News
News Cover

ຈັດກິດຈະກຳບານເຕະ FIFA Women’s Football Campaign ຄັ້ງທີ 3 ທີ່ແຂວງ ວຽງຈັນ

19/09/2026

         ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ຮ່ວມກັບ FIFA ແລະ ສະຫະພັນບານເຕະ ແຂວງວຽງຈັນ ຈັດກິດຈະກຳບານເຕະຍິງ FIFA Women’s Football Campaign 2026 ຂື້ນໃນວັນທີ 19 ກັນຍາ 2026ທີ່ ວິທະຍາໄລເຕັກນິກ ແຂວງ ວຽງຈັນ ,ເພື່ອສ້າງແຮງບັນດານໃຈໃຫ້ກັບເຍົາວະຊົນລາວ ຮຸ່ນອາຍຸ 10 – 16 ປີ ໃຫ້ມາຫລິ້ນກິລາບານເຕະໃຫ້ຫລາຍຂຶ້ນ ເປັນກຽດເຂົ້າຮ່ວມມີ ທ່ານ ນ. ພູໄຊ ແພງພົງ, ຄະນະບໍລິຫານງານ ສຕລ, ທ່ານ ຂັນທອງ ດວງປະເສີດ ປະທານ ສະຫະພັນກິລາບານເຕະແຂວງວຽງຈັນ, ທ່ານ ນາງ ຍອດແກ້ວ ພາວະດີ ເລຂາທິການ ສຕລ ພ້ອມດ້ວຍແຂກຖືກເຊີນ, ຄູອາຈານ, ນັກກິລາ ທີມຊາດຍິງ, ນ້ອໆເຍົາວະຊົນ ແລະ ສື່ມວນຊົນ ເຂົ້າຮ່ວມ.


        ໃນພິທີ ທ່ານ ນ. ພູໄຊ ແພງພົງໄດ້ກ່າວເປີດງານວ່າ:ການຈັດກິດຈະກຳບານເຕະຍິງຂອງໂຄງການ FIFA Women’s Football Campaign ໃນປີ 2026 ເປັນອີກໜຶ່ງໂອກາດສຳຄັນໃນການເປີດພື້ນທີ່ໃຫ້ແມ່ຍິງ, ເດັກຍິງ ແລະ ເຍົາວະຊົນຍິງ ລາວໄດ້ເຂົ້າຮ່ວມກິລາບານເຕະຫຼາຍຂຶ້ນ ແລະ ໄດ້ຮຽນຮູ້ທັກສະບານເຕະໃນບັນຍາກາດທີ່ມ່ວນຊື່ນ ແລະ ປອດໄພ.


ທ່ານ ນາງ ພູໄຊ ແພງພົງ ເນັ້ນຕື່ມວ່າ ສະຫະພັນບານເຕະແຫ່ງຊາດລາວ ຍາມໃດກໍໃຫ້ຄວາມສຳຄັນຕໍ່ການພັດທະນາບານເຕະຍິງ ໂດຍມຸ່ງເນັ້ນການສ້າງໂອກາດໃຫ້ແມ່ຍິງ ແລະ ເດັກຍິງໄດ້ມີສ່ວນຮ່ວມຢ່າງກວ້າງຂວາງ ພ້ອມທັງສົ່ງເສີມຄູຝຶກ, ແລະ ບຸກຄະລາກອນຍິງໃຫ້ເຂົ້າມາມີບົດບາດໃນວົງການບານເຕະຫຼາຍຂຶ້ນ.“ການພັດທະນາບານເຕະຍິງ ບໍ່ແມ່ນພຽງແຕ່ການສ້າງນັກກິລາໃຫ້ເກັ່ງຂຶ້ນເທົ່ານັ້ນ ແຕ່ຍັງເປັນການສ້າງສຸຂະພາບທີ່ດີ, ສ້າງໂອກາດ, ຄວາມໝັ້ນໃຈ ແລະ ຄວາມຝັນໃຫ້ແກ່ແມ່ຍິງ ແລະ ເດັກຍິງລາວ.”


ທ່ານ ນາງ ພູໄຊ ແພງພົງ ຍັງຄາດຫວັງວ່າ ກິດຈະກຳໃນຄັ້ງນີ້ຈະເປັນອີກບາດກ້າວສຳຄັນໃນການສ້າງແຮງບັນດານໃຈ ແລະ ຄວາມສົນໃຈໃນກິລາບານເຕະ ໃຫ້ແກ່ແມ່ຍິງ, ເດັກຍິງ ແລະ ເຍົາວະຊົນຍິງ ພ້ອມທັງຮ່ວມກັນຂະຫຍາຍຖານບານເຕະຍິງໃຫ້ເຂັ້ມແຂງຈາກສູນກາງລົງສູ່ທ້ອງຖິ່ນ.


ສຳລັບກິດຈະກຳບານເຕະຍິງຂອງໂຄງການ FIFA Women’s Football Campaign ປີ 2026 ທີ່ ແຂວງວຽງຈັນ ຍັງໄດ້ຮັບການຮ່ວມກິດຈະກຳຈາກທີມຊາດຍິງລາວ U17 ທີ່ກຳລັງກະກຽມເຂົ້າຮ່ວມ AFC U-17 Women’s Asian Cup 2027 Qualifiers, ພ້ອມດ້ວຍຄູຝຶກ 20 ທ່ານ ແລະ ເດັກຍິງ 200 ຄົນ ຈາກ 5 ໂຮງຮຽນ. ການຮ່ວມກິດຈະກຳຄັ້ງນີ້ ນອກຈາກຈະສ້າງແຮງບັນດານໃຈໃຫ້ແກ່ເດັກຍິງຮຸ່ນໃໝ່ແລ້ວຍັງເປັນໂອກາດສຳຄັນໃນການຮ່ວມສ້າງມິດຕະພາບ ແລະ ສາຍສຳພັນໃໝ່ໆ ລະຫວ່າງ ບັນດາຜູ້ເຂົ້າຮ່ວມ.

News Cover

ຊີພີ ສະປອດ ເມືອງເລົ່າງາມ ຄວ້າແຊ້ມ ຈຸງຢາອີຊີ ຊີມັງລາວ ສາລະວັນ ລີກ 2 ປະຈຳປີ 2026

12/09/2026

ການແຂ່ງຂັນບານເຕະ ລາວລີກ 2 ແຂວງສາລະວັນ ປະຈຳປີ 2026 ແຂ່ງລະຫວ່າງວັນທີ 30 ພຶດສະພາ ຫາວັນທີ 12 ກັນຍາ 2026, ໂດຍມີ 7 ທີມເຂົ້າຮ່ວມຄື: ປກສ ແຂວງສາລະວັນ, ທະຫານ ແຂວງສາລະວັນ, ຊີພີ ສະປອດ ເມືອງເລົ່າງາມ, ມສ ສາລະວັນ, ບັນໄດຝັນ ເມືອງ ວາປີ, ບ່າວດອຍ ເມືອງຕະໂອ້ຍ ແລະ ເມືອງຄົງເຊໂດນ.


  ຜ່ານການແຂ່ງຂັນຜົນປາກົດວ່າ:


- ອັນດັບ 1 ຊີພີ ສະປອດ ເມືອງເລົ່າງາມ ແຂ່ງ 12 ນັດ ຊະນະ 8 ສະເໝີ 3 ເສຍ 1 ມີ 27 ຄະແນນ ໄດ້ຮັບຂັນຊະນະເລີດ ພ້ອມຫລຽນຄຳ ແລະ ເງິນລາງວັນ 15,000,000 ກີບ.


- ອັນດັບ 2 ໂຮງຮຽນ ມສ ສາລະວັນ ແຂ່ງ 12 ນັດ ຊະນະ 7 ສະເໝີ 3 ເສຍ 2 ມີ 24 ຄະແນນ ໄດ້ຮັບຫລຽນເງິນ ແລະ ເງິນລາງວັນ 8,000,000 ກີບ.


- ອັນດັບ 3 ປກສ ແຂວງສາລະວັນ ແຂ່ງ 12 ນັດ ຊະນະ 6 ສະເໝີ 3 ເສຍ 3 ມີ 23 ຄະແນນ ໄດ້ຮັບຫລຽນທອງ ແລະ ເງິນລາງວັນ 5,000,000 ກີບ.


