
ຖະແຫລງຂ່າວກ່ອນເກມ ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 19 ປີ ປະຈຳປີ 2023
ວັນທີ 04 ກໍລະກົດ 2023 ໄດ້ມີພີທີຖະແຫລງຂ່າວກ່ອນເກມ ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 19 ປີ ປະຈຳປີ 2023 ຢູ່ທີ່ປະເທດອິນໂດເນເຊຍ, ໂດຍຫົວຫນ້າຄູຝຶກ 4 ທີມ ກຸ່ມ ເອ ເຂົ້າຮ່ວມຖະແຫລງຂ່າວ.
ທ່ານ ວຽງສະຫວັນ ໄຊຍະບູນ ຫົວຫນ້າຄູຝຶກທີມຊາດຍິງລາວ U19 ໄດ້ລາຍງານໃຫ້ຮູ້ວ່າ : '' ທີມຊາດລາວ ໄດ້ກຽມຄວາມພ້ອມເປັນຢ່າງດີ ບໍ່ວ່າຈະເປັນທາງດ້ານພາລະກຳລັງ, ເຕັກນິກ ແລະ ຍຸດທະວິທີ ກຽມພ້ອມລົງແຂ່ງຂັນໃນທຸກໆນັດ ''.
ຕາຕະລາງ ການແຂ່ງຂັນຂັນນັດທຳອິດ ທີມຊາດລາວ ຈະພົບກັບ ທີມຊາດກຳປູເຈຍ ເວລາ 15:30 ແຂ່ງຂັນ ວັນທີ 05 ກໍລະກົດ 2023 ຢູ່ທີ່ສະຫນາມກິລາ Gelora Sriwijaya.

ຜ່ານໄປ 6 ອາທິດ ເຮັສບີທີ 941 ຂຶ້ນເປັນທີມນຳຕາຕະລາງຄະແນນ ການແຂ່ງຂັນບານເຕະ ລາວລີກ 2 ນະຄອນຫຼວງ

ທະຫານແຂວງບໍລິຄຳໄຊ ແລະ ບໍລິສັດວັນນະແສງ ຟອມຮ້ອນແຮງ ຊະນະ 4 ນັດ ລາວລີກ 2 ແຂວງບໍລິຄຳໄຊ

ທີມຊາດຍິງລາວ U19 ອອກເດີນທາງເຂົ້າຮ່ວມແຂ່ງຂັນຢູ່ທີ່ປະເທດອິນໂດເນເຊຍ

ຊ້າງນ້ອຍ ຄວ້າແຊ້ມການແຂ່ງຂັນບານເຕະເປບຊີ ລາວລີກ 1 2023 ເປັນສະໄຫມທີ 2 ຕິດຕໍ່ກັນ ພ້ອມສ້າງສະຖິຕິ ບໍ່ເສຍໃຫ້ທີມໃດ 35 ນັດ ນັບຕັ້ງແຕ່ປີ 2020

