News about Grassroots

ຝຶກອົບຮົມຄູຝຶກກິລາບານເຕະຂອງໂຄງການກິລາບານເຕະໃນໂຮງຮຽນFIFA FOOTBALL FOR SCHOOLS ທີ່ແຂວງຫົວພັນ
ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ສົມທົບ ກັບພະແນກສຶກສາທິການ ແລະ ກິລາແຂວງຫົວພັນ ໄດ້ຈັດພິທີເປີດຝຶກອົບຮົມຄູຝຶກກິລາບານເຕະຂອງໂຄງການກິລາບານເຕະໃນໂຮງຮຽນ FIFA FOOTBALL FOR SCHOOLS ຂື້ນ ໃນວັນທີ 25 ມີນາ 2025 ທີ່ໂຮງຮຽນມັດທະຍົມສົມ ບູນພັນລາ ເມືອງຊໍາເໜືອ,ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສົມເພັດ ອິນທະສອນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງແລະທ່ານ Soundram Moorthy ຫົວໜ້າພະແນກເຕັກນິກວິທະຍາຂອງ ສຕລ.
ຈຸດປະສົງໃນການຝຶກອົບຮົມແມ່ນເພື່ອຍົກລະດັບຄວາມຮູ້ຄວາມສາມາດແລະວິທີສິດສອນກິລາບານເຕະໃຫ້ກັບຄູພາລະສຶກສາທົ່ວແຂວງຫົວພັນ ໄດ້ນໍາເອົາຫຼັກສູດແບບໃໝ່ຂອງກິລາບານເຕະໄປນໍາໃຊ້ຝຶກຢູ່ບັນດາໂຮງຮຽນໃນທົ່ວແຂວງ, ເພື່ອເປັນການພັດທະນານັກກິລາບານເຕະລຸ້ນສືບທອດກໍ່ຄືລຸ້ນເຍົາວະຊົນທັງປະເພດຍິງ-ຊາຍໃຫ້ກ້າວສູ່ຄຸນນະພາບສຸງຂື້ນ.ໃນນັ້ນ,ລວມມີການແນະນໍາການຝຶກແອບນັກກິລາໃຫ້ຮູ້ປັບປຸງຄວາມສາມາດຂອງການຫຼີ້ນກິລາບານເຕະາ,ຮູ້ທັກສະ,ມີໄຫວພິກໃນການຫຼີ້ນບານທີ່ຄ່ອງແຄ້ວ,ມີນໍ້າໃຈນັກກິລາ, ເປັນສູນກາງເຂົ້າເຖິງນັກກິລາ, ເປັນຈຸດສຸມຂອງການພັດທະນານັກກິລາເຍົາວະຊົນ ຍິງ-ຊາຍ ເພື່ອອະນາຄົດ ແລະ ເປັນເວທີສອນນັກກິລາໃຫ້ຫຼີ້ນຫຼາຍກ່ວາເພື່ອເອົາຊະນະ.
ໃນໂອກາດເປີດພິທີ ທ່ານ ສົມເພັດ ອິນທະສອນກ່າວວ່າ: ການຝຶກອົບຮົມຄັ້ງນີ້ ສຸດທີ່ມີຄວາມໝາຍສໍາຄັນເປັນຢ່າງຍິ່ງ ເພາະເປັນການຝຶກໃຫ້ສໍາມະນາກອນໄດ້ນໍາເອົາຄວາມຮູ້ອັນໃໝ່ ເປັນຕົ້ນແມ່ນວຽກງານຂອງການເປັນຄູຝຶກບານເຕະໃຫ້ແກ່ນັກຮຽນສາມັນ,ແຕ່ຍ້ອນເວລາການຝຶກມີໜ້ອຍ,ຈື່ງຮຽກຮ້ອງໃຫ້ສໍາມະນາກອນຈົ່ງເອົາໃຈໃສ່ ຈັດຕັ້ງປະຕິບັດດ້ານເວລາແຕ່ລະວັນ, ແຕ່ລະຕອນໃຫ້ເຂັ້ມງວດ ນັບທັງພາກທິດສະດີ ແລະພາກປະຕິບັດຕົວຈິງຕາມຕາຕະລາງທີ່ວາງໄວ້, ຮັບເອົາຄວາມຮູ້ຈາກຄູຝຶກ ເພື່ອໄປໝູນໃຊ້ໃຫ້ເກີດຜົນປະໂຫຍດ, ສາມາດນໍາເອົາໄປຝຶກນັກກິລາຮຸ່ນສືບທອດເພື່ອພັດທະນາກິລາບານເຕະຂັ້ນທ້ອງຖິ່ນ,ໂຮງຮຽນຕົນເອງໃຫ້ມີທັກສະໃນການຫຼີ້ນທີ່ດີຂື້ນ.ການຝຶກອົບຮົມດັ່ງກ່າວແມ່ນຈະດຳ ເນີນໄປເປັນເວລາ 2 ມື້ນັບຕັ້ງແຕ່ວັນທີ 25–26 ມີນາ 2025 ເຊິ່ງລວມມີພາກທິດສະດີ ແລະພາກປະຕິບັດຕົວຈິງຢູ່ທີ່ສະຫນາມແລະ ຈະໄດ້ເປີດພີທີໂຄງການ FIFA FOOTBALL FOR SCHOOLSຢ່າງເປັນທາງການໃນວັນທີ 27 ມີນາ 2025.