- ອັນດັບ 4 ທະຫານ ແຂວງສາລະວັນ ແຂ່ງ 12 ນັດ ຊະນະ 6 ສະເໝີ 2 ເສຍ 4 ມີ 20 ຄະແນນ.


- ອັນດັບ 5 ບ່າວດອຍ ເມືອງຕະໂອ້ຍ ແຂ່ງ 12 ນັດ ຊະນະ 2 ສະເໝີ 5 ເສຍ 5 ມີ 11 ຄະແນນ.


- ອັນດັບ 6 ເມືອງຄົງເຊໂດນ ແຂ່ງ 12 ນັດ ຊະນະ 3 ສະເໝີ 1 ເສຍ 6 ມີ 10 ຄະແນນ


- ອັນດັບ 7 ບັນໄດຝັນ ເມືອງ ວາປີ ແຂ່ງ 12 ນັດ ຊະນະ 1 ສະເໝີ 1 ເສຍ 10 ມີ 4 ຄະແນນ.


ຂະນະທີ່ ລາງວັນດາວຍິງປະຕູສູງສຸດ: ກິຫຼ້າ ກິດຕິລາດລັງສີ ຈາກ ຊີພີ ສະປອດ ເມືອງເລົ່າງາມ ຍິງ 16 ປະຕູ, ລາງວັນຜູ້ຮັກສາປະຕູດີເດັ່ນ ພອນໄຊ ເພັດພະດຸງ ຈາກ ຊີພີ ສະປອດ ເລົ່າງາມ ແລະ ລາງວັນຄູຝຶກດີເດັ່ນ ທ່ານ ສິນນະສອນ ວົງສະຫວັດ ຄູຝຶກ ຊີພີ ສະປອດ ເລົ່າງາມ.


        ໃຫ້ກຽດມອບລາງວັນມີ ທ່ານ ປະເດີມພອນ ສົນທະນີ ປະທານຄະນະກຳມະການປົກຄອງແຂວງ, ທ່ານ ໂພທິຍາ ວົງຈອມສີ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ປະທານສະຫະພັນບານເຕະແຂວງສາລະວັນ, ທ່ານ ລີ ຈຸນຢາງ ຫົວໜ້າບໍລິຫານ ບໍລິສັດຈຸງຢາອິຊິ ຊີມັງລາວ ຈຳກັດ ພ້ອມຄະນະ.


  ຊີພີ ສະປອດ ເມືອງເລົ່າງາມ ໄດ້ຮັບສິດເຂົ້າຮ່ວມ ການແຂ່ງຂັນບານເຕະ ຊີງຂັນພະນະທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ລະດູການ 2026/27 ໃນຖານະແຊ້ມ ລາວລີກ 2 ແຂວງສາລະວັນ ພ້ອມທັງໄດ້ຮັບສິດເພອັອຟ ຫລື ເລື່ອນຊັ້ນຂຶ້ນສູ່ລີກສູງສຸດ ລາວລີກ 1 ລະດູການ 2027/28 ຖ້າຫາກຜ່ານເງື່ອນໄຂ.

News Cover

🔰ສະຫລຸບ ຜົນການແຂ່ງຂັນບານເຕະ ລາວລີກຍິງ 2026

07/09/2026

🔰ສະຫລຸບ ຜົນການແຂ່ງຂັນບານເຕະ ລາວລີກຍິງ 2026

1️⃣🏆🥇 ສະໂມສອນ ມັດສະດ້າ ຈີບີ ເອັຟຊີ ໄດ້ຮັບຂັນ, ຫລຽນລາງວັນ ແລະ ເງິນຈຳນວນ 300 ລ້ານກີບ.

2️⃣ ສະໂມສອນ ກອງທັບ ເອັຟຊີ ໄດ້ຮັບເງິນຈຳນວນ 100 ລ້ານກີບ

3️⃣ ສະໂມສອນ ເມດີຄໍ ເອັຟຊີ ໄດ້ຮັບເງິນຈຳນວນ 50 ລ້ານກີບ

4️⃣ ສະໂມສອນ ມາດສເຕີ້ ເອັຟຊີ

5️⃣ ສະໂມສອນ ເອັສອີຊີ ຢູໄນເຕັດ

6️⃣ ສະໂມສອນ ບໍລິຄຳໄຊ ເອັຟຊີ

7️⃣ ສະໂມສອນ ເຊໂນ ເອັຟຊີ

8️⃣ ສະໂມສອນ ໄຊເສດຖາ ເອັຟຊີ

9️⃣ ສະໂມສອນ ເຄພີເອັສ ເອັຟຊີ

🛑ລາງປະເພດບຸກຄົນ ມີລາງວັນດັ່ງນີ້:

🔰 ຄູຝຶກດີເດັ່ນ

'' ຕີ່ນີ່ ບຸນມະໄລ '' ຈາກ ສະໂມສອນ ມັດສະດ້າ ຈີບີ ເອັຟຊີ

🔰 ຜູ້ຮັກສາປະຕູດີເດັ່ນ

'' ພັດທະລາວະດີ ສໍໂພທິຣາຊ '' ຈາກ ສະໂມສອນ ມັດສະດ້າ ຈີບີ ເອັຟຊີ

🔰 ນັກກິລາຍິງປະຕູສູງສຸດ ແລະ ນັກກິລາດີເດັ່ນ

'' ອັນນ່າ ແກ້ວອ່ອນສີ '' ຈາກ ສະໂມສອນ ມັດສະດ້າ ຈີບີ ເອັຟຊີ ລົງສະຫນາມ 16 ນັດ ຍິງໄດ້ 53 ປະຕູ

🔰 ກຳມະການດີເດັ່ນ

1. ທ່ານ ນາງ ແກ້ວມະນີ ເພັງເມືອງຄຸນ

2. ທ່ານ ນາງ ພຸດສະຫວັນ ຈັນທະວົງ

3. ທ່ານ ນາງ ໜູໜິງ ອິນທະວົງ

4. ທ່ານ ນາງ ກອງຄຳ ໄຊສົມບູນ

     ສະໂມສອນ ມັດສະດ້າ ຈີບີ ຈະໄດ້ຮັບສິດເຂົ້າຮ່ວມ ການແຂ່ງຂັນບານເຕະ ຍິງ ຊີງແຊ້ມ ອາຊີ ລະດູການ 2027/28 ໃນຖານະແຊ້ມ ການແຂ່ງຂັນບານເຕະ ລາວລີກຍິງ 2026

🌐 www.laoff.org.la

#LaoWomenLeague2026 #Daretoplay #ກ້າທີ່ຈະສູ້ #FIFAFORWARD #EVO #DONGLUCSPORT #LAOTELECOM


News Cover

11 ສະໂມສອນເຂົ້າຮ່ວມການແຂ່ງຂັນບານເຕະ ເປບຊີ ລາວລີກ1 ລະດູການ 2026/27

02/09/2026

           ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2026/27 ຈະມີ 11 ສະໂມສອນເຂົ້າຮ່ວມການແຂ່ງຂັນ ປະກອບມີ:

1. ສະໂມສອນ ເອສະຣາ EZRA FC

2. ສະໂມສອນ ມັດສະດ້າ ຈີບີ MAZDA GB FC

3. ສະໂມສອນ ຈໍາປາສັກ ຮ່ວງແອັງຢາລາຍ ອາເວເນຍ CHAMPASAK HAGL AVERNIR FC

4. ສະໂມສອນ ກອງທັບ ARMY FC

5. ສະໂມສອນ ສາລະວັນ ຢູໄນເຕັດ SALAVAN UNITED

6. ສະໂມສອນ ຫຼວງພະບາງ ຟຟລ LUANGPRABANG EDL FC

7. ສະໂມສອນ ນໍ້າທາ ຢູໄນເຕັດ NAMTHA UNITED

8. ສະໂມສອນ ບີໄອເອັສ BIS FC

9. ສະໂມສອນ ສະຫວັນນະເຂດ ເຊໂລສ SAVANNAKHET ZELOS FC

10. ສະໂມສອນ ອຸດົມໄຊ ອິນທຣີເມສ OUDOMXAT ENTREMETS FC

11. ສະໂມສອນ ຈັນທະບູລີ ປິ່ນແກ້ວ ປາກເຊ FC CHANTHABOULY PINKEO PAKSE

           ໃນການແຂ່ງຂັນລະດູການນີ້ຈະນຳໃຊ້ 8 ສະຫນາມຄື: ສະຫນາມກິລາແຫ່ງຊາດຫຼັກ 16 ( ສະຫນາມນອກ ), ສະຫນາມ ກິລາກອງທັບ ຫຼັກ 5, ສະຫນາມກິລາແຂວງຈຳປາສັກ, ສະຫນາມກິລາແຂວງຫຼວງພະບາງ, ສະຫນາມກິລາແຂວງຫຼວງນ້ຳທາ, ສະຫນາມກິລາແຂວງສາລະວັນ, ສະຫນາມກິລາແຂວງສະຫວັນນະເຂດ ແລະ ສະຫນາມກິລາແຂວງອຸດົມໄຊ.