ປະກາດລາຍຊື່ລາຍຊື່ນັກກິລາ ທີມຊາດຍິງລາວU19 ເຂົ້າຮ່ວມ ການແຂ່ງຂັນບານເຕະ ການແຂ່ງຂັນບານເຕະຍິງຊີງແຊ້ມອາຊຽນຮຸ່ນອາຍຸບໍ່ເກີນ 19 ປີ ຢູ່ທີ່ປະເທດອິນໂດເນເຊຍ
ທີມຍິງລາວU19 ແມ່ນໄດ້ເລີ້ມເກັບຕົວຝຶກຊ້ອມນັບຕັ້ງແຕ່ຕົ້ນເດືອນມິຖຸນາ 2023 ເປັນຕົ້ນມາໂດຍແມ່ນ ທ່ານ ວຽງສະຫວັນ ໄຊຍະບູນ ເປັນຫົວຫນ້າຄູຝຶກ ໄດ້ຄັດເລືອກນັກກິລາ 23 ຄົນສຸດທ້າຍ ເຂົ້າຮ່ວມ ການແຂ່ງຂັນບານເຕະຍິງຊີງແຊ້ມອາຊຽນຮຸ່ນອາຍຸບໍ່ເກີນ 19 ປີ ຢູ່ທີ່ປະເທດອິນໂດເນເຊຍ.
ລາຍຊື່ນັກກິລາ 23 ຄົນ ມີລາຍຊື່ດັ່ງລຸ່ມນີ້:
+ ຜູ້ຮັກສາປະຕູ
- ປານິຕາ ລາດສະວົງສາ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ
- ລີ່ນ່າ ລັດສະຫມີ ຈາກ ສະໂມສອນ ກິລາບານເຕະ PKP ແຂວງຫຼວງພະບາງ
- ຕາຕີບ ແກ້ວອີນຫວນ ຈາກ ສະໂມສອນ ກິລາບານເຕະ SL ແຂວງອຸດົມໄຊ
+ ກອງຫຼັງ
- ບຸດສະບາ ສຸດທະວິໄລ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ
- ໂນຕ້າ ໄຊຍະລາດ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ
- ແຈ໋ກ ວົງຕາແສງ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ
- ກາເຫວົາ ວົງພະຈັນ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
- ທີບປະກອນ ສີວົງລາດ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
- ຄຳຫລ້າ ແກ້ວມະນີ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
- ນິດຊາ ສຸລາລຸ ຈາກ ສະໂມສອນ ກິລາບານເຕະ ກອງທັບ
- ດາຫລີງ ມະນີວັນ ຈາກ ແຂວງຈຳປາສັກ
- ແສງເດືອນ ພົງໄພລັດ ຈາກ ນະຄອນຫຼວງວຽງຈັນ
+ ກອງກາງ
- ຫຼິວ ຟອງສະມຸດ ຈາກ ສະໂມສອນ ກິລາບານເຕະ ກອງທັບ
- ສິນລະຄອນ ບຸນນາລີ ຈາກ ສະໂມສອນ ກິລາບານເຕະ PKP ແຂວງຫຼວງພະບາງ
- ຄອນສະຫວັນ ວົງຄຳແກ້ວ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ
- ຫັດລືໄທ ທຳມະວົງສາ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ
- ລັດດາ ວໍລະຈິດ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ
- ພຸດທະສອນ ໂຄທິສານ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ
- ປ໋ອງ ແກ້ວສະຫວ່າງ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ
+ ກອງຫນ້າ
- ສີສະອາດ ອຳໄພລາດ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ
- ໃຈຄຳ ໄຊຍະປະເສີດ ນະຄອນຫລວງວຽງຈັນ
- ຈິນດາ ສີຫາລາດ ນະຄອນຫລວງວຽງຈັນ
- ແກ້ມມີ້ ອຸດົມສຸກ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
ການແຂ່ງຂັນບານເຕະຍິງຊີງແຊ້ມອາຊຽນຮຸ່ນອາຍຸບໍ່ເກີນ 19 ປີ ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 05 – 15 ກໍລະກົດ 2023 ຢູ່ທີ່ ເມືອງ ປາແລມບັງ ປະເທດອິນໂດເນເຊຍ.
ການແຂ່ງຂັນລາຍການດັ່ງກ່າວມີ 10 ປະເທດ ເຂົ້າຮ່ວມ ການແຂ່ງຂັນ ໂດຍແບ່ງອອເປັນ 3 ກຸ່ມ ຄັດອັນດັບ 1 ຂອງແຕ່ລະກຸ່ມ ຜ່ານເຂົ້າຮອບ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດຜ່ານເຂົ້າຮອບຮອງຊະນະເລີດ.
- ກຸ່ມ A: ອິນໂດເນເຊຍ, ກຳປູເຈຍ, ລາວ ແລະ ຕີມໍ ເລສເຕ
- ກຸ່ມ B: ຫວຽດນາມ, ມາເລເຊຍ ແລະ ສິງກະໂປ
- ກຸ່ມ C: ໄທ, ມຽນມາ ແລະ ຟີລິບປິນ
ຕາຕະລາງ ການແຂ່ງຂັນຂອງທີມຊາດລາວ
ວັນທີ 05/07/2023 ເວລາ 15:30 ກຳປູເຈຍ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມກິລາ Gelora Sriwijaya
ວັນທີ 07/07/2023 ເວລາ 19:30 ລາວ ພົບ ອິນໂດເນເຊຍ ແຂ່ງຂັນຢູ່ທີ່ສະຫນາມກິລາ Gelora Sriwijaya
ວັນທີ 09/07/2023 ເວລາ 19:30 ລາວ ພົບ ຕີມໍ ເລສເຕ ແຂ່ງຂັນຢູ່ທີ່ສະຫນາມກິລາ Athletic Field
ກຳນົດການເດີນຂອງທີມຊາດຍິງ ລາວU19 ແມ່ນຈະອອກເດີນທາງໄປທີ່ປະເທດອິນໂດເນເຊຍໃນວັນທີ 02 ກໍລະກົດ 2023.
ເຊີນແຟນບານທຸກທ່ານສົ່ງກຳລັງໃຈຮວ່ມຊົມ,ຮວ່ມເຊຍທິມຊາດຍິງລາວU19ໃນການແຂ່ງຂັນຄັ້ງນີ້ດວ້ຍ.