ເຂົ້າຮວ່ມໃນກອງປະຊຸມນີ້ຍັງມີ ທ່ານ ພູຄຳ ກອງສີຫາລາດ ຮອງຫົວໜ້າພະແນກພະລະສຶກສາ ກົມກິລາມວນຊົນພະລະ ແລະ ສີລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ, ວິທະຍາກອນຈາກ ສຕລ,ຫົວໜ້າຂະແໜງກິລາກາຍະກໍາ, ຄູສອນພະລະສຶກສາ, ຄູສອນຊ່ວຍ, ຜູ້ຮັບຜິດຊອບວຽກງານກິລາໃນໂຮງຮຽນປະຖົມ ແລະ ມັດທະຍົມ ລວມທັງໝົດ 35 ທ່ານ.
#FIFA
#FIFAFOOTBALLFORSCHOOL
#LAOFOOTBALLFEDERATION
#GRASSROOTSLFF
#HUAPHANPROVINCE

ສຕລ ຈັດກິດຈະກຳວັນກິລາບານເຕະ ສຕລ ( LFF Football Day 2024 ) ພ້ອມດ້ວຍປູກຕົ້ນໄມ້
ໃນຕອນເຊົ້າວັນທີ 1 ມີຖຸນາ 2024 ຢູ່ທີ່ ສູນຝຶກບານເຕະຫຼັກ 16 ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ໄດ້ກິດຈະກຳວັນກິລາບານເຕະ ສຕລ (LFF Football Day 2024) ພ້ອມດ້ວຍປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ໂດຍການເຂົ້າຮ່ວມຂອງທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ ພ້ອມດ້ວຍຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ, ມີບັນດາພະນັກງານ ສຕລ ພ້ອມດ້ວຍພໍ່ແມ່ຜູ້ປົກຄອງ ແລະ ນັກກິລາເຍົາວະຊົນເຂົ້າຮ່ວມ.
ສຳລັບການຈັດກິດຈະກຳວັນກິລາບານເຕະ ສຕລ(LFF Football Day 2024) ກໍເພື່ອຝຶກສອນທັກສະໃຫ້ກັບບັນດາເຍົາວະຊົນໄດ້ຮຽນຮູ້ທັກສະການເຕະບານ ໂດຍມີເຍົາວະຊົນເຂົ້າຮ່ວມທັງຫມົດ 100 ກວ່າຄົນ.
ສຕລ ມີເປົ້າໝາຍໃນການສົ່ງເສີມໃຫ້ອະນຸຊົນເຍົາວະຊົນ ຫຼີ້ນກີລາບານເຕະ ເພື່ອໃຫ້ເຂົາເຈົ້າຫ່າງໄກຈາກຢາເສບຕິດ ແລະ ສິ່ງອະບາຍຍະມຸກອື່ນໆ. ງານນີ້ໄດ້ຈັດໃຫ້ມີການສະເຫຼີມສະຫຼອງໃນທຸກໆປີ. ການພັດທະນານັກກີລາບານເຕະລຸ້ນເຍົາວະຊົນ ເປັນໜຶ່ງໃນບຸລີມະສິດຂອງ ສຕລ ຈຶ່ງເຮັດໃຫ້ມີການສ້າງຕັ້ງສູນພັດທະນາກີລາບານເຕະ ຈໍາປີ-ຈໍາປາ ຂື້ນມາໄດ້ 3 ປີແລ້ວ. ຫລັງຈາກກໍໄດ້ມີການປູກຕົ້ນໄມ້ ຢູ່ໃນຂອບເຂດບໍລິເວນສູນຝຶກບານເຕະຫຼັກ 16.