            ການແຂ່ງຂັນແມ່ນຈະເລີ່ມແຕ່ວັນທີ 10 ຕຸລາ 2026 ຫາ 21 ມີນາ 2027 , ສະໂມສອນທີ່ໄດ້ເປັນແຊ້ມຈະໄດ້ເປັນຕົວແທນຈາກ ສປປ ລາວ ເຂົ້າຮ່ວມການແຂ່ງຂັນລະດັບ AFC CHALLENGE LEAGUE 2027/28 (ແຕ່ຕ້ອງໄດ້ຮັບໃບອະນຸຍາດຈາກສະໂມສອນລະດັບອາຊີຈື່ງສາມາດເຂົ້າຮ່ວມໄດ້) ຫຼື ລາຍການອື່ນໆທີ່ຖືກເຊີນ ສ່ວນອັນດັບຮອງລົງມາຈະໄດ້ພິຈາລະນາຕາມຄວາມເໝາະສົມ.


News Cover

ທີມທະຫານແຂວງຄວ້າແຊ້ມ ລາວລີກ 2 ແຂວງສະຫວັນນະເຂດ

02/09/2026

       ການແຂ່ງຂັນບານເຕະລາວລີກ 2 ແຂວງສະຫວັນນະເຂດ ໄດ້ສຳເລັດການແຂ່ງຂັນໃນທ້າຍອາທິດທີ່ຜ່ານມາພາຍຫລັງດຳເນີນການແຂ່ງຂັນມາຕັ້ງແຕ່ວັນທີ 13 ມິຖຸນາ 2026 ຫາ ວັນທີ 28 ສິງຫາ 2026, ໂດຍມີ 6 ທີມເຂົ້າຮ່ວມປະກອບມີ: ທະຫານແຂວງ, ມະຫາວິທະຍາໄລສະຫວັນນະເຂດ, ເຊໂນ, ສຸເປີຄີມ, ສົງເປືອຍ ແລະ ສະຫວັນ ບັນຊາ.

     ສະຫລຸບຜົນການແຂ່ງຂັນ ສະໂມສອນ ທະຫານແຂວງ ຄວ້າແຊ້ມໃນລາຍການນີ້,ໂດຍລົງສະຫນາມ 10 ນັດ ຊະນະ 9 ນັດ, ສະເຫມີ 1 ນັດ ມີ 28 ຄະແນນ ໄດ້ຮັບຂັນ, ຫລຽນລາງວັນ ແລະ ເງິນຈຳນວນ 20 ລ້ານກີບ, ອັນດັບ 2 ມະຫາວິທະຍາໄລສະຫວັນນະເຂດ ລົງສະຫນາມ 10 ນັດ ຊະນະ 7 ນັດ, ສະເຫມີ 1 ນັດ, ເສຍ 2 ນັດ ມີ 22 ຄະແນນ ໄດ້ຮັບເງິນລາງວັນຈຳນວນ 12 ລ້ານກີບ, ອັນດັບ 3 ເຊໂນ ລົງສະຫນາມ 10 ນັດ ຊະນະ 6 ນັດ, ສະະເຫມີ 2 ນັດ, ເສຍ 2 ນັດ ມີ 20 ຄະແນນ ໄດ້ຮັບເງິນລາງວັນຈຳນວນ 12 ລ້ານກີບ, ອັນດັບ 4 ສຸເປີຄີມ ລົງສະຫນາມ 10 ນັດ ຊະນະ 4 ນັດ, ເສຍ 6 ນັດ ມີ 12 ຄະແນນ, ອັນດັບ 5 ສົງເປືອຍ ລົງສະຫນາມ 10 ນັດ ຊະນະ 2 ນັດ ເສຍ 8 ນັດ ມີ 6 ຄະແນນ, ອັນດັບ 7 ສະຫວັນ ບັນຊາ ລົງສະຫນາມ 10 ນັດ ເສຍ 10 ນັດ ມີ 0 ຄະແນນ.

 ສຳລັບລາງວັນປະເພດສ່ວນບຸກຄົນມີດັ່ງນີ້: ລາງວັນຄູຝຶກດີເດັ່ນ: ທ່ານ ສຸກນະຄອນ ສີພັນດອນ ຈາກ ສະໂມສອນ ທະຫານແຂວງ ໄດ້ຮັບເງິນລາງວັນ 1 ລ້ານກີບ, ລາງວັນນັກເຕະດີເດັ່ນ: ຕົ້ນຕາວັນ ບຸນຮັກສາ ຈາກ ສະໂມສອນ ທະຫານແຂວງ ໄດ້ຮັບເງິນລາງວັນ 1 ລ້ານກີບ, ລາງວັນຮັບນັກຮັບດີເດັ່ນ: ຫັດສະດີ ຈັນທະລັງສີ ຈາກ ສະໂມສອນ ທະຫານແຂວງ ໄດ້ຮັບເງິນລາງວັນ 1 ລ້ານກີບ.

 ສວ່ນລາງວັນຜູ້ຍິງປະຕູສູງສຸດເປັນຂອງຈິດຕະກອນ ວໍລະເດດ ຈາກ ສະໂມສອນ ມະຫາ ວິທະຍາໄລ ສະຫວັນນະເຂ ຍິງໄດ້ 26 ປະຕູ ໄດ້ຮັບເງິນລາງວັນ 1 ລ້ານກີບ.

 ສະໂມສອນ ທະຫານແຂວງໃນຖານະແຊ້ມລາວລີກ2ແຂວງສະຫວັນນະເຂດຈະໄດ້ສິດເຂົ້າຮ່ວມ ການແຂ່ງຂັນບານເຕະຊີງຂັນພະນະທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ລະດຸການ 2026/27.

ຂ່າວ:ທິບພະກອນພະກາສີ

ພາບ: ສະຫະພັນບານເຕະແຂວງສະຫວັນນະເຂດ 

News Cover

ປິ່ນແກ້ວ 2010 ຄວ້າແຊ້ມລາວໂຕໂຢຕ້າ ພາກໃຕ້ ຈໍາປາສັກ ລາວລີກ 2 ປະຈໍາປີ 2026

18/08/2026

          ຜົນການແຂ່ງຂັນບານເຕະລາວໂຕໂຢຕ້າ ພາກໃຕ້ ຈໍາປາສັກ ລາວລີກ 2 ປະຈໍາປີ 2026 ໄດ້ສຳເລັດການແຂ່ງຂັນໃນອາທິດທີ່ຜ່ານມາ ໂດຍມີການແຂ່ງຂັນທັງໝົດທັງ 14 ນັດ ຜົນປະກົດວ່າ: 


ອັນດັບ 1 ປິ່ນແກ້ວ 2010 ຊະນະ 13 ເສຍ 1 ມີ 39 ຄະແນນ ຄວ້າແຊ້ມໄປຄອງ ໄດ້ຮັບຂັນຊະນະເລີດ ພ້ອມຫຼຽນ ແລະ ເງິນລາງວັນ 25.000.000 ກີບ


