![News Cover](https://laoff.org.la/storage/news/News_Image_1691639235476.webp)
ສະຫະພັນບານເຕະແຫ່ງຊາດລາວ ກຽມຈັດ ການແຂ່ງຂັນຟຸດຊໍ ລີກ ປະຈຳປີ 2023
ສະຫະພັນບານເຕະແຫ່ງຊາດລາວ ກຽມຈັດການແຂ່ງຂັນຟຸດຊໍ ລີກ ປະຈຳປີ 2023 FUTSAL LAO LEAGUE 2023 ໂດຍຈະເລີ້ມແຂ່ງຂັນ ວັນທີ 09 ກັນຍາ ຫາ 19 ພະຈິກ 2023 ໂດຍຈະໃຊ້ສະຫນາມກິລາຟຸດຊໍ ສະຫະພັນບານເຕະແຫ່ງຊາດລາວ ເປັນສະຫນາມແຂ່ງຂັນ ກຳນົດເອົາ 12 ທີມເຂົ້າຮ່ວມການແຂ່ງຂັນ. ສຳລັບຮູບແບບການແຂ່ງຂັນຄັ້ງນີ້ແມ່ນແຂ່ງຂັນແບບພົບກັນຫມົດ 1 ຮອບ ເກັບຄະແນນ ລວມທັງຫມົດມີ 66 ນັດ ສະເລ່ຍ 11 ນັດ / ທີມ.
ການແຂ່ງຂັນຟຸດຊໍ ລີກ ແມ່ນຈັດການແຂ່ງຂັນລ້າສຸດໃນປີ 2017 ໂດຍມີທັງຫມົດ 10 ທີມ ເຊິ່ງຄັ້ງນັ້ນ ອັນດັບ 1 ແມ່ນ ສົມສະນຸກຟາມ ລົງສະຫນາມ 9 ນັດ ຊະນະ 9 ນັດ ມີ 27 ຄະແນນ, ອັນດັບ 2 ນະຄອນຫລວງ ຢູໄນເຕັດ ລົງສະຫນາມ 9 ນັດ ມີ 24 ຄະແນນ, ອັນດັບ 3 ເອັສ ທີ ທີ ເອຟຊີ ລົງສະຫນາມ 9 ນັດ ມີ 21 ຄະແນນ, ອັນດັບ 4 ສູນກິລາສະເຕດ້ຽມ ເອຟຊີ ມີ 18 ຄະແນນ, ອັນດັບ 5 ມະຫາວິທະຍາໄລວິທະຍາສາດສຸຂະພາບ ລົງສະຫນາມ 9 ນັດ ມີ 13 ຄະແນນ, ອັນດັບ 6 ກຣີນໄລເດີ້ ເອຟຊີ ລົງສະຫນາມ 9 ນັດ ມີ 12 ຄະແນນ, ອັນດັບ 7 ດີເຄ ເອຟຊີ ລົງສະຫນາມ 9 ນັດ ມີ 10 ຄະແນນ, ອັນດັບ 8 ບຸນເກີດສຶກສາ ເອຟຊີ ລົງສະຫນາມ 9 ນັດ ມີ 6 ຄະແນນ, ອັນດັບ 9 ເອຟຊີ ລັກກີ້ ລົງສະຫນາມ 9 ນັດ ມີ 3 ຄະແນນ ແລະ ອັບດັບ 10 ວິທະຍາໄລລາວທ໋ອບ ລົງສະຫນາມ 9 ນັດ ບໍ່ມີຈັກຄະແນນ, ລາງວັນທີມມາລະຍາດດີເດັ່ນ ທີມ ມະຫາວິທະຍາໄລວິທະຍາດສຸຂະພາບ ແລະ ນັກເຕະຍິງປະຕູສູງສຸດ ໂຕນ້າ ບຸນມະໄລ ຈາກ ທີມ ເອັສ ທີ ທີ ເອຟຊີ ຍິງໄດ້ 54 ປະຕູ.
ແຟນບານຟຸດຊໍຫ້າມພາດເລີ້ມການແຂ່ງຂັນນັບຕັ້ງແຕ່ວັນທີ 09 ກັນຍາ 2023 ເປັນຕົ້ນໄປ ເຂົ້າຊົມບໍ່ເສຍຄ່າ(Free)
![News Cover](https://laoff.org.la/storage/news/News_Image_1691555864898.webp)
ຄະນະຄູຝຶກ ແລະ ນັກກິລາທີມຊາດລາວU23 ຮັບຟັງການເຜີຍແຜ່ກ່ຽວກັບການສະກັດກັ້ນການລົ້ມບານ
ຕອນເຊົ້າວັນທີ08ສິງຫາ2023ຢູ່ທີ່ຫ້ອງປະຊຸມສູນຝຶກ ສະຫນາມກິລາແຫ່ງຊາດຫຼັກ16ຄະນະຄູຝຶກ ແລະ ນັກກິລາທີມຊາດລາວU23ໄດ້ຮັບຟັງການເຜີຍແຜ່ກ່ຽວການສະກັດກັ້ນການລົ້ມບານ ໂດຍແມ່ນ ທ່ານ ພອນສະຫວັນເພັດສາຍຊຳໜ່ວຍງານການຕໍ່ຕ້ານການລົ້ມບານເປັນຜູ້ບັນລະຍາຍ.
ຈຸດປະສົງໃນການເຜີຍແຜ່ກ່ຽວການສະກັດກັ້ນການລົ້ມ ກໍເພື່ອໃຫ້ບັນດາ ຄະນະຄູຝຶກ ແລະ ນັກກິລາ ໄດ້ຮັບຮູ້ເຂົ້າໃຈເລິກເຊິ່ງ ກ່ຽວກັບຜົນຮ້າຍຂອງການລ໋ອກຜົນການແຂ່ງຂັນ,ພຶດຕິກຳ ທີ່ຖືວ່າເປັນການລັອກຜົນການແຂ່ງຂັນ. ສຳລັບການລົ້ມກິລາຕາມທີ່ໄດ້ບັນຍັດໄວ້ໃນກົດໝາຍວ່າດ້ວຍ ກິລາ ແລະ ກາຍຍະກໍາ,ສະບັບເລກທີ 29/ສພຊ,ລົງວັນທີ 25 ພະຈິກ 2019. ມ110: ການລົ້ມກິລາແມ່ນການຕົກລົງກັນໄວ້ລ່ວງໜ້າກ່ຽວກັບຜົນຂອງການແຂ່ງຂັນ ຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອຜົນປະໂຫຍດຂອງບຸກຄົນ ຫຼື ກຸ່ມຄົນໃດໜຶ່ງ ລວມມີນັກກິລາ,ຄູຝຶກ,ກໍາມະການຕັດສິນ ແລະ ບຸກຄົນອື່ນ ຊຶ່ງເປັນການທໍາລາຍກຽດສັກສີ,ຊື່ສຽງຂອງວົງການກິລາ ແລະ ປະເທດຊາດ.