ສຕລ ຈັດກິດຈະກໍາຝຶກສອນຄວາມຮູ້ພື້ນຖານການເຕະບານໃຫ້ເຍົາວະຊົນແຂວງຜົ້ງສາລີ
ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ຮວ່ມກັບສະຫະພັນບານເຕະແຂວງຜົ້ງສາລີໄດ້ຈັດກິດຈະກໍາການຝຶກສອນຄວາມຮູ້ເບື້ອງຕົ້ນຂັ້ນພື້ນຖານການເຕະບານໃຫ້ກັບເຍົາວະຊົນແຂວງຜົ້ງສາລີ ພາຍໃຕ້ໂຄງການ‘’ The AFC Grassroots Football Day” ຂື້ນໃນວັນທີ 15 ພຶດສະພາ 2024ທີ່່ສະໜາມບານເຕະເມືອງຜົ້ງສາລີ,ເຊິ່ງກິດຈະກຳດັ່ງກ່າວຈັດຂື້ນໃນໂອກາດ ຄົບຮອບ 11 ປີ ທີ່ ສະຫະພັນບານເຕະອາຊີ(AFC) ໄດ້ສະເຫລີມສະຫລອງງານດັ່ງກ່າວພ້ອມກັນກັບທຸກປະເທດທີ່ເປັນສະມາຊິກ.ເຂົ້າຮ່ວມໃນພິີີທີດັ່ງກ່າວມີ ທ່ານ ພັນໂທ ຖາວອນ ຫຼວງຈັນດາວົງ ຄະນະບໍລິຫານງານ ສຕລ, ທ່ານ ສຸລິທອນ ສຸລິໃຈ ຮອງປະທານ ສະຫະພັນບານເຕະແຂວງຜົ້ງສາລີ, ທ່ານ ສີສະເຫວີຍ ໄຊຊະນະສີ ຜູ້ຮັບຜິດຊອບວຽກງານບານເຕະຂັ້ນພື້ນຖານ ສຕລ ພ້ອມດ້ວຍຄະນະຄູຝຶກ, ຄູຝຶກຈາກແຂວງຜົ້ງສາລີ, ຄູອາຈານ ແລະ ເຍົາວະຊົນ 200 ຄົນ ຊາຍ 100 ຄົນ ແລະ ຍິງ 100 ຄົນ ທີ່ມາຈາກ 4 ໂຮງຮຽນພາຍໃນເມືອງຜົ້ງສາລີຄືໂຮງຮຽນ ໂພນແກ້ວ, ໂຮງຮຽນ ຈອມເລືອງ,ໂຮງຮຽນ ຮົ່ມສະຫວ່າງ ແລະ ໂຮງຮຽນ ແສນສາລີ.
ໃນພິທີ,ທ່ານ ພັນໂທ ຖາວອນ ຫຼວງຈັນດາວົງໄດ້ໃຫ້ທັດສະນະກ່ຽວກັບການຝຶກສອນຄັ້ງນີ້ວ່າ:‘’ ມີຄວາມຮູ້ສຶກເປັນກຽດ ແລະ ພາກພູມໃຈທີ່ໄດ້ຕາງຫນ້າ ສຕລ ມາຮ່ວມຈັດກິດຈະກຳກິລາບານເຕະເຍົາວະຊົນຮ່ວມກັບ ສະຫະພັນບານເຕະແຂວງຜົ້ງສາລີ, ຈຸດປະສົງໃນການຈັດກິດຈະກໍາຄັ້ງນີ້ແມ່ນປະຕິບັດຕາມແຜນຂອງ ສຕລ ປະຈຳປີ 2024 ເພື່ອເປັນການຝຶກສອນດ້ານເຕັກນິກ, ທັກສະຂັ້ນພື້ນຖານ ໃຫ້ແກ່ເຍົາວະຊົນໃຫ້ເປັນນັກກິລາດີເດັ່ນຂອງແຂວງ ແລະ ຂອງຊາດໃນຕໍ່ຫນ້າ, ທັງເປັນການປູກຈິດສຳນຶກໃຫ້ເຍົາວະຊົນມີຄວາມຮັກມັກຫລິ້ນກິລາບານເຕະໃຫ້ເພີ້ມຂຶ້ນໃນອະນາຄົດ, ການຫລິ້ນກິລາກໍເພື່ອໃຫ້ມີສຸຂະພາບແຂງແຮງ ມີຄວາມສາມັກຄີ,ຮູ້ຫ່າງໄກຈາກຢາເສບຕິດອີກດ້ວຍ ‘’.ໃນໄລຍະຜ່ານມາ ສຕລໄດ້ເປີດ ສູນຝຶກຈຳປີ - ຈໍາປາ ມາແລ້ວຄື ຢູ່ນະຄອນຫຼວງວຽງຈັນ2ແຫ່ງ, ແຂວງຫຼວງພະບາງ, ແຂວງຈໍາປາສັກ ແລະ ແຂວງຫຼວງນໍ້າທາບ່ອນລະ1ແຫ່ງ,ແນໃສ່ຝຶກແອບກິລາບານເຕະເຍົາວະຊົນໃຫ້ມີຂະບວນຟົດຟື້ນ ແລະ ຕໍ່ເນື່ອງໃນແຕ່ລະຮຸ່ນອາຍຸ ເພື່ອໃຫ້ນັກກິລາມີພື້ນຖານດ້ານເຕັກນິກ,ມີທັກສະທີ່ດີ ແລະ ຄ່ອງແຄ້ວໃນການຫຼີ້ນບານ.
ໂອກາດດັ່ງກ່າວ ທ່ານ ທ່ານ ສຸລິທອນ ສຸລິໃຈກໍໄດ້ສະແດງຄວາມຊົມເຊີຍແລະຂອບໃຈມາຍັງ ສຕລ ທີ່ເຫັນໄດ້ເຖິງຄວາມສຳຄັນຂອງກິລາບານເຕະຂອງແຂວງຜົ້ງສາລີແລະໄດ້ຈັດການຝຶກສອນ ຄວາມຮູ້ເບື້ອງຕົ້ນຂັ້ນພື້ນຖານການເຕະບານໃຫ້ກັບເຍົາວະຊົນແຂວງຜົ້ງສາລີໃນຄັ້ງນີ້.

ສຕລ ກຽມຈັດກິດຈະກຳຝຶກສອນຄວາມຮູ້ຂັ້ນພື້ນຖານການເຕະບານໃຫ້ເຍົາວະຊົນແຂວງຜົ້ງສາລີ
ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ກຽມຈັດກິດຈະກຳຝຶກສອນຄວາມຮູ້ເບື້ອງຕົ້ນຂັ້ນພື້ນຖານການເຕະບານໃຫ້ກັບເຍົາວະຊົນແຂວງຜົ້ງສາລີ ພາຍໃຕ້ໂຄງການ ‘’ The AFC Grassroots Football Day”ຂື້ນໃນວັນທີ 15 ພຶດສະພາ 2024 ຢູ່ທີ່່ສະໜາມບານເຕະເມືອງຜົ້ງສາລີ ແຂວງຜົ້ງສາລີ,ເຊິ່ງກິດຈະກຳດັ່ງກ່າວຈັດຂື້ນໃນໂອກາດລະນຶກຄົບຮອບ 11 ປີ ທີ່ສະຫະພັນບານເຕະອາຊີ(AFC)ໄດ້ສະເຫລີມສະຫລອງງານດັ່ງກ່າວພ້ອມກັນກັບທຸກປະເທດທີ່ເປັນສະມາຊິກ.
