![News Cover](https://laoff.org.la/storage/news/News_Image_1688963456118.webp)
ປກຊແຂວງຄຳມ່ວນເປັນທີມນຳອັນດັບໜຶ່ງການແຂ່ງຂັນບານເຕະລາວລີກ 2
ການແຂ່ງຂັນບານເຕະລາວລີກ 2 ແຂວງຄຳມ່ວນ ແມ່ນໄດ້ເລີ່ມການແຂ່ງຂັນມາແຕ່ວັນທີ 03 ມິຖຸນາ 2023ແລະຜ່ານການແຂ່ງຂັນມາໄດ້5ອາທິດ,ຜົນປະກົດວ່າທິມບານເຕະປກຊແຂວງຄຳມ່ວນມີຜົນງານດີເປັນອັນດັບໜຶ່ງຄືລົງສະຫນາມ 5 ນັດ ຊະນະ 5 ນັດ ບໍ່ເສຍໃຫ້ທີມໃດ ຍິງໄດ້ 22 ປະຕູ ເສຍພຽງ 1 ປະຕູ ມີ 15 ຄະແນນ, ອັນດັບ 2 ເທບສີໄຮ ລົງສະຫນາມ 4 ນັດ ຊະນະ 2 ນັດ ເສຍ 2 ນັດ ມີ 6 ຄະແນນ, ອັນດັບ 3 ເລັກຕ້າ ລົງສະຫນາມ 5 ນັດ ຊະນະ 1 ນັດ,ສະເໝີ2ນັດ, ເສຍ 2 ນັດ ມີ 5 ຄະແນນ, ອັນດັບ 4 ລູກຫມູ ລົງສະຫນາມ 4 ນັດ ຊະນະ 1 ນັດ, ສະເຫມີ 2 ນັດ ເສຍ 1 ນັດ ມີ 5 ຄະແນນ, ອັນດັບ 5 ປກສ ແຂວງຄຳມ່ວນ ລົງສະຫນາມ 4 ນັດ ຊະນະ 1 ນັດ ສະເຫມີ 2 ນັດ ເສຍ 1 ນັດ ມີ 5 ຄະແນນ ແລະ ອັນດັບ ສຸດທ້າຍ ບໍ່ໂພນຕິ້ວ ລົງສະຫນາມ 4 ນັດ ເສຍ 4 ນັດ ມີ 0 ຄະແນນ.
ສຳລັບຕາຕະລາງ ການແຂ່ງຂັນ ວັນທີ 10 ກໍລະກົດ 2023 ເວລາ 15:00 ລູກຫມູ ພົບ ບໍ່ໂພນຕິ້ວ, ວັນທີ 12 ເວລາ 15:00 ປກສ ແຂວງຄຳມ່ວນ ພົບ ເທບສີໄຮ ແລະ ວັນທີ 14 ກໍລະກົດ 2023 ເວລາ 15:00 ລູກຫມູ ພົບ ປກຊ ແຂວງຄຳມ່ວນ ໂດຍທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາແຂວງຄຳມ່ວນ.
