວວຽກງານຂອງ ສຕລ ປະຈໍາປີ 2021 ແລະ ຮັບຮອງການສະເໜີແຜນການເຄື່ອນໄຫວ ຂອງ ສຕລ ປະຈໍາປີ 2022
ກອງປະຊຸມໄດ້ເປີດຂຶ້ນໂດຍການກ່າວເປີດພິທີຢ່າງເປັນທາງການ ຂອງທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ ຕ້ອນຮັບບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຜ່ານລະບົບທາງໄກ.
ຈາກນັ້ນ ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການສະຫະພັນບານເຕະແຫ່ງຊາດລາວ ໄດ້ດຳເນີນວາລະກອງປະຊຸມໃຫຍ່ສະໄໝສາມັນ ປະຈຳປີ 2021 ຕາມລະບຽບຂອງ ສຕລ.​
ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຊົມ ວີດີໂອ ການລາຍງານການເຄື່ອນໄຫວກິດຈະກໍາຂອງ ສຕລ ປະຈໍາປີ 2021, ວີດີໂອ ການລາຍງານການເງິນ ແລະ ບົດກວດສອບບັນຊີ ສຕລ ປະຈໍາປີ 2020 ແລະ ວີດີໂອ ສະເໜີກົດລະບຽບ ສຕລ ສະບັບປັບປຸງ ປີ 2021.
ຈາກນັ້ນ ທ່ານ ປະທານ ສຕລ ກໍໄດ້ສະເໜີແຜນການເຄື່ອນໄຫວ ແລະ ແຜນງົບປະມານ ປະຈຳປີ 2022 ໃຫ້ແກ່ທີ່ປະຊຸມ ໄດ້ຮັບຮອງ ພ້ອມດວ້ຍສະເໜີ ບໍລິສັດກວດສອບບັນຊີ ປະຈຳປີ 2021-2022.
ເຊິ່ງທຸກໆວາລະແມ່ນໄດ້ຮັບການຮັບຮອງເຫັນດີຈາກ ສະມາຊິກ ຂອງສຕລ ກໍຄື ຜູ້ແທນຈາກສະຫະພັນບານເຕະແຂວງ ແລະ ສະໂມສອນບານເຕະ ລາວລີກປີ 2021.