ສຕລ ຈັດກິດຈະກຳວັນກິລາບານເຕະ ສຕລ ( LFF Football Day 2024 ) ພ້ອມດ້ວຍປູກຕົ້ນໄມ້

01/06/2024

         ໃນຕອນເຊົ້າວັນທີ 1 ມີຖຸນາ 2024 ຢູ່ທີ່ ສູນຝຶກບານເຕະຫຼັກ 16 ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ໄດ້ກິດຈະກຳວັນກິລາບານເຕະ ສຕລ (LFF Football Day 2024) ພ້ອມດ້ວຍປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ໂດຍການເຂົ້າຮ່ວມຂອງທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ ພ້ອມດ້ວຍຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ, ມີບັນດາພະນັກງານ ສຕລ ພ້ອມດ້ວຍພໍ່ແມ່ຜູ້ປົກຄອງ ແລະ ນັກກິລາເຍົາວະຊົນເຂົ້າຮ່ວມ.

          ສຳລັບການຈັດກິດຈະກຳວັນກິລາບານເຕະ ສຕລ(LFF Football Day 2024) ກໍເພື່ອຝຶກສອນທັກສະໃຫ້ກັບບັນດາເຍົາວະຊົນໄດ້ຮຽນຮູ້ທັກສະການເຕະບານ ໂດຍມີເຍົາວະຊົນເຂົ້າຮ່ວມທັງຫມົດ 100 ກວ່າຄົນ.

           ສຕລ ມີເປົ້າໝາຍໃນການສົ່ງເສີມໃຫ້ອະນຸຊົນເຍົາວະຊົນ ຫຼີ້ນກີລາບານເຕະ ເພື່ອໃຫ້ເຂົາເຈົ້າຫ່າງໄກຈາກຢາເສບຕິດ ແລະ ສິ່ງອະບາຍຍະມຸກອື່ນໆ. ງານນີ້ໄດ້ຈັດໃຫ້ມີການສະເຫຼີມສະຫຼອງໃນທຸກໆປີ. ການພັດທະນານັກກີລາບານເຕະລຸ້ນເຍົາວະຊົນ ເປັນໜຶ່ງໃນບຸລີມະສິດຂອງ ສຕລ ຈຶ່ງເຮັດໃຫ້ມີການສ້າງຕັ້ງສູນພັດທະນາກີລາບານເຕະ ຈໍາປີ-ຈໍາປາ ຂື້ນມາໄດ້ 3 ປີແລ້ວ. ຫລັງຈາກກໍໄດ້ມີການປູກຕົ້ນໄມ້ ຢູ່ໃນຂອບເຂດບໍລິເວນສູນຝຶກບານເຕະຫຼັກ 16.