#LaofootballlFederation
#KhammuanProvince
#Laoleaue2
![News Cover](https://laoff.org.la/storage/news/News_Image_1688957194201.webp)
Laos 5-0 Timor-Leste ( AFF U19 Women's Championship 2023 Indonesia)
![News Cover](https://laoff.org.la/storage/news/News_Image_1688962964927.webp)
Best Squad of Season 2023
![News Cover](https://laoff.org.la/storage/news/News_Image_1688618403296.webp)
LFF/AFC ”C” Diploma Coaching Course 2023
ສຕລຈັດຝຶກອົບຮົມຄູຝຶກກິລາບານເຕະລະດັບ”C”
![News Cover](https://laoff.org.la/storage/news/News_Image_1688616479361.webp)
ບານຍິງ ທີມຊາດລາວ U19 ເສຍໃຫ້ ກຳປູເຈຍ U19 1-2
![News Cover](https://laoff.org.la/storage/news/News_Image_1688615674754.webp)
ສະຫະພັນບານເຕະອາຊຽນ ແຕ່ງຕັ້ງກຳມະການຕັດສິນບານເຕະ ຍີງ (FIFA) ຂອງລາວ 2 ທ່ານ ເຂົ້າຮ່ວມຕັດສິນໃນລາຍການ AFF U19 Women's Championship 2023
ສະຫະພັນບານເຕະອາຊຽນ ຫລື AFF ໄດ້ແຕ່ງຕັ້ງກຳມະການຕັດສິນບານເຕະ ຍີງ (FIFA) ຂອງລາວ 2 ທ່ານ ເຂົ້າຮ່ວມຕັດສິນໃນລາຍການ AFF U19 Women's Championship 2023 ໃນລະຫວ່າງ ວັນທີ 5-16 ກໍລະກົດ 2023 ທີ່ ປະເທດອິນໂດເນເຊຍ ເຊິ່ງ 2 ທ່ານປະກອບມີຄື:
1. ທ່ານ ນ. ແກ້ວມະນີ ເພັງເມືອງຄູນ (ກຳມະການຕັດສິນ)
2. ທ່ານ ນ. ພຸດສະຫັວນ ຈັນທະວົງ (ຜູ້ຊ່ວຍກຳມະການຕັດສິນ)
#REFEREELFF
#LAOFOOTBALLFEDERATION
#REFEREELAOS
![News Cover](https://laoff.org.la/storage/news/News_Image_1688543557261.webp)
ມື້ນີ ທີມຊາດລາວU19 ພົບ ທີມຊາດກຳປູເຈຍU19
![News Cover](https://laoff.org.la/storage/news/News_Image_1688542093402.webp)
ທິມໃດຈະເປັນແຊັມລາວລີກ 2ແຂວງຈຳປາສັກລະຫວ່າງ ທິມລະບຽງພູ,ທະຫານແຂວງແລະບາຈຽງໃນໂຄ້ງສຸດທ້າຍ
ການແຂ່ງຂັນບານເຕະລາວລີກ 2 ແຂວງຈຳປາສັກ ແມ່ນໄດ້ດຳເນີນມາແຕ່ວັນທີ 8ເມສາ 2023 ເປັນຕົ້ນມາ,ແຂ່ງຂັນໄດ້ 11 ອາທິດ ຍັງອີກ 3 ນັດ ກໍຈະຈົບການແຂ່ງຂັນ ໂດຍມີ 3 ທີມທີ່ມີໂອກາດຈະໄດ້ຊະນະເລີດ(ແຊັມ)ໃນການແຂ່ງຂັນຄັ້ງນີ້ປະກອບມີ: ອັນດັບ 1 ລະບຽງພູ ລົງສະຫນາມ 11 ນັດ ຊະນະ 8 ນັດ ສະເຫມີ 1 ນັດ ເສຍ 2 ນັດ ມີ 25 ຄະແນນ, ອັນດັບ 2 ທະຫານແຂວງ ລົງສະຫນາມ 11 ນັດ ຊະນະ 7 ນັດ ສະເຫມີ 3 ນັດ ເສຍ 1 ນັດ ມີ 24 ຄະແນນ, ອັນດັບ 3 ບາຈຽງ ລົງສະຫນາມ 11 ນັດ ຊະນະ 6 ນັດ ສະເຫມີ 2 ນັດ ເສຍ 3 ນັດ ມີ 20 ຄະແນນ.