ບຸກຄົນ,ນິຕິບຸກຄົນໃດ ໂດຍເຈດຕະນາ ຫາກໄດ້ສະເໜີໃຫ້: ເອົາໃຫ້ ຫຼື ສັນຍາວ່າຈະໃຫ້,ຮັບເອົາ,ທວງເອົາ,ຂໍເອົາ,ຫຼື ຕົກລົງຮັບເອົາ ເງິນ,ຊັບສິ່ງຂອງ,ຫຼື ຜົນປະໂຫຍດໃດໜຶ່ງ ໂດຍທາງກົງ ຫຼື ທາງອ້ອມ ເພື່ອລົ້ມກິລາ ຕາມທີ່ໄດ້ກໍານົດໄວ້ໃນວັກໜຶ່ງຂອງມາດຕານີ້ ກໍຈະຖືວ່າເປັນການກະທໍາຜິດທາງອາຍາໃນສະຖານໃຫ້ສິນບົນ ຫຼື ການຮັບຮັບສິນບົນ ແລະ ຈະຖືກລົງໂທດ ຕາມທີ່ໄດ້ກໍານົດໄວ້ໃນປະມວນກົດໝາຍອາຍາ ຊຶ່ງມີໂທດຕັດອິດສາລະພາບສູງສຸດແມ່ນຕະຫຼອດຊີວິດ.
ທ່ານພອນສະຫວັນ ຍັງໄດ້ຮຽກຮ້ອງໃຫ້ຄະນະຄູຝຶກ ແລະ ບັນດານັກກິລາທຸກທ່ານເປັນເຈົ້າການໃນການສະກັດກັ້ນ, ປະຕິເສດ ແລະ ລາຍງານຂໍ້ມູນການລົ້ມບານ ເພາະການລົ້ມບານນີ້ປຽບດັ່ງເປັນກັບການປຸ້ນຊາດດ້ວຍການປຸ້ນກຽດສັກສີ, ຊື່ສຽງຂອງຊາດ ແລະ ຄວາມພາກພູມໃຈຂອງມວນຊົນຄົນລາວທັງຊາດ.
ບັນດາທ່ານທ່ານສາມາດລາຍງານການລັອກຜົນບານ ຫຼື ການລົ້ມບານຫາໜ່ວຍງານສະກັດກັ້ນການ. ຊຶ່ງຂໍ້ມູນທີ່ທ່ານສົ່ງ ຈະຖືກຮັກສາໄວ້ເປັນຄວາມລັບສູງສຸດ. ທ່ານສາມາດສົ່ງຫາພວກເຮົາຕາມຊ່ອງທາງດັ່ງນີ້:
- ທາງອີເມລທີ່:[email protected].
- ທາງເວັບໄຊ້https://laoff.org.la/la.ເຂົ້າໄປທີ່“ໜ່ວຍງານສະກັດກັ້ນການລົ້ມບານ”.
ການແຂ່ງຂັນບານເຕະຊາຍຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ23ປີ ປະຈຳປີ2023 (AFF U23 CHAMPIONSHIP 2023)ຢູ່ທີ່ ແຂວງຣະຢອງ ປະເທດໄທ ທີ່ໄດ້ຮັບກຽດເປັນເຈົ້າພາບ ໃນລະຫວ່າງວັນທີ17-26ສິງຫາ2023,ໂດຍມີທັງຫມົດ10ປະເທດ ເຂົ້າຮ່ວມການແຂ່ງຂັນໂດຍແບ່ງອອກເປັນ3ກຸ່ມດັ່ງນີ້:
-ກຸ່ມA :ໄທ,ກຳປູເຈຍ,ບຣູໄນ ແລະ ມຽນມາ
-ກຸ່ມB :ຕີມໍເລສເຕ,ມາເລເຊຍ ແລະ ອິນໂດເນເຊຍ
-ກຸ່ມC :ຫວຽດນາມ,ຟີລິບປິນ ແລະ ລາວ
ຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ
-ວັນທີ18/08/2023ເວລາ16:00ຟີລິບປີນ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມRAYONG PROVINCIAL STADIUM.
-ວັນທີ20/08/2023ເວລາ16:00ລາວ ພົບ ຫວຽດນາມ ແຂ່ງຂັນຢູ່ທີ່ສະຫນາມ ຫນາມRAYONG PROVINCIAL STADIUM.
ຮອບຮອງຊະນະເລີດ ແມ່ນຈະແຂ່ງຂັນວັນທີ24ສິງຫາ2023ສ່ວນນັດຊີງຊະນະເລີດ,ນັດຊີງອັນດັບ3ແມ່ນ ຈະແຂ່ງຂັນວັນທີ26ສິງຫາ2023.
ລາຍການດັ່ງກ່າວແມ່ນຄັດເອົາອັນດັບ1ຂອງກຸ່ມຜ່ານເຂົ້າສູ່ຮອບຮອງຊະນະເລີດ ແລະ ເອົາອັນດັບ2ທີ່ມີຄະແນນດີທີ່ສຸດຜ່ານເຂົ້າສູ່ຮອບຮອງຊະນະເລີດ.
![News Cover](https://laoff.org.la/storage/news/News_Image_1691394347129.webp)
ສະຫວັນ ຢູໄນເຕັດຂຶ້ນເປັນທີມນຳການແຂ່ງຂັນບານເຕະ ລາວລີກ 2 ແຂວງສະຫວັນນະເຂດ ຍັງເຫລືອການແຂ່ງຂັນ 1 ນັດ
ການແຂ່ງຂັນບານເຕະ ລາວລີກ 2 ແຂວງສະຫວັນນະເຂດ ນັດທີ 9 ຮອບຂາກັບ ໃນອາທິດຜ່ານມາ
ວັນເສົາ 05
ສິງຫາ 2023 ລີລາວະດີ ສອງຄອນ ຊິຕີ້ ເສຍໃຫ້ ໂພໄຊນ້ອຍ 1-2, ອານັນ ອາໄຫຼ່ ເສຍໃຫ້ ດາຣກວູຟ ຢູໄນເຕັດ 1-2 ແລະ ວັນອາທິດ 06 ສິງຫາ 2023 ສະຫວັນ ຢູໄນເຕັດ ຊະນະ ໄຮຢີນ້າ 6-1.