ອັນດັບ 2 ໂຮງຮຽນຊ້າງເຜືອກ ຊະນະ 12 ເສຍ 2 ມີ 36 ຄະແນນ ໄດ້ຮັບຫຼຽນ ແລະ ເງິນລາງວັນ 12.000.000 ກີບ


ອັນດັບ 3 ສຸລິຍະວົງ ຊະນະ 9 ສະເໝີ 2 ເສຍ 3 ມີ 29 ຄະແນນ ໄດ້ຮັບຫຼຽນ ແລະ ເງິນລາງວັນ 8.000.000 ກີບ


ອັນດັບ 4 ບາຈຽງ ຊະນະ 7 ສະເໝີ 2 ເສຍ 5 ມີ 23 ຄະແນນ


ອັນດັບ 5 ໂຮງຫຼໍ່ ການໄຊ ຊະນະ 5 ສະເໝີ 3 ເສຍ 6 ມີ 18 ຄະແນນ


ອັນດັບ 6 ພົມປັນຍາ ຟຣາມ ຊະນະ 3 ເສຍ 11 ມີ 9 ຄະແນນ


ອັນດັບ 7 ປາຕິຫານ ຊະນະ2 ເສຍ 12 ມີ 6 ຄະແນນ


ອັນດັບ 8 SP Sign & Led ຊະນະ 1 ສະເໝີ 1 ເສຍ 12 ມີ 4 ຄະແນນ.


ຂະນະທີ່ ລາງວັນຜູ້ຮັກສາປະຕູດີເດັ່ນແມ່ນສົມຊາຍ ອຸ່ນນາໄລ ຈາກ ປິ່ນແກ້ວ 2010


ລາງວັນຄູຝຶກດີເດັ່ນແມ່ນ ທ່ານ ວິລະສິດ ສຸນາແກ້ວວົງສາ ຈາກ ປິ່ນແກ້ວ 2010


ລາງວັນດາວຍິງສູງສຸດແມ່ນສີກັນດາ ໄຊສົງຄາມ ຈາກ ສຸລິຍະວົງ ຍິງ 22 ປະຕູ ຈາກ 14 ນັດ.


ການແຂ່ງຂັນລາຍການນີ້ແມ່ນໄດ້ເລີ່ມແຂ່ງຂັນມາແຕ່ວັນທີ 8 ພຶດສະພາ ຫາວັນທີ 16 ສິງຫາ 2026, ໂດຍມີ 8 ສະໂມສອນ ເຂົ້າຮ່ວມປະກອບມີ: ສຸລິຍະວົງ ແຊ້ມເກົ່າ, ໂຮງຫຼໍ່ ການໄຊ, ບາຈຽງ, ປິ່ນແກ້ວ 2010, ພົມປັນຍາ ຟຣາມ, ໂຮງຮຽນຊ້າງເຜືອກ, SP Sign & Led ແລະ ປາຕິຫານ.




ຂ່າວ: ທິບພະກອນ ພະກາສີ , ພາບ: ສົມໃຈ ສະຫະພັນບານເຕະແຂວງຈຳປາສັກ 



News Cover

ສຕລ ຈັດຝຶກອົບຮົມຄູຝຶກກິລາບານເຕະລະດັບ " B "

10/08/2026

       ສະຫະພັນບານເຕະແຫ່ງຊາດລາວ( ສຕລ) ໄດ້ຈັດຊຸດຝຶກອົບຮົມຄູຝຶກກິລາບານເຕະ ລະດັບ B (LFF/AFC "B" DIPLOMA COACHING COURSE 2026 ) ຂື້ນໃນຕອນເຊົ້າ ວັນທີ 10 ສິງຫາ 2026 ທີ່ ຫ້ອງປະຊຸມ ສຕລ,ໃຫ້ກຽດເປັນປະທານກ່າວເປີດຂອງທ່ານ ຈັນທະວົງ ສິລິມະໂນທຳ ຮອງເລຂາທິການ ສະຫະ ພັນບານເຕະແຫ່ງຊາດລາວ,ໂດຍມີທ່ານ ຊຸນດຣໍາ ມູນຕີ (Sundram Moorthy) ຫົວໜ້າພະແນກເຕັກນິກ - ວິທະຍາ ສຕລ, ທ່ານ ວົງມີໄຊ ສຸບົວຄຳ ຜູ້ຝຶກສອນຫຼັກ ຈາກ ສຕລ ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງ ແລະ ນັກສຳມະກອນຈໍານວນ 22 ທ່ານ ເປັນຄົນລາວ 16 ທ່ານ, ໄທ 5 ທ່ານ ແລະ ບຣາຊິລ 1 ທ່ານເຂົ້າຮວ່ມ.


       ຈຸດປະສົງການຈັດຝຶກອົບຮົມກໍເພື່ອພັດທະນາຄູຝຶກໃຫ້ຖືກຕ້ອງຕາມຫຼັກສູດທີ່ໄດ້ຖືກຮັບຮອງຈາກ ສະຫະ ພັນບານເຕະອາຊີ ຫລື AFC,ຊຶ່ງໄດ້ແບ່ງອອກເປັນ 2 ພາກຮຽນຄື ພາກທິດສະດີ ແລະພາກປະຕິບັດຕົວຈິງຢູ່ສະໜາມ.


       ການຝຶກອົບຮົມໄດ້ແບ່ງອອກເປັນ 3 ໄລຍະ ຄື:


- ໄລຍະທີ1 ວັນທີ 10-16/8/2026


- ໄລຍະທີ2 ວັນທີ 10-16/9/2026


- ໄລຍະທີ3 24-30/10/2026


        ສຳລັບແຜນການຝຶກອົບຮົມຄູຝຶກໃນຕໍ່ໜ້າ ພະແນກເຕັກນິກ ວິທະຍາ ແລະ ພັດທະນາ ມີດັ່ງນີ້: 


- ຝຶກອົບຮົມຄູຝຶກຜູ້ຮັກສາປະຕູ GOALKEEPING ‘’ C’’ DIPLOMA ໄລຍະທີ 1 : ວັນທີ 01-04 ກັນຍາ 2026, ໄລຍະທີ 2 : ວັນທີ 05-08 ຕຸລາ 2026 ທີ່ ນະຄອນຫຼວງວຽງຈັນ 


- ຝຶກອົບຮົມຄູຝຶກລະດັບ ຊີ ‘’ C ‘’ DIPLOMA ວັນທີ 16-27 ພະຈິກ 2026 ທີ່ແຂວງຊຽງຂວາງ 


- ຝຶກອົບຮົມ ຟຸດຊໍ ລະດັບ 1 FUTSAL LEVEL 1 ວັນທີ 17-22 ກັນຍາ 2026 ທີ່ ນະຄອນຫຼວງວຽງຈັນ 


- ຝຶກອົບຮົມຄູຝຶກ ລະດັບ ຊີ ‘’ C ‘’ DIPLOMA ລະຫວ່າງວັນທີ 07-16 ທັນວາ 2026 ທີ່ ນະຄອນຫຼວງວຽງຈັນ , ຮັບສະເພາະເພດຍິງ ເທົ່ານັ້ນ.


         ຖ້າຫາກທ່ານໃດສົນໃຈກ່ຽວກັບການຝຶກອົບຮົມແຕ່ລະລາຍການສາມາດພົວພັນໄດ້ທີ່່່ ພະແນກ ເຕັກນິກວິທະຍາ ແລະ ພັດທະນາ ສຕລ ໃນໂມງລັດຖະການ Email: technic@laoff.org.la.


