
ຜົນການແຂ່ງຂັນກິລາ ບານເຕະນັດມິດຕະພາບ 3 ປະເທດ ຊີງຂັນນາຍົກປະເທດ ເນປານ (FIFA day)
ວັນທີ 28/03/2023
ທີມຊາດ ເນປານ ສະເຫມີ ທີມຊາດ ບູຖານ 1-1 , ທີມຊາດເນປານ ລົງສະຫນາມ 2 ນັດ ຊະນະ 1 ສະເຫມີ 1 ມີ 4 ຄະແນນ ຜ່ານເຂົ້າສູ່ຮອບຊີງຊະນະເລີດໄປພົບ ທີມຊາດລາວ ລົງສະຫນາມ 2 ນັດ ຊະນະ 1 ເສຍ 1 ມີ 3 ຄະແນນ ສ່ວນ ທີມຊາດບູຖານ ລົງສະຫນາມ 2 ນັດ ເສຍ 1 ສະເຫມີ 1 ມີ 1 ຄະແນນ ຕົກຮອບ.
ສ່ວນນັດຊິງຊະນະເລີດ ແມ່ນຈະແຂ່ງຂັນ ໃນວັນທີ 31 ມີນາ ເວລາ 18:45 ແຂ່ງຂັນທີ່ ສະໜາມ Dashrath Stadium Kathmandu, Nepal.
ສຳລັບເງິນລາງວັນລາຍການດັ່ງກ່າວ ທີມຊະນະເລີດຈະໄດ້ຮັບຂັນ ແລະ ເງິນລາງວັນ 5000$ ສ່ວນອັນດັບ2 ແມ່ນຈະໄດ້ຮັບເງິນລາງວັນ 3000$, ລາງວັນນັກເຕະດີເດັ່ນປະຈຳນັດແຂ່ງຂັນໄດ້ຮັບເງິນລາງວັນ 250 $ ແລະ ລາງວັນນັກເຕະດີເດັ່ນປະຈຳການແຂ່ງຂັນໄດ້ຮັບເງິນລາງວັນ 500$.

ສຕລຝຶກອົບຮົມກຳມະການຕັດສິນບານເຕະຂັ້້ນພື້ນຖານ
ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ຈັດຝຶກອົບຮົມກຳມະການຕັດສິນບານເຕະ ຂັ້້ນພື້ນຖານ ( Basic Referee Training 2023 )ເມື່ອວັນຈັນ 27 ມີນາ 2023 ຢູ່ທີ່ຫ້ອງປະຊຸມຂອງສຕລ, ໂດຍມີ ທ່ານ ໄຊປະເສີດ ພົງສະນິດ ຫົວຫນ້າພະແນກກຳມະການຕັດສິນ ກິລາບານເຕະ ສຕລ ທັງເປັນຜູ້ຝຶກສອນກຳມະການຕັດສິນ ສຕລ, ທ່ານ ທອງປະເສີດ ພອນສິຣີຍະວົງ ຫົວຫນ້າຫ້ອງການນິຕິກຳ ສຕລ ທັງເປັນຜູ້ຝຶກສອນກຳມະການຕັດສິນ ສຕລ, ທ່ານ ຄຳປະສົງ ໄຊຍະວົງສີ ຜູ້ຊ່ວຍຄູຝຶກສອນ ວິຊາການພະແນກກໍາມະການຕັດສິນ ສຕລ, ທ່ານ ກິຫລ້າ ລາດຊະວົງ ຜູ້ຊ່ວຍຄູຝຶກສອນ ກຳມະການຕັດສິນ ສຕລ ແລະ ນັກສຳມະກອນ ຈຳນວນ 23 ຄົນ ໃນນັ້ນຜູ້ຍິງ 2 ຄົນ ທີ່ມາຈາກຫລາຍພາກສ່ວນເຊັ່ນ :ມະຫາວິທະຍາໄລແຫ່ງຊາດ, ຄະນະວິທະຍາດການກິລາ - ກາຍະກຳ, ວິທະຍາໄລພາລະສຶກສາ, ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ແຂວງຫຼວງພະບາງ, ແຂວງບໍ່ແກ້ວ ແລະ ສະໂມສອນກິລາບານເຕະໄຊເສດຖາ.
ຄະນະຮັບຜິດຊອບການຝຶກອົບຮົມລາຍງານໃຫ້ຮູ້ວ່າ:ຈຸດປະສົງການຝຶກອົບຮົມຄັ້ງນີ້ແມ່ນເພື່ອຮຽນຮູ້ກ່ຽວກັບກົດລະບຽບຂອງສະຫະພັບບານເຕະສາກົນຫຼືFIFA ສະບັບປັບປຸງໃຫມ່, ເພື່ອສ້າງກຳມະການລຸ້ນສືບທອດແລະເປັນການແລກປ່ຽນບົດຮຽນລະຫວ່າງກຳມະການດ້ວຍກັນ.
ການຝຶກອົບຮົມຈະໄດ້ດຳເນີນໄປເປັນເວລາ5ວັນຄືນັບຕັ້ງແຕ່ ວັນທີ 27 - 31 ມີນາ 2023,ໂດຍນັກສຳມະກອນຈະໄດ້ຮຽນຮູ້ທາງດ້ານທິດສະດີ ແລະ ການປະຕິບັດຕົວຈິງ,ຕະຫຼອດການຝຶກອົບຮົມນັກສຳມະກອນທີ່ມີຜົນງານດີເດ່ນຈະມີໂອກາດໄດ້ຖືກຄັດເລືອກໃຫ້ເຂົ້າຮວ່ມຕັດສິນການແຂ່ງຂັນລາຍການຕ່າງໆທີ່ທາງສຕລຈັດຂຶ້ນ.
ສຳລັບນະໂຍບາຍທີ່ທາງ ສຕລໃຫ້ນັກສໍາມະນາກອນທີ່ເຂົ້າຮ່ວມການຝຶກອົບຮົມກໍາມະການຕັດສິນຂັ້ນພື້ນຖານມີດັ່ງລຸ່ມນີ້:
1. ສຕລຈະຮັບຜິດຊອບອາຫານທ່ຽງທຸກໆວັນຕະຫຼອດມື້ຝຶກອົບຮົມ
2. ໃຫ້ຊຸດເຄື່ອງນຸ່ງກໍາມະການຕັດສິນຜູ້ລະ 2 ຊຸດ
3. ໃຫ້ໝາກຫວີດຜູ້ລະ 1 ໜ່ວຍ
4. ບັດເຫຼືອງບັດແດງ ທ່ານລະ 1 ຊຸດ
5. ໃບຢັ້ງຢືນເຂົ້າຮ່ວມການຝຶກອົບຮົມ

ຕາຕະລາງຄະແນນ ການແຂ່ງຂັນກິລາ ບານເຕະນັດມິດຕະພາບ 3 ປະເທດ ຊີງຂັນນາຍົກປະເທດເນປານ (FIFA day)

ຈົບເກມການແຂ່ງຂັນ ທີມຊາດລາວ 2 - 1 ທີມຊາດບູຖານ

ໃນຕອນຄ່ຳ ຂອງວັນທີ 23/3/2023 ຄະນະນຳ, ຄະນະຄູຝຶກ ແລະ ນັກກິລາ ທີມຊາດລາວ ໄດ້ເຂົ້າຮ່ວມ ຮັບປະທານອາຫານຄ່ຳ
ໃນຕອນຄ່ຳ ຂອງວັນທີ 23/3/2023 ຄະນະນຳ, ຄະນະຄູຝຶກ ແລະ ນັກກິລາ ທີມຊາດລາວ ໄດ້ເຂົ້າຮ່ວມ ຮັບປະທານອາຫານຄ່ຳ ທີ່ Nepali Ghar A Handcrafted Hotel ຕາມຄຳເຊີນຂອງ ທ່ານ Raju Shrestha ທູດ ກິຕິມະສັກ ສປປ ລາວ ປະຈຳ ປະເທດ ເນປານ ແລະ ໃນງານ ກໍຍັງໄດ້ຮັບ ການຕ້ອນຮັບຢ່າງອົບອຸ່ນ ຈາກ ທ່ານ Pankaj Bikram Nembang ປະທານ ສະຫະພັນບານເຕະ ແຫ່ງຊາດເນປານ ອີກດ້ວຍ.

