ສຕລ ສຳເລັດການຝຶກອົບຮົມຜູ້ປະສານງານການແຂ່ງຂັນ 2024
ສຕລ ສຳເລັດການຝຶກອົບຮົມຜູ້ປະສານງານການແຂ່ງຂັນ 2024
LFF REFEREE ACADEMY
ສຕລ ຝຶກອົບຮົມກຳມະການຕັດສິນຮຸ່ນສືບທອດ ( LFF Referee Academy) ຄັ້ງທໍາອິດ
ສຕລ ແລະບໍລິຄຳໄຊ ຈັດກິດຈະກໍາສະຫຼອງວັນແມ່ຍິງສາກົນ
Title Type Date
ສູນຝຶກຈຳປີ-ຈຳປາ ຫຼັກ16 ເປີດ​ເທີມ​ໃຫມ່ 27/04/2024 Advertise 26/03/2024
ເປິດ​ເທີມ​ໃຫມ່ ສູນຝຶກ​ຈຳ​ປີ - ຈຳ​ປາ ວັນ​ທີ 27/04/2024 Advertise 25/03/2024
ປະ​ກາດ​ຮັບ​ສະ​ຫມັກ​ພະ​ນັກ​ງານ Advertise 25/03/2024
News Cover

ທີມຊາດລາວ ຜ່ານເຂົ້າຮອບຄັດເລືອກ ການແຂ່ງຂັນບານເຕະ ຊີງແຊ້ມອາຊີ 2027 AFC Asian Cup Saudi Arabia 2027™ Qualifiers Final Round

02/05/2024

          ທີມຊາດລາວ ຜ່ານເຂົ້າຮອບຄັດເລືອກ ການແຂ່ງຂັນບານເຕະ ຊີງແຊ້ມອາຊີ 2027 AFC Asian Cup Saudi Arabia 2027™ Qualifiers Final Round ໂດຍບໍ່ໄດ້ແຂ່ງຂັນຮອບ Play off, ສຳລັບຮອບນີ້ແມ່ນຈະເອົາທີມທີ່ໄດ້ອັນດັບ 3 ແລະ ອັນດັບ 4 ຈາກການແຂ່ງຂັນບານໂລກ & ຊີງແຊ້ມອາຊີ ຮອບຄັດເລືອກ ຈາກ 9 ກຸ່ມ ລວມທັງຫມົດ 18 ທີມ ແລະ 6 ທີມຈາກຮອບຄັດເລືອກ Play off .

          ການຈັບສະຫລາກແບ່ງກຸ່ມຈະໄດ້ຈັດຂຶ້ນໃນຕົ້ນເດືອນທັນວາ 2024.


News Cover

ບຸກຄະລາກອນ ສຕລໄດ້ຮັບການຍົກລະດັບດ້ານວຽກງານການແພດ

02/05/2024

               ລະຫວ່າງວັນທີ 22-27 ເມສາ 2024 ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ສົ່ງບຸກຄະລາກອນໜຶ່ງທ່ານຄືທ່ານ ນາງຕິກຕ້າ ດວງພະຈັນ ເຂົ້າຮ່ວມຝຶກອົບຮົມວຽກງານການແພດດ້ານກິລາ(AFC PRESIDENT’S TRAVELLING FELLOWS FOR FOOTBALL MEDICINE PROGRAMME 2024) ຢູ່ນະຄອນຫຼວງບາງກອກ ປະເທດໄທ ໂດຍມີ ບຸກຄະລາກອນຈາກປະເທດຈໍແດນ,ອິນໂດເນເຊຍ, ສປປລາວ ແລະ ເຂດປົກຄອງພິເສດມາເກົາສປຈີນເຂົ້າຮວ່ມ.