ສະຫລຸບ ຕາຕະລາງ ຄະແນນ
ລາວລີກ 2
ແຂວງສະຫວັນນະເຂດ
ສະຖານະການໃນປັດຈຸບັນ ສະຫວັນ ຢູໄນເຕັດ ແຊງ ອານັນ ອາໄຫລ່ ຂຶ້ນມາຢູ່ອັນດັບ 1ຄື
ລົງສະໜາມ 9
ນັດ
ຊະນະ 6
ນັດ
ສະເໝີ 2
ນັດ
ເສຍ 1
ນັດ
ມີ 20ຄະແນນ,ຖ້າຫາກນັດສຸດທ້າຍສາມາດເອົາຊະນະໄດ້ກໍເປັນແຊ້ມທັນທີ.ອັນດັບ 2 ອານັນ ອາໄຫລ່ ລົງສະໜາມ 9 ນັດ ຊະນະ 6 ນັດ ສະເໝີ 1 ນັດ ເສຍ 2 ນັດ ມີ 19ຄະແນນ, ອັນດັບ 3 ດາຣກວູຟ ລົງສະໜາມ 9 ນັດ ຊະນະ 4ນັດ ສະເໝີ 1 ນັດ ເສຍ 4 ນັດ ມີ 13 ຄະແນນ,ອັນດັບ 4 ໂພໄຊນ້ອຍ ລົງສະໜາມ 9 ນັດ ຊະນະ 3 ນັດ ສະເໝີ 2 ນັດ ເສຍ 4 ນັດ ມີ 11 ຄະແນນ, ອັນດັບ 5 ລີລາວະດີ ສອງຄອນ ລົງສະໜາມ
9 ນັດ ຊະນະ 2 ນັດ ສະເໝີ3 ນັດ ເສຍ 4 ນັດ ມີ 9 ຄະແນນ, ແລະ ອັນດັບ ສຸດທ້າຍ
ໄຮຢີນ້າ ລົງສະໜາມ 9
ນັດ
ຊະນະ 1
ນັດ
ສະເໝີ 1
ນັດ
ເສຍ 7
ນັດ ມີ 4 ຄະແນນ.
ສຳລັບຕາຕະລາງການແຂ່ງຂັນໃນອາທິດນີ້ ວັນເສົາ 12 ສິງຫາ 2023 ເວລ 15:00 ລີລາວະດີ ສອງຄອນ ພົບ ດາຣກວູຟ ຢູໄນເຕັດ ແລະ ວັນອາທິດ 13 ສິງຫາ 2023 ເວລາ 13:30 ອານັນ ອາໄຫລ່ ພົບ ໄຮຢີນ້າ ແລະ ເວລາ 16:00
ສະຫວັນ ຢູໄນເຕັດ ພົບ ໂພໄຊນ້ອຍ. ຫລັງຈາກຈົບການແຂ່ງຂັນຄູ່ສຸດທ້າຍແມ່ນຈະມີພິທີມອບຂັນລາງວັນຕ່າງໆ
ໂດຍທຸກໆຄູ່ແມ່ນແຂ່ງຂັນຢູ່ທີ່ສະໜາມກິລາແຂວງສະຫວັນ ເຂົ້າຊົມບໍ່ເສຍຄ່າ( Free) ແລະ
ສາມາດຕິດຕາມການຖ່າຍທອດສົດໄດ້ທີ່ເພສ ສະຫວັນນະເຂດລີກ 2 - Savannakhet League 2.
![News Cover](https://laoff.org.la/storage/news/News_Image_1691390926305.webp)
ຈັດກອງປະຊຸມເຕັກນິກການແຂ່ງຂັນກິລາບານເຕະເຍົາວະຊົນ U15
ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ຈັດກອງປະຊຸມເຕັກນິກການແຂ່ງຂັນກິລາບານເຕະເຍົາວະຊົນຮຸ່ນອາຍຸບໍ່ເກີນ15ປີ
ຫຼື U15 ໄດ້ຈັດຂຶ້ນຕອນເຊົ້າ ວັນຈັນ 07 ສິງຫາ 2023
ຢູ່ຫ້ອງປະຊຸມ ສຕລ ພາຍໃຕ້ການເປັນປະທານກອງປະຊຸມຂອງທ່ານ ຈັນທະວົງ
ສິລິມະໂນທຳ ຮອງເລຂາທິການ ສຕລ,ໂດຍມີທ່ານ ສັນຕິກອນ ແສງດາລາ
ຫົວຫນ້າພະແນກຈັດການແຂ່ງຂັນ ສຕລ, ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງ ແລະຜູ້ຕາງຫນ້າບັນດາສະໂມສອນກິລາບານ
ເຕະເຂົ້າຮ່ວມ.
ການຈັດກອງປະຊຸມຄັ້ງນີ້ແມ່ນເພື່ອກະກຽມໃຫ້ແກ່ການແຂ່ງຂັນບານເຕະເຍົາວະຊົນ
U15 ຊີງຂັນ ສຕລ ປະຈຳປີ 2023 (LFF U-15 CHAMPIONSHIP
2023) ທີ່ຈະເລີ່ມແຂ່ງຂັນລະຫວ່າງວັນທີ
8 ສິງຫາ ຫາ 2 ກັນ ຍາ 2023 ເຊິ່ງກຳນົດເອົາ 8 ສະໂມສອນທີ່ໄດ້ເຂົ້າຮ່ວມແຂ່ງຂັນເຕະບານລີກສູງສຸດຂອງປະເທດມາແຂ່ງຂັນກັນ
ປະ ກອບມີ ເອສະຣາ , ຊ້າງນ້ອຍ , ມາສເຕີ ເຊເວັ້ນ , ກອງທັບ , ນໍ້າທາ , ຫຼວງພະບາງ ແລະ ວຽງຈັນ , ໂດຍຈະແຂ່ງຂັນພົບກັນໝົດ
ຄັດເລືອກເອົາອັນດັບທີ 1, ອັນດັບທີ 2, ອັນດັບທີ 3 ແລະ ອັນດັບທີ 4 ຜ່ານເຂົ້າຮອບຮອງຊະນະເລີດ
ພ້ອມທັງຈົກສະຫຼາກປະກົບຄູ່ແຂ່ງຂັນ ທີມໃດຊະນະ ແມ່ນຜ່ານເຂົ້າຊີງຊະນະເລີດ.