ສຳລັບຈຸດປະສົງຫຼັກຂອງການຈັດຝຶກສອນຄັ້ງນີ້ແມ່ນເລັ່ງໃສ່ສອນຄວາມຮູ້ເບື້ອງຕົ້ນຂັ້ນພື້ນຖານການເຕະບານໃຫ້ກັບເຍົາວະຊົນທີ່ຢູ່ເຂດຫ່າງໄກສອກຫຼີກ ແນໃສ່ໃຫ້ເຂົາເຈົ້າໄດ້ຮຽນຮູ້ທັງພາກທິດສະດີແລະພາກປະຕິບັດຕົວຈິງໃນການຫຼີ້ນກິລາບານເຕະ,ກໍຄືພັດທະນານັກກິລາບານເຕະໃຫ້ມີຄວາມກ້າວໜ້າ ແລະສົ່ງເສີມຂະຫຍາຍກວ້າງອອກໄປໃນຂອບເຂດທົ່ວປະເທດ,ລວມທັງພັດທະນາກິລາບານເຕະໃຫ້ມີຄວາມສອດຄ່ອງ ແລະ ເອກກະພາບກັນໃນຂອບເຂດທົ່ວປະເທດ,ທັງເປັນການຝືກສອນດ້ານກິລາບານເຕະໃຫ້ມີມາດຕະຖານ ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ.ນອກນັ້ນ,ການຫຼີ້ນກິລາຍັງເປັນການສ້າງໃຫ້ນັກຮຽນໄດ້ມີສຸຂະພາບແຂງແຮງ ແລະ ມັກຮັກໃນກິລາບານເຕະ, ໃຫ້ມີຄວາມຮັກແພງ, ມີນ້ຳໃຈນັກກິລາ,ມ່ວນຊື່ນ ກັບການຫຼີ້ນກີລາ ແລະ ຫ່າງໄກຈາກສີ່ງເສບຕິດ,ອະບາຍຍະມຸກຕ່າງໆ,ກ້າວຂື້ນໃຫ້ເດັກນ້ອຍມີຄວາມມຸ້ງຫວັງແລະມີຄວາມບຸກບືນກາຍເປັນນັກກິລາອາຊີບທີ່ດີເດັ່ນໃນເວທີພາຍໃນກໍ່ຄືນາໆປະເທດຢ່າງມີປະສິດທິພາບໃນອະນາຄົດ.

ເປີດໂຄງການບານເຕະໃນໂຮງຮຽນ FIFA FOOTBALL FOR SCHOOLS ຢ່າງເປັນທາງການ
ນະຄອນຫຼວງວຽງຈັນ ວັນທີ 30 ພະຈິກ 2023 ຢູ່ທີ່ສູນຝຶກຈໍາປີ - ຈໍາປາ ສະຫນາມກິລາແຫ່ງຊາດຫຼັກ 16 ສະຫະພັນບານເຕະແຫ່ງຊາດລາວ ຮ່ວມກັບ ສະຫະພັນບານເຕະນາໆຊາດ ຈັດພິທີເປີດໂຄງການກິລາບານເຕະໃນໂຮງຮຽນ FIFA FOOTBALL FOR SCHOOLS ໂດຍການໃຫ້ກຽດເຂົ້າຮ່ວມໂດຍມີ ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ນ. ຟັດມາ ຊາມູຣາ ( Fatma Samba Diouf Samoura ) ເລຂາທິການ ສະຫະພັນບານເຕະນາໆຊາດ ພ້ອມດ້ວຍຄະນະ, ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ, ແຂກຖືກເຊີນ, ສື່ມວນຊົນ, ຄູອາຈານ ແລະ ນັກກິລາເຍົາວະຊົນ 300 ຄົນ ເຂົ້າຮ່ວມ.
ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ ໄດ້ກ່າວເປີດພິທີຢ່າງເປັນທາງການ ສຳລັບຈຸດປະສົງຂອງໂຄງການນີ້ ແມ່ນຈະສຸ່ມໃສ່ການພັດທະນາກິລາບານເຕະໃນໂຮງຮຽນຫຼັກ ຊຶ່ງໄດ້ເນັ້ນໃຫ້ບັນດາຄູພາລະ ໄດ້ຮັບການຝຶກແອບບຢ່າງຖືກວິທີ ແລະ ສົ່ງເສີມນ້ອງນັກຮຽນ ທີ່ມີຄວາມຮັກໃນກິລາບານເຕະ ທີ່ມີຄວາມຮັກມັກໃນກິລາບານເຕະ ສາມາດເຂົ້າເຖິງການຫລິ້ນບານເຕະໃນໂຮງຮຽນໃຫ້ຫລາຍຂຶ້ນ ແລະ ຮຽນຮູ້ທັກສະນະໃນການດຳລົງຊີວິດ. ໃນສອງມື້ທີ່ຜ່ານ,ໄດ້ມີການຈັດຝຶກອົບຮົມພາກທິດສະດີ ແລະ ຝຶກແອບພາກປະຕິບັດຕົວຈິງໃຫ້ແກ່ບັນດາຄູຝຶກພາລະ ຈຳນວນ 80 ທ່ານ ມາຈາກ 80 ໂຮງຮຽນ ພາຍໃນນະຄອນຫຼວງວຽງຈັນ ເຊິ່ງບັນດາຄູຝຶກເຫລົ່ານີ້ຈະເປັນຜູ້ນຳເອົາຄວາມຮູ້ທີ່ໄດ້ຝຶກອົບຮົມໃນຄັ້ງນິ້ ໄປຂະຫຍາຍສິດຕໍ່ບັນດາຄູພາລະຜູ້ອື່ນໆຕື່ມອີກ ແລະ ຈະໄດ້ມີໂຄງການນິ້ຍັງສຶບຕໍ່ຈັດຕັ້ງປະຕິບັດໃຫ້ແກ່ບັນດາໂຮງຮຽນຢູ່ຕ່າງແຂວງໃນຕໍ່ຫນ້າ.
