ສຕລ ສຳເລັດການຈັດຝຶກອົບຮົມຄູຝຶກພາລະກໍາລັງລະດັບ 1B ປະຈໍາປີ 2024

18/10/2024

ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ໄດ້ສຳເລັດການຈັດຝຶກອົບຮົມຄູຝຶກພາລະກຳລັງລະດັບ 1B ປະຈໍາປີ 2024 LFF/AFC Fitness Coaching Certificate Course Level 1B, ພິທິປິດຝຶກອົບຮົມດັ່ງກ່າວໄດ້ມີຂຶ້ນ ວັນທີ 18 ຕຸລາ 2024 ທີ່ຫ້ອງປະຊຸມ ສຕລ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຈັນທະວົງ ສິລິມະໂນທຳ ຮັກສາການເລຂາທີການ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ຊູນດຣໍາ ມູຣຕີ ( Sundram Moorthy ) ຫົວໜ້າພະແນກເຕັກນິກ - ວິທະຍາ ສຕລ, ທ່ານ ມາກ ຈອນ( Mark Jones ) ສັນຊາດອົສຕຣາລີ ຄູຝຶກສອນຈາກສະຫະພັນບານເຕະອາຊີ(AFC) ເປັນວິທະຍາກອນ ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງ ແລະ ບັນດາສໍາມະນາກອນຝຶກອົບຮົມເຂົ້າຮ່ວມ. ການຝຶກອົບຮົມຄູຝຶກໃນຄັ້ງນີ້ແມ່ນໄດ້ຮັບການຮັບຮອງຈາກAFC ຮ່ວມກັບ ສຕລ ຮັບຮອງ ແລະ ຕົກລົງຈັດຝຶກອົບຮົມຢ່າງເປັນທາງການ ຊຶ່ງເປັນຄັ້ງທໍາອິດທີ່ ສຕລ ໄດ້ຮັບກຽດໃນການຈັດຝຶກອົບຮົມໃນຄັ້ງນີ້ ໂດຍມີບັນດາສໍາມະນາກອນຝຶກອົບຮົມຈໍານວນທັງໝົດ 15ທ່ານ,ໃນນັ້ນມາຈາກປະເທດໄທ 3 ທ່ານ ແລະ ຄາເມຣູນ 1 ທ່ານ. ຈຸດປະສົງໃນການຝຶກອົບຮົມຄັ້ງນີ້ແມ່ນເພື່ອໃຫ້ຄູຝຶກທີ່ເຂົ້າຮ່ວມຝຶກອົບຮົມໄດ້ມີຄວາມຮູ້ກ່ຽວກັບວິທະຍາສາດການກິລາ,ມີການສຶກສາເຖິງຄວາມສໍາຄັນ ແລະ ຈຳເປັນດ້ານພາລະກໍາລັງສອດຄ່ອງກັບສະພາບຕົວຈິງ ເພື່ອນໍາຄວາມຮູ້, ປະສົບການໄປປັບປຸງພັດທະນານັກກິລາໃຫ້ມີຄວາມພ້ອມກັບການແຂ່ງຂັນກິລາບານເຕະທີ່ມີຄວາມເຂັ້ມຂຸ້ນແລະທັນສະໄໝຫຼາຍຂື້ນ.

  ທ່ານ ຈັນທະວົງ ສິລິມະໂນທຳ ຮັກສາການເລຂາທິການ ສຕລ ໄດ້ກ່າວປີດແລະໃຫ້ຄວາມເຫັນວ່າ: ເປັນໂອກາດດີທີ່ພວກເຮົາໄດ້ຮັບການຈັດຝຶກອົບຮົມໃນຄັ້ງນີ້ ເພື່ອສົ່ງຄວາມຮູ້ໃຫ້ບັນດາຄູຝຶກໃນລາວ ຊຶ່ງວຽກງານດັ່ງກ່າວ ເປັນທິດທາງແລະເປົ້າໝາຍທີ່ຕ້ອງການຍົກລະດັບຫຼາຍທີ່ສຸດ ແລະ ຢາກຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມນຳເອົາຄວາມຮູ້ ໃນການຮຽນຄັ້ງ ເອົານໍາໄປໃຊ້ໃຫ້ເກີດປະໂຫຍດສູງສຸດໃນການພັດທະນາວົງການບານເຕະລາວ, ພັດທະນາ ສະໂມສອນ ທີ່ຕົນເອງສັງກັດ ແລະ ພັດທະນາທີມຊາດລາວ ໃນອະນາຄົດ. ການຝຶກອົບຮົມແມ່ນໃຊ້ເວລາ 5 ວັນ ແຕ່ວັນທີ 14-18 ຕຸລາ 2024 ຊື່ງຜູ້ເຂົ້າຮ່ວມແມ່ນໄດ້ຮຽນຮູ້ກ່ຽວກັບວິທະຍາດສາດການກິລາ, ຄວາມຮູ້ພື້ນຖານຂອງການອອກກໍາລັງກາຍ, ຄວາມສໍາຄັນດ້ານພາລະກໍາລັງ, ໂພສະນາການຕ່າງໆ ແລະ ສາມາດວາງແຜນລະອຽດກ່ຽວກັບການອອກກໍາລັງກາຍໃຫ້ຖືກວິທີ.