ສ່ວນທີມທີ່ເສຍ ແມ່ນໄປຊີງອັນດັບທີ 3, ການແຂ່ງຂັນແມ່ນຈະແຂ່ງຂັນທັງຫມົດ 80 ນາທີ ໂດຍແບ່ງອອກເປັນ 2 ຕັ້ງ , ຕັ້ງລະ 40 ນາທີ.
ສຳລັບຕາຕະລາງ
ການແຂ່ງຂັນໃນນັດທຳອິດ ຈະມີຂຶ້ນໃນວັນທີ 08 ສິງຫາ 2023
- ເວລາ
15:30 ຈຳປາສັກ ພົບ ນ້ຳທາ
ແຂ່ງຂັນຢູ່ທີ່ສະຫນາມຫຍ້າທຽມຂອງ ສຕລ ສະຫນາມ 1
- ເວລາ 15:30 ຊ້າງນ້ອຍ ພົບ ວຽງຈັນ
ແຂ່ງຂັນຢູ່ທີ່ສະຫນາມຫຍ້າທຽມຂອງ ສຕລ ສະຫນາມ 2
- ເວລາ
18:30 ຫຼວງພະບາງ ພົບ
ກອງທັບ ແຂ່ງຂັນຢູ່ທີ່ສະຫນາມຫຍ້າທຽມຂອງ ສຕລ ສະຫນາມ 1
- ເວລາ
18:30 ເອສະຣາ ພົບ
ມາສເຕີ້ ເຊເວັ້ນ ແຂ່ງຂັນຢູ່ທີ່ສະຫນາມຫຍ້າທຽມຂອງ ສຕລສະຫນາມ 2
ທ່ານສາມາດໄປຊົມ
ແລະ ເຊຍ ຕິດຂອບສະຫນາມທີມທີ່ຕົນເອງມັກໄດ້, ເຂົ້າຊົມບໍ່ເສຍຄ່າ(Free) ແລະ ສາມາດຮັບຊົມ
ການຖ່າຍທອດສົດໄດ້ທີ່ ເພສເຟສບຸກ LFF U-15Championship ແລະ Youtube LAOFFTV LAOFF
TV ສະຫະພັນບານເຕະແຫ່ງຊາດລາວ.
![News Cover](https://laoff.org.la/storage/news/News_Image_1691220979177.webp)
ກໍາມະການຕັດສິນກຽມພ້ອມຮັບໃຊ້ການແຂ່ງຂັນກິລາບານເຕະເຍົາວະຊົນ U15 ແລະ U18 ທີ່ຈະເປີດສາກຂື້ນໃນວັນອັງຄານທີ່ຈະມາເຖິງນີ້
ກໍາມະການຕັດສິນກຽມພ້ອມຮັບໃຊ້ການແຂ່ງຂັນກິລາບານເຕະເຍົາວະຊົນ
U15 ແລະ U18 ທີ່ຈະເປີດສາກຂື້ນໃນວັນອັງຄານທີ່ຈະມາເຖິງນີ້
ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ສໍາເລັດການຝຶກອົບຮົມກໍາມະການຕັດສິນການແຂ່ງຂັນກິລາບານເຕະ ເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 15ປີ(U15 ) ແລະ ຮຸ່ນອາຍຸບໍ່ເກີນ18ປີ(U18 )ປະຈໍາປີ 2023ຂື້ນໃນຕອນບ່າຍວັນທີ 4 ສິງຫາ 2023 ທີ່ຫ້ອງປະຊຸມ ສຕລ,ໂດຍໃຫ້ກຽດເຂົ້າຮ່ວມພິທີປິດຂອງທ່ານ ຈັນທະວົງ ສິລິມະໂນທຳ ຮອງເລຂາທິການສຕລ, ທ່ານ ທອງປະເສີດ ພອນສິຣິຍະວົງ ຫົວໜ້າຫ້ອງການນິຕິກຳ ແລະ ທ່ານ ໄຊປະເສີດ ພົງຊະນິດ ຫົວໜ້າພະແນກກຳມະການຕັດສິນທັງເປັນຜູ້ຝຶກສອນກຳມະການຕັດສິນ ສຕລ, ພ້ອມດວ້ຍຜູ້ຊ່ວຍຄູຝຶກສອນ, ວິຊາການພະແນກກໍາມະການຕັດສິນ ສຕລ ແລະນັກຝຶກອົບຮົມເຂົ້າຮ່ວມທັງໝົດ 34 ຄົນ.
ໃນໂອກາດນີ້ ທ່ານ ຈັນທະວົງ ສິລິມະໂນທຳ ໄດ້ສະແດງຄວາມຊົມເຊີຍມາຍັງຜົນສຳເລັດຂອງການ
ອົບຮົມຄັ້ງນີ້ ແລະ ອວຍພອນໃຫ້ທຸກທ່ານທີ່ຜ່ານການຝຶກອົບຮົມຈົ່ງຕັ້ງໃຈນຳເອົາຄວາມຮູ້ທີໄດ້ຮຽນມາໄປຈັດຕັ້ງປະຕິບັດວຽກງານກໍາມະການຕັດສິນໃນສະໜາມກິລາຕົວຈິງດ້ວຍຜົນສໍາເລັດ.
ສໍາລັບການຝຶກອົບຮົມຄັ້ງນີ້ແມ່ນດຳເນີນເປັນເວລາ 3ວັນ ແຕ່ວັນທີ 2-4 ສິງຫາ 2023,ເຊິ່ງໄດ້ມີການຮຽນຮູ້ແລະທົດສອບທາງທິດສະດີ ແລະ ວິເຄາະວີດີໂອໃນການໃຫ້ບັດເຫຼືອງບັດແດງ, ພິເສດນັກຝຶກອົບຮົມທີ່ເຂົ້າຮ່ວມ ແມ່ນໄດ້ ຜ່ານການທົດສອບພາລະກໍາລັງກ່ອນຈຶ່ງຈະເຂົ້າຮ່ວມການຝຶກອົບຮົມໃນຄັ້ງນີ້.
ຜົນສຳເລັດຂອງການຝຶກອົບຮົມຄັ້ງນີ້ສະແດງໃຫ້ເຫັນເຖິງຄວາມກຽມພ້ອມຂອງກຳມະການຕັດສິນໃນການຮັບໃຊ້ການແຂ່ງຂັນກິລາບານເຕະເຍົາວະຊົນ U15 ແລະ U18 ທີ່ຈະເປີດສາກຂື້ນໃນວັນອັງຄານທີ່ຈະມາເຖິງນີ້.