ຂ່າວ: ທິບພະກອນ ພະກາສີ



News Cover

ເຄເອັມທີ ຄວ້າແຊ້ມບານເຕະລາວລີກ 2 ນະຄອນຫຼວງວຽງຈັນ 2026

06/08/2026

          ພິທີປິດ ແລະ ສະຫຼຸບການຈັດການແຂ່ງຂັນບານເຕະ ລາວລີກ 2 ນະຄອນຫຼວງວຽງຈັນ ປະຈຳປີ 2026 ໄດ້ປິດສາກລົງ ເປັນທີ່ຮຽບຮ້ອຍແລ້ວພາຍຫຼັງດຳເນີນການແຂ່ງຂັນມາຕັ້ງແຕ່ວັນທີ 1 ມິຖຸນາ ຫາ 2 ສິງຫາ 2026 ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນໂດຍທ່ານ ນາງ ວິໄລວອນ ຈັນທະລາຕິ ຮອງປະທານຄະນະກຳມະການປົກຄອງ ນະຄອນຫຼວງວຽງຈັນ, ທ່ານ ສຸລິວັນ ເຊີນວິໄລ, ທ່ານ ບຸນມີ ຫຼ່ຽມ ໄຊຍະຈັກ ແລະ ທ່ານ ບຸນມີ ໄຊຍະວົງ ທັງ 3 ທ່ານ ເປັນຮອງປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ ພ້ອມດ້ວຍ ທ່ານ ຈັນທະວົງ ສິິລິມະໂນທຳ ຮອງເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ, ບັນດາຜູ້ໃຫ້ການສະໜັບສະໜູນ, ສື່ມວນຊົນ ແລະ ແຟນບານເຂົ້າຮ່ວມ.

        ໂອກາດນີ້, ທ່ານ ບຸນມີ ຫຼ່ຽມໄຊຍະຈັກໄດ້ຍົກໃຫ້ເຫັນຂໍ້ຫຍຸ້ງຍາກດ້ານການໂຄສະນາ-ປະຊາສຳພັນ ທີ່ຍັງມີຂໍ້ຈຳກັດດ້ານງົບປະມານ ເຮັດໃຫ້ການເຂົ້າເຖິງມວນຊົນຍັງບໍ່ທັນກວ້າງ ຂວາງເທົ່າທີ່ຄວນ; ແຕ່ກໍຖືເປັນບາດກ້າວທີ່ສຳຄັນ ແລະ ໄດ້ຮັບການຕອບຮັບເປັນຢ່າງດີຈາກແຟນບານ ເຊິ່ງ ຫວັງຢ່າງຍິ່ງວ່າໃນປີຕໍ່ໆໄປ ວົງການບານເຕະນະຄອນຫຼວງວຽງຈັນຈະສືບຕໍ່ເຕີບໃຫຍ່ເຂັ້ມແຂງຂຶ້ນກວ່າເກົ່າ.

        ການແຂ່ງຂັນຄັ້ງນີ້ ມີ 6 ສະໂມສອນເຂົ້າຮ່ວມຊີງໄຊ ລວມທັງໝົດ 30 ນັດ ຜ່ານການແຂ່ງຂັນ ຜົນປະກົດວ່າ:ຊະນະເລີດ/ແຊ້ມ)ເປັນຂອງ ສະໂມສອນ ເຄເອັມທີ ເອັຟຊີ ໂດຍໄດ້ຮັບຂັນຊະນະເລີດ 1 ໜ່ວຍ, ຫຼຽນລາງວັນ ແລະ ເງິນລາງວັນ 30,000,000 ກີບ, ສ່ວນອັນດັບ 2: ເປັນຂອງສະໂມສອນ ເອັຟຊີ ຈັນທະບູລີ ໄດ້ຮັບເງິນລາງວັນ 15,000,000 ກີບ, ອັນດັບ 3: ສະໂມສອນ ເອັສອີຊີ ຢູໄນເຕັດ ຮັບເງິນລາງວັນ 5,000,000 ກີບ. ອັນດັບ 4 ສະໂມສອນ ພິທີເຄ ຢູໄນເຕັດ, ອັນດັບ 6 ສະໂມສອນ ເມດິຄໍ ເອັຟຊີ ແລະ ສະໂມສອນ ເຄພີເອັສ ເອັຟຊີ .

       ນອກຈາກນີ້ ຍັງມີ ລາງວັນບຸກຄົນດີເດັ່ນປະກອບມີ: ນັກເຕະດີເດັ່ນປະຈຳລາຍການ: ທ້າວ ມິນສະດາ ເວດສະວົງ ຈາກສະໂມສອນ ເຄເອັມທີ ເອັບຊີ, ຄູຝຶກດີເດັ່ນ: ທ່ານ ອ່ອນສີ ວັນນະເກດ ຈາກສະໂມສອນ ເຄເອັມທີ ເອັບຊີ, ຜູ້ຮັກສາປະຕູດີເດັ່ນ: ທ້າວ ຈັນທະວີໄຊ ທຽບອານົງ ຈາກສະໂມສອນ ເອັບຊີ ຈັນທະບູລີ ແລະ ກຳມະການຕັດສິນດີເດັ່ນ: ຈຳນວນ 5 ທ່ານ ໄດ້ແກ່ ທ່ານ ວົງວິໄລ ໄຊຍະບັນດິດ, ທ່ານ ຂຽວ ບຸນຄຸນສອນ, ທ່ານ ໄຊສະນິດ ນາດ້າ, ທ່ານ ຄາມີ ອິນທະພັນ ແລະ ທ່ານ ນາງ ນົກ ໄພສະຫວັນ. ຂ່າວ:ທິບພະກອນພະກາສີ


News Cover

ສຕລ ຈັດຝຶກອົບຮົມຄູຝຶກກິລາບານເຕະລະດັບ “A”ຄັ້ງທີ 3

07/07/2026

        ສະຫະພັນບານເຕະແຫ່ງຊາດລາວ( ສຕລ) ໄດ້ຈັດຊຸດຝຶກອົບຮົມຄູຝຶກກິລາບານເຕະ ລະດັບ “A” (LFF/AFC “A” Diploma Coaching Course 2026/2027) ຄັ້ງທີ 3 ຂື້ນຢ່າງເປັນທາງການທີ່ຫ້ອງປະຊຸມຂອງສຕລ ເມື່ອວັນທີ 06 ກໍລະກົດ 2026, ໂດຍໃຫ້ກຽດເປັນປະທານກ່າວເປີດຂອງທ່ານ ດຣ. ໄຊຊະນະ ທອງຄໍາຈັນ ຄະນະບໍລິຫານງານ ສຕລແລະມີທ່ານ Sundram Moorthy ຫົວໜ້າພະແນກເຕັກນິກເຂົ້າຮວ່ມ.

       ໃນໂອກາດກ່າວມີຄຳເຫັນໃນພິທີໄຂຝຶກອົບຮົມ,ທ່ານ ດຣ. ໄຊຊະນະ ທອງຄຳຈັນ ໄດ້ກ່າວວ່າ:‘’ການຝຶກອົບຮົບຄັ້ງນີ້ເປັນຄັ້ງທີ 3 ທີ່ ສະຫະພັນບານເຕະແຫ່ງຊາດລາວ ໄດ້ຈັດຝຶກອົບຮົມຫລັກສູດດັ່ງກ່າວ, ເພື່ອຈຸດປະສົງສ້າງຄຸຝຶກທັງພາຍໃນ ແລະ ຕ່າງປະເທດໄດ້ມາຮຽນຮູ້ຮ່ວມກັນໃນການພັດທະນາກິລາບານເຕະເພີ່ມຂຶ້ນ, ຂໍໃຫ້ນັກສຳມະນາຄອນ ຕັ້ງໃຈເອົາຄວາມຮູ້ ເອົາໃຈໃສ່ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ‘’.