ອານັນ ອາໄຫຼ່ ຂຶ້ນເປັນທີມນຳຕາຕະລາງຄະແນນ ລາວລີກ 2 ແຂວງສະຫວັນນະເຂດ
ການແຂ່ງຂັນບານເຕະ ລີກ 2 ແຂວງສະຫວັນນະເຂດ ດຳເນີນການແຂ່ງຂັນໄດ້ 4 ອາທິດ ເປັນທາງດ້ານ ອານັນ ອາໄຫລ່ ຂຶ້ນເປັນທີມນຳຕາຕະລາງ ຄະແນນ ລົງສະຫນາມ 4 ນັດ ຊະນະ 3 ນັດ ສະເຫມີ 1 ນັດ ມີ 10 ຄະແນນ, ສ່ວນອັນດັບ 2 ສະຫວັນ ຢູໄນເຕັດ ລົງສະຫນາມ 4 ນັດ ຊະນະ 2 ນັດ ສະເຫມີ 1 ນັດ ເສຍ 1 ນັດ ມີ 7 ຄະແນນ, ອັນດັບ 3 ດາຣກວູຟ ລົງສະຫນາມ 4 ນັດ ຊະນະ 2 ນັດ ເສຍ 2 ນັດ ມີ 6 ຄະແນນ, ອັນດັບ 4 ໂພໄຊນ້ອຍ ລົງສະຫນາມ 4 ນັດ ຊະນະ 2 ນັດ ເສຍ 1 ນັດ ມີ 6 ຄະແນນ, ອັນດັບ 5 ລີລາວະດີ ສອງຄອນ ລົງສະຫນາມ 4 ນັດ ຊະນະ 1 ສະເຫມີ 2 ນັດ ເສຍ 1 ນັດ ມີ 5 ຄະແນນ ແລະ ອັນດັບສຸດທ້າຍ ໄຮເຢຍນ້າ ລົງສະຫນາມ 4 ນັດ ເສຍ 4 ນັດ.
ການແຂ່ງຂັນແມ່ນເລີ້ມແຂ່ງຂັນວັນທີ 03 ມິຖູນາ ຫາ 6 ສິງຫາ 2023 ໂດຍທຸກໆນັດແມ່ນຈະແຂ່ງຂັນຢູ່ທີ່ສະຫນາມກິລາແຂວງສະຫວັນນະເຂດ.

ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປີ 2023 ຈົບນັດທີ 13 ໄດ້ອັນດັບທີ 2, 3 ແລະ 4 ແນ່ນອນແລ້ວ

ຄະນະຄູຝຶກ ແລະ ນັກກິລາທີມຊາດຍິງລາວU19 ຮັບຟັງການເຜີຍແຜ່ກ່ຽວກັບການສະກັດກັ້ນການລົ້ມບານ

ລາວລີກ 2 ແຂວງ ຫຼວງນ້ຳທາ ເປີດສາກຂຶ້ນໃນອາທິດຜ່ານມາ

ສະຫະພັນບານເຕະແຂວງຊຽງຂວາງຮ່ວມກັບພະແນກ ສກຂ ຈັດການແຂ່ງຂັນກິລາລາວລີກ 2 ຊີງຂັນທ່ານເຈົ້າແຂວງ

ສຕລ ສຳເລັດການຝຶກອົບຮົມກຳມະການບານເຕະຂັ້ນພື້ນຖານ ໃຫ້ກັບຄະນະ ວິທະຍາສາດການກິລາ - ກາຍະກໍາ
ວັນທີ 23 ມິຖຸນາ 2023 ທີ່ຜ່ານມາ ຢູ່ທີ່ ຄະນະວິທະຍາສາດການກິລາ - ກາຍະກໍາ ໄດ້ມີການມອບໃບຢັ້ງຢືນ ໃຫ້ກັບນັກສຶກສາຜູ້ເຂົ້າຮ່ວມຝຶກອົບຮົມການຝຶກອົບຮົມກຳມະການບານເຕະຂັ້ນພື້ນຖານ.
ການຝຶກອົບຮົມແມ່ນໄດດຳເນີນເປັນເວລາ 4 ວັນ,ວັນທີ 20 - 23 ມິຖຸນາ 2023