![News Cover](https://laoff.org.la/storage/news/News_Image_1690954944552.webp)
ບຸກຄະລາກອນສຕລຈົບຫລັກສູດການບໍລິຫານບານເຕະ ຂອງສະຫະພັນບານເຕະອາຊີ
ເມື່ອເວົ້າເຖິງວຽກງານການພັດທະນາບຸກຄະລາກອນ ໃນແຕ່ລະປີ ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ໄດ້ສົ່ງພະນັກງານຈາກສຕລ ເຂົ້າຮວ່ມຝຶກອົບໃນຫລາຍວຽກງານທັງພາຍໃນ ແລະ ຕ່າງປະເທດ ບໍ່ວ່າຈະເປັນວຽກງານຈັດການແຂ່ງຂັນ, ວຽກງານກຳມະການຕັດສິນ, ວຽກງານເຕັກນິກ - ວິທະຍາ, ວຽກງານສື່ມວນຊົນ-ການຕະຫລາດ ແລະ ວຽກງານອື່ນໆທີປິ່ນອ້ອມ.
ສະເພາະໃນວັນທີ 31ກໍລະກົດ 2023ຜ່ານມາ,ສະຫະພັນບານເຕະອາຊີ
ໄດ້ມີພິທີປິດ
‘’ ຫລັກສູດການບໍລິຫານບານເຕະຂອງສະຫະພັນບານເຕະອາຊີ (The AFC
Football Management Certificate, Edition 4 (AFC FMC)’’ ໃນຮູບແບບອອນລາຍ ,ເຊິ່ງ ສຕລໄດ້ສົ່ງບຸກຄະລາກອນ 1 ທ່ານ
ຄື: ທ່ານ ນີຕ້າ
ທັດສະນີທອນ ພະນັກງານວິຊາການ
ຈາກພະແນກຈັດການແຂ່ງຂັນເຂົ້າຮວ່ມຮຽນໃນຫລັກສູດດັ່ງກ່າວ.
ທ່ານນິຕ້າ ທັດສະນີທອນ(ຕ້າ)ໄດ້ກ່າວວ່າ:ສຳລັບເງື່ອນໄຂຂອງຜູ້ຈະເຂົ້າຮວ່ມການຮຽນໃນຫຼັກສູດນີ້,ສະຫະພັນບານເຕະອາຊີໄດ້ກຳນົດໄວ້ຄືກ່ອນອື່ນໝົດຕ້ອງໄດ້ເຮັດວຽກຢູ່
ສຕລຢ່າງໜ້ອຍເປັນເວລາ1ປີຂື້ນໄປຈື່ງສາມາດສະໝັກຮຽນໄດ້.ຜູ້ສະໝັກຕ້ອງໄດ້ປະກອບເອກະສານຕ່າງໆກ່ຽວກັບປະສົບການເຮັດວຽກ
ແລະ ລະດັບຈົບການສຶກສາແລະຕ້ອງຮູ້ພາສາອັງກິດໃນລະດັບດີ ເພື່ອສົ່ງໃຫ້ສະຫະພັນບານເຕະອາຊີ
ພິຈາລະນາໃນຂັ້ນຕົ້ນ.ພ້ອມນັ້ນ,ກ່ອນຈະໄດ້ເຂົ້າຮຽນແມ່ນຕ້ອງໄດ້ຜ່ານຮອບສຳພາດແລະຖ້າສຳພາດຜ່ານຈື່ງສາມາດຮຽນກ່ຽວກັບການບໍລິຫານບານເຕະຂັ້ນພື້ນຖານຂອງສະຫະພັນບານເຕະ
ອາຊີ ໄດ້ໃນຂັ້ນຕໍ່ໄປ.ສຳລັບການຮຽນ AFC FMC ແມ່ນໃຊ້ເວລາຮຽນທັງຫມົດ 5 ເດືອນ ແລະ ມີທັງຫມົດ 9 ຫົວຂໍ້ຫຼັກຄື:ໂຄງຮ່າງການຈັດຕັ້ງຂອງບານເຕະໂລກ,ການຄຸ້ມຄອງຍຸດທະສາດໃນວຽກງານກິລາບານເຕະ,ການຄຸ້ມຄອງທາງດ້ານການເງິນ,ການສ້າງລາຍໄດ້,ວຽກງານສື່ມວນຊົນ
ແລະການສື່ສານ,ການບໍລິຫານຈັດການ,ການຄຸ້ມຄອງການດໍາເນີນງານ,ການຄຸ້ມຄອງຊັບພະຍາກອນມະນຸດແລະການປົກປ້ອງເດັກ.
ໃນການຮຽນ ຈໍານວນ 9 ຫົວຂໍ້ແມ່ນຮຽນແບບທາງໄກ(ອອນລາຍ)
ເຊີ່ງຕ້ອງໄດ້ມີການເບີ່ງວິດີໂອ ແລະ ເສັງກ່ອນຈະເລີ່ມຮຽນແຕ່ລະຫົວຂໍ້, ການຮຽນແມ່ນຈໍານວນ 5ມື້ຕໍ່ 1ຫົວຂໍ້
ໂດຍມີຜູ້ຊ່ຽວຊານແຕ່ລະຫົວຂໍ້ມາຝຶກສອນ ແລະ ໃຫ້ຄວາມຮູ້ລົງເລິກກ່ຽວກັບວິຊາສະເພາະ.
ເມື່ອໄດ້ມີການຮຽນແຕ່ລະຫົວຂໍ້ແລ້ວ ໄດ້ມີການເຮັດວຽກຮ່ວມກັນເປັນກຸ່ມ ແລະ ມີການເສັງສຳລັບບຸກຄົນ.
ກ່ອນຈົບການສືກສາAFC FMC ນັກຮຽນແຕ່ລະຄົນແມ່ນຕ້ອງໄດ້ຂຽນບົດໂຄງການທຸລະກິດນັກສຶກສາ(Student
Business Project) ແລະ ໄດ້ປ້ອງກັນບົດກ່ອນຈົບການສຶກສາ.
ສໍາລັບການຮຽນແມ່ນໃຊ້ໄລຍະເວລາແຕ່ວັນທີ 14 ຕຸລາ 2022 ຫາ 31 ກໍລະກົດ 2023.
