ສຕລ ເປີດໂຄງການກິລາບານເຕະໃນໂຮງຮຽນFIFA FOOTBALL FOR SCHOOLS ແຂວງທີ4ທີ່ແຂວງຫົວພັນ

31/03/2025

      ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ສົມທົບ ກັບພະແນກສຶກສາທິການ ແລະ ກິລາແຂວງຫົວພັນ ໄດ້ຈັດພິທີເປີດກິດຈະກຳໂຄງການກິລາບານເຕະໃນໂຮງຮຽນ FIFA FOOTBALL FOR SCHOOLS ຂື້ນເມື່ອຕອນເຊົ້າວັນທີ 27 ມີນາ 2025 ທີ່ສະໜາມກິລາບານເຕະ ເມືອງຊໍາເໜືອ,ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ດຣ ໄຊຊະນະ ທອງຄຳຈັນ ຄະນະບໍລິຫານງານ ສຕລ, ທ່ານ ສົມເພັດ ອິນທະສອນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງແລະທ່ານ Soundram Moorthy ຫົວໜ້າພະແນກເຕັກນິກວິທະຍາຂອງ ສຕລ, ທ່ານ ພູຄຳ ກອງສີຫາລາດ ຮອງຫົວໜ້າພະແນກພະລະສຶກສາ ກົມກິລາມວນຊົນພະລະ ແລະ ສີລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ.

    ຈຸດປະສົງເພື່ອຍົກລະດັບຄວາມຮູ້ຄວາມສາມາດແລະວິທີສິດສອນກິລາບານເຕະໃຫ້ກັບຄູພະລະສຶກສາທົ່ວແຂວງຫົວພັນ ໄດ້ນໍາເອົາຫຼັກສູດແບບໃໝ່ຂອງກິລາບານເຕະໄປນໍາໃຊ້ຝຶກແອບຢູ່ບັນດາໂຮງຮຽນໃນທົ່ວແຂວງ, ເພື່ອເປັນການພັດທະນານັກກິລາບານເຕະລຸ້ນສືບທອດກໍ່ຄືລຸ້ນເຍົາວະຊົນທັງປະເພດຍິງ-ຊາຍໃຫ້ກ້າວສູ່ຄຸນນະພາບສຸງຂື້ນ.ໃນນັ້ນ,ລວມມີການແນະນໍາການຝຶກແອບນັກກິລາໃຫ້ຮູ້ປັບປຸງຄວາມສາມາດຂອງການຫຼີ້ນກິລາບານເຕະ,ຮູ້ທັກສະ,ມີໄຫວພິກໃນການຫຼີ້ນບານທີ່ຄ່ອງແຄ້ວ,ມີນໍ້າໃຈນັກກິລາ, ເປັນສູນກາງເຂົ້າເຖິງນັກກິລາ, ເປັນຈຸດສຸມຂອງການພັດທະນານັກກິລາເຍົາວະຊົນ ຍິງ-ຊາຍ ເພື່ອອະນາຄົດ ແລະ ເປັນເວທີສອນນັກກິລາໃຫ້ຫຼີ້ນຫຼາຍກ່ວາເພື່ອເອົາຊະນະ. ການເປີດໂຄງການກິລາບານເຕະໃນໂຮງຮຽນFIFA FOOTBALL FOR SCHOOLS ທີ່ແຂວງຫົວພັນຖືວ່າເປັນແຂວງທີ 4 ຖັດຈາກ ເຊກອງ, ບໍ່ແກ້ວ ແລະ ນະຄອນຫຼວງວຽງຈັນ.

ການຈັດກິດຈະກໍາໃນຄັ້ງນີ້ມີວິທະຍາກອນຈາກ ສຕລ,ຫົວໜ້າຂະແໜງກິລາກາຍະກໍາ, ຄູສອນພະລະສຶກສາ, ຄູສອນຊ່ວຍ, ຜູ້ຮັບຜິດຊອບວຽກງານກິລາໃນໂຮງຮຽນປະຖົມ ແລະ ມັດທະຍົມ ລວມທັງໝົດ 35 ທ່ານ ລວມທັງນ້ອງນັກຮຽນທັງຍິງແລະຊາຍ 100ຄົນເຂົ້າຮ່ວມ. ພາຍໃນງານ ສຕລ ຍັງໄດ້ມອບບານເຕະໃຫ້ບັນດາໂຮງຮຽນທີ່ເຂົ້າຮ່ວມອີກດ້ວຍ.