ຕາຕະລາງຄະແນນ ການແຂ່ງຂັນກິລາ ບານເຕະນັດມິດຕະພາບ 3 ປະເທດ

ໃນຕອນບ່າຍ ຂອງມື້ນີ້ 22 ມີນາ 2023 ທີມຊາດລາວ ໄດ້ມີການປະຊຸມທີມ ກ່ອນລົງທຳການແຂ່ງຂັນ ພົບເຈົ້າພາບ ເນປານ.
ທ່ານ ຄຳໄພ ປຣະເສີດ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ ພ້ອມທັງເປັນ ຫົວຫນ້າຄະນະທີມຊາດລາວ ໄດ້ໃຫ້ຄຳໂອວາດ ແລະ ໃຫ້ກຳລັງໃຈຕໍ່ຄະນະຄູຝຶກ ແລະ ນັກກິລາ, ໂດຍໄດ້ເນັ້ນຫນັກໃຫ້ບັນດານັກກິລາໃຫ້ມີຄວາມສາມັກຄີ,ຫລິ້ນຕາມການວາງແຜນຂອງຄູຝຶກຈົ່ງມີສະຕິສະເຫມີວ່າ ພວກເຮົາມາປະຕິບັດຫນ້າທີ່ ເພຶ່ອປະເທດຊາດ ແລະ ຈະທຸ້ມເທ ສູ້ສຸດຄວາມສາມາດ ຈົນເຖິງນາທີສຸດທ້າຍ.
ການແຂ່ງຂັນກິລາ ບານເຕະນັດມິດຕະພາບ 3 ປະເທດ ຊີງຂັນນາຍົກປະເທດເນປານ (FIFA day)
ວັນທີ 22/03/2023 ທີມຊາດເນປານ ພົບ ທີມຊາດລາວ ເວລາ 19:15ໂມງ.
ທຸກນັດແມ່ນຈະແຂ່ງຂັນທີ່ ສະໜາມ Dashrath Stadium Kathmandu, Nepal.

ການແຂງຂັນກິລາ ບານເຕະນັດມິດຕະພາບ 3 ປະເທດ ຊີງຂັນນາຍົກປະເທດເນປານ (FIFA day) ທີ່ ປະເທດ ເນປານ
ການແຂງຂັນກິລາ ບານເຕະນັດມິດຕະພາບ 3 ປະເທດ ຊີງຂັນນາຍົກປະເທດເນປານ (FIFA day) ທີ່ ປະເທດ ເນປານ ໃນລະຫວ່າງວັນທີ 22-31 ມີນາ 2023 ເຊີ່ງຈະແຂ່ງຂັນແບບພົບກັນໝົດທັງ 3 ທີມຄື:
1 Nepal ( ເຈົ້າພາບ )🇳🇵
2 Bhutan🇧🇹
3 Laos🇱🇦
ຕາຕະລາງ ການແຂ່ງຂັນມີດັ່ງນີ້
- ວັນທີ 22/03/2023 ທີມຊາດເນປານ ພົບ ທີມຊາດລາວ ເວລາ 18:00ໂມງ.
- ວັນທີ 25/03/2023 ທີມຊາດລາວ ພົບ ທີມຊາດບູຖານ ເວລາ 18:00ໂມງ.
- ວັນທີ 28/03/2023 ທີມຊາດເນປານ ພົບ ທີມຊາດບູຖານ ເວລາ 18:00ໂມງ.
- ວັນທີ 31/03/2023 ຮອບຊີງຊະນະເລີດ (ທີມອັນດັບ1 ຊີງກັບ ທີມອັນດັບ2) ເວລາ 17:30ໂມງ.
ທຸກນັດແມ່ນຈະແຂ່ງຂັນທີ່ ສະໜາມ Dashrath Stadium Kathmandu, Nepal.

ຜ່ານການລົງແຂ່ງ2ນັດ ແຂວງຈຳປາສັກ ຕົວແທນປະເທດລາວ ເສຍ1ນັດ. ຊະນະ1ນັດ











ຕອນບ່າຍ ຂອງວັນທີ 19 ມີນາ 2023 ທີ່ ສະໜາມບີນສາກົນ ວັດໄຕ ຄະນະນຳ, ຄະນະຄູຝຶກ ແລະ ນັກກິລາ ທີມຊາດລາວ

ຄະນະ ສຕລ ເຂົ້າຮ່ວມກອງປະຊຸມໃຫຍ່ຟີຟ່າ ທີ່ປະເທດຣວັນດາ
ວັນທີ 16 ມີນາ 2023, ທີ່ນະຄອນຫຼວງຄີກາລີ ປະເທດຣວັນດາ, ສະຫະພັນບານເຕະນາໆຊາດ (FIFA) ໄດ້ຈັດກອງປະຊຸມໃຫຍ່ສະໄໝສາມັນ ຄັ້ງທີ 73 ເຊິ່ງມີວາລະສໍາຄັນກໍຄື ການເລືອກຕັ້ງປະທານ FIFA ສໍາລັບສົກປີ 2023-2027 ໂດຍແມ່ນທ່ານ Gianni Infantino ໄດ້ຮັບຄວາມໄວ້ວາງໃຈຈາກຊາດສະມາຊິກທັງໝົດ ໃຫ້ດໍາລົງຕໍາແໜ່ງດັ່ງກ່າວ ເປັນສະໄໝທີ 2.
ສະຫະພັນບານເຕະແຫ່ງຊາດລາວ ຂໍສະແດງຄວາມຍິນດີມາຍັງທ່ານ Gianni Infantino ຕໍ່ກັບຜົນການເລືອກຕັ້ງໃນຄັ້ງນີ້.