ປະຫວັດຂອງທ່ານນິຕ້າ ໃນການກ້າວເຂົ້າມາສູ່ວົງການບານເຕະ
ແລະ ເຮັດວຽກຢູ່ ສຕລ ມີດັ່ງນີ້:
- ປີ2015-2018:
ສຶກສາຮໍ່າຮຽນພາສາອັງກິດ ຢູ່ທີ່ ສະຖາບັນລາວ-ອາເມລິກາ
-ປີ2017-2020: ສຶກສາຢູ່ທີ່ມະຫາວິທະຍາໄລແຫ່ງຊາດ, ພາກພົວພັນສາກົນ, ຄະນະນິຕິສາດ ແລະ ລັດຖະສາດ
- ປີ2018: ເປັນຄະນະນຳທີມສະໂມສອນບານເຕະລາວ-ທ໊ອບ ເຂົ້າຮ່ວມການແຂ່ງຂັນຄອມມານໂດ
ລາວລີກ2,
ສຕລ
-ປີ 2019: ສຳເລັດການສຶກສາຊັ້ນສູງພາກພາສາອັງກິດ ຢູ່ທີ່ວິທະຍາໄລ
ລາວ-ທ໊ອບ
- ປີ2019: ເປັນນັກກິລາຂອງສະໂມສອນບານເຕະຊ້າງນ້ອຍ
ເຂົ້າຮ່ວມການແຂ່ງຂັນບານເຕະຄອມມານໂດ ລາວລີກ2, ສຕລ
- ປີ2019: ເລີ່ມກ້າວເຂົ້າສູ່ການເປັນອາສາສະໝັກແລະຜູ້ປະສານງານຂອງສຕລໃນລາຍການ
AFC
U-16 Championship 2019 Qualifiers.
- ປີ2020: ເປັນຄະນະນຳທີມ ແລະ
ຜູ້ຊ່ວຍຜູ້ຈັດການທີມຂອງສະໂມສອນບານເຕະຊ້າງນ້ອຍ ໃນລາຍການແຂ່ງຂັນບານເຕະ ລາວລີກ1, ເຂົ້າຮ່ວມການຝຶກອົບຮົມຂອງ ສຕລ ກ່ຽວກັບຜູ້ຄວບຄຸມການແຂ່ງຂັນ
ແລະ ຜູ້ຊ່ວຍຜູ້ຄວບຄຸມການແຂ່ງຂັນ, ເປັນຜູ້ຊ່ວຍຜູ້ຄວບຄຸມການແຂ່ງຂັນບານເຕະ
ຄອມມານໂດ ລາວລີກ2, ສຕລ, ເປັນຜູ້ຊ່ວຍຜູ້ຄວບຄຸມການແຂ່ງຂັນບານເຕະ The 45th
Lao National Day’s Football Championship.
- ປີ2021: ເລີ່ມຕົ້ນເສັ້ນທາງໃນການກ້າວເຂົ້າມາສູ່ການເຮັດວຽກຢູ່ທີ່
ພະແນກຈັດການແຂ່ງຂັນຂອງສຕລ, ເປັນຜູ້ຊ່ວຍຜູ້ຄວບຄຸມການແຂ່ງຂັນບານເຕະ
ລາວລີກ1,
ເປັນຜູ້ຈັດການທີມຊາດບານເຕະຍິງ(ຊຸດໃຫຍ່)
ເຂົ້າຮ່ວມແຂ່ງຂັນບານເຕະ AFC Women’s Asian
Cup India 2022, ຢູ່ທີ່ປະເທດ ບາເຣນ, ເຂົ້າຮ່ວມຝຶກອົບຮົມແບບທາງໄກ
ກ່ຽວກັບວຽກງານຈັດການແຂ່ງຂັນ, ຜູ້ປະສານງານການແຂ່ງຂັນ ຂອງສະຫະພັນບານເຕະອາຊີ.
- ປີ2022: ເປັນຜູ້ຄວບຄຸມການແຂ່ງຂັນ ແລະ ຜູ້ຊ່ວຍຜູ້ຄວບຄຸມການແຂ່ງຂັນ
ໃນລາຍການແຂ່ງຂັນບານເຕະ Lao League1, Lao League2, LFF Cup, Futsal League,
Youth League, National Football Championship, ເປັນຜູ້ປະສານງານການແຂ່ງຂັນໃນລາຍການ AFC U20
Asian Cup Uzbekistan 2023 Qualifiers (Group C)
- ປີ2023: ເປັນຜູ້ຄວບຄຸມການແຂ່ງຂັນບານເຕະ ລາວລີກ1 ແລະ ເປັນຜູ້ປະສານງານກ່ຽວກັບການຈັດການແຂ່ງຂັນບານເຕະ ລາວລີກ2.
- ປັດຈຸບັນ:
ເປັນຜູ້ຈັດການທີມຊາດລາວ ບານເຕະຊາຍ ຮຸ່ນອາຍຸບໍ່ເກີນ 23ປີ ເພື່ອກະກຽມເຂົ້າຮ່ວມການແຂ່ງຂັນບານເຕະ AFF U23
Championship 2023 Thailand.
ທ່ານນິຕ້າ ໄດ້ສະແດງຄວາມຂອບໃຈມາຍັງການນຳສຕລ
ທີ່ໄດ້ໃຫ້ໂອກາດໃນການຮຽນຫລັກສູດ ການບໍລິຫານບານເຕະຂອງສະຫະພັນບານເຕະອາຊີໃນຄັ້ງນີ້ (The AFC
Football Management Certificate, Edition 4 (AFC FMC)ແລະພ້ອມຈະນຳເອົາຄວາມຮູ້ໃນການຮຽນເພື່ອພັດທະນາວຽກງານບານເຕະລາວໃຫ້ພັດທະນາຂຶ້ນເລື້ອຍໆ.
ສຳລັບຫລັກສູດ ການບໍລິຫານບານເຕະຂອງສະຫະພັນບານເຕະ ອາຊີ The AFC
Football Management Certificate, (AFC FMC ) ແມ່ນມີພະນັກງານຈາກ ສະຫະພັນບານເຕະແຫ່ງຊາດລາວ ສຳເລັດການຮຽນແລ້ວ 2 ທ່ານ ເຊິ່ງ ທ່ານ ນິຕ້າ ທັດສະນີທອນ ແມ່ນເປັນຜູ້ທີ່ 3 ຈາກ
ສະຫະພັນບານເຕະແຫ່ງຊາດລາວ ສຳເລັດ ຫລັກສູດດັ່ງກ່າວນີ້.