       ນີ້ແມ່ນການຝຶກອົບຮົມຄັ້ງທຳອິດທີ່ແມ່ນຄົນລາວເປັນຜຸູ້ຝຶກສອນຄືທ່ານ ວົງມີໄຊ ສຸບົວຄຳ ເປັນຜູ້ຝຶກສອນຫລັກ,ໂດຍມີສຳມະກອນຈໍານວນ 21 ທ່ານ ທີ່ມາຈາກໄທ 5 ທ່ານ,ສະວິດເຊີແລນ 1 ທ່ານ ແລະ ຄົນລາວ 16 ທ່ານເຂົ້າຮ່ວມ ມີລາຍຊື່ດັ່ງລຸ່ມນີ້:

1. ທ່ານ ອຳໄພວັນ ຈັນທະລາວົງ ຈາກ ສະໂມສອນ ນໍ້າທາ ຢູໄນເຕັດ

2. ທ່ານ ແກ້ວວຽງເພັດ ລິດທິເດດ ຈາກ ສະໂມສອນ ນໍ້າທາ ຢູໄນເຕັດ

3. ທ່ານ ທອງສະເຫນ່ ພັນທະຍາ ຈາກ ສະໂມສອນ ກອງທັບ

4. ທ່ານ ສຸກສະຫວັນ ບົວຫອມ ຈາກ ສະໂມສອນ ມັດສະດ້າ ຈີບີ

5. ທ່ານ ໄຊຍະສັກ ວານິສະເວດ ຈາກ ສະໂມສອນ ບີໄອເອັສ

6. ທ່ານ ປະສານມິດ ແກ້ວເກີງສະໄກມ ຈາກ ສະໂມສອນ ສາລະວັນ ຢູໄນເຕັດ

7. ທ່ານ ຂັນໄຊ ພະກາສີ ຈາກ ແຂວງບໍລິຄຳໄຊ

8. ທ່ານ ສົມລິດ ແສງວັນນີ ຈາກ ແຂວງອຸດົມໄຊ

9. ທ່ານ ສຸມີໄຊ ເພຍຫຼວງລາດ ຈາກ ສະໂມສອນ ເມດີຄໍ

10. ທ່ານ ສອນວິໄລ ສີຫາວົງ ຈາກ ທີມຊາດລາວU17

11. ທ່ານ ໂຄລ່າ ອຸ່ນດາລາ ຈາກ ທີມຊາດລາວU17

12. ທ່ານ ສຸດທະນີ ລຸນສິລິ ທີມຊາດລາວU17

13. ທ່ານ ສີສະເຫວີຍ ໄຊຊະນະສີ ຈາກ ສະຫະພັນບານເຕະແຫ່ງຊາດລາວ

14. ທ່ານ ສົມໃຈ ແສນພິມມະຈັກ ຈາກ ສະຫະພັນບານເຕະແຫ່ງຊາດລາວ

15. ທ່ານ ຄຳຫລ້າ ຄຳມະຈັນ ຈາກ ສະຫະພັນບານເຕະແຫ່ງຊາດລາວ

16. ທ່ານ SOMCHAI MAIVILAI ສັນຊາດໄທ ຈາກ ສະໂມສອນ ຣາດຊະບູລີ ປະເທດໄທ

17. ທ່ານ TANA CHANABUT ສັນຊາດໄທ ຈາກ ສະໂມສອນ ເມືອງເລິີຍ ຢູໄນເຕັດ ປະເທດໄທ

18.ທ່ານ HARNNARONG CHUNKUNAKORN ສັນຊາດໄທ ຈາກ ສະໂມສອນ ປັດຕານີ ປະເທດໄທ

19. ທ່ານ PATRICK RIEDENER ສັນຊາດສະວິດເຊີແລນ ຈາກ ສະໂມສອນ ຂອນແກ່ນ ຢູໄນເຕັດ ປະເທດໄທ

20. ທ່ານ ANITHAS PANNAWEE ສັນຊາດໄທ ຈາກ ສະໂມສອນ ມັດສະດ້າ ຈີບີ

21. ທ່ານ WEERAPHAN CHAITHIP ສັນຊາດໄທ ຈາກ ສະໂມສອນ ນາວີ ປະເທດໄທ .

       ສຳລັບຕາຕະລາງການຮຽນຄູຝຶກກິລາບານເຕະລະດັບ “A”ໄດ້ແບ່ງເປັນ 05 ໄລຍະ ຄື: ໄລຍະທີ 1 ວັນທີ 6-12 ກໍລະກົດ 2026, ໄລຍະທີ 2 ວັນທີ 23-29 ກັນຍາ 2026, ໄລຍະທີ 3 ວັນທີ 09-14 ພະຈິກ 2026, ໄລຍະ4 ເລີ່ມເດືອນພະຈິກ2026 ຫາມີນາ 2027 ແລະ ໄລຍະທີ 5 ວັນທີ 23-27 ມີນາ 2027 ໂດຍຈະມີການລົງພາກປະຕິບັດຕົວຈິງຢູ່ພາກສະໜາມ 1 ຄັ້ງ, ມີທິດສະດີ 1 ຄັ້ງ ແລະ ຂຽນບົດລາຍງານ 1 ຄັ້ງ.

      ມາຮອດປັດຈຸບັນ ສປປ ລາວ ສາມາດສ້າງຄູຝຶກລະດັບ“A” ໄດ້ທັງຫມົດ 21 ທ່ານ ໃນນັ້ນເປັນຍິງ 2 ທ່ານ.


News Cover

Clear Men ສະໜັບສະໜູນ 750 ລ້ານກີບ ລາຍການແຂ່ງຂັນບານເຕະເຍົາວະຊົນ ຮຸ່ນອາຍຸບໍ່ເກິນ 16 ປີ ແລະ 19 ປີ ປະຈຳປີ 2026

20/06/2026

Clear Men ສະໜັບສະໜູນ ຈໍານວນ 750 ລ້ານກີບ ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ເພື່ອນໍາໃຊ້ເຂົ້າ ໃນການແຂ່ງຂັນບານເຕະເຍົາວະຊົນ ຮຸ່ນອາຍຸບໍ່ເກິນ 16 ປີ ແລະ 19 ປີ ປະຈຳປີ 2026, ເຊິ່ງພິທີເຊັນສັນຍາສະໜັບສະໜູນການແຂ່ງຂັນບານເຕະລາຍການດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 19 ມິຖຸນາ 2026 ທີ່ສຳນັກງານໃຫຍ່ ສະຫະພັນບາເຕະແຫ່ງຊາດລາວ ລະຫວ່າງ ທ່ານ ຈັນທະວົງ ສິລິມະໂນທຳ ຮອງເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ ກັບ ທ່ານ ສຽວສະຫວາດ ເດດວົງສາ ຜູ້ຈັດການຝ່າຍສື່ສານອົງກອນ ແລະ ພົວພັນລັດຖະບານ ບໍລິສັດຢູນິລີເວີລາວພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງ 2 ຝ່າຍ, ຄູຝຶກ ແລະ ນັກກິລາຕະຫຼອດຮອດສື່ມວນຊົນ ເຂົ້າຮ່ວມ.


         ໂອກາດດັ່ງກ່າວ ທ່ານ ຈັນທະວົງ ສິລິມະໂນທຳ ກ່າວວ່າ: ການເຊັນສັນຍາຄັ້ງນີ້ເປັນນິມິດໝາຍທີ່ມີຄວາມໝາຍຄວາມສໍາຄັນ ແລະ ເປັນບາດກ້າວອັນສຳຄັນ ເພື່ອພັດທະນາວົງການກິລາບານເຕະຮຸ່ນເຍົາວະຊົນ ເພາະລາຍການແຂ່ງຂັນ U-16 ແລະ U-19 ເປັນເວທີໜຶ່ງທີ່ມີບົດບາດໃນການເລືອກເຟັ້ນຫານັກກິລາ ທີ່ມີພອນສະຫວັນ, ທັກສະຄວາມສາມາດ ທີ່ເປັນເລີດ ເພື່ອກາຍເປັນນັກກິລາລຸ້ນສືບທອດໃຫ້ແກ່ສະໂມສອນບານເຕະພາຍໃນປະເທດ ແລະ ທີມຊາດລາວໃນ ອະນາຄົດ ພ້ອມກັນນັ້ນ, ຍັງຈະສ້າງຄວາມເຂັ້ມແຂງໃຫ້ແກ່ການພັດທະນາວົງການກິລາບານເຕະລາວເຮົາອີກ. 