             ທ່ານ ນາງ ຕິກຕ້າ ດວງພະຈັນໄດ້ກ່າວວ່າ: ‘’ ໃນຖານະນັກກາຍຍະພາບຂອງທີມຊາດບານເຕະລາວສະແດງຄວາມດີໃຈທີ່ການຈັດຕັ້ງສຕລໄດ້ເປີດໂອກາດໃຫ້ຕົນເອງເຂົ້າຮວ່ມຝຶກອົບຮົມໃນໂຄງການຂອງສະຫະພັນບານເຕະອາຊີ ໃນຄັ້ງນີ້,ເຊິ່ງຈະເປັນໂອກາດທີ່ດີໄດ້ຮຽນຮູ້ເພີ່ມເຕີມເພື່ອພັດທະນາທັກສະໃນດ້ານກາຍຍະພາບບຳບັດ,ການຝຶກ ແລະ ພັດທະນາຮ່າງກາຍ,ທັງຈະເປັນການພັດທະນາຕົນເອງໃນການປະຕິບັດຫນ້າທີ່ດ້ານວິຊາສະເພາະຊວ່ຍນັກກິລາທີ່ຖືກບາດເຈັບໃນເວລາແຂ່ງຂັນໃຫ້ທັນການມີຄຸນນະ ພາບສູງຂື້ນ.

ທ່ານ ນ. ຕິກຕ້າ ດວງພະຈັນກ່າວຕື່ມວ່າ: ການເຂົ້າຮ່ວມໂຄງການນີ້,ນອກຈາກເຮັດໃຫ້ຕົນເອງໄດ້ຮຽນຮູ້ປະສົບການດ້ານການປິ່ນປົວກາຍຍະພາບບຳບັດເຂົ້າຊ່ວຍນັກກິລາທີ່ບາດເຈັບແລ້ວ,ກໍຍັງໄດ້ຮຽນຮູ້ແລະແລກປ່ຽນບົດຮຽນດ້ານເທັກໂນໂລຊີດ້ານ ອື່ນໆຕື່ມອີກຈາກຜູ້ເຂົ້າຮວ່ມການຝຶກອົບຮົມ.

            ສຳລັບ ປະຫວັດຂອງ ທ່ານ ນ. ຕິກຕ້າ ດວງພະຈັນ ເຂົ້າສູ່ວົງການບານເຕະເປັນແພດ ການແຂ່ງຂັນບານເຕະ ລາວພຣີເມຍລີກ 2016, ໄດ້ເຂົ້າຮ່ວມເຄື່ອນໄຫວທີມຊາດລາວ ໃນຫລາຍໆລາຍການ ແລະ ເຂົ້າເຮັດວຽກຢູ່ຫນ່ວຍງານແພດຂອງ ສະຫະພັນບານເຕະອາຊີ 2019.


News Cover

ປະ​ກາດ​ຮັບ​ສະ​ຫມັກ​ທີ​ມ​ເຂົ້າ​ຮ່ວມ ການ​ແຂ່ງ​ຂັນ​ກິ​ລາ​ບານ​ເຕະ​ເຍ​ົ​າວະ​ຊົນ LFF-YOUTH FOOTBALL COMPETITIONS

02/05/2024

⚽️ ການແຂ່ງຂັນກິລາບານເຕະເຍົາວະຊົນ LFF-YOUTH FOOTBALLCOMPETITIONS

➡️ ເງື່ອນໄຂການສະໝັກເຂົ້າຮ່ວມການແຂ່ງຂັນ

📌 ກຳນົດທີມເຂົ້າຮ່ວມການແຂ່ງຂັນ U12 ຈໍາ ນວນ 24 ທີມ ແລະ U14 ຈຳ ນວນ 16 ທີມ.

📌 ການແຂ່ງຂັນຈັດແບບ Play Off ເພື່ອຄັດເລືອກ 8 ທີມສຸດທ້າຍເຂົ້າຮ່ວມການແຂ່ງຂັນ.

➡️ U12 ປີ(ຊາຍ) ແມ່ນກໍານົດປີເກີດ 2012/2013.

➡️ U14 ປີ (ຊາຍ) ແມ່ນກຳນົດປີເກີດ 2010/2011.