ຂະນະທີ່ ທ່ານ ນ. ຟັດມາ ຊາມູຣາ ( Fatma Samba Diouf Samoura ) ເລຂາທິການ ສະຫະພັນບານເຕະນາໆຊາດ ໄດ້ເວົ້າເຖິງ ໂຄງການບານເຕະໃນໂຮງຮຽນ FIFA FOOTBALL FOR SCHOOLS ແມ່ນໄດ້ເລີ້ມຕົ້ນໂຄງການໃນປີ 2019 ໂດຍໃນປັດຈຸບັນ ມີຫຼາຍກວ່າ 100 ປະເທດສະມາຊິກ ທີ່ເຂົ້າຮ່ວມໂຄງການດັ່ງກ່າວ ຂ້າພະເຈົ້າຫວັງວ່າ ຈະໄດ້ນັກກິລາເຍົາວະຊົນ, ຄູອາຈານ ເປັນຕົວແທນຂອງປະທດ ( FIFA F4S AMBASSADORS ) ແລະ ຈະໄດ້ຮຽນຮູ້ທັກສະການຫລິ້ນກິລາບານເຕະ ເພື່ອກ້າວເປັນນັກກິລາອາຊີບໃນຕໍ່ຫນ້າ.
ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວວ່າ: ຂໍສະແດງຄວາມຂອບໃຈມາຍັງ ສະຫະພັນບານເຕະນາໆຊາດ ຫຼື ຟີຟາ ທີ່ໄດ້ໃຫ້ການສະຫນັບສະຫນູນຊ່ວຍເຫລືອໂຄງການບານເຕະໃນໂຮງຮຽນ FIFA FOOTBALL FOR SCHOOLS ຊຶ່ງໄດ້ສ້າງເງື່ອນໄຂໃຫ້ກັບບັນດາເຍົາວະຊົນໃຫ້ເຂົ້າເຖິງການຫລິ້ນກິລາບານເຕະພາຍໃນໂຮງຮຽນ ທັງນີ້ກໍເສີມສ້າງຄວາມເຂັ້ມແຂງທາງສະມາທິ, ທາງດ້ານກຳລັງເຫື່ອແຮງ ເພາະວ່າການຫລິ້ນກິລາຊ່ວຍໃຫ້ສຸຂະພາບແຂງແຮງ ເຊິ່ງເປັນປັດໃຈຕົ້ນຕໍອັນຫນຶ່ງທີ່ຊ່ວຍໃຫ້ມີຊິວິດທີ່ສົດໃສ ກໍຄືເປັນກຳລັງແຮງໃຫ້ເຮົາໄດ້ເຂົ້າໂຮງຮຽນ, ສຳລັບຈຸດປະສົງທີ 2 ໄດ້ໃຫ້ຄູອາຈານ ຄູພາລະສຶກສາ ໄດ້ຮຽນຮູ້ກ່ຽວກັບພາກທິດສະດີ ແລະ ພາກປະຕິບັດຕົວຈິງໃນການສິດສອນກິລາບານເຕະໃຫ້ຖືກວິທີ ເຊິ່ງໂຄງການ FIFA FOOTBALL FOR SCHOOLS ເຊິ່ງໄດ້ສອດຄ່ອງກັບນະໂຍບາຍການພັດທະນາກິລາ ໂດຍສະເພາະແມ່ນກິລາບານເຕະຢູ່ໃນ ສປປລາວ ແລະ ຂ້າພະເຈົ້າຫວັງວ່າທັງຄູຝຶກ ແລະ ນັກກິລາ ຈະເອົາໃຈໃສ່ຮ່ວມໃນກິດຈະກຳດັ່ງກ່າວນີ້ ເພື່ອສ້າງເງື່ອນໄຂໃຫ້ກາຍເປັນນັກກິລາດີເດັ່ນທີ່ພອນສະຫວັນ ເພື່ອສະຫນອງໃຫ້ກັບ ທີມຊາດລາວ ໃນທຸກຮຸ່ນອາຍຸ ໃນອະນາຄົດນີ້.
