ສຕລ ສຳເລັດຝຶກອົບຮົມຄູຝຶກກິລາບານເຕະລະດັບ C ຢູ່ ແຂວງສາລະວັນ

27/03/2025

      ສະຫະພັນບານເຕະແຫ່ງຊາດລາວ( ສຕລ) ໄດ້ສຳເລັດການຝຶກອົບຮົມຄູຝຶກກິລາບານເຕະລະດັບຊີ(C)ໃຫ້ແກ່ຜູ້ເຂົ້າຮວ່ມເມື່ອວັນທີ 21 ມີນາ 2025 ທີ່ຜ່ານມາ ຢູ່ທີ່ຫ້ອງປະຊຸມພະແນກສຶກສາທິການແລະ ກິລາແຂວງສາລະວັນ,ໃຫ້ກຽດເຂົ້າຮວ່ມ ມີ ທ່ານ ທົງໄຊ ບຸນທິສະຫວັດ ຮອງຫົວຫນ້າພະແນກພະລັງງງານ ແລະ ບໍ່ແຮ່ ແຂວງສາລະວັນ.

     ໄລຍະການຝຶກອົບຮົມສຳມະກອນຈໍານວນ 24 ທ່ານ ທີ່ມາຈາກແຂວງສາລະວັນ 14 ທ່ານ, ນະຄອນຫຼວງ 4 ທ່ານ ແລະ ປະເທດໄທ 6 ທ່ານໄດ້ຮຽນຮູ້ທັງພາກທິດສະດີ ແລະ ການປະຕິບັດຕົວຈິງຢູ່ສະໜາມ, ໂດຍມີການສອບເສັງ 6 ຄັ້ງ ( ຕົວຈິງ 3 ຄັ້ງ ແລະ ທິດສະດີ 2 ຄັ້ງ ແລະ ເສັງກໍາມະການ 1 ຄັ້ງ ),ໃນນັ້ນ,ຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບ ການພັດທະນາຄູຝຶກ, ຄວາມຕ້ອງການຄູຝຶກຂອງ AFC, ພາລະບົດບາດ ແລະ ໜ້າທີຮັບຜິດຊອບ, ເຕັກນິກ ແລະ ຍຸດທະວິທີຂອງການເຕະບານ, ຄວາມສຳພັນກັບບານ, ການສົ່ງບານ, ການຈັບບານ, ການຍິງບານ, ຫຼັກການຂອງການຝຶກສອນ, ບານເຕະຟຸດຊໍ, ກະຕິກາຂອງກິລາບານເຕະ, ອາຫານ ແລະ ສຸຂະພາບ, ການຝຶກແອບຂອງນັກກິລາ, ການວາງແຜນ, ບົດບາດສຳຄັນຂອງຜູ້ຮັກສາປະຕູ, ການຈະເລີນເຕີບໃຫຍ່ ແລະ ການປະຖົມພະ ຍາບານ, ແນະນຳພາກປະຕິບັດກິດຈະກຳບານເຕະພື້ນຖານ, ການຫຼີ້ນບານໃນເກມແລະອື່ນໆ.

        ການຝຶກອົບຮົມແມ່ນໄດ້ດຳເນີນມາແຕ່ວັນທີ10-21 ມີນາ 2025.ເຂົ້າຮວ່ມພິທີຍັງມີທ່ານ ໂມຮໍາມັດ ເຮີມັນ ( Mohammad Herman B Zailani ) ຫົວໜ້າວຽກງານພັດທະນາຄູຝຶກ ສຕລ, ທ່ານ ວົງມີໄຊ ສຸບົວຄຳ ຜູ້ຝຶກສອນຫຼັກຈາກ ສຕລ ພ້ອມດ້ວຍຄະນະ.ສ່ວນຜົນການຝຶກອົບຮົມຄູຝຶກກິລາບານເຕະລະດັບຊີ(C) ແມ່ນຈະແຈ້ງໃຫ້ຮັບຊາບຕາມພາຍຫຼັງ.ສຳລັບແຜນການຝຶກອົບຮົມຄູຝຶກກິລາບານເຕະລະດັບຊີ(C) ຄັ້ງຕໍ່ໄປແມ່ນຈະຈັດຢູ່ແຂວງສະຫວັນນະເຂດລະຫວ່າງ ວັນທີ 19-30 ພຶດສະພາ 2025.