ສຳລັບຕາຕະລາງ ການແຂ່ງຂັນ 3 ນັດສຸດທ້າຍ ຂອງລະບຽງພູ ວັນທີ 09 / 07 / 2023 ເວລາ 15:30 ລະບຽງພູ ພົບ ທະຫານແຂວງ, ວັນທີ 15/07/2023 ເວລາ 13:30 ຫົວແຊ ພົບ ລະບຽງພູ, ນັດສຸດທ້າຍ ວັນທີ 22/07/2023 ລະບຽນພຸ ພົບ ສີອຳພອນ. ສ່ວນທີມອັນດັບ 2 ທະຫານແຂວງ ວັນທີ 09/07/2023 ເວລາ 15:30 ລະບຽງພູ ພົບ ທະຫານແຂວງ, ວັນທີ 16/07/2023 ເວລາ 15:30 ທະຫານແຂວງ ພົບ ນໍ້າດື່ມນາດາ, ນັດສຸດທ້າຍ ວັນທີ 22/07/2023 ເວລາ 13:30 ບາຈຽງ ພົບ ທະຫານແຂວງ ແລະ ທີມອັນດັບ 3 ບາຈຽງ ວັນທີ 08/07/2023 ເວລາ 13:30 ຫົວແຊ ພົບ ບາຈຽງ, ວັນທີ 15/07/2023 ເວລາ ສີລາເພັດ ພົບ ບາຈຽງ ແລະ ນັດສຸດທ້າຍ ວັນທີ 22/07/2023 ເວລາ 15:30 ບາຈຽງ ພົບ ທະຫານແຂວງ.
ເຊີນທ່ານຜູ້ຊົມມາເຊຍນຳກັນວ່າທີມໃດຈະເປັນແຊ້ມການແຂ່ງຂັນບານເຕະລາວລີກ 2 ແຂວງຈຳປາສັກ ແຟນບານສາມາດຕິດຕາມຊົມແລະໃຫ້ກຳລັງໃຈທີມທີ່ຕົນເອງມັກ,ເຊິ່ງການແຂ່ງຂັນຈັດຢູ່ສະຫນາມກິລາແຂວງຈຳປາສັກ
Champasak League 2
#LaoFootballFederation
#Laoleague2
#ChampasakProvince
![News Cover](https://laoff.org.la/storage/news/News_Image_168846472564.webp)
ຖະແຫລງຂ່າວກ່ອນເກມ ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 19 ປີ ປະຈຳປີ 2023
ວັນທີ 04 ກໍລະກົດ 2023 ໄດ້ມີພີທີຖະແຫລງຂ່າວກ່ອນເກມ ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 19 ປີ ປະຈຳປີ 2023 ຢູ່ທີ່ປະເທດອິນໂດເນເຊຍ, ໂດຍຫົວຫນ້າຄູຝຶກ 4 ທີມ ກຸ່ມ ເອ ເຂົ້າຮ່ວມຖະແຫລງຂ່າວ.
ທ່ານ ວຽງສະຫວັນ ໄຊຍະບູນ ຫົວຫນ້າຄູຝຶກທີມຊາດຍິງລາວ U19 ໄດ້ລາຍງານໃຫ້ຮູ້ວ່າ : '' ທີມຊາດລາວ ໄດ້ກຽມຄວາມພ້ອມເປັນຢ່າງດີ ບໍ່ວ່າຈະເປັນທາງດ້ານພາລະກຳລັງ, ເຕັກນິກ ແລະ ຍຸດທະວິທີ ກຽມພ້ອມລົງແຂ່ງຂັນໃນທຸກໆນັດ ''.
ຕາຕະລາງ ການແຂ່ງຂັນຂັນນັດທຳອິດ ທີມຊາດລາວ ຈະພົບກັບ ທີມຊາດກຳປູເຈຍ ເວລາ 15:30 ແຂ່ງຂັນ ວັນທີ 05 ກໍລະກົດ 2023 ຢູ່ທີ່ສະຫນາມກິລາ Gelora Sriwijaya.
![News Cover](https://laoff.org.la/storage/news/News_Image_1688457820208.webp)
ຜ່ານໄປ 6 ອາທິດ ເຮັສບີທີ 941 ຂຶ້ນເປັນທີມນຳຕາຕະລາງຄະແນນ ການແຂ່ງຂັນບານເຕະ ລາວລີກ 2 ນະຄອນຫຼວງ
![News Cover](https://laoff.org.la/storage/news/News_Image_1688455760751.webp)
ທະຫານແຂວງບໍລິຄຳໄຊ ແລະ ບໍລິສັດວັນນະແສງ ຟອມຮ້ອນແຮງ ຊະນະ 4 ນັດ ລາວລີກ 2 ແຂວງບໍລິຄຳໄຊ
![News Cover](https://laoff.org.la/storage/news/News_Image_1688311477906.webp)