![News Cover](https://laoff.org.la/storage/news/News_Image_1690773151683.webp)
ປກຊແຂວງເປັນທີມນຳອັນດັບໜຶ່ງແລະເປັນແຊັມຂອງການແຂ່ງຂັນບານເຕະລາວລີກ 2 ແຂວງຄຳມວ່ນ
ການແຂ່ງຂັນບານເຕະລາວລີກ2ແຂວງຄຳມ່ວນໄດ້ເລີ່ມການແຂ່ງຂັນມາແຕ່ວັນທີ03ມິຖຸນາ2023ແລະຜ່ານການແຂ່ງຂັນມາໄດ້7ອາທິດ,ຜົນປະກົດວ່າທິມບານເຕະປກຊແຂວງຄຳມ່ວນມີຜົນງານດີເດ່ນເປັນອັນດັບໜຶ່ງຄືລົງສະຫນາມ7ນັດ ຊະນະ6ນັດ ສະເຫມີ1ຍິງໄດ້25ປະຕູ ເສຍພຽງ2ປະຕູ ມີ19ຄະແນນ,ເຖິງຈະເຫຼືອການແຂ່ງຂັນອີກ3ນັດ,ແຕ່ມີຄະແນນສະສົມເປັນອັນດັບໜຶ່ງຈິ່ງຢັ້ງຢືນໄດ້ວ່າທິມບານເຕະປກຊແຂວງເປັນແຊັມຂອງການແຂ່ງຂັນບານເຕະລາວລີກ2ແຂວງຄຳມວ່ນຢ່າງແນ່ນອນແລ້ວ.
ສວ່ນອັນດັບ2ເປັນຂອງທິມ ປກສ ລົງສະຫນາມ7ນັດ ຊະນະ3ນັດ ສະເຫມີ3ນັດ ເສຍ1ນັດ ມີ12ຄະແນນ,ອັນດັບ3ເທບສີໄຮ ລົງສະຫນາມ7ນັດ ຊະນະ3ນັດ,ສະເໝີ1ນັດ, ເສຍ3ນັດ ມີ10ຄະແນນ,ອັນດັບ4ລູກຫມູ ລົງສະຫນາມ7ນັດ ຊະນະ2ນັດ,ສະເຫມີ3ນັດ ເສຍ2ນັດ ມີ9ຄະແນນ,ອັນດັບ5ເລັກຕ້າ ລົງສະຫນາມ7ນັດ ຊະນະ1ນັດ ສະເຫມີ4ນັດ ເສຍ2ນັດ ມີ7ຄະແນນ ແລະ ອັນດັບ ສຸດທ້າຍ ບໍ່ໂພນຕິ້ວ ລົງສະຫນາມ7ນັດ ເສຍ4ນັດ ມີ0ຄະແນນ.
ສຳລັບຕາຕະລາງ ການແຂ່ງຂັນ ວັນທີ31ກໍລະກົດ2023ເວລາ15:00ມ ເທບສີໄຮ ພົບ ເລັກຕ້າ,ວັນທີ02ສິງຫາ2023ເວລາ15:00ປກສ ແຂວງຄຳມ່ວນ ພົບ ລູກຫມູ ແລະ ວັນທີ4ສິງຫາ2023ເລັກຕ້າ ພົບ ບໍ່ໂພນຕິ້ວ ໂດຍທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາແຂວງຄຳມ່ວນ.
![News Cover](https://laoff.org.la/storage/news/News_Image_1690955831724.webp)
ສະໂມສອນ ຫນອງບົວ ຈາກໄທລີກ 2 ປະເທດໄທ ເອົາຊະນະ ທີມຊາດລາວU23 1-0
![News Cover](https://laoff.org.la/storage/news/News_Image_1690468809196.webp)
Lampang FC 2-0 Laos U23
![News Cover](https://laoff.org.la/storage/news/News_Image_1690439979153.webp)
ບານໂລກ2026 ຮອບຄັດເລືອກ ທີມຊາດລາວ ພົບ ທີມຊາດເນປານ
ວັນທີ 27 ກໍລະກົດ 2023 ຢູ່ທີ່ສຳນັກງານ ສະຫະພັນບານເຕະອາຊີ ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ ໄດ້ມີການຈັບສະຫລາກການແຂ່ງຂັນບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນອາຊີ (FIFA World Cup 2026 Preliminary Joint Qualification R1)ໂດຍຜົນການຈັບສະຫລາກ ທີມຊາດ ເນປານ ພົບ ທີມຊາດລາວ.ສວ່ນຮູບແບບການແຂ່ງຂັນແມ່ນຈັດ 2 ນັດແບບໄປ-ກັບ ແລ້ວຜ່ານເຂົ້າໃນຮອບທີ 2 ຕໍ່ໄປ, ໂດຍຮອບຄັດເລືອກຮອບທີ 1 ຈະແຂ່ງຂັນໃນວັນທີ 12 ຕຸລາ ແລະ 17 ຕຸລາ 2023 ນີ້.
ຮອບຄັດເລືອກ ຮອບທີ 2 ມີທັງໝົດ 36 ທີມ ຜູ້ຊະນະຮອບທີໜຶ່ງ 9 ທີມ ແລະ 27 ທີມທີ່ໄດ້ສິດລໍຖ້າໃນຮອບທີ 2.
ຖ້າຫາກ ລາວ ຫລື ເນປານ ທີມໃດຊະນະ ແມ່ນຈະຜ່ານເຂົ້າສູ່ຮອບທີ 2 ເຊິ່ງຜົນການຈັບສະຫລາກແມ່ນ ຢູ່ຮ່ວມກຸ່ມ H ສະຫະລັດ ອາຣັບ ເອມມີເລດ, ບາເຣນ, ເຢເມນ ຫລື ສີລັງກາ.