ໂຄງການກິລາບານເຕະໃນໂຮງຮຽນ FIFA FOOTBALL FOR SCHOOLS ຈັດຂຶ້ນໃນຫລາຍປະເທດ ເຊິ່ງໄດ້ເນັ້ນຢໍ້າຕື່ມວ່າ ໂຄງການດັ່ງກ່າວ ບໍ່ພຽງແຕ່ຝຶກແອບບານເຕະໃຫ້ນັກຮຽນເທົ່ານັ້ນ ແຕ່ຍັງຈະສອນໃຫ້ເຂົາເຈົ້າໄດ້ຮັບຮູ້ເຖິງທັກສະການໃຊ້ຊີວິດອີກດ້ວຍ. ທ່ານຫວັງຢ່າງຍິ່ງວ່າ ຜູ້ເຂົ້າຮ່ວມຈະນຳເອົາຄວາມຮູ້ໃນການເຂົ້າຮ່ວມໃນຄັ້ງນີ້ ເພື່ອໄປພັດທະນາ ໂຮງຮຽນຂອງຕົນເອງ ໄປສິດສອນບານເຕະໃຫ້ ກັບບັນດາເຍົາວະຊົນ. ສຳລັບໂຄງການດັ່ງກ່າວຖືວ່າເປັນໂຄງການໄລຍະຍາວ ແລະ ການເປັນຮ່ວມມືລະຫວ່າງ ສະຫະພັນບານເຕະນາໆຊາດ ຫຼື ຟີຟາ ຮ່ວມມືກັບ ສະຫະພັນບານເຕະແຫ່ງຊາດລາວ ແລະ ກົມກິລາມວນຊົນ, ພະລະ ແລະ ສິລະປະ ເພື່ອພັດທະນາບານເຕະລະດັບເຍົາວະຊົນ.

ສຕລ ຈັດງານວັນກິລາບານເຕະທົ່ວປະເທດປະຈຳປີ 2023
ໃນຕອນເຊົ້າວັນທີ 7 ຕຸລາ 2023 ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ຈັດງານວັນກິລາບານເຕະຂື້ນພ້ອມກັນທົ່ວປະເທດ. ເພື່ອເປັນການສະເຫຼີມສະຫຼອງວັນຄູແຫ່ງຊາດແລະສົ່ງເສີມການຫຼີ້ນກິລາຜ່ານກິລາບານເຕະໃຫ້ແກ່ລູກຫຼານອະນຸຊົນລາວແລະ ເປັນການເຕົ້າໂຮມບັນດາທ່ານທີ່ມີນໍ້າໃຈມັກຮັກໃນກິລາບານເຕະມາຮ່ວມກັນ ເພື່ອສ້າງກິດຈະກໍາດີໆໃນການພັດທະນາກິລາບານເຕະທົ່ວປະເທດ, ຊຶ່ງກິດຈະກຳຄັ້ງນີ້ ແມ່ນເປັນການຈັດຂື້ນຮ່ວມກັນລະຫວ່າງ ສຕລແລະ ສະຫະພັນບານເຕະແຂວງທັງ18ແຂວງ, ໃນງານດັ່ງກ່າວ ຍັງໄດ້ຮັບການປະກອບສ່ວນອຸປະຖໍາເສື້ອຈໍານວນ 2500 ໂຕ ລວມມູນຄ່າ 83ລ້ານກວ່າກີບ ຈາກທະນາຄານ ມາຣູຮານ ເຈແປນ ລາວ.
ພ້ອມນັ້ນ, ເປົ້າໝາຍຫຼັກຂອງການຈັດງານແມ່ນເພື່ອສ້າງຄວາມສາມັກຄີ, ຄວາມມ່ວນຊື່ນແລະ ການຮຽນຮູ້ກັບການແຂ່ງຂັນແກ່ນນັກກິລາເອງຕະຫຼອດຮອດຄອບຄົວແລະ ແຟນບານ.