➡️ U12 ປີ ແມ່ນແຂ່ງຂັນໃນ 🗓 ວັນທີ 18/5/2024 

🏟 ສະໜາມສູນຝຶກຫຍ້າທຽມຫ້ວຍຫົງ ສຕລ.

➡️ U14 ແມ່ນແຂ່ງຂັນໃນ 🗓 ວັນທີ 19/5/2024 

🏟 ສະ​ຫນາມສູນຝຶກຈໍາປີ- ຈໍາປາ ຫຼັກ16.

(ໝາຍເຫດ) ກໍານົດສົ່ງເອກະສານບໍ່ໃຫ້ກາຍ 🗓 ວັນທີ 8/5/2024 ປິດຮັບສະໝັກ 17:00pm

📱+856 2094178792 ທ່ານ ບຸນເຊິ່ນ ໝອນອາລັກ

📱 +856 2098232882 ທ່ານ ທິບພະຈັນ ສອນທະວີ


#LFFYOUTHFOOTBALLCOMPETITIONS

#LFFU12

#LFFU14

#LFFU15GIRLS

Video Cover

ການ​ແຂ່ງ​ຂັນ ລາວ ຟຸດ​ຊໍ ລີກ 2024 ຈັນ​ສ​ີ ພົບ ເຄ​ເອັມ​ທີ

27/04/2024

ການ​ແຂ່ງ​ຂັນ ລາວ ຟຸດ​ຊໍ ລີກ 2024 ຈັນ​ສ​ີ ພົບ ເຄ​ເອັມ​ທີ

Video Cover

ຕາ​ຕະ​ລາງ ການ​ແຂ່ງ​ຂັນ ລາວ ຟຸດ​ຊໍ ລີກ 2024 ລະ​ຊະ​ຕະ ພົບ ຊີ​ໄອ​ທີ

27/04/2024

ຕາ​ຕະ​ລາງ ການ​ແຂ່ງ​ຂັນ ລາວ ຟຸດ​ຊໍ ລີກ 2024 ລະ​ຊະ​ຕະ ພົບ ຊີ​ໄອ​ທີ

Video Cover

ການ​ແຂ່ງ​ຂັນ ລາວ ຟຸດ​ຊໍ ລີກ 2024 ວີ​ເຊີນ ພົບ ​​ເຫນືອ-ໃຕ້

27/04/2024

📌⚽️ ຕາ​ຕະ​ລາງ ການ​ແຂ່ງ​ຂັນ ລາວ ຟຸດ​ຊໍ ລີກ 2024 LAO FUTSAL LEAGUE 2024 ອາທິດ ທີ 8

- 🗓 ວັນເສົາ 27 ເມ​ສາ 2024

⏱ ເວລາ 18:00 ​ວີ​ເຊີນ ພົບ ​​ເຫນືອ-ໃຕ້

🏟 ທຸກໆຄູ່ແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາໃນຮົ່ມ ສູນຝຶກຫ້ວຍຫົງ ສຕລ

📺 ສາມາດໄປຊົມ ແລະ ເຊຍ ຕິດຂອບສະຫນາມທີມທີ່ຕົນເອງມັກໄດ້, ເຂົ້າຊົມຟຣີ ແລະ ສາມາດຕິດຕາມຮັບ​ຊົມ ການຖ່າຍທອດສົດໄດ້ຜ່ານທາງເພສ ເຟສບຸກ LAO FUTSAL LEAGUE, LAOFF TV ສະຫະພັນບານເຕະແຫ່ງຊາດລາວ ແລະ ເວບ​ໄຊ ສະ​ຫະ​ພັນ​ບານ​ເຕະ​ແຫ່ງ​ຊາດ​ລາວ www.laoff.org.la

#LAOFOOTBALLFEDERATION

#LAOFUTSALLEAGUE2024

#LAOFORDCITY

#LAOTELECOM

#CAVALAOS