         ຂະນະດຽວກັນ ທ່ານ ສຽວສະຫວາດ ເດດວົງສາ ໃນນາມຕາງໜ້າໃຫ້ແກ່ Clear Men ບໍລິສັດຢູນິລີເວີລາວ ກໍໄດ້ກ່າວວ່າ: Clear Men ໃນນາມຜູ້ໃຫ້ການສະໜັບສະໜູນ ການແຂ່ງຂັນບານເຕະເຍົາວະຊົນ ຮຸ່ນອາຍຸບໍ່ເກິນ 16 ປີ ແລະ 19 ປີ ປະຈຳປີ 2026 ເຊິ່ງປີນີ້ເປັນທີ 2 ທີ່ ແກ່ Clear Men ບໍລິສັດຢູນິລີເວີລາວ ທີ່ໄດ້ໃຫ້ການສະຫນັບສະຫນູນ ຫຼັກການແຂ່ງຂັນບານເຕະເຍົາວະຊົນຮຸ່ນ U-16 ແລະ U-19 ພວກເຮົາຮູ້ສຶກດີໃຈທີ່ໄດ້ຮັບໂອກາດຈາກຄະນະຜູ້ບໍລິຫານສະຫະພັນບານເຕະແຫ່ງຊາດລາວ ໃຫ້ໄດ້ມີໂອກາດປະກອບສ່ວນຊຸກຍູ້ວົງການບານເຕະລາວ ໂດຍສະເພາະໃນເວທີການແຂ່ງຂັນບານເຕະລະດັບເຍົາວະຊົນ. ພວກເຮົາຫວັງຢ່າງຍິ່ງວ່າ ການປະກອບສ່ວນຂອງພວກເຮົາໃນຖານະຜູ້ໃຫ້ການສະໜັບສະໜູນຫຼັກໃນຄັ້ງນີ້ ຈະສາມາດສ້າງຜົນກະທົບດ້ານບວກໃຫ້ແກ່ວົງການບານເຕະລະດັບເຍົາວະຊົນຂອງພວກເຮົາ. ນອກນັ້ນ, ພວກເຮົາຫວັງວ່າ ຈະໄດ້ມີໂອກາດເປັນສ່ວນໜຶ່ງໃນການຊຸກຍູ້ວົງການບານເຕະລາວໃນອະນາຄົດອີກຕື່ມ.

       ສໍາລັບຕາຕະລາງ ການແຂ່ງຂັນບານເຕະເຍົາວະຊົນ ຮຸ່ນອາຍຸບໍ່ເກິນ 16 ປີ ມີ 11 ທີມເຂົ້າຮ່ວມ, ຮູບແບບການແຂ່ງຂັນແມ່ນພົບກັນຫມົດ 1 ຮອບ ເພື່ອສະສົມຄະແນນ, ເອົາອັນດັບ 1-4 ເຂົ້າຮອບຮອງຊະນະເລີດ ( SEMI FINAL ) ແລ້ວຈັບສະຫລາກປະກົບຄູ່ເຕະເສຍຄັດອອກ ( Knock - Out ), ທີມຊະນະຜ່ານເຂົ້າສູ່ຮອບຊີງຊະນະເລີດ ສ່ວນທີມທີ່ເສຍແມ່ນຊີງອັນດັບ 3, ທຸກໆນັດແມ່ນແຂ່ງຂັນຢູ່ທີ່ສູນຝຶກ ສະຫະພັນບານເຕະແຫ່ງຊາດລາວ. ການແຂ່ງຂັນແມ່ນຈະເລີ້ມແຂ່ງຂັນ 08 ກໍລະກົດ ຫາ 22 ສິງຫາ 2026. ຂະນະທີ່ ຕາຕະລາງ ການແຂ່ງຂັນບານເຕະເຍົາວະຊົນ ຮຸ່ນອາຍຸບໍ່ເກິນ 19 ປີ ມີ 7 ທີມເຂົ້າຮ່ວມ, ຮູບແບບການແຂ່ງຂັນແມ່ນພົບກັນຫມົດ 1 ຮອບ ເພື່ອສະສົມຄະແນນ, ເອົາອັນດັບ 1-4 ເຂົ້າຮອບຮອງຊະນະເລີດ ( SEMI FINAL ) ແລ້ວຈັບສະຫລາກປະກົບຄູ່ເຕະເສຍຄັດອອກ ( Knock - Out ), ທີມຊະນະຜ່ານເຂົ້າສູ່ຮອບຊີງຊະນະເລີດ ສ່ວນທີມທີ່ເສຍແມ່ນຊີງອັນດັບ 3, ທຸກໆນັດແມ່ນແຂ່ງຂັນຢູ່ທີ່ສູນຝຶກ ສະຫະພັນບານເຕະແຫ່ງຊາດລາວ. ການແຂ່ງຂັນແມ່ນຈະເລີ້ມແຂ່ງຂັນ ວັນທີ 27 ມິຖຸນາ ຫາ 26 ກໍລະກົດ 2026



News Cover

ຄະນະຄູຝຶກ ແລະ ນັກກິລາທີມຊາດຍິງລາວ ຊຸດໃຫຍ່ ເດີນທາງໄປອຸ່ນເຄື່ອງນຳ ທີມຊາດຍິງ ຊາອຸດິ ອາຣາເບຍ (Saudi Arabia) ທີ່ ປະເທດໄທ

08/06/2026

ການແຂ່ງຂັນ “FIFA Day” ຫຼື “International Match Calendar” ແມ່ນການແຂ່ງຂັນອຸ່ນເຄື່ອງລະຫວ່າງທີມຊາດ ຍິງ-ຊາຍ ໂດຍການແຂ່ງຂັນດັ່ງກ່າວຈະຕ້ອງຈັດຂຶ້ນຕາມກຳນົດໄລຍະເວລາ ທີ່ທາງ FIFA ວາງໄວ້ໃນແຕ່ລະປີ. ຈຸດປະສົງເພື່ອເກັບສະສົມຄະແນນໄວ້ຈັດອັນດັບໂລກ ແລະ ຖືເປັນໂອກາດໃນການທົດສອບທີມ ພາຍຫຼັງທີ່ທີມຊາດນັ້ນໆ ໄດ້ມີການເກັບໂຕຝຶກຊ້ອມໄດ້ໄລຍະໃດໜຶ່ງ.

ເຊິ່ງໃນຄັ້ງນີ້, ທີມຊາດຍິງລາວ ໄດ້ຮັບການເຊື່ອເຊີນຈາກ ທີມຊາດຍິງ ຊາອຸດິ ອາຣາເບຍ ໂດຍການແຂ່ງຂັນ ຈະມີຢູ່ສອງນັດຄື: ໃນວັນທີ 10 ແລະ 13 ມິຖຸນາ 2026, ເວລາ 19:00 ໂມງ ທີ່ ສະໜາມກິລາ Windmill Football Club, Racha Thewa ທັງສອງເກມ.

ໂດຍໃນຕອນເຊົ້າຂອງ ວັນທີ 8 ມີຖຸນາ 2026, ທາງຄະນະຄູຝຶກ ແລະ ນັກກິລາທີມຊາດຍິງລາວ ຊຸດໃຫຍ່ ກໍ່ໄດ້ອອກເດີນທາງໄປປະເທດໄທ ເຊິ່ງມີລາຍຊື່ດັ່ງຕໍ່ໄປນີ້:

- ຄະນະຄູຝຶກ:

1) ທ່ານ ນາງ ພອນທິບ ແສງມະນີ (ຫົວໜ້າຄູຝຶກ)

2) ທ່ານ ພຸດທະສັກ ສິລິກຸນ (ຜູ້ຊ່ວຍຄູຝຶກ)

3) ທ່ານ ຈັນທະຄາດ ສ່ຽນຟອງໃສ (ຄູຝຶກຜູ້ຮັກສາປະຕູ)

4) ທ່ານ ສອນເພັດ ສີແສງເມກ (ຜູ້ຊ່ວຍຄູຝຶກ)

5) ທ່ານ ປາດຖະໜາ ຂັນຕິຍະວົງ (ຜູ້ຈັດການທີມ)

6) ທ່ານ ນາງ ເຄືອວັນ ເມັງວິໄລ (ແພດກາຍະບໍາບັດ)

7) ທ່ານ ສອນໄຊ ລາດສະອາດ (ສື່ມວນຊົນ)

8) ທ່ານ ເກສັນ ເພີບບຸດດາ (ພະນັກງານຊວ່ຍວຽກ)

- ລາຍຊື່ນັກກິລາ 23 ຄົນ ມີດັ່ງລຸ່ມນີ້:

+ ຜູ້ຮັກສາປະຕູ:

1) ນາງ ພັດທະລະວະດີ ສໍໂພທີຣາຊ ຈາກ ສະໂມສອນ ມັດສະດ້າ ຈີບີ

2) ນາງ ຕຸ່ນ ອິນທະວົງ ຈາກ ສະໂມສອນ ເມດີຄໍ ເອັຟຊີ

3) ນາງ ຕາມົນ ສຸກທິວົງ ຈາກ ສະໂມສອນ ເມດີຄໍ ເອັຟຊີ

+ ກອງຫຼັງ:

1) ນາງ ແຈັກ ວົງຕາແສງ ຈາກ ສະໂມສອນ ເມດີຄໍ ເອັຟຊີ

2) ນາງ ແສງເດືອນ ພົງໄພລັດ ຈາກ ສະໂມສອນ ເມດີຄໍ ເອັຟຊີ

3) ນາງ ນິຊາ ສຸມາລູ ຈາກ ສະໂມສອນ ມັດສະດ້າ ຈີບີ

4) ນາງ ຄໍາຫຼ້າ ແກ້ວມະນີ ຈາກ ສະໂມສອນ ກອງທັບ

5) ນາງ ວິລີນທອນ ວົງແສງທອງ ຈາກ ສະໂມສອນ ກອງທັບ

6) ນາງ ທິບປະກອນ ສີວົງລາດ ຈາກ ສະໂມສອນ ມັດສະດ້າ ຈີບີ

7) ນາງ ສາຍສະໝອນ ອິນທະພອນ ຈາກ ສະໂມສອນ ເມດີຄໍ ເອັຟຊີ

+ ກອງກາງ

1) ນາງ ປຸ້ຍ ໄຊຍະຊວງ ຈາກ ສະໂມສອນ ເມດີຄໍ ເອັຟຊີ

2) ນາງ ຫຼ້ານ້ອຍ ວົງສິງຄຳ ຈາກ ສະໂມສອນ ກອງທັບ

3) ນາງ ດາລາວອນ ສໍພາບມີໄຊ ຈາກ ສະໂມສອນ ກອງທັບ

4) ນາງ ອະນຸຕາ ຈັນທິທອງ ຈາກ ສະໂມສອນ ເມດີຄໍ ເອັຟຊີ

5) ນາງ ພານິກອນ ວັນນະລາດ ຈາກ ສະໂມສອນ ບໍລິຄໍາໄຊ

6) ນາງ ລັດດາ ວໍລະຈິດ ຈາກ ສະໂມສອນ ມັດສະດ້າ ຈີບີ

7) ນາງ ແມັກຈັນທາ ພິມມະສອນ ຈາກ ສະໂມສອນ ມາສເຕີ

😎 ນາງ ຈີນດາ ສີຫາລາດ ຈາກ ສະໂມສອນ ມັດສະດ້າ ຈີບີ

9) ນາງ ຄອນສະຫວັນ ຈຸມມະນີວົງ ຈາກ ສະໂມສອນ ກອງທັບ

10) ນາງ ໃຈຄຳ ໄຊຍະປະເສີດ ຈາກ ສະໂມສອນ ມັດສະດ້າ ຈີບີ

+ ກອງໜ້າ

1) ນາງ ເກມມີ ພັດດາລາ ຈາກ ສະໂມສອນ ເມດີຄໍ ເອັຟຊີ

2) ນາງ ແຫລ້ ອີນທະວົງ ຈາກ ສະໂມສອນ ກອງທັບ

3) ນາງ ອັນນ່າ ແກ້ວອ່ອນສີ ຈາກ ສະໂມສອນ ມັດສະດ້າ ຈີບີ

News Cover

ປະກາດລາຍຊື່ 23 ນັກກິລາ ທີມຊາດລາວຊຸດໃຫຍ່(ຍິງ)

07/06/2026

ທີມຊາດລາວຊຸດໃຫຍ່(ຍິງ) ພາຍໃຕ້ການຄຸມທີມຂອງ ທ່ານ ນາງ ພອນທິບ ແສງມະນີ ໄດ້ປະກາດລາຍຊື່ນັກກິລາ 23 ຄົນ ເຂົ້າຮ່ວມ ການແຂ່ງຂັນລາຍການ "FIFA DAY" ລະຫວ່າງ ວັນທີ 10-13 ມີຖຸນາ 2026 ທີ່ ບາງກອກ, ປະເທດໄທ, ນັກກິລາ 23 ຄົນ ມີລາຍຊື່ດັ່ງລຸ່ມນີ້:

+ ຜູ້ຮັກສາປະຕູ

- ພັດທະລະວະດີ ສໍໂພທີຣາຊ ຈາກ ສະໂມສອນ ມັດສະດ້າ ຈີບີ

- ຕຸ່ນ ອິນທະວົງ ຈາກ ສະໂມສອນ ເມດີຄໍ ເອັຟຊີ

- ຕາມົນ ສຸກທິວົງ ຈາກ ສະໂມສອນ ເມດີຄໍ ເອັຟຊີ

+ ກອງຫຼັງ

- ແຈັກ ວົງຕາແສງ ຈາກ ສະໂມສອນ ເມດີຄໍ ເອັຟຊີ

- ແສງເດືອນ ພົງໄພລັດ ຈາກ ສະໂມສອນ ເມດີຄໍ ເອັຟຊີ

- ນິຊາ ສຸມາລູ ຈາກ ສະໂມສອນ ມັດສະດ້າ ຈີບີ

- ຄຳຫຼ້າ ແກ້ວມະນີ ຈາກ ສະໂມສອນ ກອງທັບ

- ວິລີນທອນ ວົງແສງທອງ ຈາກ ສະໂມສອນ ກອງທັບ

- ທິບປະກອນ ສີວົງລາດ ຈາກ ສະໂມສອນ ມັດສະດ້າ ຈີບີ

- ສາຍສະໝອນ ອິນທະພອນ ຈາກ ສະໂມສອນ ເມດີຄໍ ເອັຟຊີ

+ ກອງກາງ

- ປຸ້ຍ ໄຊຍະຊວງ ຈາກ ສະໂມສອນ ເມດີຄໍ ເອັຟຊີ

- ຫຼ້ານ້ອຍ ວົງສິງຄຳ ຈາກ ສະໂມສອນ ກອງທັບ

- ດາລາວອນ ສໍພາບມີໄຊ ຈາກ ສະໂມສອນ ກອງທັບ

- ອະນຸຕາ ຈັນທິທອງ ຈາກ ສະໂມສອນ ເມດີຄໍ ເອັຟຊີ

- ພານິກອນ ວັນນະລາດ ຈາກ ສະໂມສອນ ບໍລິຄໍາໄຊ

- ລັດດາ ວໍລະຈິດ ຈາກ ສະໂມສອນ ມັດສະດ້າ ຈີບີ

- ແມັກຈັນທາ ພິມມະສອນ ຈາກ ສະໂມສອນ ມາສເຕີ

- ຈີນດາ ສີຫາລາດ ຈາກ ສະໂມສອນ ມັດສະດ້າ ຈີບີ

- ຄອນສະຫວັນ ຈຸມມະນີວົງ ຈາກ ສະໂມສອນ ກອງທັບ

- ໃຈຄຳ ໄຊຍະປະເສີດ ຈາກ ສະໂມສອນ ມັດສະດ້າ ຈີບີ

+ ກອງໜ້າ

- ເກມມີ ພັດດາລາ ຈາກ ສະໂມສອນ ເມດີຄໍ ເອັຟຊີ

- ແຫລ້ ອີນທະວົງ ຈາກ ສະໂມສອນ ກອງທັບ

- ອັນນ່າ ແກ້ວອ່ອນສີ ຈາກ ສະໂມສອນ ມັດສະດ້າ ຈີບີ

ຕາຕະລາງ ການແຂ່ງຂັນ ທີມຊາດລາວ ມີດັ້ງນີ້:

- ວັນທີ 10 ມີຖຸນາ 2026 ທີມຊາດຊາອຸດິ ອາຣັບເບຍ ພົບ ທີມຊາດລາວ ເວລາ 19:00

- ວັນທີ 13 ມີຖຸນາ 2026 ທີມຊາດຊາອຸດິ ອາຣັບເບຍ ພົບ ທີມຊາດລາວ ເວລາ 19:00

ແຂ່ງຂັນທີ່ສະໜາມກິລາ Windmill Football Club, Racha Thewa, Thailand