ສຕລ ຮວ່ມກັບ ທະນາຄານ RHB Bank Laos ແລະສະໂມສອນມາສເຕີ້ 7ຈັດກິດຈະກຳກິລາບານເຕະເຍົາວະຊົນ

ຝຶກສອນຄວາມຮູ້ພື້ນຖານການເຕະບານໃຫ້ເຍົາວະຊົນແຂວງບໍລິຄຳໄຊ
ວັນທີ 13 ພຶດສະພາ 2023 ທີ່ຜ່ານມາ ຢູ່ທີ່ສະຫນາມກິລາມັດທະຍົມສົມບຸນ(ມສ)ສີທ່ານາໄຊ ເມືອງປາກຊັນ ແຂວງບໍລິຄຳໄຊ ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະແຂວງບໍລິຄຳໄຊໄດ້ຈັດກິດຈະກຳຝຶກສອນຄວາມຮູ້ເບື້ອງຕົ້ນຂັ້ນພື້ນຖານການເຕະບານໃຫ້ກັບເຍົາວະຊົນແຂວງໂດຍມີ 200 ຄົນ ເປັນຍິງ 100 ຄົນ ທີ່ມາຈາກ 10 ໂຮງຮຽນອ້ອມຂ້າງຕົວເມືອງປາກຊັນເຂົ້າຮວ່ມ ພາຍໃຕ້ໂຄງການ ‘’ The AFC Grassroots Football Day ‘’ ເຊິ່ງປີ້ນີ້ແມ່ນຄົບຮອບ 10 ປີ ທີ່ ສະຫະພັນບານເຕະອາຊີ ໄດ້ສະເຫລີມສະຫລອງງານດັ່ງກ່າວພ້ອມກັນກັບທຸກປະເທດທີ່ເປັນສະມາຊິກ.
ສຳລັບຈຸດປະສົງການຈັດຝຶກສອນຄວາມຮູ້ເບື້ອງຕົ້ນຂັ້ນພື້ນຖານການເຕະບານໃຫ້ກັບບັນດາເຍົາວະຊົນ ແມ່ນແນໃສ່ໃຫ້ເຍົາວະຊົນໄດ້ຮຽນຮູ້ທັງພາກທິດສະດີແລະພາກປະຕິບັດຕົວຈິງໃນການຫຼີ້ນກິລາບານເຕະ,ກໍຄືພັດທະນານັກກິລາບານເຕະໃຫ້ມີຄວາມກ້າວໜ້າ ແລະຂະຫຍາຍໄປທົ່ວປະເທດ,ພັດທະນາກິລາບານເຕະໃຫ້ມີຄວາມສອດຄ່ອງ ແລະ ເອກກະພາບກັນໃນຂອບເຂດທົ່ວປະເທດ,ທັງເປັນການຝືກສອນດ້ານກິລາໃຫ້ມີມາດຕະຖານ ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ.ນອກນັ້ນ,ການຫຼີ້ນກິລາຍັງເປັນການສ້າງໃຫ້ນັກຮຽນໄດ້ມີສຸຂະພາບແຂງແຮງ ແລະ ມັກຮັກໃນກິລາບານເຕະ, ໃຫ້ມີຄວາມຮັກແພງ, ມີນ້ຳໃຈນັກກິລາ,ມ່ວນຊື່ນ ກັບການຫຼີ້ນກີລາ ແລະ ຫ່າງໄກຈາກສີ່ງເສບຕິດ,ອະບາຍຍະມຸກຕ່າງໆ,ກ້າວຂື້ນໃຫ້ເດັກນ້ອຍມີຄວາມມຸ້ງຫວັງແລະມີຄວາມບຸກບືນກາຍເປັນນັກກິລາອາຊີບທີດີເດັ່ນໃນເວທີພາຍໃນກໍ່ຄືນາໆປະເທດຢ່າງມີປະສິດທິພາບໃນອະນາຄົດ.ໃນຕອນທ້າຍພິທີຍັງໄດ້ມີການມອບຫມາກບານໃຫ້ໂຮງຮຽນທີ່ເຂົ້າຮ່ວມ ແລະມອບລາງວັນໃຫ້ກັບໂຮງຮຽນທີ່ຊະນະເລີດ.
ພາບຈາກ: ສຕຂ ( ແຂວງບໍລິຄຳໄຊ )