ສະຫະພັນບານເຕະແຫ່ງຊາດລາວ ສຳເລັດການຝຶກອົບຮົມຄູຝຶກກິລາບານເຕະລະດັບຊີ (C)

24/05/2024

ສະຫະພັນບານເຕະແຫ່ງຊາດລາວ( ສຕລ) ໄດ້ຈັດພິທີປີດການຝຶກອົບຮົມຄູຝຶກກິລາບານເຕະລະດັບຊີ(c)ຂື້ນໃນຕອນບ່າຍ ວັນທີ 24 ພຶດສະພາ 2024 ທີ່ ຫ້ອງປະຊຸມ ສຕລ,ໂດຍໃຫ້ກຽດເປັນປະທານກ່າວປີດຂອງທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ.

  ການຝຶກອົບຮົມດັ່ງກ່າວແມ່ນໄດ້ແບ່ງອອກເປັນ 2 ໄລຍະຄື:

- ໄລຍະທີ1 ເລີ່ມ 1-5 ເມສາ 2024

- ໄລຍະທີ2 ເລີ່ມ 20-24 ພຶດສະພາ 2024

                ການຝຶກອົບຮົມແບ່ງອອກເປັນ 2 ພາກ ປະກອບມີ ພາກທິດສະດີ ແລະພາກປະຕິບັດຕົວຈິງພາກສະໜາມ, ໂດຍໄດ້ມີການສອບເສັງ 6 ຄັ້ງ ( ຕົວຈິງ 3 ຄັ້ງ ແລະ ທິດສະດີ 2 ຄັ້ງ ແລະ ເສັງກໍາມະການ 1 ຄັ້ງ ), ໃນນັ້ນ,ຜູ້ເຂົ້າຮ່ວມແມ່ນໄດ້ຮຽນຮູ້ກ່ຽວກັບ ການພັດທະນາຄູຝຶກ, ຄວາມຕ້ອງການຄູຝຶກຂອງ AFC, ພາລະບົດບາດ ແລະ ໜ້າທີຮັບຜິດຊອບ, ເຕັກນິກ ແລະ ຍຸດທະວິທີຂອງການເຕະບານ, ຄວາມສຳພັນກັບບານ, ການສົ່ງບານ, ການຈັບບານ, ການຍິງບານ.ຫຼັກການຂອງການຝຶກສອນ, ບານເຕະຟຸດຊໍ, ກະຕິກາຂອງກິລາບານເຕະ, ອາຫານ ແລະ ສຸຂະພາບ, ການຝຶກແອບ, ການຝຶກແອບຜູ້ຮັກສາປະຕູ, ການວາງແຜນ, ບົດບາດສຳຄັນຂອງຜູ້ຮັກສາປະຕູ, ການຈະເລີນເຕີບໃຫຍ່ ແລະ ການປະຖົມ ພະ ຍາບານ, ແນະນຳພາກປະຕິບັດກິດຈະກຳບານເຕະພື້ນຖານ, ການຫຼີ້ນບານໃນເກມ.

               ໃນໂອກາດດັ່ງກ່າວ ທ່ານ ວີເພັດ ສີຫາຈັກຣ ຍັງໄດ້ກ່າວໂອ້ລົມຕໍ່ຜູ້ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ ໃຫ້ນຳໃຊ້ບົດຮຽນທີ່ຮຽນມາ ຝຶກຊ້ອມໃຫ້ກັບເຍົາວະຊົນກັບ ສະໂມສອນ ທີ່ຕົນເອງສັງກັດ ເພື່ອສ້າງນັກກິລາ ຮຸ່ນສືບທອດໃນລະດັບເຍົາວະຊົນເພື່ອກ້າວເປັນນັກກິລາອາຊີບ ແລະ ທີມຊາດໃນອະນາຄົດ.

     ທ່ານປະທານສະຫະພັນບານເຕະແຫ່ງຊາດລາວກ່າວຕື່ມວ່າ: ທຸກທ່ານທີ່ເຂົ້າມາຮຽນ ສາມາດເປັນຄູຝຶກໃຫ້ກັບສະໂມສອນຕ່າງໆໄດ້. ສະນັ້ນບັນດາສະໂມສອນທີ່ຈະຕ້ອງມີຄູຝຶກລະດັບ ຊີ ຂຶ້ນໄປຈຶ່ງສາມາດຄຸມທີມໄດ້, ສຸດທ້າຍຂໍໃຫ້ທຸກທ່ານຈົ່ງສືບຕໍ່ຕັ້ງໃຈ ເພື່ອພັດທະນາວົງການບານເຕະ,ຄູຝຶກ,ນັກກິລາໃຫ້ປະສົບຜົນສໍາເລັດຮ່ວມກັນ.

 ໃນຕອນທ້າຍພິທີ ທ່ານ ວີເພັດ ສີຫາຈັກຣ ຍັງໄດ້ມອບໃບຢັ້ງຢືນການເຂົ້າຮ່ວມໃຫ້ກັບຜູ້ເຂົ້າຮ່ວມຝຶກອົບ

ຮົມໃນຄັ້ງນີ້ ສ່ວນຜົນຂອງການ ຝຶກອົບຮົມຄູຝຶກກິລາບານເຕະລະດັບຊີ (C) ແມ່ນຈະແຈ້ງໃຫ້ຮັບຊາບຕາມພາຍຫລັງ.

                ເຂົ້າຮວ່ມກອງປະຊຸມນີ້ຍັງມີ,ທ່ານ ຊຸນດຣໍາ ມູນຕີ (Sundram Moorthy) ຫົວໜ້າພະແນກເຕັກນິກ - ວິທະຍາ ສຕລ, ທ່ານ ວົງມີໄຊ ສຸບົວຄຳຜູ້ຝຶກສອນຫຼັກຈາກ ສຕລ ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງ ແລະ ນັກສຳມະກອນຈໍານວນ 24 ທ່ານ, ເປັນຍິງ 1ທ່ານ, ມາຈາກປະເທດໄທ 4ທ່ານ, ມາເລເຊຍ 1ທ່ານ ແລະ ແຄມເມີລູນ 1ທ່ານ.