![News Cover](https://laoff.org.la/storage/news/News_Image_169027056848.webp)
ບໍລິສັດວັນນະແສງຂຶ້ນເປັນທີມນຳຄະແນນລາວລີກ 2 ແຂວງບໍລິຄຳໄຊ
ຜົນການແຂ່ງຂັນບານເຕະລາວລີກ 2 ແຂວງບໍລິຄຳໄຊ ໃນອາທິດທີ 6 ຜ່ານມາ
ເມືອງບໍລິຄັນ ສະເຫມີ ທະຫານແຂວງ
3-3, ບໍລິຄຳໄຊ ສະເຫມີ ສະມາຄົມເຂີຍຫຼັກ
4 2-2 ແລະ ບໍລິສັດ ວັນນະແສງເອົາຊະນະໂຈ - ເຈ ຟາມ 2-0. ສະຫລຸບຕາຕະລາງ ຄະແນນ
ການແຂ່ງຂັນບານເຕະ
ລາວລີກ 2 ແຂວງບໍລິຄຳໄຊ ອັນດັບ 1 ບໍລິສັດ ວັນນະແສງ ລົງສະຫນາມ 6 ນັດ
ຊະນະ 5 ນັດ
ສະເຫມີ 1 ນັດ
ມີ 16 ຄະແນນ, ອັນດັບ 2 ທະຫານແຂວງ ລົງສະຫນາມ 6 ນັດ
ຊະນະ 4 ນັດ
ສະເຫມີ 2 ນັດ
ມີ 14 ຄະແນນ, ອັນດັບ 3 ບໍລິຄຳໄຊ ລົງສະຫນາມ 6 ນັດ ຊະນະ 2 ນັດ ສະເໝີ 2 ນັດມີ 8 ຄະແນນ, ອັນດັບ 4 ໂຈ-ຈາມ
ຟາມ ລົງສະຫນາມ 6 ນັດ
ຊະນະ 2 ນັດ
ສະເຫມີ 1 ນັດ
ເສຍ 3 ນັດ ມີ 7 ຄະແນນ, ອັນດັບ 5 ສະມາຄົມ ເຂີຍຫຼັກ 4 ລົງສະຫນາມ 6 ນັດ ຊະນະ 1 ນັດ ສະເຫມີ 1 ນັດ ເສຍ 4 ນັດ ມີ 4 ຄະແນນ ແລະ ອັນດັບ
ສຸດທ້າຍ ເມືອງບໍລິຄັນ
ລົງສະຫນາມ 6 ນັດ ສະເຫມີ 1 ນັດ ເສຍ 5 ນັດ
ມີ 1 ຄະແນນ.
ສຳລັບຕາຕະລາງການແຂ່ງຂັນໃນອາທິດທີ 7 ແຂ່ງຂັນວັນເສົາ 29 ກໍລະກົດ 2023 ເວລາ 09:00ມ ບໍລິຄຳໄຊ ພົບ ໂຈ - ເຈ
ຟາມ, ເວລາ 13:00ມ ທະຫານແຂວງ ພົບ ບໍລິສັດ ວັນນະແສງ ແລະ ເວລາ 15:00ມ ບໍລິຄັນ ພົບ ສະມາຄົມເຂີຍຫຼັກ 4 ທຸກໆຄູ່ແຂ່ງຂັນຢູ່ທີ່ສະຫນາມກິລາ ມສ
ສີທ່ານາໄຊ ສາມາດຕິດຕາມຮັບຊົມການແຂ່ງຂັນໄດ້ເຂົ້າຊົມບໍ່ເສຍຄ່າ(Free) ຫລື ຮັບຊົມການຖ່າຍທອດສົດຜ່ານທາງເຟສບຸກ Bolikhamxay League 2.
![News Cover](https://laoff.org.la/storage/news/News_Image_1690268247822.webp)
ປກສ ແຂວງຂຶ້ນເປັນທີມນຳຕາຕະລາງ ການແຂ່ງຂັນບານເຕະລາວລີກ 2 ແຂວງຫຼວງນ້ຳທາ
ຜົນການແຂ່ງຂັນບານເຕະລາວລີກ2ແຂວງຫຼວງນ້ຳທາໃນອາທິດທີ5ທີ່ຜ່ານມາເອັມເອສສະປອດສະເຫມີເດີຄິງອີໂວ້0-0,ນ້ຳທາສະເຫມີປກສແຂວງ2-2ແລະທະຫານແຂວງສະເໝີເມືອງສິງ1-1.
ສະຫລຸບຕາຕະລາງຄະແນນການແຂ່ງຂັນບານເຕະລາວລີກ2ແຂວງຫຼວງນ້ຳທາອັນດັບ1ປກສແຂວງລົງສະຫນາມ5ນັດຊະນະ4ນັດສະເຫມີ1ນັດມີ13ຄະແນນ,ອັນດັບ2ນ້ຳທາລົງສະຫນາມ5ນັດຊະນະ2ນັດສະເຫມີ2ນັດເສຍ1ນັດມີ8ຄະແນນ,ອັນດັບ3ເດີຄິງອີໂວ້ລົງສະຫນາມ5ນັດຊະນະ2ນັດສະເຫມີ1ນັດເສຍ2ນັດມີ7ຄະແນນ,ອັນດັບ4ເອັມເອສສະປອດລົງສະຫນາມ5ນັດຊະນະ1ນັດສະເຫມີ3ນັດເສຍ1ນັດມີ6ຄະແນນ,ອັນດັບ5ທະຫານແຂວງລົງສະຫນາມ5ນັດຊະນະ1ນັດສະເຫມີ2ນັດເສຍ2ນັດມີ5ຄະແນນແລະອັນດັບສຸດທ້າຍເມືອງສິງລົງສະຫນາມ5ນັດສະເຫມີ1ນັດເສຍ4ນັດມີ1ຄະແນນ.
ໃນຂະນະທີ່ຜູ້ຍິງປະຕູສູງສຸດອັນດັບ1ແມ່ນເບີ10ບຸນຄຳອຸ່ນລະສິດຈາກນ້ຳທາຍິງໄດ້8ປະຕູ,ອັນດັບ2ເບີ7ສຸພາທອງພອນສາລີຈາກປກສແຂວງຍິງໄດ້4ປະຕູ,ອັນດັບ3ມີ2ຄົນເບີ10ສຸກແກ້ວສັກຈາກເອັມເອສສະປອດແລະເບີ77ສິງທາຈາກເມືອງສິງຍິງໄດ້3ປະຕູ.
ສຳລັບຕາຕະລາງການແຂ່ງຂັນໃນຮອບຂາກັບຈະມີຂຶ້ນວັນທີ28ກໍລະກົດ2023ເວລາ16:00ມເອັມເອສສະປອດພົບເມືອງສິງ,ວັນທີ29ກໍລະກົດ2023ເວລາ09:00ມປກສແຂວງພົບເດີຄິງອີໂວ້,ເວລາ16:00ມທະຫານແຂວງພົບນ້ຳທາທຸກໆຄູ່ແມ່ນແຂ່ງຂັນຢູ່ສະຫນາມກິລາແຂວງຫຼວງນ້ຳທາສາມາດຕິດຕາມຮັບຊົມການແຂ່ງຂັນໄດ້ເຂົ້າຊົມບໍ່ເສຍຄ່າ(Free)ຫລືຮັບຊົມການຖ່າຍທອດສົດຜ່ານທາງເຟສບຸກLUANGNAMTHA LEAGUE.