ສໍາເລັດການອົບຮົມຄູຝຶກບານເຕະຟຸດຊໍ ລະດັບ 1 ປະຈໍາປີ 2023

23/07/2023

ສະຫະພັນບານເຕະແຫ່ງຊາດລາວ( ສຕລ) ໄດ້ສໍາເລັດການຝຶກອົບຮົມຄູຝຶກບານເຕະຟຸດຊໍ ລະດັບ 1 ປະຈໍາປີ 2023 ໃນຕອນບ່າຍວັນທີ 23 ກໍລະກົດ 2023 ທີ່ຫ້ອງປະຊຸມ ສຕລ,ໂດຍໃຫ້ກຽດເຂົ້າຮ່ວມພິທີປິດຂອງທ່ານ ບຸນຍູ້ ສີສານ ຄະນະບໍລິຫານງານ ສຕລ ທັງເປັນຫົວໜ້າອະນຸກຳມະການຟຸດຊໍ, ທ່ານ Sundram Moorthy ຫົວຫນ້າພະແນກເຕັກນິກ -ວິທະຍາ ສຕລ, ທ່ານ Chiew Chun Yong ຄູຝຶກຟຸດຊໍຈາກ AFC , ພ້ອມດ້ວຍຜູ້ຊ່ວຍຝຶກສອນຈາກ ສຕລ.

ໃນໂອກາດນີ້ ທ່ານ ບຸນຍູ້ ສີສານ ໄດ້ສະແດງຄວາມຊົມເຊີຍມາຍັງຜົນສຳເລັດຂອງການອົບຮົມຄັ້ງນີ້ແລະຮຽກຮ້ອງໃຫ້ນັກສໍາມະນາກອນທຸກທ່ານ ພາຍຫຼັງສໍາເລັດການຝຶກອົບຮົມໄປແລ້ວ ໃຫ້ຕັ້ງໃຈນໍາເອົາບົດຮຽນຄວາມຮູ້ທີ່ໄດ້ຈາກການຮຽນຄັ້ງນີ້ໄປຜັນຂະຫຍາຍວຽກງານດັ່ງກ່າວຢ່າງເປັນຮູບປະທຳໃຫ້ມີຂະບວນການ, ຊ່ວຍກັນພັດທະນາສັງຄົມ.

ສໍາລັບການຝຶກອົບຮົມຄັ້ງນີ້ແມ່ນດຳເນີນເປັນເວລາ 6ວັນ ແຕ່ວັນທີ 18-23 ກໍລະກົດ 2023,ເຊິ່ງມີນັກສຳມະກອນເຂົ້າຮວ່ມ19 ທ່ານໄດ້ຮຽນຮູ້ທາງດ້ານທິດສະດີ ແລະ ຝຶກແອບຕົວຈິງ,ໃນນັ້ນມີການສອບເສັພາກທິດສະດີແລະພາກປະຕິບັດຕົວຈິງ,ພາກລະ2ຄັ້ງ.